ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດຣັດເຊຍຄົນໃໝ່ປະຈຳ ສປປ ລາວ

10:52 | 09/12/2019

ວັນທີ 6 ທັນວານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ວາລາດີເມຍ ກາລີນິນ ເອກອັກຄະລັດຖະທູດຣັດເຊຍຄົນໃໝ່ປະຈຳ ສປປ ລາວ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ທ່ານທູດຣັດເຊຍຄົນໃໝ່ປະຈຳລາວ, ເຊິ່ງການມາປະຕິບັດໜ້າທີ່ການທູດໃນຄັ້ງນີ້ເປັນບາດກ້າວໜຶ່ງຂອງການຮ່ວມມືສອງປະເທດ ລາວ-ຣັດເຊຍເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ຣັດເຊຍ ທີ່ດີເຊິ່ງມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບຂະຫຍາຍຕົວ, ແຕກດອກອອກຜົນຍິ່ງໆຂຶ້ນ. ສອງຝ່າຍໄດ້ປຶກສາຫາລື ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຈົ່ງສືບຕໍ່ໃນການສະໜັບສະໜູນພາຫະນະເຕັກນິກທາງດ້ານການທະຫານ, ບູລະນະຊ້ອມແປງສະໜາມບິນທົ່ງໄຫຫີນໃຫ້ສຳເລັດ.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດຣັດເຊຍຄົນໃໝ່ປະຈຳ ສປປ ລາວ

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດຣັດເຊຍຄົນໃໝ່ປະຈຳ ສປປ ລາວ. (ພາບ: Lao's Army News)

ນອກຈາກນັ້ນ, ທ່ານລັດຖະມົນຕີຍັງສະແດງຄວາມຢື້ຢາມຖາມຂ່າວ ແລະ ຂອບອົກຂອບໃຈຕໍ່ລັດຖະບານ ສະຫະພັນຣັດເຊຍທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອມາຕະຫຼອດເປັນຕົ້ນແມ່ນສະໜັບສະໜູນພາຫະນະເຕັກນິກທາງດ້ານການທະຫານ ແລະ ຊ່ວຍເຫຼືອເກັບກູ້ລະເບີດເພື່ອມະນຸດສະທຳໃນໄລຍະຜ່ານມາ.

ໂອກາດດັ່ງກ່າວທ່ານເອກອັກຄະລັດຖະທູດຣັດເຊຍຄົນໃໝ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນພ້ອມທັງໃຫ້ສັນຍາວ່າຈະສືບຕໍ່ສະໜັບສະໜູນ ແລະ ພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອຖ້າຫາກກອງທັບປະຊາຊົນລາວມີຄວາມຕ້ອງການ ແລະ ສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືທີ່ດີ ລະຫວ່າງສອງຊາດສອງກອງທັບຣັດເຊຍ-ລາວ ໃຫ້ນັບມື້ຂະຫຍາຍຕົວ, ເຊິ່ງເປັນຂີດໝາຍອັນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມໃຫ້ດີ ຂຶ້ນເລືື້ອຍໆ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.