ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).
ຍສໝ - ປະຈຸບັນຢູ່ ຫວຽດນາມ, ມີຫຼາຍກວ່າ 20% ຂອງເຈົ້າຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ແມ່ນແມ່ຍິງ; 51% ຂອງວິສາຫະກິດ ຫວຽດນາມ ມີແມ່ຍິງໃນໂຄງປະກອບການເປັນເຈົ້າຂອງ, ເຊິ່ງສູງກວ່າບັນດາປະເທດ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ສ່ວນຫຼາຍຢູ່ຂັ້ນຕ່ຳທີ່ສຸດຂອງບັນດາລະບົບສະໜອງໃນຫຼາຍຂະແໜງການ ແລະ ປະສົບກັບຄວາມຫຍຸ້ງຍາກໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການຊື້ເຄື່ອງຂອງບັນດາບໍລິສັດໃຫຍ່.
ຍສໝ - ວັນທີ 20 ກຸມພາ (ຕາມເວລາທ້ອງຖິ່ນ) ຄະນະກຳມະການພິເສດກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ ໄດ້ຈັດວາລະປະຊຸມຄົບຄະນະກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ ປີ 2024.
ຍສໝ - ຕອນເຊົ້າວັນທີ 7 ຕຸລາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງ ອານຢາງ, ແຂວງ ອານຢາງ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງ ອານຢາງ, ແຂວງ ໂສກຈັງ ຈັດຕັ້ງການເຄື່ອນໄຫວອາສາສະໝັກຢູ່ 2 ຕາແສງຊາຍແດນ ຟູ໋ໂຮ່ຍ, ເຍີນໂຮ່ຍ (ເມືອງອານຝູ, ແຂວງອານຢາງ).
ຍສໝ - ທີ່ການພົບປະທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 10 ພຶດສະພາ ກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບອົກຂອບໃຈ ຫວຽດນາມ ທີ່ໄດ້ໜູນຊ່ວຍ ແລະ ຮ່ວມມືກັບ ລາວ ຢ່າງມີປະສິດທິຜົນໃນການພັດທະນາເສດຖະກິດ - ສັງຄົມ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງທວາ ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະປະຈຳຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ການໝູນໃຊ້ວິທະຍາສາດເຕັກໂນໂລຢີດີຈີຕອນມຸ່ງໄປເຖິງເປົ້າໝາຍຄວາມສະເໝີພາບລະຫວ່າງຍິງຊາຍ ໄດ້ຮຽກຮ້ອງຄວາມຕັດສິນໃຈດ້ານການເມືອງ ແລະ ການກະທຳຕົວຈິງຂອງລັດຖະບານ ແລະ ການກຽມພ້ອມໃນການຫັນປ່ຽນດີຈີຕອນຂອງບັນດາພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ແລ້ວ, ໃນການເຂົ້າຮ່ວມການສະແດງດົນຕີ, ບັນດານັກຮ້ອງ, ຊາວໜຸ່ມເຍົາວະຊົນ ຫວຽດນາມ ໄດ້ຮ້ອງບັນດາບົດເພງ, ຈັງຫວະ, ວາດຟ້ອນຍ້ອງຍໍສັນລະເສີນບັນດາຄຸນຄ່າທີ່ດີງາມຂອງປະເທດຊາດ ແລະ ຊາວຫວຽດນາມ.
ຍສໝ - ເຫດການໄດ້ຮັບການເຂົ້າຮ່ວມຂອງຜູ້ແທນເກືອບ 100 ທ່ານ ທີ່ເປັນການນຳ ແລະ ພະນັກງານຂອງບັນດາກະຊວງ, ຄະນະຂະແໜງການຂັ້ນສູນກາງ ແລະ ບາງທ້ອງຖິ່ນ, ອົງການຈັດຕັ້ງການເມືອງ - ສັງຄົມ, ອົງການຈັດຕັ້ງສັງຄົມ, ອົງການຂອງ ສປຊ ປະຈຳ ຫວຽດນາມ...
ຍສໝ - ຢູ່ທີ່ນີ້, ຫວຽດນາມ ໄດ້ຍົກສູງຄວາມສຳຄັນໃນການສະກັດກັ້ນ ແລະ ລົບລ້າງທຸກຮູບແບບຈຳແນກການປະພຶດ ແລະ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສ “ແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍເຊື່ອມໂຍງ, ຮ່ວມມືເພື່ອການພັດທະນາສີຂຽວ ແລະ ຍືນຍົງ ໃນໂລກທີ່ມີພະຍາດໂຄວິດ - 19”.
ຕອນບ່າຍວັນທີ 2 ກໍລະກົດ, ຢູ່ນະຄອນດ່ານັ້ງ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດພິທີ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ປີ 2022 ແລະ ມອບຫຼຽນໄຊ, ຫຼຽນກາແຫ່ງລັດ ຫວຽດນາມ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງສະຫະພັນແມ່ຍິງລາວ.
ຕອນບ່າຍວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ສົມທົບກັບອົງການ ສປຊ ຮັບຜິດຊອບຄວາມສະເໝີພາບ ລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ຈັດຕັ້ງການໂອ້ລົມສົນທະນາ ກ່ຽວກັບຫົວຂໍ້ “ແມ່ຍິງ ແລະ ການທູດ - ບົດບາດຂອງແມ່ຍິງ ໃນການນຳພາ ແລະ ຄຸ້ມຄອງ”.
ຍສໝ - ຕອນບ່າຍຂອງວັນທີ 19/4 ຢູ່ຕາແສງບິງຟູ, ເມືອງເຕິ່ນໂຮງ, ແຂວງດົງຖາບ, ກອງບັນຊາການທະຫານຊາດແດນແຂວງດົງທາບ ສົມທົບກັບສະຫະພັນແມ່ຍິງ 3 ແຂວງ ຄື ດົງຖາບ, ເຮົາຢ່າງ, ບັກລຽວ ຈັດຕັ້ງສະຫຼຸບການປະຕິບັດແຜນງານ “ ຮ່ວມກັນເດີນທາງກັບແມ່ຍິງຊາຍແດນ” ປີ 2021.
ຍສໝ - ມີແມ່ຍິງຊົນເຜົ່າ ເຮີເຣ ຄົນໜຶ່ງຢູ່ດິນແດນເຕືອງເຢືອງ, ແຂວງເງະອານ ພວມມີຄວາມຫວັງຢາກຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ຄົນລຸ້ນຫຼັງ. ນັ້ນແມ່ນນັກສິລະປະປິນດີເດັ່ນ ດິງທິມິງງວຽດ.
ຍສໝ - ຕອນເຊົ້າວັນທີ 28 ມີນາ, ກະຊວງການຕ່າງປະເທດສົມທົບກັບອົງການຄວາມສະເໝີພາບທາງເພດ ແລະ ມອບສິດໃຫ້ແກ່ແມ່ຍິງ ຂອງສະຫະປະຊາຊາດ ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບໂຄງການການເຄື່ອນໄຫວແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ປະສົບການສາກົນ ແລະ ຂໍ້ສະເໜີແນະຂອງຫວຽດນາມ.
ຍສໝ - ວັນທີ 24 ມີນາ 2022, ກະຊວງການຕ່າງປະເທດໄດ້ສົມທົບກັບກຸ່ມແມ່ຍິງປະຊາຄົມອາຊຽນຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນແຂວງວິ້ງຟຸກ ແລະ ກຸ່ມບໍລິສັດ FLC ຈັດຕັ້ງການພົບປະສັງສັນກັບຄະນະຜູ້ແທນການຕ່າງປະເທດຍິງ.
ຍສໝ - ສູນສະພາກາແດງຫວຽດນາມ ສົມທົບກັບສະຫະພັນແມ່ຍິງ ຫວຽດນາມ ແລະ ປະຕູຖານເອເລັກໂຕນິກມະນຸດສະທຳແຫ່ງຊາດ 1400 ຈັດຕັ້ງໂຄງການສົ່ງຂໍ້ຄວາມ “ຮ່ວມເດີນທາງກັບແມ່ຍິງເຂດຊາຍແດນ” ປີ 2022.
ຍສໝ - ເນື່ອງໃນໂອກາດວັນແມ່ຍິງສາກົນ ຄືວັນທີ 8 ມີນາ, ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງ ຫວຽດນາມ ປະຈຳຊູດັງໃຕ້ ໄດ້ຈັດຕັ້ງການເຄື່ອນໄຫວໂຄສະນາການສຶກສາ, ຍົກສູງຄວາມຮັບຮູ້ກ່ຽວກັບການເບິ່ງແຍງສຸຂະພາບໃນການປະສູດໃຫ້ແກ່ແມ່ຍິງຊາວທ້ອງຖິ່ນ ແລະ ມອບຂອງຂວັນຢູ່ໂຮງໝໍຫຼາຍພະແນກ Bentiu.
ຍສໝ - ຕອນເຊົ້າຂອງວັນທີ 7 ມີນາ, ທ່ານ ຟ້າມມີງຈີງ ນາຍົກລັດຖະມົນຕີ ພົບປະຕາງໜ້າບັນດາການນຳ, ຜູ້ຄຸ້ມຄອງ ແລະ ປັນຍາຊົນ, ນັກສິນລະປິນວັນນະຄະດີເພດຍິງທີ່ເປັນຕົວແບບດີເດັ່ນ ເນື່ອງໃນໂອກາດວັນແມ່ຍິງສາກົນ (8 ມີນາ) ແລະ ລະນຶກຄົບຮອບ 1982 ປີ ການລຸກຮື້ຂຶ້ນຂອງ ຮາຍບ່າຈຶງ.
ດ້ວຍຫົວຂໍ້ “ມີຄວາມສະເໝີພາບໃນມື້ນີ້ ເພື່ອອະນາຄົດທີ່ຍືນຍົງ” ຂອງວັນແມ່ຍິງສາກົນ ປີນີ້, ທ່ານ ເຈິ່ນແທັງເໝິນ ເນັ້ນໜັ້ກວ່າ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ພະນັກງານ, ລັດຖະກອນ, ພາລະກອນ, ສະມາຊິກກຳມະບານ ທີ່ເປັນເພດຍິງເສີມຂະຫຍາຍຄວາມສາມາດຂອງຕົນໄດ້ຢ່າງສຸດຂີດ, ຢັ້ງຢືນກຳລັງຄວາມສາມາດ, ຊື່ສຽງຂອງຕົນ, ບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງ, ປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ປະເທດຊາດໃນໄລຍະຈະມາເຖິງຫຼາຍກວ່າອີກ.