ຄວາມຄືບໜ້າຂອງສະຖານະພາບ ດ້ານໂພຊະນາການຂອງເດັກນ້ອຍ ຢູ່ ສປປ ລາວ

14:17 | 10/12/2019

ໃນວັນທີ 9 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ລັດຖະບານລາວ ກໍຄື ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ໄດ້ຈັດກອງປະຊຸມເຜີຍແຜ່ ການຄົ້ນຄວ້າປະຈຳປີ ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາ ການ ເພື່ອແນໃສ່ສ້າງຄວາມເຂັ້ມແຂງ ໃຫ້ລະບົບຂໍ້ມູນຂ່າວສານ ດ້ານໂພຊະນາການ ເພື່ອປ້ອງກັນການຂາດສານອາຫານ ແລະ ຜົນສະທ້ອນທີ່ຕາມມາ, ເຊິ່ງເປັນການສະແດງ ໃຫ້ເຫັນເຖິງຄວາມຄືບໜ້າ ໃນການປະຕິບັດຍຸດທະສາດແຫ່ງຊາດ ດ້ານໂພຊະນາການ. ໂຄງການດັ່ງກ່າວ, ແມ່ນການລິເລີ່ມສາກົນ ໂດຍສະຫະພາບເອີຣົບ ຜ່ານການສະໜັບສະໜູນ ຈາກກົມພັດທະນາສາກົນແຫ່ງສະຫະລາດຊະອານາຈັກ ແລະ ມູນນິທິບິລ ແລະ ມິລິນດາເກດ ເພື່ອຈັດຕັ້ງປະຕິບັດໃນ ສປປ ລາວໂດຍອົງການອຸຍນີເຊັບ.

ຄວາມຄືບໜ້າຂອງສະຖານະພາບ ດ້ານໂພຊະນາການຂອງເດັກນ້ອຍ ຢູ່ ສປປ ລາວ

ກອງປະຊຸມເຜີຍແຜ່ ການຄົ້ນຄວ້າປະຈຳປີ ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ການປະເມີນ ແລະ ການວິເຄາະຂໍ້ມູນທີ່ມີຢູ່ແລ້ວ ລວມເຖິງຂໍ້ສະເໜີແນະຕ່າງໆ ແມ່ນມີຄວາມຈຳເປັນ ແລະ ສຳຄັນຢ່າງຍິ່ງສຳລັບລັດຖະບານຂອງ ສປປ ລາວ ເນື່ອງຈາກສາມາດຊ່ວຍໃຫ້ພວກເຮົາເຂົ້າໃຈ ກ່ຽວກັບຂໍ້ມູນທາງດ້ານໂພຊະນະການ ແລະ ນະໂຍບາຍໄດ້ດີຂຶ້ນກວ່າເກົ່າ. ໃນຂະນະທີ່ພວກເຮົາກຳລັງກະກຽມ ແຜນພັດທະນາ ເສດຖະກິດ ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ແຜນພັດທະນາຂອງຂະແໜງການອື່ນໆ, ການນຳໃຊ້ຂໍ້ມູນ ແລະ ຫລັກຖານໃໝ່ແມ່ນ ມີຄວາມສຳຄັນຢ່າງຍິ່ງ ໃນການກຳນົດເປົ້າໝາຍ ທີ່ມີຄວາມເປັນຈິງ ແລະ ອອກແບບແຜນງານ ທີ່ສາມາດຕອບສະໜອງຕາມຄວາມຕ້ອງການ ແລະ ຈຳເປັນຂອງລາວເຮົາ.

ຈາກການປະເມີນຜົນພົບວ່າ ສປປ ລາວ ມີນະໂຍບາຍລະດັບຊາດ ແລະ ລະດັບທ້ອງຖິ່ນທີ່ເຂັ້ມແຂງ ລວມເຖິງຍຸດທະສາດທີ່ສະໜັບສະໜູນ ການດຳເນີນມາດຕະການປ້ອງກັນ ດ້ານໂພຊະນະການທີ່ດີ. ໂດຍສິ່ງດັ່ງກ່າວນີ້ແມ່ນ ໄດ້ຮັບການສະໜັບ ສະໜູນ ຈາກກົນໄກການປະສານງານ ດ້ານໂພ ຊະນາການ ທີ່ມີການຈັດການເປັນຢ່າງດີ ໃນລະດັບປະເທດ ແລະ ລະດັບທ້ອງຖິ່ນ. ນອກຈາກນີ້, ຍັງມີລະບົບຂໍ້ມູນຂ່າວສານຫລາຍແຫ່ງ ໃນຂະແໜງການຕ່າງໆ ສະໜັບສະໜູນການ ເຝົ້າລະວັງ ແລະ ຕິດ ຕາມໂພຊະນາການຢ່າງ ເປັນປົກກະຕິອີກດ້ວຍ. ລະບົບຂໍ້ມູນຂ່າວສານດ້ານໂພຊະນາການນີ້ ຈະສະ ໜອງຂໍ້ມູນທີ່ມີຄຸນນະພາບ ໃນການດຳເນີນການວິເຄາະ, ການຕິດ ຕາມຄວາມຄືບໜ້າ ແລະ ການນຳໃຊ້ຂໍ້ມູນສຳລັບການວາງນະໂຍບາຍ ທີ່ເອື້ອອຳນວຍຕໍ່ການຂະຫຍາຍ ແລະ ການປັບປຸງຂະໜາດຂອງແຜນງານຂອງລັດຖະບານ ໄດ້ຢ່າງມີປະສິດທິພາບ, ລວມທັງການຈັດສັນກ່ຽວກັບ ງົບປະມານ ເພື່ອສະໜັບສະໜູນກິດຈະກຳ ທີ່ກ່ຽວຂ້ອງກັບໂພຊະນາການອີກດ້ວຍ.

ທ່ານ ອອກຕາເວຍ ບີໂວລ ຜູ້ຕາງໜ້າຈາກອົງການອຸຍນີເຊັບ ປະຈໍາລາວ ກ່າວວ່າ: ພວກເຮົາອີງໃສ່ການນຳໃຊ້ຂໍ້ມູນ ນັບມື້ນັບຫລາຍຂຶ້ນ ສຳລັບການວາງແຜນ ແລະ ການຂຽນແຜນງານໂດຍອີງໃສ່ຫລັກຖານ ເຊິ່ງມັນເປັນວິທີດຽວທີ່ພວກເຮົາສາມາດ ຮັບປະກັນການນຳໃຊ້ຊັບພະຍາກອນທີ່ມີຢູ່ຢ່າງຈຳກັດໄດ້ຢ່າງມີປະສິດທິພາບ ໂດຍມຸ້ງເນັ້ນທີ່ຜົນໄດ້ຮັບເປັນຫລັກ ແລະ ສາມາດເຂົ້າເຖິງຜູ້ທີ່ຕ້ອງການສະໜັບສະໜູນ ຈາກພວກເຮົາໃຫ້ໄດ້ຫລາຍທີ່ສຸດ. ການປະຕິບັດໂຄງການການລິເລີ່ມ ສານແຫ່ງຊາດ ດ້ານໂພຊະນາການ (NIPN) ເຮັດໃຫ້ພວກເຮົາມີໂອກາດທີ່ດີ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງຂໍ້ມູນ, ການວິເຄາະ ແລະ ການນຳໃຊ້ຂໍ້ມູນຂອງໜ່ວຍງານທີ່ກ່ຽວຂ້ອງ ເພື່ອໃຫ້ສົ່ງຜົນຕໍ່ນະໂຍບາຍ ແລະ ການຕັດສິນໃຈໃນ ສປປ ລາວ.

ທ່ານ ລີໂອຟີເບີ, ເອກອັກຄະລັດຖະທູດ ຂອງສະຫະພາບເອີຣົບ ປະຈາລາວ ກ່າວວ່າ: ເດັກທີ່ຂາດສານອາຫານ ນັ້ນເຊື່ອມໂຍງກັບລະດັບຄວາມສຳເລັດທາງດ້ານການສຶກສາ ແລະ ຜະລິດຕະພາບໃນການດຳລົງຊີວິດ ທີ່ຫລຸດລົງໃນພາຍຫລັງ. ນີ້ເປັນເລື່ອງທີ່ໜ້າກັງວົນສຳລັບ ສປປ ລາວ ທີ່ຈະບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030. ການປິດຊ່ອງຫວ່າງທາງ ດ້ານຊັບພະຍາກອນ ລະ ຫວ່າງເດັກນ້ອຍທີ່ຂາດສານອາຫານ ແລະ ເດັກນ້ອຍທີ່ບໍ່ໄດ້ຮັບການສຶກສາ ແມ່ນສິ່ງທີ່ສຳຄັນທີ່ສຸດ ແລະ ຮຽກຮ້ອງໃຫ້ລັດຖະບານ ແລະ ຄູ່ຮ່ວມພັດທະນາພິຈາລະນາ ທົບທວນນະໂຍບາຍ ແລະ ຍຸດທະສາດດ້ານໂພຊະນາການ ທີ່ມີຢູ່ເພື່ອຮັບປະກັນວ່ານະໂຍບາຍ ແລະ ຍຸດທະສາດເຫລົ່ານັ້ນ ສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກ ດ້ານສຸຂະພາບ ແລະ ໂພຊະນາການ ທີ່ເດັກນ້ອຍກຳລັງປະເຊີນ ຢູ່ໃນປະເທດລາວໃນປັດຈຸບັນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.