ທ່ານພົນເອກ ໂງຊວນລິກ ຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ

09:30 | 27/12/2019

ຍສໝ - ຕອນບ່າຍວັນທີ 25 ທັນວາ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ - ຂອງຂວັນຂອງພັກ ແລະລັດຫວຽດນາມ ທີ່ມອບໃຫ້ລາວ.

ທ່ານພົນເອກ ໂງຊວນລິກ ຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ

ພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ (ພາບ: TTXVN)

ທ່ານພົນເອກ ໂງຊວນລິກ ໄດ້ປຸກລະດົມພະນັກງານ, ວິສະວະກອນຂອງບໍລິສັດພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ປຸກລະດົມແຮງງານ, ພາຫະນະ, ອຸປະກອນຢ່າງສຸດຂີດ, ຮັບປະກັນໃຫ້ກິດຈະກໍາໄດ້ກໍ່ສ້າງຖືກຕາມຄວາມຄືບໜ້າ, ຮັບປະກັນດ້ານເຕັກນິກ, ຄວາມງາມ, ເພື່ອສໍາເລັດໂດຍໄວ ແລະມອບຮັບເປີດນຳໃຊ້ກິດຈະກໍາຮັບໃຊ້ການເຄື່ອນໄຫວຂອງສະພາແຫ່ງຊາດ ລາວ ໃນປີໜ້າ; ເພື່ອໃຫ້ກິດຈະກໍາສົມກັບສັນຍາລັກຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ທ່ານພົນເອກ ໂງຊວນລິກ ໄດ້ໄປຢ້ຽມຢາມບໍລິສັດໃຫຍ່ Star Telecom (UNITEL) - ວິສາຫະກິດຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ກັບໂທລະຄົມມະນາຄົມລາວ, ທ່ານພົນເອກ ໂງຊວນລິກ ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນແຫ່ງການລົງທຶນດໍາເນີນທຸລະກິດຂອງວິສາຫະກິດ ແລະຖືວ່າ, ນີ້ແມ່ນແບບຢ່າງໃນການລົງທຶນດໍາເນີນທຸລະກິດອອກຕ່າງປະເທດຂອງບັນດາວິສາຫະກິດກອງທັບ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ສະເໜີໃຫ້ພະນັກງານ, ພາລະກອນ UNITEL ຈົ່ງສືບຕໍ່ມານະພະຍາຍາມໃຫ້ຫຼາຍກວ່າອີກ, ຍູ້ແຮງການດໍາເນີນທຸລະກິດ, ເປິດກວ້າງຕະຫຼາດ ຕິດພັນກັບການຍົກສູງຄຸນນະພາບຂອງຜະລິດຕະພັນ; ເອົາໃຈໃສ່ເຖິງວຽກງານສັງຄົມ ເພື່ອປົວແປງ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຄວາມສະຫງົບປອດໄພໃຫ້ແກ່ປະເທດລາວຫຼາຍກວ່າອີກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.