ແມ່​ຍິງ​ທີ່​ສຸມ​ຈິດ​ສຸມ​ໃຈ​ຕໍ່​ວຽກ​ງານ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ

14:52 | 13/04/2022

ຍ​ສ​ໝ - ມີ​ແມ່​ຍິງ​ຊົນ​ເຜົ່າ​ ເຮີເຣ ຄົນ​ໜຶ່ງຢູ່​ດິນ​ແດນ​ເຕືອງ​ເຢືອງ, ແຂວງ​ເງະ​ອານ ​ພວມ​ມີ​ຄວາມ​ຫວັງ​ຢາກ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ ແລະ ຄົນ​ລຸ້ນຫຼັງ. ນັ້ນ​ແມ່ນ​ນັກ​ສິ​ລະ​ປະ​ປິນດີ​ເດັ່ນ ດິງ​ທິ​ມິງງວຽດ.

ຄົ້ນ​ພົບ​ຄວາມ​ງາມ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ຂອງ​ຫວຽດ​ນາມ ຄົ້ນ​ພົບ​ຄວາມ​ງາມ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ຂອງ​ຫວຽດ​ນາມ
ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ
ແມ່​ຍິງ​ທີ່​ສຸມ​ຈິດ​ສຸມ​ໃຈ​ຕໍ່​ວຽກ​ງານ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ
​ນັກ​ສິ​ລະ​ປະ​ປິນດີ​ເດັ່ນ ດິງ​ທິ​ມິງງວຽດ (ພາບ: kinhtedothi.vn)

ນັບ​ແຕ່​ຄາວ​ຍັງ​ນ້ອຍ ເອື້ອຍ​ດິງ​ທິ​ມິງງວຽດ ໄດ້​ຮັບ​ຊົມ​ບັນ​ດາ​ວາດ​ຟ້ອນ​ຂອງ​ຊົນ​ເຜົ່າ​ຜູ້​ໄທ, ການ​ສະ​ແດງຄ້ອງ, ເຮັດ​ໃຫ້​ຄວາມ​ຮັກ​ຄ່ອຍໆ​ເພີ່ມ​ຂຶ້ນ​ໃນ​ຕົວຂອງ​ເອື້ອຍເອງ. ຕອນ​​ອາ​ຍຸ 6 ປີ, ເອື້ອຍງວຽດ​ໄດ້​ຮັ​ບ​ລາງວັນ​ສະ​ຫງວນ​ໃຫ້​ແກ່​ນັກ​ສະ​ແດງ​ທີ່​ມີ​ອາ​ຍຸ​ນ້ອຍ​ທີ່​ສຸດ​ຂອງ​ສະ​ມາ​ຄົມ​ສະ​ແດງ​ສິ​ລ​ະ​ປະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເມືອງ ເຕິນ​ກີ.

ເມື່ອ​ຕິດຕາມໄປນຳ​ຄະ​ນະສຳຫຼວດ, ເຂົ້າ​ຮ່ວມ​ການ​ຖ​ະ​ແຫຼງ​ຂ່າວ ໂຄ​ສະ​ນາ​ໄປ​ຍັງ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ບັນ​ດາ​ບ້ານ, ເອື້ອຍ​ງວຽດ​ຍາມ​ໃດ​ກໍ່​ມີ​ຄວາມ​ຫວັງ​ຢາກ​ປະ​ຕິ​ບັດ​ເປົ້າ​ໝາຍ​ຮັກ​ສາ ແລະ ແຜ່​ຂະ​ຫຍາຍ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ. ຄວາມ​ຮັກ​ແພງ ແລະ ຄວາມ​ເຄົາ​ລົບ ກໍ່​ຄື​ຍາມ​ໃດ​ກໍ່​ຊອກ​ຫາ​ວິ​ທີ​ການ​ອະ​ນຸ​ລັ​ຮັກ​ສາ​ສິ​ລ​ະ​ປະ​ທີ່​ເປັນ​ມູນ​ເຊື້ອ ແລະ ອາ​ຊີບຫັດຖະກຳ, ເອື້ອຍ​ງວຽດໜູນ​ຊ່ວ​ຍ​ເພື່ອ​ສ້າງ​ບັນ​ດາ​ສະ​ມາ​ຄົມ​ຕ່ຳ​ແຜ່ນ​ພື້ນ​ເມືອງ. ເອື້ອຍ​ກໍ່​ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ຖ່າຍ​ທອດ​ຄວາມ​ມັກ​ຮັກ​ຕໍ່​ບັນ​ດາ​ວາດ​ຟ້ອນ, ບົດ​ເພງ​ພື້ນ​ເມືອງ, ຈຸດ​ຄວາມ​ງາມຫັດຖະກຳ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຕົນ​ໃຫ້​ແກ່​ໄວ​ໜຸ່ມ​ຢູ່​ທ້ອງ​ຖິ່ນ​ກໍ່​ຄື​ໂຄ​ສະ​ນາ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.

ດ້ວຍ​ບັນ​ດາ​ການ​ປະ​ກອບ​ສ່ວນ​ກໍ່​ຄື​ການ​ແຜ່​ລາມ​ຄວາມ​ມັກ​ຮັກ​ຕໍ່​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຕົນ, ເອື້ອຍ​ດິງ​ທິງ​ມິງງວຽດໄດ້​ຮັບ​ນາມ​ມະ​ຍົດ​ແມ່ນ​ນັກ​ສິ​ລະ​ປິນ​ດີ​ເດັ່ນ ພ້ອມ​ກັບ​ໃບ​ຍ້ອງ​ຍໍ​ຫຼາຍ​ສະ​ບັບ ດ້ວຍ​ຜົນ​ງານ​ປະ​ກອບ​ສ່ວນ​ໃຫ້​ແກ່​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຕົນ. ບັນ​ດາ​ຂອງ​ຂວັນ​ດັ່ງ​ກ່າວ​ໄດ້​ສ້າງ​ກຳ​ລັງ​ແຮງໃຫ້​ແກ່​ເອື້ອຍ​ເພື່ອ​ແຜ່​ກະ​ຈາຍ​ຄວາມ​ຮັກ​ແພງ, ສ້າງ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ການ​ຮັກ​ສາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ໃນ​ຊຸມ​ຊົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.