ບັນດາເງື່ອນໄຂພາຍນອກ ແລະ ຄວາມຕ້ອງການທີ່ບໍ່ເອື້ອອໍານວຍສຳລັບສິນຄ້າສົ່ງອອກ ເຮັດໃຫ້ລະດັບການເຕີບໂຕຊັກຊ້າລົງໃນໄຕມາດທີ 3. ການທີ່ອັດຕາດອກເບ້ຍເພີ່ມຂຶ້ນຢ່າງໄວວາໃນບັນດາພື້ນຖານເສດຖະກິດໃຫຍ່ ແລະ ຕະຫຼາດສົ່ງອອກໄດ້ເຮັດໃຫ້ເກີດວິກິດການສິນເຊື່ອ, ດຶງຄວາມຕ້ອງການໃຫ້ຫຼຸດລົງ.
ຮູບປະກອບ |
ແຕ່ຄວາມຕ້ອງການພາຍໃນ, ການໃຊ້ຈ່າຍຂອງລັດຖະບານ ແລະ ການຟື້ນຟູຂອງຂະແໜງການບໍລິການຢ່າງຕໍ່ເນື່ອງ, ໂດຍສະເພາະການສົ່ງອອກທ້ອງຖິ່ນຜ່ານການທ່ອງທ່ຽວ ໄດ້ປະກອບສ່ວນນຳມາເຊິ່ງແງ່ຫວັງວຽກເຮັດງານທຳ ແລະ ລາຍຮັບທີ່ດີຂຶ້ນ, ຈາກນັ້ນ ກໍ່ໄດ້ໜູນຊ່ວຍການເຕີບໂຕ, ພິເສດແມ່ນ ຟີລິບປິນ ແລະ ຫວຽດນາມ.
ການຜະລິດຮັດແຄບ ເຮັດໃຫ້ການເຕີບໂຕຊ້າລົງໃນໄຕມາດ 4 ປີ 2023 ແລະ ຕົ້ນປີ 2024. ສິ່ງນີ້ສະແດງໃຫ້ເຫັນດັດຊະນີນັກບໍລິຫານຈັດຊື້ (PMI) ຂອງຫວຽດນາມໃນເດືອນກັນຍາ 2023 ຫຼຸດລົງຕໍ່າກວ່າ 50 ພາຍຫຼັງທີ່ບັນລຸສູງກວ່າ 50.5 ຈຸດໃນເດືອນສິງຫາ; ຫຼຸດລົງຕໍ່າກວ່າ 50 ສໍາລັບມາເລເຊຍ ແລະ ໄທ, ເຊິ່ງເປັນສັນຍານວ່າຂະແໜງການຜະລິດພວມຊັກຊ້າລົງ; ສິງກະໂປ ຫຼຸດລົງໜ້ອຍໜຶ່ງແຕ່ຍັງຢູ່ໃນເຂດເຕີບໂຕ.
ອັດຕາເງິນເຟີ້ເລີ່ມຫຼຸດລົງໃນທ້າຍໄຕມາດທີ 2 ຂອງປີ 2023 ແລະ ສືບຕໍ່ຫຼຸດລົງໃນລະດັບເປົ້າຫມາຍໃນໄຕມາດ 3 ປີ 2023 ສໍາລັບທຸກປະເທດໃນພາກພື້ນ ຍ້ອນຄວາມກົດດັນແຫຼ່ງສະໜອງໃນຂົງເຂດພະລັງງານ ແລະ ລາຄາອາຫານຫຼຸດລົງ.
ບັນດາທະນາຄານສູນກາງຂອງອິນໂດເນເຊຍ, ຫວຽດນາມ ແລະ ຟີລິບປິນ ໄດ້ເພີ່ມອັດຕາດອກເບ້ຍບໍລິຫານ. ພື້ນຖານເສດຖະກິດຫວຽດນາມ ພວມເລັາງລະດັບຄວາມໄວໃນໄຕມາດທີ 3 ປີ 2023 ເມື່ອ GDP ເພີ່ມຂຶ້ນຈາກ 4,1% ຂຶ້ນເປັນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ແນ່ນອນວ່າ, ລະດັບຄວາມໄວນີ້ຍັງຊ້າກວ່າກ່ອນນັ້ນ, ຍ້ອນຄວາມຕ້ອງການສົ່ງອອກຂອງທົ່ວໂລກຫຼຸດລົງ.
ດີງເລື້ອງ