ຫຼວງພະບາງ (ລາວ) ອຳນວຍຄວາມສະດວກໃນການອອກວີຊາ ເພື່ອດຶງດູດນັກທ່ອງທ່ຽວ

ຫຼວງພະບາງ (ລາວ) ອຳນວຍຄວາມສະດວກໃນການອອກວີຊາ ເພື່ອດຶງດູດນັກທ່ອງທ່ຽວ

ຍສໝ - ໃນປີ 2024, ຫຼວງພະບາງ (ລາວ) ໄດ້ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 2,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 1,2 ລ້ານເທື່ອຄົນ ເມື່ອທຽບໃສ່ປີ 2023, ສ້າງລາຍຮັບທີ່ບັນລຸໄດ້ປະມານ 1,2 ຕື້ USD. ​ເພື່ອ​ເສີມຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ປີ 2024, ອຳນາດການປົກຄອງ​ແຂວງ ​ຫຼວງ​ພະ​ບາງ ​ໄດ້​ວາງ​ແຜນ​ກຳນົດ​ຫຼາຍ​ວິທີການ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ້ອງ​ຖິ່ນ​ນີ້ໃນ​ປີ 2025.

ການ​ທ່ອງ​ທ່ຽວ​ຫວຽດ​ນາມ ບືນຕົວຂຶ້ນ: 'ບົດດົນຕີປະສານສຽງ' ວັດ​ທະ​ນະ​ທໍາ, ທໍາ​ມະ​ຊາດ, ເຕັກ​ໂນ​ໂລ​ຢີ ​ແລະ​ ມະນຸດ

ການ​ທ່ອງ​ທ່ຽວ​ຫວຽດ​ນາມ ບືນຕົວຂຶ້ນ: 'ບົດດົນຕີປະສານສຽງ' ວັດ​ທະ​ນະ​ທໍາ, ທໍາ​ມະ​ຊາດ, ເຕັກ​ໂນ​ໂລ​ຢີ ​ແລະ​ ມະນຸດ

ຍສໝ - ການ​ທ່ອງ​ທ່ຽວ​ບໍ່ແມ່ນການແຂ່ງຂັນທາງລາຍຮັບ. ມັນ​ເປັນ​ການ​ເດີນ​ທາງ​ຂອງ​ການກ້າ​ແນວພັນປູກ - ແນວພັນປູກຂອງ​ການ​ຍົກ​ຍ້ອງ​ມໍ​ລະ​ດົກ​, ເຊື່ອມ​ຕໍ່​ມະນຸດ ແລະ ຫຼໍ່ລ້ຽງຄວາມຮັກ​ທໍາ​ມະ​ຊາດ​. ພຽງ​ແຕ່​ເມື່ອເຮັດສິ່ງນັ້ນໄດ້, ຫວຽດ​ນາມ​ ຈະ​ປະກາຍແຈ້ງ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ໂລກ​ຢ່າງ​ແທ້​ຈິງ.

ຂົວເຊື່ອມຕໍ່​ເພື່ອ​ໂຄສະນາ​ວັດທະນະທຳ​ຂອງ​ຊາດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ

ຂົວເຊື່ອມຕໍ່​ເພື່ອ​ໂຄສະນາ​ວັດທະນະທຳ​ຂອງ​ຊາດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ

ຍສໝ - ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຕາແສງເຊີນໄຕ, ຮ່າໂນ້ຍ) ໄດ້ກາຍເປັນຈຸດໝາຍປາຍທາງທີ່ມີຄວາມໝາຍພິເສດ, ບໍ່ພຽງແຕ່ສະທ້ອນໃຫ້ເຫັນຊີວິດທາງດ້ານວັດທະນະທຳຂອງ 54 ຊົນເຜົ່າຢ່າງມີຊີວິດຊີວາເທົ່ານັ້ນ ຫາກຍັງເປັນຂົວຕໍ່ເພື່ອໂຄສະນາເອກະລັກຂອງຊາດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.

ສົ່ງຂະຫຍາຍບັນດາຄຸນຄ່າວັດທະນະທຳໃນການເຄື່ອນໄຫວການທ່ອງທ່ຽວ

ສົ່ງຂະຫຍາຍບັນດາຄຸນຄ່າວັດທະນະທຳໃນການເຄື່ອນໄຫວການທ່ອງທ່ຽວ

ຍສໝ - ການພັດທະນາການທ່ອງທ່ຽວຕິດພັນກັບການອະນຸລັກຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອພວມໄດ້ຮັບການປະຕິບັດຢ່າງເຂັ້ມແຂງ ແລະ ມີປະສິດທິຜົນຂອງບັນດາທ້ອງຖິ່ນໃນທົ່ວແຂວງ ແຄ໋ງຮວ່າ ເພື່ອອະນຸລັກຮັກສາບັນດາຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອ, ຮີດຄອງປະເພນີທີ່ເປັນເອກະລັກສະເພາະ. ຈາກ​ນັ້ນ, ກໍ່ປະກອບສ່ວນ​ສ້າງ​ຄວາມ​ຫຼາກ​ຫຼາຍ​ຂອງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່ເປັນເອກະລັກພິເສດ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ມາ​ລົງຕົວຈິງ.

ໜັງສືພິມ ອິນໂດເນເຊຍ ຕີລາຄາ ການທ່ອງທ່ຽວຂອງຫວຽດນາມ ໄດ້ຟື້ນຟູຢ່າງແຮງທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້

ໜັງສືພິມ ອິນໂດເນເຊຍ ຕີລາຄາ ການທ່ອງທ່ຽວຂອງຫວຽດນາມ ໄດ້ຟື້ນຟູຢ່າງແຮງທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້

ຍສໝ - ຕາມ​ຂ່າວ en.tempo.co (ອິນ​ໂດ​ເນ​ເຊຍ), ​ໃນ​ປີ 2024, ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຫວຽດນາມ ພາຍຫຼັງ​ໂລກ​ລະບາດ​ໂຄ​ວິດ-19 ​ໄດ້​ຟື້ນ​ຟູ 98%, ເຊິ່ງ​ແມ່ນ​ລະດັບ​ຟື້ນ​​ຟູສູງ​ສຸດ​ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຢູ່ອັນດັບທີ 2 ແມ່ນ ມາເລເຊຍ (94%), ໄທ (88%), ສິງກະໂປ (86%), ອິນໂດເນເຊຍ (86%) ແລະ ຟີລິບປິນ (72%).

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ

ຍສໝ - ເຖິງວ່າຈະມີຝົນຕົກໜັກ, ແຕ່ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນຍັງໃສ່ເສື້ອກັນຝົນ ແລະ ມ່ວນຊື່ນກັບການເຂົ້າຮ່ວມງານບຸນ ເກົ່າບົງ ທີ່ບ້ານຜັກ ຈ່າເກ (ຕາແສງ ເກີມຮ່າ, ນະຄອນ ໂຮ້ຍອານ) - ເຊິ່ງແມ່ນບ່ອນທີ່ໄດ້ຮັບຮັບລາງວັນເປັນບ້ານທ່ອງທ່ຽວທີ່ດີທີ່ສຸດຂອງໂລກ 2024 ໂດຍອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ມອບ.

ໝູ່​ບ້ານຜັກ ຈ່າ​ເກວ - “ໝູ່​ບ້ານ​ທ່ອງ​ທ່ຽວ​ດີ​ກ່​ວາ​ໝູ່​ໃນ​ໂລກ” ປີ 2024

ໝູ່​ບ້ານຜັກ ຈ່າ​ເກວ - “ໝູ່​ບ້ານ​ທ່ອງ​ທ່ຽວ​ດີ​ກ່​ວາ​ໝູ່​ໃນ​ໂລກ” ປີ 2024

ຍສໝ - ເດືອນພະຈິກ, ໝູ່ບ້ານຜັກ ຈ່າເກວ ໄດ້ກາຍເປັນຜູ້ຕາງໜ້າຜູ້ດຽວຂອງ ຫວຽດນາມ ລອດເຂົ້າບັນຊີລາຍຊື່ 55 “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ປີ 2024 ໂດຍອົງການທ່ອງທ່ຽວ ສປຊ ຄັດເລືອກ. ຄາດໝາຍຄັດເລືອ “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ຂອງອົງການທ່ອງທ່ຽວ ສປຊ ອີງຕາມ 9 ປັດໄຈ: ສັບພະຍາກອນດ້ານວັດທະນະທຳ ແລະທຳມະຊາດ; ຊຸກຍູ້ ແລະ ອະນຸລັກຮັກສາສັບພະຍາກອນດ້ານວັດທະນະທຳ; ລັກສະນະຍືນຍົງດ້ານເສດຖະກິດ; ລັກສະນະຍືນຍົງດ້ານສັງຄົມ; ລັກສະນະຍືນຍົງດ້ານສິ່ງແວດລ້ອມ; ພັດທະນາການທ່ອງທ່ຽວ ແລະເຕົ້າໂຮມລະບົບມູນຄ່າ; ການບໍລິຫານ ແລະບຸລິມະສິດດ້ານການທ່ອງທ່ຽວ; ພື້ນຖານໂຄງລ່າງ; ການເຊື່ອມຈອດ.

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ຍສໝ - ກົມ​​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ) ແຈ້ງວ່າ ງານ​ບຸນ​ສົ່ງ​ເສີມ​ການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະ​ດຳ​ເນີນ​ແຕ່​ວັນ​ທີ 29 ມີຖຸນາ ຫາ ວັນ​ທີ 3 ກໍລະກົດ.

ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວຕິດ​ພັນ​ກັບ​ງານ​ບຸນອອກ​ອອມບອັກ ຂຶ້ນຢູ່ຫຼາຍ​ທ້ອງ​ຖິ່ນ

ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວຕິດ​ພັນ​ກັບ​ງານ​ບຸນອອກ​ອອມບອັກ ຂຶ້ນຢູ່ຫຼາຍ​ທ້ອງ​ຖິ່ນ

ຍສໝ - ວັນທີ 9 ພະຈິກ, ສັບປະດາວັດທະນະທຳ, ການທ່ອງທ່ຽວຕິດພັນກັບງານບຸນ ອອກອອມບອັກ ຖືກໄຂຂຶ້ນຢູ່ຫຼາຍທ້ອງຖິ່ນທາງພາກໃຕ້ຫວຽດນາມ, ເຊິ່ງເປັນເຂດທີ່ມີຊາວເຜົ່າຂະແມ ດຳລົງຊີວິດເປັນຈຳນວນຫຼາຍ.

ຫວຽດນາມ ໄດ້ເຂົ້າ top ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ

ຫວຽດນາມ ໄດ້ເຂົ້າ top ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ

ຍສໝ - Time Out - ວາລະສານການທ່ອງທ່ຽວແຖວໜ້າຂອງ ອັງກິດ - ຫາກໍ່ນຳແນະນຳ top 9 ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ, ໃນນັ້ນມີຫວຽດນາມ.

ແຂກ​ທ່ອງ​ທ່ຽວອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ເໜືອ ແລະເອີ​ລົບ​ ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ

ແຂກ​ທ່ອງ​ທ່ຽວອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ເໜືອ ແລະເອີ​ລົບ​ ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ

ຍສໝ - ວັນທີ 6 ພະຈິກ, ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ) ໃຫ້ຮູ້ວ່າ ໃນ 10 ເດືອນຂອງປີນີ້, ມີແຂກທ່ອງທ່ຽວສາກົນກວ່າ 14,1 ລ້ານເທື່ອຄົນ ໄດ້ມາຫວຽດນາມ, ເພີ່ມຂຶ້ນ 41,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຍສໝ - ຕາມ​ກົມ​ພັດທະນາ​ການທ່ອງທ່ຽວ​ຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ແລ້ວ, ​ໃນ 3 ​ເດືອນ​ຕົ້ນ​ປີ 2024, ປະ​ເທດນີ້ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1 ລ້ານ​ກວ່າ​ເທື່ອ​ຄົນ. ໃນນັ້ນ ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ຢືນ​ອັນ​ດັບ​ທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ​ໄທ ເທົ່ານັ້ນ.

ງານຕະຫຼາດນັດການຄ້າການ​ທ່ອງ​ທ່ຽວ ຫວຽດນາມ - ລາວ ​ໃນ​ປີ 2024

ງານຕະຫຼາດນັດການຄ້າການ​ທ່ອງ​ທ່ຽວ ຫວຽດນາມ - ລາວ ​ໃນ​ປີ 2024

ຍສໝ - ຕອນ​ຄ່ຳ​ວັນ​ທີ 23 ຕຸລາ​ນີ້, ຢູ່​ແຂວງ​ ຊຽງ​ຂວາງ, ພາກ​ເໜືອ​ຂອງ​ລາວ ​ໄດ້​ດຳ​ເນີນງານຕະຫຼາດນັດ​ວາງສະ​ແດງ, ແນະນຳ, ໂຄສະນາບັນດາຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ, ຜະລິດ​ຕະພັນ​ກະສິກຳ​ຂອງ ​ຫວຽດນາມ ​ແລະ ລາວ.

ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ໄດ້​ຮັບ​ການ​ຊຸກ​ຍູ້​ຢູ່​ຍີ່​ປຸ່ນ

ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ໄດ້​ຮັບ​ການ​ຊຸກ​ຍູ້​ຢູ່​ຍີ່​ປຸ່ນ

ຍສໝ - ວັນ​ທີ 8 ກັນຍາ, ​ໃນ​ຂອບ​ເຂດ​ງານ​ບຸນ​ ຫວຽດນາມ ຢູ່ Kanagawa 2024, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ສົມທົບ​ກັບອຳນາດການປົກຄອງ​ແຂວງ Kanagawa ເພື່ອຈັດ​ຕັ້ງ​ລາຍການ​ແນະນຳ​ການທ່ອງທ່ຽວ ຫວຽດນາມ ຢູ່​ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ.

​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ

​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ

ຍສໝ - ຫວ່າງແລ້ວນີ້​, ຄືຈຸດນັດ​ພົບ​ທີ່ໄດ້​ຈັດ​ຕັ້ງແຕ່ລະປີ​ທີ່ກາງສະໜາມຫຼວງ Monge ຢູ່ເມືອງ 5 ຢູ່​ນະຄອນຫຼວງ ປາຣີ (ຝຣັ່ງ), ວັນບຸນອາຫານ ​ແລະ ວັນນະຄະດີ ຫວຽດນາມ ດ້ວຍຊື່ວ່າ “Ici Vietnam Festival” ​ຄັ້ງ​ທີ່ 4 ໄດ້​ສືບຕໍ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຝຣັ່ງ ​ແລະ ສາກົນ​ນັບ​ພັນ​ຄົນ.

ພິທີເປີດພື້ນທີ່ໂຄສະນາ​ການ​ທ່ອງ​ທ່ຽວ ​ຫວຽດ​ນາມ ຢູ່ ບຣູ​ໄນ

ພິທີເປີດພື້ນທີ່ໂຄສະນາ​ການ​ທ່ອງ​ທ່ຽວ ​ຫວຽດ​ນາມ ຢູ່ ບຣູ​ໄນ

ຍສໝ - ວັນ​ທີ 11 ສິງຫາ, ຢູ່​ສະໜາມ​ບິນ​ແຫ່ງ​ຊາດ ບຣູ​ໄນ, ສະຖານທູດ ຫວຽດນາມ ປະຈຳ ບຣູ​ໄນ ​ໄດ້ຈັດພິທີເປີດພື້ນທີ່ໂຄສະນາ​ການ​ທ່ອງ​ທ່ຽວ ຫວຽດນາມ ເນື່ອງໃນໂອກາດສະ​ເຫຼີ​ມສະຫຼອງ 79 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ ທີ 2 ກັນຍາ.

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ

ຍສໝ - 5 ນະຄອນ​ຂອງ​ຫວຽດນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ​ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ​ ແຕ່ເດືອນ 6 ຫາ​ວັນ​ທີ 24 ມິຖຸນາ​ ລວມມີ: ນະຄອນ ​ໂຮ່ຈີ​ມິນ, ດາ​ນັງ, ຮ່າ​ໂນ້ຍ, ​ໂຮ້ຍອານ, ຢ່າ​ຈາ່ງ.

Agoda: ຫວຽດນາມ ນອນໃນ top ບັນດາ​ຈຸດໝາຍ​ປາຍທາງ​​ທີ່​ນັກ​ທ່ອງ​ທ່ຽວ​ ອິນ​ເດຍ ຢາກ​ກັບ​ຄືນໄປທ່ຽວອີກ

Agoda: ຫວຽດນາມ ນອນໃນ top ບັນດາ​ຈຸດໝາຍ​ປາຍທາງ​​ທີ່​ນັກ​ທ່ອງ​ທ່ຽວ​ ອິນ​ເດຍ ຢາກ​ກັບ​ຄືນໄປທ່ຽວອີກ

ຍສໝ - ຜົນການສຳຫຼວດຂອງບໍລິສັດທ່ອງທ່ຽວ Agoda ສະແດງໃຫ້ເຫັນວ່າ ໄທ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຊາວອິນເດຍ ຮັກແພງທີ່ສຸດ ແລະ ຢາກກັບຄືນໄປທ່ຽວອີກ.

ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?

ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?

ຍສໝ - ນອກຈາກນະ​ໂຍບາຍ​ເປີດ​ກວ້າງ​ການອອກວີຊາ, ການ​ນຳ​ໃຊ້​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ ແລະ ອຳນວຍຄວາມສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ ໄດ້​ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ທ່ອງ​ທ່ຽວ ​ຫວຽດນາມ, ​ກະຕຸ້ນ​ໃຫ້ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ພັດທະນາກວ່າອີກ...

ເຫດການ