UNESCO ມອບໃບຢັ້ງຢືນຮັບຮອງແຫລ່ງໄຫຫີນຊຽງຂວາງ ເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ

08:57 | 21/11/2019

ການມ​ອບ-ຮັບ​ດັ່ງກ່າວ​​ໄດ້ຈັດຂື້ນ​​​ໃນ​ວັນ​ທີ 18 ພະ​ຈິກ ຜ່ານ​ມາ​ນີ້ ເນື່ອງໃນ​ໂອ​ກາດທີ່​ຄະນະ​ຜູ້​​ແທນ ​ກະຊວງ​ຖະ​ແຫຼ່ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງທ່ຽວ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໃຫ່ຍ ລັດຖະມົນ​ຕີ​ກະຊວງ​ວັດທະນະ​ທໍາ​ ຄັ້ງ​ທີ 43 ຂອງອົງ​ການອຸຍ​​ເນັດ​​ໂກ UNESCO ​ເຊິ່ງ​ໄດ້​ຈັດ​ຂື້ນ​ທີ່ ນະຄອນຫຼວງປາຣີ, ປະ​ເທດຝຣັ່ງ ​ເຊິ່ງຄະນະ​ຜູ້​ແທນ​ດັ່ງກ່າວ ນໍາ​ໂດຍ ທ່ານ ສຈ ດຣ ບໍ່ແສງຄໍາ ວົງ​ດາລາ ຜູ້ຕາງໜ້າ​ພິ​ເສດ​ຂອງ​ລັດຖະບານ​ລາວ.

UNESCO ມອບໃບຢັ້ງຢືນຮັບຮອງແຫລ່ງໄຫຫີນຊຽງຂວາງ ເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ

ຄະນະ​ກໍາມະການ​ມໍລະດົກ​​ໂລກ​ຂອງອົງ​ການອຸຍ​​​ແນສ​​ໂກ UNESCO ໄດ້​ມອບ​ໃບ​ຢັ້ງ​​​ຢືນຮັບຮອງແຫ​ລ່ງໄຫ​ຫີນ​ ຊຽງຂວາງ ​ເປັນມໍ​ລະ​ດົກ​​ໂລກ ​ໃຫ້ກັບ ​​​ສປປ ລາວ.(ພາບ:ຂປລ)

ສປປ ລາວ ຊົມ​ເຊີຍ​​ ແລະ ຕີລາຄາ​ສູງ ຕໍ່ການ​ຈັດ​ຕັ້ງ​ປະຕິ​ບັດພາລະບົດ​ບາດ ຂອງອົງ​ການອຸຍ​​​ແນສ​ໂກ UNESCO ​ໃນ​ການ​ສົ່ງ​ເສີມຄວາ​ມຫຼາຍ​ທາງດ້ານ​ວັດທະນະ​ທໍາ ​ແລະ ເຮັດ​ໃຫ້ ສປປ ລາວ ສາມາດ ປົກ​ປັກ​ຮັກສາ ​ແລະ​ ພັດທະນາຄວາ​ມຫຼາກຫຼາຍ​ດ້ານ​ວັດທະ​ນະທໍາ ລວມທັງການ​ຮໍ່າຮຽນ ​ແລະ ຖ​ອດຖອນ​ບົດຮຽນຂອງ​ກັນ​ແລະ​ກັນ​ໃນ​ຮູບ​ແບບ​ສ້າງສັນ.​ ແຫ​ລ່ງ​ໄຫ​ຫີນ​ ຊຽງຂວາງ​ໄດ້​ຈົດ​ທະບຽນຮັບ​ເຂົ້າ​ເປັນ​ມໍລະດົກ​ໂລກ​​ຢ່າງ​ເປັນທາງ​ການ​ໃນ​ກອງ​ປະ​ຊຸມຄະນະ​ກໍາມະການ​ມໍລະດົກ​ໂລກ​ຈັດ​ຂື້ນ​ໃນ​ວັນ​ທີ 10 ກໍລະກົດ ຜ່ານ​ມາ ​ທີ່​ນະ​ຄອນ​ຫຼວງ ບາ​ກູ ປະ​ເທດອາ​ເຊີ​ໄບຊານ ​ແລະ ກໍ່​ເປັນ​​ແຫ່ງ​ທີ 3 ຂອງ​ ສປປ ລາວ ຖັດຈາກ ​ເມືອງມໍລະດົກ​​ໂລກຫຼວງ​ພະ​ບາງ​ ​ແລະ​ ວັດ​ພູ​ຈໍາປາສັກ.

ທົ່ງໄຫຫີນ ເປັນແຫຼ່ງວັດຖຸບູຮານໜຶ່ງ ຊຶ່ງມີຮູບຊົງຄ້າຍໄຫ ເຮັດດ້ວຍຫີນຊາຍມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນ ເຂດໂພນສະຫວັນ ແລະບ່ອນອື່ນໆອີກ ໃນແຂວງຊຽງຂວາງ ອີກຫລາຍແຫ່ງນຳກັນ ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງຮອຍການເກືອກລາກມາຈາກບ່ອນອື່ນ ບາງໄຫ ມີລັກສະນະ ແກະສະຫຼັກຍັງບໍ່ສຳເລັດກໍມີ ນອກຈາກນີ້ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນເຄື່ອງຢືນຢັນການໃຊ້ຫີນໃນພິທີຝັງສົບໄດ້ຢ່າງດີສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະນະປະກອບພິທີ. ອ້ອມຮອບໄຫຫີນພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບສຳລິດຂອງວຽດນາມ ຈຶ່ງພໍຈະຄາດເດົາໄດ້ວ່າ ຊົນເຜົ່າ ທີ່ສ້າງໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າຂາຍໄປທົ່ວພູມີພາກແຖວນີ້ດ້ວຍ ນັກບູຮານຄະດີລຸ້ນຫລັງໆ ລົງຄວາມເຫັນວ່າ ເຈົ້າຂອງອາລິຍະທຳນີ້ ອາດຈະເປັນຝີມືຂອງພວກຈາມໃນຫວຽດນາມ ທີ່ຫລົ່ມສະຫລາຍໄປແລ້ວ ຫລື ເປັນຝີມືຂອງຊາວລາວເທີງ ທີ່ອາໄສຢູ່ໃນແຂວງອັດຕະປື ທາງທິດຕະເວັນອອກສຽງໃຕ້ ຂອງປະເທດລາວ ຕິດກັບຊາຍແດນປະເທດກຳປູເຈຍ ສຳລັບທົ່ງໄຫຫີນນີ້ ຖະໜົນເຂົ້າເຖິງສະດວກ ໃນເຂດໂພນສະຫວັນ ແຂວງຊຽງຂວາງ ຊຶ່ງທາງລັດຖະບານ ໄດ້ເກັບກູ້ລະເບີດອອກໝົດແລ້ວ ທົ່ງໄຫຫີນ ມີຢູ່ສາມກຸ່ມນຳກັນຄື:

UNESCO ມອບໃບຢັ້ງຢືນຮັບຮອງແຫລ່ງໄຫຫີນຊຽງຂວາງ ເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ

ທົ່ງໄຫຫີນ ແຂວງຊຽງຂວາງ.


ກຸ່ມທີ່ 1 ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ທາງທິດຕະເວັນອອກສຽງໃຕ້ ໄປທາງເມືອງຄູນ ເມືອງຫລວງເກົ່າ ໄລຍະທາງປະມານ 7.5 ກິໂລແມັດ ມີໄຫຫີນກະຈັດກະຈາຍ ຢູ່ໃນທົ່ງຫຍ້າປະມານ 200 ໜ່ວຍ ແລະ ມີຂະໜາດໃຫຍ່ກວ່າໃນກຸ່ມອື່ນໆ ໜ່ວຍໃຫຍ່ທີ່ສຸດຕັ້ງຢູ່ໂນນພູທາງດ້ານຂວາມື ປາກໄຫຫັນໜ້າໄປທາງສະຫນາມບິນທົ່ງໄຫຫີນ ບໍລິເວນທີ່ຕັ້ງໄຫຫີນນີ້ເປັນຈຸດຊົມວິວທີ່ສວຍງາມອີກແຫ່ງໜຶ່ງເພາະສາມາດເບິ່ງເຫັນສະໜາມບິນທົ່ງໄຫຫິນ ກອງບັນຊາການກອງທັບອາກາດລາວ ຕົວເມືອງໂພນສະຫວັນ ສ່ວນທາງດ້ານຂວາມືຈະມີຂັ້ນໄດປູນ ຍ່າງລົງໄປຍັງທົ່ງໄຫຫີນອີກຈຸດໜຶ່ງ ຊຶ່ງມີຫລາຍກວ່າໃນຈຸດຊົມວິວແຫ່ງນີ້ ຈາກຈຸດຊົມວິວໄປທາງຊ້າຍມືຈະເຫັນໄຫຫີນ ຈຳນວນນັບສິບໆໜ່ວຍ ວາງລຽງລາຍຢູ່ເຕັມທົ່ງຫຍ້າ ຖັດມາທາງດ້ານຊ້າຍມືຂອງທົ່ງໄຫຫີນ ຈະພົບຖ້ຳແຫ່ງໜຶ່ງ ມີແສງແດດສາດສ່ອງລົງມາ ພາຍໃນຖ້ຳມີລັກສະນະ ເປັນປ່ອງມີຄວາມສູງປະມານ 60 ແມັດ ລັກສະນະພາຍໃນຖ້ຳບໍ່ເລິກປານໃດ ສາມາດບັນຈຸຄົນໄດ້ 50-60 ຄົນ ຖ້ຳແຫ່ງນີ້ເຄີຍໃຊ້ເປັນທີ່ຫລົບໄພສົງຄາມຂອງຊາວເມືອງຊຽງຂວາງ ຍາມເມື່ອເຮືອບິນ ມາຖິ້ມລະເບີດ ພ້ອມກັບໃຊ້ເປັນຄັງເກັບອາວຸດ ແລະ ເຊື້ອເພີງ ເມື່ອສົງຄາມອິນດູຈີນທີ່ຜ່ານມາ ບໍລິເວນໂດຍຮອບທົ່ງໄຫຫີນເທິງຈຸດຊົມວິວ ຈະພົບຮ່ອງຮອຍການຂຸດເປັນເດີ່ນ ເປັນແນວຍາວເພື່ອປ້ອງກັນການໂຈມຕີທາງອາກາດ ແລະ ຂຸມຫຼົບລະເບີດຂະໜາດໃຫຍ່ຫລາຍຂຸມ ຕະຫລອດຈົນຮ່ອງຮອຍທີ່ໄຫຫີນແຕກກະຈາຍອັນເປັນຜົນມາຈາກຝູງເຮືອບິນ ບີ 52 ຂອງອະເມຣິກາ.

ກຸ່ມທີ່ 2 ຄືກຸ່ມໄຫຫີນພູສະລາໂຕ ຢູ່ຖັດມາຈາກເມືອງໂພນສະຫວັນລົງມາທາງທິດໃຕ້ ປະມານ 25 ກິໂລແມັດ ຄອບຄຸມພື້ນທີ່ໂນນພູສອງໜ່ວຍ ຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນທົ່ງຫຍ້າປະມານ 94 ໜ່ວຍ.

ກຸ່ມທີ່ 3 ກຸ່ມໄຫຫີນລາດຄ່າຍ ຢູ່ຖັດລົງມາຈາກກຸ່ມໄຫຫີນພູສະລາໂຕ ປະມານ 10 ກິໂລແມັດ ປະກອບດ້ວຍໄຫຫີນປະມານ 150 ໜ່ວຍ ກະຈາຍຢູ່ເທິງໂນນພູໜ່ວຍນ້ອຍ ເບິ່ງລົງມາເຫັນວິວ ທົ່ງຮາບ ຂອງທ້ອງທົ່ງນາຂອງ ບ້ານຊຽງດີ ຫ່າງຈາກເມືອງໂພນສະຫະຫວັນເມືອງຫລວງໃໝ່ ຂອງແຂວງຊຽງຂວາງປະມານ 5 ກິໂລແມັດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.