ບ້ານຍອດເລີດ, ຕາແສງມີ້ລີ໊, ເມືອງກີ່ເຊີນ ແຂວງເງະອານ ສສ ຫວຽດນາມ ແຮກສ່ຽວກັບ 3 ບ້ານຂອງແຂວງຫົວພັນ, ສປປ ລາວ

11:52 | 27/10/2019

ຍສໝ - ໃນວັນທີ 24 ຕຸລາ 2019, ບ້ານຍອດເລີດ, ຕາແສງມີ້ລີ໊, ເມືອງກີ່ເຊີນ, ແຂວງເງະອານ ສສ ຫວຽດນາມ ໄດ້ຈັດຕັ້ງພິທີແຮກສ່ຽວກັບ 3 ບ້ານ: ຖໍ້າເຄືອງ, ຫ້ວຍງົວ ແລະຫ້ວຍປາ ຂອງເມືອງກວນ, ແຂວງຫົວພັນ, ສປປ ລາວ.

ບ້ານຍອດເລີດ, ຕາແສງມີ້ລີ໊, ເມືອງກີ່ເຊີນ ແຂວງເງະອານ ສສ ຫວຽດນາມ ແຮກສ່ຽວກັບ 3 ບ້ານຂອງແຂວງຫົວພັນ, ສປປ ລາວ

ລາຍການສະແດງສິລະປະທີ່ພິທີລົງນາມການແຮກສ່ຽວ. (ພາບ: nhandan.com.vn)

ບັນດາຝ່າຍຈະຕັ້ງໜ້າໂຄສະນາເຜີຍແຜ່, ປຸກລະດົມປະຊາຊົນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນໄວ້ຕາມຮູບເດີ່ມ; ກໍາແໜ້ນສະພາບການທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍເປັນປະຈໍາ ແລະເປັນເຈົ້າການໃນການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ; ສົມທົບກັນຕໍ່ສູ້, ສະກັດກັ້ນບັນດາການເຄື່ອນໄຫວຂ້າມຊາຍແດນ; ຕ້ານ ແລະສະກັດກັ້ນການອົບພະຍົບ, ບັນດາການເຄື່ອນໄຫວທາງສາສະໜາຢ່າງຜິດກົດໝາຍ, ບໍ່ຂົນສົ່ງຄ້າຂາຍ ແລະນໍາໃຊ້ຢາເສດຕິດ, ອາວຸດ, ວັດຖຸລະເບີດຢ່າງຜິດກົດໝາຍ; ສອງຝ່າຍໃຫ້ຄໍາໝັ້ນສັນຍາຈະຊ່ວຍກັນພັດທະນາເສດຖະກິດ, ວັດທະນະທໍາສັງຄົມ, ລົບລ້າງຄວາມອິດຫຶວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ລົບລ້າງບັນດາຮີດຄອງປະເພນີທີ່ຫຼ້າຫຼັງ, ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາສິລະປະ, ກິລາກາຍຍະກໍາ. ບົນພື້ນຖານປະຕິບັດບັນດາແຜນນະໂຍບາຍ, ແນວທາງພົວພັນຕ່າງປະເທດຂອງສອງພັກ, ສອງລັດ ແລະບັນດາສັນຍາລະບຽບຊາຍແດນ ຫວຽດນາມ - ລາວ ເຊິ່ງສອງປະເທດໄດ້ລົງນາມ, ບັນດານາຍບ້ານຂອງສອງປະເທດໄດ້ຮັບຮອງເອົາບົດບັນທຶກຊ່ວຍຈໍາ, ເຫັນດີເປັນເອກະພາບລົງນາມບັນດາເນື້ອໃນທີ່ຮ່ວມກັນປະຕິບັດ. ປັດຈຸບັນ, ໃນເສັ້ນຊາຍແດນຫວຽດນາມ - ລາວ ທີ່ສັງກັດບໍລິເວນແຂວງເງະອານ ມີ 21 ບ້ານແຮກສ່ຽວກັບ 23 ບ້ານຂອງ 3 ແຂວງຫົວພັນ, ຊຽງຂວາງ ແລະບໍລິຄໍາໄຊ ສປປ ລາວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.