ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ​ຍິງ​ໃນ​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ທົ່ວ​ໂລກ

11:00 | 16/03/2023

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ເລ​ທິ​ມິງ​ທວາ ​ອັກ​ຄະ​ລັດ​ຖະ​ທູດທີ່ປຶກສາ, ຮອງ​ຫົວ​ໜ້າ​ຄະ​ນະປະຈຳຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ຢັ້ງ​ຢືນ​ວ່າ​ ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ ໄດ້ຮຽກ​ຮ້ອງ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ ແລະ ການ​ກະ​ທຳ​​ຕົວ​ຈິງ​ຂອງ​ລັດ​ຖະ​ບານ ແລະ ການ​ກຽມພ້ອມໃນ​ການຫັນ​​ປ່ຽນດີຈີຕອນຂອງ​ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໃນ​ສັງ​ຄົມ

ຫວຽດ​ນາມ ເຂົ້າ​ຮ່ວມ ວັນ​ບຸນ Carnaval ທີ່​ເປັນ​ມູນ​ເຊື້ອ​ຂອງ ເວ​ເນ​ຊູ​ເອ​ລາ ຫວຽດ​ນາມ ເຂົ້າ​ຮ່ວມ ວັນ​ບຸນ Carnaval ທີ່​ເປັນ​ມູນ​ເຊື້ອ​ຂອງ ເວ​ເນ​ຊູ​ເອ​ລາ
ຫວຽດ​ນາມ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ Marrakesh ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຄົນພິ​ການ, ຄົນ​ຕາ​ບອດ, ພິ​ການ​ຕາ ຫວຽດ​ນາມ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ Marrakesh ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຄົນພິ​ການ, ຄົນ​ຕາ​ບອດ, ພິ​ການ​ຕາ

ນັບ​ແຕ່​ວັນ​ທີ 6 ມີ​ນາ ຫາ​ວັນ​ທີ 17 ມີ​ນາ, ຢູ່​ສຳ​ນັກ​ງານ ​ສ​ປ​ຊ ຢູ່​ນິວຢອກ (ອາ​ເມ​ລິ​ກາ) ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 67 ຂອງ ຄະ​ນະ​ກຳ​ມະ​ການ​ຖາ​ນະ​ບົດ​ບາດ​ແມ່​ຍິງ, ອົງ​ການ​ຂຶ້ນ​ກັບ​ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ ສ​ປ​ຊ ດ້ວຍ​ຫົວ​ຂໍ້ “ບົດ​ບາດ ຂອງ​ການ​ຫັນ​ເປັນ​ດີ​ຈີ​ຕອນປະ​ດິດ​ຄິດ​ສ້າງ, ຫັນ​ເປັນ​ເຕັກ​ໂນ​ໂລ​ຢີ ແລະ ບົດ​ບາດ​ຂອງ​ການ​ສຶກ​ສາ​ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ມອບ​ສິດ​ໃຫ້​ແກ່​ແມ່​ຍິງ ແລະ ເດັກ​ຍິງ”.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ເລ​ທິ​ມິງ​ທວາ ​ອັກ​ຄະ​ລັດ​ຖະ​ທູດທີ່ປຶກສາ, ຮອງ​ຫົວ​ໜ້າ​ຄະ​ນະປະຈຳຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ຢັ້ງ​ຢືນ​ວ່າ​ ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ ໄດ້ຮຽກ​ຮ້ອງ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ ແລະ ການ​ກະ​ທຳ​​ຕົວ​ຈິງ​ຂອງ​ລັດ​ຖະ​ບານ ແລະ ການ​ກຽມພ້ອມໃນ​ການຫັນ​​ປ່ຽນດີຈີຕອນຂອງ​ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໃນ​ສັງ​ຄົມ. ຜູ້​ຕາງ​ໜ້າ ຫວຽດ​ນາມ ໄດ້ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ​ ໃນ​ຂົງ​ເຂດ​ນີ້​ຄື​ ລັດ​ຖະ​ບານໄດ້​ຮັບ​ຮອງ​ເອົາ​ໂຄງ​ການ​ແຫ່ງ​ຊາ​ດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຮອດ​ປີ 2025, ວິ​ໄສ​ທັດ​ຮອດ​ປີ 2030 ແລະ ເປັນ​ຄັ້ງ​ທຳ​ອິດທີ່​ຈັດ​ຕັ້ງ​ການ​ສະ​ເຫຼີມ​ສະຫຼອງ ວັນ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ.

ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ​ຍິງ​ໃນ​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ທົ່ວ​ໂລກ
ທ່ານ​ນາງ ເລ​ທິ​ມິງ​ທວາ ອັກ​ຄະ​ລັດ​ຖະ​ທູດທີ່ປຶກສາ, ຮອງ​ຫົວ​ໜ້າ​ຄະ​ນະປະຈຳຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ພາບ: TTXVN)

ຫວຽດ​ນາມ​ບັນ​ລຸ​ໄດ້ຫຼາຍ​ຜົນ​ສຳ​ເລັດ​ໃນ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ຄື: ໄດ້ຈັດຢູໃນອັນ​ດັບ​ທີ 83 ກ່ຽວ​ກັບ​ຕົວ​ເລກດັດສະນີ​ສັງ​ລວມ, ຢຶນ​ຢູ່​ອັນ​ດັບ​ທີ 31 ກ່ຽວ​ກັບ​ດັດ​ສະ​ນີ​ແມ່​ຍິງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ, ມີອັດ​ຕາ​ແມ່​ຍິງ​ເຂົ້າ​ຮ່ວມ​ກຳລັງ​ແຮງ​ງານ​ບັນ​ລຸ 62,5% ສູງ​ກ​ວ່າ​ລະ​ດັບ​ສະ​ເລ່ຍ​ທົ່ວ​ໂລກ 56%. ບັນ​ດາ​ວິ​ສາ​ຫະ​ກິດ​ເວົ້າ​ລວມ​ກໍ່​ຄື​ບັນ​ດາ​ວິ​ສາ​ຫ​ະ​ກິດ​ໂດຍ​ແມ່​ຍິງ​ແມ່ນ​ເຈົ້າ​ຂອງ​ຢູ່ ຫວຽດ​ນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ເພື່ອ​ຂຸດ​ຄົ້ນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ບັນ​ດາ​ໂປ​ແກຼມ​ທາງ​ໄກ.

ເພື່ອ​ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ​ໃນ​ຂະ​ບວນການ​ຫັນ​ເປັນ​ດິຈິ​ຕອນທົ່ວ​ໂລກ, ຜູ້ຕາງໜ້າ​ຫວຽດນາມ ຍັງ​ແບ່ງປັນ​ບາງ​ປະສົບ​ການ​ຄື: ຕ້ອງການ​ສືບ​ຕໍ່​ລົບ​ລ້າງ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ບົດບາດ​ຍິງ​ຊາຍ​ໃນ​ບັນຫາ​ກຳນົດ​ທິດກ່ຽວກັບ​ອາຊີບ, ການສຶກສາ ​ແລະ ບຳລຸງ​ສ້າງ​ວິຊາ​ສະ​ເພາະວິທະຍາສາດທໍາມະຊາດ; ຮັດແຄບຊ່ອງຫວ່າງບັນຫາເພດໃນບັນຫາດິຈິຕອນ; ຮັບປະກັນໃຫ້ແມ່ຍິງ ແລະ ເດັກຍິງໄດ້ຮັບໝາກຜົນແຫ່ງຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກໂນໂລຊີ; ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ ​ແລະ ​ເດັກ​ຍິງ​ໂດຍ​ການ​ປະກອບໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຮູ້ ​ແລະ ທັກ​ສະ​ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ໃນ​ຍຸກ​ດິຈິ​ຕອນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.