ຫວຽດນາມ ແມ່ນໜຶ່ງໃນຈຳນວນ 6 ປະເທດເຕີບໂຕໄວໃນ ອາຊຽນ

00:00 | 05/08/2023

ຍສໝ - ກຳລັງແຮງຂອງ ອາຊຽນ ແມ່ນຄວາມເປັນຫຼາຍຮູບຫຼາຍແບບ; ອາຊຽນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ຢູ່ ອາຊີ ແລະ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ

ພິທີເປີດກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ ພິທີເປີດກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ
ກອງ​ປະ​ຊຸມສຳມະນາແນະ​ “ອາຊຽນ, ຮູບແບບການຮ່ວມມືພາກພື້ນ” ກອງ​ປະ​ຊຸມສຳມະນາແນະ​ “ອາຊຽນ, ຮູບແບບການຮ່ວມມືພາກພື້ນ”

6 ພື້ນຖານເສດຖະກິດຂຶ້ນກັບ ອາຊຽນ ລວມມີ: ມາເລເຊຍ, ສິງກະໂປ, ໄທ, ອິນໂດເນເຊຍ, ຟີລິບປິນ ແລະ ຫວຽດນາມ ຈະບັນລຸລະດັບເຕີບໂຕ 4,2% ໃນປີ 2023, ລື່ນກາຍການຄາດຄະເນລະດັບເຕີບໂຕ GDP ທົ່ວໂລກ (2,0%). ນີ້ແມ່ນຂໍ້ສັງເກດຂອງທ່ານ Khairussaleh Ramli, ປະທານ ທັງເປັນຫົວໜ້າຝ່າຍບໍລິຫານງານ (CEO) ກຸ່ມບໍລິສັດ Maybank (ມາເລເຊຍ), ຍົກອອກມາຫວ່າງມໍ່ໆມານີ້.

ຫວຽດນາມ ແມ່ນໜຶ່ງໃນຈຳນວນ 6 ປະເທດເຕີບໂຕໄວໃນ ອາຊຽນ

ໂດຍຄັດສະເໜີການຄາດຄະເນການເຕີບໂຕຂອງກຸ່ມນັກຄົ້ນຄວ້າຂຶ້ນກັບບໍລິສັດດັ່ງກ່າວ, ທ່ານ Khairussaleh Ramli ຕີລາຄາວ່າ, ກຳລັງແຮງຂອງ ອາຊຽນ ແມ່ນຄວາມເປັນຫຼາຍຮູບຫຼາຍແບບ; ອາຊຽນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ຢູ່ ອາຊີ ແລະ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ, ຖັດຈາກ ອາເມລິກາ, ຈີນ, ຍີ່ປຸ່ນ ແລະ ເຢຍລະມັນ. ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ອາຊຽນໄດ້ເພີ່ມຂຶ້ນຄືນໃໝ່ໃນປີ 2021, ຂຶ້ນ 174 ຕື້ USD, ເພີ່ມຂຶ້ນເກືອບ 42% ເມື່ອທຽບໃສ່ປີ 2020, ເຊິ່ງໄດ້ສ່ອງແສງເຖິງຄວາມດູດດື່ມຂອງພື້ນຖານເສດຖະກິດຂອງພາກພື້ນທີ່ມີຕໍ່ບັນດານັກລົງທຶນທົ່ວໂລກ.

ຕາມທ່ານປະທານຂອງ Maybank ແລ້ວ, ຂົງເຂດທີ່ປະເອີບໃຈອ່ືນສຳລັບພື້ນຖານເສດຖະກິດຂອງພາກພື້ນແມ່ນການຫັນເປັນດີຈີຕອນ, ພິເສດແມ່ນໃນຂົງເຂດການບໍລິການການເງິນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.