ຍສໝ - ພາຍຫຼັງຜົນສຳເລັດຂອງເວທີປາໄສບັນດານະຄອນມິດຕະພາບ ແລະ ການຮ່ວມມືທີ່ດຳເນີນໃນປີ 2025, ນະຄອນ ດານັງ ສືບຕໍ່ເປີດກວ້າງການພົວພັນຮ່ວມມືກັບສາກົນ, ພິເສດແມ່ນໃນຂົງເຂດການທູດເສດຖະກິດ ແລະ ການທູດປະຊາຊົນ, ເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ.
ຍສໝ - ຕາມຂໍ້ມູນປະກາດໃຊ້ໃນວັນທີ 6 ເມສາ ຂອງກົມສະຖິຕິທົ່ວໄປ, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ໃນໄຕມາດທີ 1 ປີ 2025 ບັນລຸ 6 ລ້ານກວ່າເທື່ອຄົນ, ແມ່ນລະດັບສູງທີ່ສຸດແຕ່ກ່ອນມາຮອດປັດຈຸບັນ. ໃນເດືອນມີນາ, ມີນັກທ່ອງທ່ຽວສາກົນຫຼາຍກວ່າ 2 ລ້ານເທື່ອຄົນ.
ຍສໝ - ວັນທີ 22 ກຸມພາ, ໜັງສືພິມ La Nacion - ໜັງສືພິມລາຍວັນແຖວໜ້າຂອງ ອາກຊັງຕິນ ອອກຂ່າວວ່າ ຫວຽດນາມ ເປັນປະເທດນຳເຂົ້າສາລີ ແລະ ແປ້ງຖົ່ວເຫຼືອງອັນດັບ 1 ຂອງ ອາກຊັງຕິນ ໃນປີ 2024, ດ້ວຍສາລີປະມານ ກວ່າ 6 ລ້ານໂຕນ ແລະ ແປ້ງຖົ່ວເຫຼືອງ 3,4 ລ້ານໂຕນ.
ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງໂລກໃນການຍາດແຍ່ງກາລະໂອກາດເຂົ້າຮ່ວມຕ່ອງໂສ້ການສະໜອງທີ່ຫາກໍ່ໄດ້ຮັບການສ້າງຕັ້ງ, ຈາກນັ້ນສ້າງກຳລັງໜູນເຕີບໂຕໃໝ່ໃຫ້ແກ່ພື້ນຖານເສດຖະກິດ.
ໃນປີ 2024, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດຫວຽດນາມ ຍັງຄົງຮັກສາລະດັບເຕີບໂຕ 7,09% ດ້ວຍບັນດາໝາກຜົນສຳຄັນທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ວິສາຫະກິດ. ເສດຖະກິດໃນປີ 2025 ຄາດວ່າຈະຟື້ນຕົວຢ່າງແຂງແຮງ, ມຸ່ງໄປເຖິງບັນລຸເປົ້າໝາຍເຕີບໂຕສູງກວ່າ 8%.
ພ້ອມກັບແງ່ຫວັງເປັນໜ້າປະເອີບໃຈຂອງເສດຖະກິດໂລກ, ເສດຖະກິດຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າ ສືບຕໍ່ເຕີບໂຕຢ່າງໝັ້ນຄົງໃນປີ 2025.
ຍສໝ - ຕາມການຄາດຄະເນຂອງອົງການຮ່ວມມື ແລະພັດທະນາເສດຖະກິດ (OECD) ພ້ອມກັບກອງທຶນເງິນຕາສາກົນ (IMF) ແລ້ວ, ການເຕີບໂຕຂອງເສດຖະກິດໂລກບັນລຸ 3,2% ໃນປີ 2024 ແລະກ້າວໄປສູ່ລະດັບ 3,3% ໃນປີ 2025.
ຍສໝ - ປີ 2025, ເຖິງວ່າຍັງປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ແຕ່ກໍ່ມີໂອກາດຫຼາຍຢ່າງທີ່ພວມເປີດອອກ. ຖ້າຫາກ ຫວຽດນາມ ນຳໃຊ້ບັນດາໂອກາດນັ້ນໃຫ້ເປັນຢ່າງດີ, ເປົ້າໝາຍການເຕີບໂຕປະມານ 8% ແມ່ນສາມາດບັນລຸໄດ້.
ຍສໝ - ທະນາຄານ Maybank ໃຫ້ຮູ້ວ່າ: ປະເທດສະມາຊິກອາຊຽນ 6 ປະເທດ ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ, ຄາດຄະເນວ່າ ຈະບັນລຸ 4,5 – 4,7% ໃນ ປີ 2024 ແລະ 2025, ຈາກແຕ່ 4,0% ໃນ ປີ 2023.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ຕາງໜ້າວິສາຫະກິດການທ່ອງທ່ຽວ, ຜູ້ໃຫ້ບໍລິການການທ່ອງທ່ຽວ, ຈຸດໝາຍປາຍມາງການທ່ອງທ່ຽວອົດສະຕາລີ ຈໍານວນ 28 ແຫ່ງ ໄດ້ມີການພົບປະ, ແນະນໍາບັນດາຜະລິດຕະພັນ ແລະ ສ້າງຕັ້ງບັນດາການນັດພົບການຄ້າ (B2B) ກັບບັນດາຄູ່ຮ່ວມມື ຫວຽດນາມ.
ຍສໝ - ໜັງສືພິມ Infobae ຂອງ ອາກຊັງຕິນ ລາຍງານເມື່ອບໍ່ດົນມານີ້ວ່າ ຂະບວນການປ່ຽນແປງໃໝ່ ໂດຍພັກກອມມູນິດ ຫວຽດນາມ ໄດ້ລິເລີ່ມໃນປີ 1986 ກໍໄດ້ນຳຫວຽດນາມ ກາຍເປັນປະເທດທີ່ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກໃນໄລຍະ 30 ປີຜ່ານມາ.
ຍສໝ - ວັນທີ 23 ກຸມພານີ້, ໜັງສືພິມ Infobae ຊື່ງແມ່ນໜັງສືພິມທີ່ມີຊື່ສຽງຂອງ ອາກຊັງຕິນ ໄດ້ລົງພິມບົດຄວາມທີ່ຄາດຄະເນວ່າ ຫວຽດນາມ ຈະນຳໜ້າໃນການເຕີບໂຕຂອງໂລກໃນຊຸມປີຕໍ່ໜ້າ.
ຍສໝ - ໃນໄຕມາດທີ 3 ຂອງປີ 2023 ໂດຍບໍ່ຫົວຊາທ່າອ່ຽງຫຼຸດລົງໃນທົ່ວໂລກ, ແຕ່ບັນດາພື້ນຖານເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ຍັງມີລະດັບການເຕີບໂຕທີ່ແຕກຕ່າງກັນ. ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ຫວຽດນາມ ເຕີບໂຕດີຂຶ້ນ, ໃນຂະນະທີ່ ອິນໂດເນເຊຍ ແລະ ໄທ ເຕີບໂຕຊ້າລົງ.
ຍສໝ - ອົງການຈັດອັນດັບຄວາມເຊື່ອຖື Fitch Ratings (ອາເມລິກາ) ຄາດຄະເນວ່າ, ການເຕີບໂຕເສດຖະກິດໄລຍະກາງຂອງຫວຽດນາມ ຈະມີສັນຍານສະດວກຫຼາຍຢ່າງ, ໃນລະດັບປະມານ 7%.
ຍສໝ - ທີ່ກອງປະຊຸມປຶກສາຫາລື “ນະໂຍບາຍການເງິນຜ່ານຜ່າບັນດາສິ່ງທ້າທາຍຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດ” ໃນຂອບເຂດເວທີປາໄສການເງິນຫວຽດນາມ 2023 ທີ່ຈັດຂຶ້ນໃນວັນທີ 30 ພະຈິກ ຢູ່ບິ່ງດິ່ງ, ມີຫຼາຍຄວາມເຫັນຖືວ່າ: ລັດຖະບານ ຫວຽດນາມ ພວມຕັ້ງໜ້າປະຕິຮູບ, ຫັນເປັນດີຈີຕອນ ແລະ ການຫັນເປັນສີຂຽວ.
ຍສໝ - ຕອນບ່າຍວັນທີ 22 ພະຈິກ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດະຮູ່ງຫວຽດ ໄດ້ຕ້ອນຮັບທ່ານ Saj U. Mendis ເອກອັກຄະລັດຖະທູດ ສີລັງກາ ປະຈຳ ຫວຽດນາມ.
ຍສໝ - ການເຕີບໂຕ ເສດຖະກິດຂອງ ສສ ຫວຽດນາມ ຈະມີການເຕີບໂຕ ລະດັບ 5,8% ໃນປີ 2023 ແລະ 6% ໃນປີ 2024, ຫລຸດລົງໜ້ອຍໜຶ່ງ ເມື່ອທຽບໃສ່ກັບ ການຄາດຄະເນ ເມື່ອເດືອນ ເມສາແມ່ນ 6,5% ແລະ 6,8%.
ຂະນະນີ້, ຈາກາກຕາ ເມືອງຫຼວງຂອງ ອິນໂດເນເຊຍ ດິນແດນແຫ່ງໝື່ນເກາະ ໄດ້ກາຍເປັນຈຸດສົນໃຈຂອງອາຊຽນ ແລະ ວົງຄະນະຍາດສາກົນ ເມື່ອກຳລັງມີກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ເກີດຂຶ້ນ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຊຶ່ງເປັນເຫດການສຳຄັນຂອງບັນດາຜູ້ນຳ ແລະ ປະມຸກລັດຂອງບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືໃນໂລກເຊັ່ນ: ການາດາ, ຍີ່ປຸ່ນ, ເກົາຫຼີໃຕ້, ຈີນ ແລະ ສະຫະລັດອາເມລິກາ...ເພື່ອປຶກສາຫາລືບັນຫາທີ່ມີລັກສະນະກວມລວມຂອງໂລກ. ນີ້ກໍ່ເປັນໂອກາດໃຫ້ປະຊາຄົມອາຊຽນ ໄດ້ເສີມຂະຫຍາຍບົດບາດເປັນໃຈກາງ, ຢຶນຢັນຄຸນຄ່າທາງຍຸດທະສາດ ແລະ ເປັນໃຈກາງຂອງການເຕີບໂຕທົ່ວໂລກ.
ຍສໝ -
ກຳລັງແຮງຂອງ ອາຊຽນ ແມ່ນຄວາມເປັນຫຼາຍຮູບຫຼາຍແບບ; ອາຊຽນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ຢູ່ ອາຊີ ແລະ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ
ຍສໝ - ກອງປະຊຸມມີຄວາມໝາຍສຳຄັນຕໍ່ການພັດທະນາຂອງເຂດ ເພື່ອແນໃສ່ສົມທົບກັນຜັນຂະຫຍາຍປະຕິບັດການກຳນົດທິດເຂດ ທີ່ກົມການເມືອງສູນກາງພັກ, ສະພາແຫ່ງຊາດຮັບຮອງເອົາ.