ນັກທ່ອງທ່ຽວສາກົນມາຫວຽດນາມ ສ້າງສະຖິຕິສູງ: ໃນໄຕມາດທີ 1 ຂອງປີ 2025 ມີ 6 ລ້ານກວ່າເທື່ອຄົນ

22:22 | 09/04/2025

ຍສໝ - ຕາມຂໍ້ມູນປະກາດໃຊ້ໃນວັນ​ທີ 6 ​ເມສາ​ ຂອງ​ກົມ​ສະຖິຕິທົ່ວໄປ​, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ​ໃນ​ໄຕ​ມາດ​ທີ 1 ປີ 2025 ບັນລຸ 6 ລ້ານ​ກວ່າ​ເທື່ອ​ຄົນ, ​ແມ່ນ​ລະດັບ​ສູງ​ທີ່​ສຸດແຕ່ກ່ອນມາຮອດປັດຈຸບັນ. ໃນເດືອນມີນາ, ມີນັກທ່ອງທ່ຽວສາກົນຫຼາຍກວ່າ 2 ລ້ານເທື່ອຄົນ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.000 ຄົນຈະເຂົ້າຮ່ວມ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025
ເດັກນ້ອຍ 1/6 ໃນໂລກ ພວມດຳລົງຊີວິດຢູ່ເຂດເກີດການປະທະກັນ

ຂໍ້ມູນສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ ​ແລະ ສ.​ເກົາຫຼີ ສືບ​ຕໍ່​ແມ່ນ​ສອງ​ຕະຫຼາດ​ໃຫຍ່​ທີ່​ສຸດ, ກວມ​ເອົາ​ເກືອບ​ເຄິ່ງໜຶ່ງ​ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຫວຽດນາມ. ບັນດາຕະຫຼາດ​ອື່ນໆ​ເຊັ່ນ​ໄຕ້​ຫວັນ (ຈີນ), ອາ​ເມ​ລິ​ກາ, ກຳ​ປູ​ເຈຍ, ຍີ່​ປຸ່ນ, ອົດ​ສະ​ຕາ​ລີ, ອິນ​ເດຍ, ມາ​ເລ​ເຊຍ, ລັດ​ເຊຍ​ກໍ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຫຼວງ​ຫຼາຍ.

ຈີນ​ເປັນ​ກຳລັງຜັກດັນການ​ເຕີບ​ໂຕ​ຕົ້ນຕໍ, ດ້ວຍ​ມີ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ 78,3% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ບັນດາຕະຫຼາດອື່ນໆເຊັ່ນ ສ.ເກົາຫຼີ, ໄຕ້ຫວັນ (ຈີນ), ອາ​ເມ​ລິ​ກາ, ຍີ່ປຸ່ນ, ອົດສະຕາລີ ແລະ ອິນເດຍ ຍັງໄດ້ບັນທຶກລະດັບການເຕີບໂຕຈາກ 2,2% ເປັນ 26,3%.

ນັກທ່ອງທ່ຽວສາກົນມາຫວຽດນາມ ສ້າງສະຖິຕິສູງ: ໃນໄຕມາດທີ 1 ຂອງປີ 2025 ມີ 6 ລ້ານກວ່າເທື່ອຄົນ

10 ຕະຫຼາດການສົ່ງລູກຄ້າແຖວໜ້າໃນມາດຕາທີ 1 ປີ 2025 (ພັນເທື່ອຄົນ). (ທີ່ມາ: ກົມສະຖິຕິທົ່ວໄປ)

​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຊັ່ນ ກຳປູ​ເຈຍ, ຟີ​ລິບ​ປິນ ​ແລະ ລາວ ​ເພີ່ມ​ຂຶ້ນ​ຢ່າງເຂັ້ມແຂງ, ບັນລຸ 105,6%, 95,1% ​ແລະ 52,7% ຕາມ​ລຳດັບ. ບັນດາຕະຫຼາດ ເອີຣົບ ເຊັ່ນ: ອັງກິດ, ຝຣັ່ງ, ເຢຍລະມັນ, ອີຕາລີ, ສະເປນ, ເດນມາກ, ສວີເດນ, ນໍເວ ໄດ້ສືບຕໍ່ເຕີບສອງຕົວເລກ, ໃນນັ້ນ ລັດເຊຍ ໄດ້ບັນທຶກລະດັບເພີ່ມຂຶ້ນທີ່ເຂັ້ມແຂງ 110,5%.

ນະໂຍບາຍຍົກເວັ້ນວີຊາໄລຍະສັ້ນໃຫ້ພົນລະເມືອງ ໂປໂລຍ, ເຊັກ ແລະ ສະວິດ ຕັ້ງແຕ່ເດືອນມີນາ 2025 ໄດ້ຊ່ວຍເພີ່ມຈໍານວນນັກທ່ອງທ່ຽວຈາກບັນດາຕະຫຼາດໂປແລນ ແລະ ສະວິດ, ດ້ວຍລະດັບເພີ່ມຂຶ້ນ 52,9% ແລະ 14,1% ຕາມລໍາດັບ ເມື່ອທຽບໃສ່ກັບໄລຍະດຽວກັນໃນປີ 2024.

ອີງຕາມກົມສະຖິຕິທົ່ວໄປ, ຜົນໄດ້ຮັບຢ່າງຕັ້ງໜ້າແມ່ນຍ້ອນນະໂຍບາຍວີຊ່າທີ່ສະດວກ ແລະ ບັນດາລາຍການເຜີຍແຜ່, ສົ່ງເສີມການທ່ອງທ່ຽວ. ນອກຈາກນັ້ນ​, ບັນດາລາງວັນການ​ທ່ອງ​ທ່ຽວ​ທີ່​ກຽດຕິສັກ​ທີ່​ໄດ້ມອບ​ໂດຍ​ບັນດາອົງການ​ສາກົນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

ຂະແໜງການທ່ອງທ່ຽວ ຫວຽດນາມ ພວມສຸມໃສ່ເຂົ້າບັນດາລາຍການຊຸກຍູ້ຄວາມຕ້ອງການ, ປ່ຽນແປງໃໝ່ວິທີການສົ່ງເສີມ, ໂຄສະນາ, ຍົກສູງຄຸນນະພາບການບໍລິການ, ເພີ່ມຂຶ້ນຄວາມດຶງດູດຂອງບັນດາຜະລິດຕະພັນ, ຈຸດໝາຍປາຍທາງຂອງຫວຽດນາມ ເພື່ອຫັນເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 22 – 23 ລ້ານເທື່ອຄົນໃນປີ 2025 ໃຫ້ປະກົດຜົນເປັນຈິງ.

ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ

ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ

ຍສໝ - ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ສົມທົບກັບ​ສະຖານ​ກົງສຸນ​ໃຫຍ່ ອິນເດຍ ປະຈໍາ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງວັນ Yoga ສາກົນ ຄັ້ງທີ 10 ປີ 2024.

ມີ​ຈຸດ​ພິ​ເສດ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ​ຂອງປີ​ໃຫມ່ປະຈຳຊາດຫວຽດ​ນາມ

ມີ​ຈຸດ​ພິ​ເສດ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ​ຂອງປີ​ໃຫມ່ປະຈຳຊາດຫວຽດ​ນາມ

ຍສໝ - ແຕ່ງ​ງານ​ກັບ​ແມ່​ຍິງ​ຫວຽດ​ນາມ, ນັກ​ຄົ້ນ​ຄ້​ວາ​ອັງ​ກິດ Kyril ໄດ້​ສະ​ເຫຼີມ​ສະ​ຫຼອງ​ບຸນ​ເຕັດ​ຢູ່​ຫວຽດ​ນາມ​ຫຼາຍ​ຄັ້ງ ແລະ ບຸນ​ປີ​ໃໝ່​ຫວຽດ​ນາມ​ແມ່ນ​ປະ​ສົບ​ການ​ທີ່​ໜ້າ​ສົນ​ໃຈ​ສຳ​ລັບ​ລາວ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ທ່ອງທ່ຽວ

ເບິ່ງເພີ່ມເຕີມ
ເຫດການ