ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ສປປ ລາວ ຊຸດ​ທີ VIII: ສະເໜີໃຫ້ແກ້ໄຂບັນຫາການປູກກ້ວຍ ທີ່ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ

11:29 | 14/11/2019

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 12 ພະ­ຈິກ 2019 ເຊິ່ງ​ເປັນ​ມື້​ທີ 3 ຂອງ​ກອງ​ປະ­ຊຸມ​ດັ່ງ­ກ່າວ ຢູ່​ຫໍ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ບັນ­ດາ​ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ເຂດ​ເລືອກ​ຕັ້ງ​ຕ່າງໆ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ສປປ ລາວ ຊຸດ​ທີ VIII: ສະເໜີໃຫ້ແກ້ໄຂບັນຫາການປູກກ້ວຍ ທີ່ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 12 ພະ­ຈິກ 2019

ສຳ­ລັບ​ມື້​ທີ 3 ນີ້ ສສຊ ໄດ້​ສືບ­ຕໍ່​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ວຽກ​ງານ​ລັດ­ຖະ­ບານ ເປັນ­ຕົ້ນ ບົດ​ລາຍ​ງານ​ລັດ­ຖະ­ບານ ອົງ­ການ​ກວດ​ສອບ​ແຫ່ງ​ລັດ ແລະ ອົງ­ການ​ກວດ­ກາ​ລັດ­ຖະ­ບານ ໃນ​ນີ້ ທ່ານ​ນາງ ຄຳ​ຈອມ​ພູ ສີ​ລິ​ທຳ ສສຊ ເຂດ​ເລືອກ​ຕັ້ງ​ທີ 5 ແຂວງ​ບໍ່​ແກ້ວ ໄດ້​ສະ­ເໜີ​ໃຫ້​ລັດ­ຖະ­ບານ​ແກ້​ໄຂ​ບັນ­ຫາ​ການ​ສຳ​ປະ­ທານ​ທີ່​ດິນ​ປູກ​ກ້ວຍ​ຂອງ​ນັກ​ລົງ­ທຶນ​ຕ່າງ­ປະ­ເທດ​ທີ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ສຸ­ຂະ­ພາບ ແລະ ສິ່ງ­ແວ­ດລ້ອມ​ທຳ​ມະ​ຊາດ ຈາກ​ການ​ໃຊ້​ສານ​ເຄ​ມີ​ບາງ​ຊະ­ນິດ​ໃນ​ການ​ປູກ​ກ້ວຍ ພ້ອມ​ທັງ​ໃຫ້​ຢຸດ­ຕິ​ການ​ປູກ​ກ້ວຍ​ທັນ­ທີ ພາຍ­ຫຼັງ​ທີ່​ໝົດ​ອາ­ຍຸ​ການ​ສຳ​ປະ­ທານ​ທີ່​ດິນ​ປູກ​ກ້ວຍ ແລະ ບໍ່​ໃຫ້​ລັດ­ຖະ­ບານ​ຕໍ່​ອາ­ຍຸ​ສຳ​ປະ­ທານ​ຕື່ມ​ອີກ ເພາະ​ໄລ­ຍະ​ຜ່ານ​ມາ​ຍັງ​ມີ​ສວນ​ກ້ວຍ​ຈຳ­ນວນ​ໜຶ່ງ​ມີ​ການ​ລັກ­ລອບ​ປູກ​ຄືນ ເຖິງ​ວ່າ​ອາ­ຍຸ​ການ​ສຳ​ປະ­ທານ​ເນື້ອ­ທີ່​ດິນ​ດັ່ງ­ກ່າວ​ໝົດ​ອາ­ຍຸ​ແລ້ວ ຈຶ່ງ​ຢາກ​ໃຫ້ ລັດ­ຖະ­ບານ​ແກ້​ໄຂ​ບັນ­ຫາ​ນີ້​ຢ່າງ​ຈິງ​ຈັງ ແລະ ຫັນ​ມາ​ໃຫ້​ປະ­ຊາ­ຊົນ​ປູກ​ພືດ​ທີ່​ປອດ​ສານ­ພິດ​ແທນ ເປັນ­ຕົ້ນ​ປູກ​ເຂົ້າ​ເປັນ​ສິນ­ຄ້າ ແລະ ປູກ​ພືດ​ຕາມ​ລະ­ດູ​ການ ເພື່ອ​ສົ່ງ­ເສີມ​ໃຫ້​ປະ­ຊາ­ຊົນ​ຢູ່​ເຂດ​ທ້ອງ­ຖິ່ນ​ທີ່​ມີ​ທ່າ­ແຮງ​ຫັນ​ມາ​ຜະ­ລິດ​ພືດ​ເປັນ​ສິນ­ຄ້າ​ນັບ​ມື້​ຫຼາຍ​ຂຶ້ນ.

ທ່ານ ດົງ​ເພັດ ພະ​ຍົນ ສສຊ ເຂດ 16 ແຂວງ​ເຊ​ກອງ ສະ­ເໜີ​ລັດ­ຖະ­ບານ​ມີ​ມາດ​ຕະ­ການ​ໃນ​ການ​ຄວບ​ຄຸມ​ບັນ­ຫາ​ໄພ­ພິ­ບັດ ແລະ ຜົນ​ເສຍ​ຫາຍ​ຈາກ​ໄພ­ພິ­ບັດ​ທຳ​ມະ​ຊາດ ມີ​ການ​ບໍ­ລິ­ຫານ​ຈັດ­ການ​ນ້ຳ ທີ່​ໄດ້​ມາດ​ຕະ ຖານ ເພື່ອ​ແກ້​ໄຂ​ບັນ­ຫາ​ນ້ຳ​ຖ້ວມ​ຢູ່​ຕາມ​ເຂດ​ພູ​ດອຍ ທີ່​ມັນ​ໄດ້​ສົ່ງ​ຜົນ​ກະ­ທົບ​ໃນ​ດ້ານ​ຄົມ­ມະ­ນາ­ຄົມ ຂົນ­ສົ່ງ ຂະ ແໜງ​ກະ­ສິ­ກຳ ແລະ ພື້ນ­ຖານ​ໂຄງ​ລ່າງ​ຕ່າງໆ ການ​ອອກ​ແບບ​ກໍ່­ສ້າງ​ເສັ້ນ­ທາງ ແລະ ຂົວ ໃຫ້​ອອກ​ແບບ​ໄດ້​ມາດ­ຕະ­ຖານ​ສາ­ກົນ ເພື່ອ​ປ້ອງ​ກັນ​ດິນ​ເຈື່ອນ ແລະ ຂົວ​ຂາດ ເວ­ລາ​ທີ່​ມີ​ຝົນ­ຕົກ​ໜັກ.

ທ່ານ​ນາງ ສົມ​ຈັນ ຈິດ​ວົງ​ເດືອນ ສສຊ ເຂດ 4 ແຂວງ​ອຸ­ດົມ​ໄຊ ສະ­ເໜີ​ໃຫ້​ລັດ­ຖະ­ບານ​ຊຸກ­ຍູ້​ສົ່ງ­ເສີມ​ປະ ຊາ​ຊົນ​ປູກ​ພືດ​ລະ­ດູ­ແລ້ງ ເພາະ​ໄລ­ຍະ​ຜ່ານ​ມາ​ແຂວງ​ອຸ­ດົມ​ໄຊ ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ ປະ­ຊາ­ຊົນ​ບາງ​ຄອບ­ຄົວ​ຍັງ​ບໍ່​ທັນ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ ປີ​ນີ້​ຊ້ຳ­ພັດ​ມາ​ປະ­ສົບ​ກັບ​ໄພ​ແຫ້ງ­ແລ້ງ ປະ­ຊາ­ຊົນ​ຢູ່ 7 ເມືອງ ບໍ່​ສາ­ມາດ​ປູກ​ພືດ​ລະ­ດູ­ແລ້ງ​ໄດ້ ເຊັ່ນ: ປູກ​ສາ­ລີ​ທີ່​ເປັນ​ທ່າ­ແຮງ​ສົ່ງ​ອອກ​ອັນ​ດັບ​ຕົ້ນໆ​ໄປ​ຂາຍ​ຢູ່​ຕ່າງ­ປະ­ເທດ ປູກ​ໄດ້​ໜ້ອຍ​ບໍ່​ພຽງ­ພໍ​ຕາມ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ນອກ​ນີ້ ປະ­ຊາ­ຊົນ​ທີ່​ລ້ຽງ​ໝູ​ກໍ​ພົບ​ກັບ​ພະ­ຍາດ​ໝູ​ອະ­ຫິ​ວາ​ອາ​ຟຣິ​ກາ ເຮັດ​ໃຫ້​ໝູ​ຈຳ­ນວນ​ຫຼວງ­ຫຼາຍ​ລົ້ມ​ຕາຍ ເຮັດ​ໃຫ້​ເຂົາ­ເຈົ້າ​ເປັນ​ໜີ້​ທະ­ນາ­ຄານ ຈຶ່ງ​ໄດ້​ສະ­ເໜີ​ໃຫ້​ລັດ­ຖະ­ບານ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງ ຊ່ວຍ​ແກ້​ໄຂ​ການ​ປູກ​ພືດ​ລະ­ດູ​ແລງ​ປີ​ນີ້ ເພື່ອ​ໃຫ້​ປະ­ຊາ­ຊົນ​ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.