ໜັງສືພິມ La Nacion (ອາກຊັງຕິນ): ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າກະສິກຳຫຼັກແຫຼ່ງ

22:05 | 26/02/2025

ຍສໝ - ວັນທີ 22 ກຸມພາ, ໜັງສືພິມ La Nacion - ໜັງສືພິມລາຍວັນແຖວໜ້າຂອງ ອາກຊັງຕິນ ອອກຂ່າວວ່າ ຫວຽດນາມ ເປັນປະເທດນຳເຂົ້າສາລີ ແລະ ແປ້ງຖົ່ວເຫຼືອງອັນດັບ 1 ຂອງ ອາກຊັງຕິນ ໃນປີ 2024, ດ້ວຍສາລີປະມານ ກວ່າ 6 ລ້ານໂຕນ ແລະ ແປ້ງຖົ່ວເຫຼືອງ 3,4 ລ້ານໂຕນ.

ໜັງສືພິມ ອິນໂດເນເຊຍ ຕີລາຄາ ການທ່ອງທ່ຽວຂອງຫວຽດນາມ ໄດ້ຟື້ນຟູຢ່າງແຮງທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້
ສະໜິດຕິດພັນມິດຕະພາບ ຫວຽດນາມ - ອາກຊັງຕິນ ຜ່ານການພົບປະແລກປ່ຽນປະຊາຊົນ

ຕົວ​ເລກ​ສະຖິຕິ​ຂອງພື້ນຖານຕະຫຼາດ​ຊື້ຂາຍ​ທັນຍາພືດ Rosario (BCR) - ພື້ນ​ຖານຕະຫຼາດ​ຊື້ຂາຍ​ຜະລິດຕະພັນກະເສດໃຫຍ່​ທີ່​ສຸດ​ຂອງ ອາກຊັງຕິນ ​​ໃຫ້​ຮູ້​ວ່າ ຫວຽດນາມ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ກະສິກຳ​ຫຼັກແຫຼ່ງ​ຂອງ​ປະ​ເທດນີ້.

ຕາມ BCR, ໃນ 6 ປີ ເມື່ອບໍ່ດົນມານີ້, ອາກຊັງຕິນ ໄດ້ສົ່ງອອກ​ທັນຍາພືດ 536 ລ້ານໂຕນ, ມີມູນຄ່າ 189 ຕື້ USD. ໃນ​ໄລ​ຍະ 2019 – 2024, ຍົກ​ເວັ້ນ​ປີ 2023 ຍ້ອນ​ໄພ​ແຫ້ງ​ແລ້ງຄັ້ງ​​ປະ​ຫວັດ​ສາດ, ແຕ່ລະປີ ອາກຊັງຕິນ ໄດ້​ສົ່ງ​ອອກ​​ທັນຍາພືດ ​ສະ​ເລ່ຍ​ເກືອບ 96 ລ້ານ​ໂຕນ. ຫຼາຍກວ່າເຄິ່ງຫນຶ່ງຂອງສີນຄ້າສົ່ງອອກເຫຼົ່ານີ້ ໄດ້ໄປສົ່ງອອກໄປຍັງ ອາຊີ ແລະ ເກືອບຫນຶ່ງສ່ວນສີ່ແມ່ນສົ່ງໄປອາຊີຕາເວັນອອກສຽງໃຕ້.

ໜັງສືພິມ La Nacion ໃຫ້​ມີບົດຂຽນວ່າ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ ແລະ ຮູບ​ແບບ​ການ​ບໍລິ​ໂພ​ກສະບຽງ​ອາຫານ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ກໍ່​ມີ​ຄວາມ​ຫຼາກ​ຫຼາຍ. ອາຊີຕາເວັນອອກສ່ຽງໃຕ້ ໄດ້ກາຍເປັນຕະຫຼາດຍຸດທະສາດໃຫ້ຂະແໜງການກະສິກໍາ, ກວມເອົາ 28% ຂອງການຄ້າແປ້ງຖົ່ວເຫຼືອງຂອງໂລກ, ກວມເອົາ 10% ຈຳນວນການບໍລິໂພກຊີ້ນຫມູທົ່ວໂລກ ແລະ 9% ຈຳນວນຊີ້ນສັດປີກ. ໃນທ້ອງ​ຕະ​ຫຼາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຫວຽດ​ນາມ ​ກວມ​ເອົາ​ເຄິ່ງ​ຫນຶ່ງ​ຂອງປະລິມານ​ສາ​ລີ​ ແລະ ແປ້ງ​ຖົ່ວ​ເຫຼືອງຂອງ ອາກຊັງຕິນ ສົ່ງ​ອອກ​ໄປ​ພາກ​ພື້ນ.

"ອາຊີຕາເວັນອອກສຽງໃຕ້ ໄດ້ກາຍເປັນຈຸດຫມາຍປາຍທາງທີ່ສໍາຄັນຂອງຜະລິດຕະພັນກະເສດ ອາກຊັງຕິນ ໃນທົດສະວັດທີ່ຜ່ານມາ. ປະຈຸບັນ, ການສົ່ງອອກຂອງປະເທດ ອາເມລິກາໃຕ້ ໄປຍັງອາຊີ ໄດ້ເພີ່ມຂຶ້ນ 2,7 ເທົ່າເມື່ອທຽບໃສ່ກັບ ປີ 2009, ແຕ່ໄປຍັງ ອາຊີຕາເວັນອອກສຽງໃຕ້ ໄດ້ເພີ່ມຂຶ້ນທົບ 4 ເທົ່າ," ຫນັງສືພິມ La Nacion ຂຽນ.

ໜັງສືພິມ La Nacion (ອາກຊັງຕິນ): ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າກະສິກຳຫຼັກແຫຼ່ງ

ບົດລາຍງານຂອງ​ໜັງສືພິມ La Nacion (ອາກຊັງຕິນ) ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ກະສິກຳ​ທີ່​ຫຼັກແຫຼ່ງ. (ຮູບໜ້າຈໍ)

ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​ມີ​ບົດບາດ​ຕັດສິນ​ໃຈ​ໃນ​ຂະ​ບວນການ​ນີ້. ​ໃນ​ໄລຍະ 2009 – 2023, GDP ສະເລ່ຍຕໍ່​ຫົວ​ຄົນ​ຂອງ ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ 2 ​ເທົ່າ, ​ໃນ​ຂະນະ​ນັ້ນ ຢູ່ ອິນ​ໂດ​ເນ​ເຊຍ ​ແລະ ຟີ​ລິບ​ປິນ ​ເພີ່ມ​ຂຶ້ນ​ກ່ວາ 60%. ຄວາມໄວໃນ​ການ​ເຕີບ​ໂຕ​ສະ​ເລ່ຍຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ແມ່ນ 3,2%/ປີ, ​ເກີນ​ກວ່າ 2,1% ຂອງ​ໂລກ. ນອກຈາກນັ້ນ, ຕົວເລກການພັດທະນາມະນຸດ (HDI) ຍັງໄດ້ປັບປຸງຢ່າງຫຼວງຫຼາຍ. ​ໃນ​ປີ 2022, 7 ປະ​ເທດ​ຈະ​ບັນລຸ​ໄດ້ລະດັບ​ການ​ພັດທະນາ​ສູງ ແລະ 4 ປະ​ເທດ​ຈະ​ບັນລຸໄດ້​ລະດັບ​ການ​ພັດທະນາ​ສູງ​ຫຼາຍ.

ບົດ​ລາຍງານ​ໄດ້​ສະ​ຫຼຸບ​ວ່າ ​ຄວາມ​ຕ້ອງ​ການ​ຂອງ​ອາຫານ​ລ້ຽງສັດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ. ພາກ​ພື້ນ​ນີ້​ ຈະ​ກວມ​ເອົາ 20% ອັດຕາສ່ວນ​ແບ່ງ​ຕະ​ຫຼາດ​ການ​ນໍາ​ເຂົ້າ​ສາ​ລີ​ໃນທົ່ວ​ໂລກ​ ແລະ 70% ອັດຕາສ່ວນ​ແບ່ງ​ຕະ​ຫຼາດແປ້ງ​ຖົ່ວ​ເຫຼືອງ​. ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ຕົ້ນຕໍ​ຂອງ​ຂະແໜງການກະສິກຳ​ຂອງ ອາກ​ຊັງ​ຕິນ. ຄາດ​ວ່າ​ຮອດ​ປີ 2034, ຫວຽດນາມ ຈະ​ນຳ​ເຂົ້າ​ສາລີ​ເພີ່ມ​ອີກ 6 ລ້ານ​ໂຕນ ​ແລະ ແປ້ງຖົ່ວ​ເຫຼືອງ 1,7 ລ້ານ​ໂຕນ, ກວມ 7% ຈຳນວນການ​ນຳ​ເຂົ້າ​ສາລີໃນ​ທົ່ວ​ໂລກ ​ແລະ 9% ຈຳນວນ​ການ​ນຳ​ເຂົ້າ​ແປ້ງຖົ່ວ​ເຫຼືອງ​ໃນທົ່ວ​ໂລກ.

ການແລກປ່ຽນບົດຮຽນວິຊາການ ລະຫວ່າງ ໜັງສືພິມ ແຮງງານ (ລາວ) ແລະ ໜັງສືພິມ ລາວ​ດົ້ງ

ການແລກປ່ຽນບົດຮຽນວິຊາການ ລະຫວ່າງ ໜັງສືພິມ ແຮງງານ (ລາວ) ແລະ ໜັງສືພິມ ລາວ​ດົ້ງ

ຍສໝ - ໃນເດືອນມິຖຸນາ​, ຄະນະປະຕິບັດງານຂອງໜັງສືພິມ ແຮງງານ (ລາວ) ​ໄດ້​ມາ​ເຮັດ​ວຽກ​ຢູ່​ສຳນັກງານຂອງ​ໜັງສືພິມ​ ລາວ​ດົ້ງ ເພື່ອ​ແລກປ່ຽນບົດຮຽນວິຊາການລະຫວ່າງ​ສອງ​ຝ່າຍ.

ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່

ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່

ຍສໝ - ບັນດາໜັງສືພິມ​ໃຫຍ່​ຂອງ ອາກຊັງຕິນ​ ​ໄດ້​ລົງ​ພິມ​ບົດ​ຄວາມ​ກ່ຽວ​ກັບການ​ໄຊຊະນະ​ດ້ຽນບຽນ​ຝູ, ຢືນຢັນ​ວ່າ​ການໄຊຊະນະ​ນີ້​ບໍ່​ພຽງ​ແຕ່​ໄດ້​ສົ່ງຜົນສະທ້ອນ​ເຖິງ​ປະຫວັດສາດ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ປ່ຽນ​ແປງ​ສະພາບ​ການ​ໂລກ​ອີກ​ດ້ວຍ.

ແທັງຮັ່ງ

ເຫດການ