ເດືອນ​ພຶດ​ສະ​ພາ​ ຈະ​ເປີດ​ນຳ​ໃຊ້​ສະ​ໜາມ​ບິນ ໜອງ​ຄ້າງ, ຈຸດ​ສຸ​ມ​ໃນ​ການ​ຮ່ວມມື​ລະ​ຫວ່າງ ຫວຽດ​ນາມ - ລາວ

12:38 | 12/05/2023

ຍ​ສ​ໝ - ທີ່​ການ​ພົບ​ປະ​ທີ​່ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ພຶດ​ສະ​ພາ ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດນາມ ຟ້າມ​ມິງ​ຈິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຫວຽດ​ນາມ ທີ່ໄດ້​ໜູນ​ຊ່ວຍ ແລະ ຮ່ວມ​ມື​ກັບ ລາວ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ.

ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ
ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ສິງ​ກະ​ໂປ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ສິງ​ກະ​ໂປ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ
ເດືອນ​ພຶດ​ສະ​ພາ​ ຈະ​ເປີດ​ນຳ​ໃຊ້​ສະ​ໜາມ​ບິນ ໜອງ​ຄ້າງ, ຈຸດ​ສຸ​ມ​ໃນ​ການ​ຮ່ວມມື​ລະ​ຫວ່າງ ຫວຽດ​ນາມ - ລາວ
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ (ພາບ: VGP)

ຕາມຂໍ້ມູນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ແບ່ງ​ປັນ​ໃນ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 42.

ທີ່​ການ​ພົບ​ປະ​ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ພຶດ​ສະ​ພາ ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດນາມ ຟ້າມ​ມິງ​ຈິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຫວຽດ​ນາມ ທີ່ໄດ້​ໜູນ​ຊ່ວຍ ແລະ ຮ່ວມ​ມື​ກັບ ລາວ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຢັ້ງ​ຢືນ​ວ່າ ການ​ເປີດ​ນຳ​ໃຊ້​ໂຄງ​ການ​ສະ​ໜາມ​ບິນ ໜອງ​ຄ້າງ ຢູ່​ແຂວງ ຫົວ​ພັນ ແລະ ໂຄງ​ການ​ໂຮງ​ໝໍ​ມິດ​ຕະ​ພາບ​ຢູ່​ແຂວງ ຊຽງ​ຂວາງ ໃນ​ເດືອນ​ພຶດ​ສະ​ພາ​ນີ້ ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ​ການ​ນຳ​ສອງ​ພັກ, ສອງ​ລັດ​ຖະ​ບານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ​ ໄດ້​ເປັນ​ກ​ຽດ​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ຂອງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ, ລັດ ລາວ ໄປ​ຍັງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ, ລັດ ຫວຽດ​ນາມ.

ໃນ​ນັ້ນ, ໂຄງ​ການ​ສະ​ໜາມ​ບິນ ໜອງ​ຄ້າງ​ ໄດ້ເລີ່ມ​ລົງ​ມື​ກໍ່​ສ້າງ​ນັບ​ແຕ່​ປີ 2013 ດ້ວຍຍອດ​ເງິນ​ລົງ​ທຶນ 82 ລ້ານ USD. ນີ້​ແມ່ນ​ສະ​ໜາມ​ບິນທີ່​ໄດ້​ຮັບ​ການ​ກໍ່​ສ້າງ​ຕາມ​ມາດ​ຖານ​ຂອງ​ກົມ​ການ​ບິນ​ພົນ​ລະ​ເຮືອນ (MOS 2009) ດ້ວຍ​ມາດຕະ​ຖານ​ສາ​ກົນ (ICAO).

ການ​ປະ​ຕິ​ບັດ​ສຳ​ເລັດ ແລະ ນຳສະ​ໜາມ​ບິນ​ໜອງ​ຄ້າງ​​ເຂົ້າ​ເຄື່ອນ​ໄຫວ​ ຈະ​ຊ່ວຍ​ໃຫ້ລາວ​ ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ ແລະ ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດຕື່ມ​ອີກ​, ຈາກ​ນັ້ນ ກໍ່​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.