ຫວຽດນາມ ມານະພະຍາຍາມເພື່ອເປົ້າໝາຍການເຕີບໂຕສີຂຽວ, ຍືນຍົງ

00:00 | 30/11/2023

ຍສໝ - ທີ່​ກອງ​ປະຊຸມປຶກ​ສາ​ຫາ​ລື “​ນະ​ໂຍບາຍ​ການ​ເງິນ​ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ພັດທະນາ​ເສດຖະກິດ” ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ການ​ເງິນ​ຫວຽດນາມ 2023 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພະຈິກ ຢູ່​ບິ່ງ​ດິ່ງ, ມີ​ຫຼາຍ​ຄວາມ​ເຫັນຖື​ວ່າ: ລັດຖະບານ​ ຫວຽດນາມ ພວມ​ຕັ້ງໜ້າ​ປະຕິ​ຮູບ, ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ການ​ຫັນເປັນສີຂຽວ.

ແຂວງເຊກອງ ຕັ້ງໃຈເນັ້ນໃຫ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ຍືນຍົງ ແຂວງເຊກອງ ຕັ້ງໃຈເນັ້ນໃຫ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ເຂັ້ມແຂງ ແລະ ຍືນຍົງ
ງານວາງສະແດງ “ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ” ງານວາງສະແດງ “ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ”

ຄວາມມານະພະຍາຍາມສຳລັບເປົ້າໝາຍການ​ເຕີບ​ໂຕສີ​ຂຽວ

ສະຫະພາບ​ ເອີ​ລົບ (EU) ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ດ້ວຍ​ບັນດາ​ນະ​ໂຍບາຍ​ປະຕິ​ຮູບ​ດ້ານ​ພະລັງງານ​ທົດ​ແທນ, ໜູນ​ຊ່ວຍ​ເພີ່ມ​ທະວີ​ບັນດາ​ນະ​ໂຍບາຍ​ການ​ເງິນງົບປະມານ, ບັນດາ​ໂຄງການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການ​ເງິນ​ພາກ​ລັດ, ຄຸ້ມ​ຄອງ​ການ​ເງິນ​ຈາກ​ງົບປະມານ​ຮັບປະກັນຄວາມ​ຍືນ​ຍົງ.

ເມື່ອເຕື້ອງເຖິງ​ການ​ຫັນ​ປ່ຽນ​ດ້ານ​ພະ​ລັງ​ງານ​ສີຂຽວ​ທີ່​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື, ທ່ານ​ຮອງ​ຫົວ​ໜ້າ​ຫ້ອງການ​ຮ່ວມ​ມື, ຄະ​ນະ​ຜູ້​ແທນ EU ປະ​ຈຳ​ ຫວຽດ​ນາມ ຖື​ວ່າ: EU ແມ່ນ​ຄູ່​ຮ່ວມ​ມື​ຫັນ​ປ່ຽນ​ພະ​ລັງ​ງານ​ຍຸດ​ຕິ​ທຳ (JETP) ກັບ​ ຫວຽດ​ນາມ. JETP ຈະລະດົມທຶນເບື້ອງຕົ້ນ 15,5 ຕື້ USD ຈາກການເງິນພາກລັດ ແລະ ພາກເອກະຊົນ ໃນໄລຍະ 3 ຫາ 5 ປີຕໍ່ໜ້າ ເພື່ອສະໜັບສະໜູນການຫັນເປັນສີຂຽວຂອງ ຫວຽດນາມ (ໝາຍຄວາມວ່າ ແມ່ນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ລົບລ້າງການນຳໃຊ້ພະລັງງານຖ່ານຫີນ).

ຫວຽດນາມ ມານະພະຍາຍາມເພື່ອເປົ້າໝາຍການເຕີບໂຕສີຂຽວ, ຍືນຍົງ

ເວທີປາໄສດັ່ງກ່າວແມ່ນຈັດຂຶ້ນໂດຍກະຊວງການເງິນສົມທົບກັບອົງການຮ່ວມມືເພື່ອການພັດທະນາ ເຢຍລະມັນ (GIZ), ສະຫະພາບ​ ເອີ​ລົບ (EU), ກະຊວງການຮ່ວມມືເສດຖະກິດ ແລະ ການພັດທະນາຂອງລັດຖະບານກາງເຢຍລະມັນ (BMZ).

ເດືອນຕຸລາ ປີ 2023, ທະນາຄານລົງທຶນເອີຣົບ (EIB) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບ ຫວຽດນາມ ເພື່ອສະໜອງບ້ວງສິນເຊື່ອຫຼາຍໂຄງການທີ່ມີມູນຄ່າ 500 ລ້ານເອີໂຣ ໃຫ້ແກ່ບັນດາໂຄງການໜູນຊ່ວຍ JETP.

ນອກຈາກ​ນັ້ນ, EU ຍັງ​ໄດ້​ຈັດແບ່ງ​ເງິນ 16,6 ລ້ານ EUR ​ເຂົ້າ​ໃນ​ການໜູນ​ຊ່ວຍ​ດ້ານ​ເຕັກນິກ​ເພື່ອ​ໜູນ​ຊ່ວຍຂະແໜງ​ໄຟຟ້າ ​ຫວຽດນາມ (EVN) ​ໃນ​ບັນດາ​ໂຄງການ​ທີ່​ກ່ຽວຂ້ອງ​ກັບ JETP. EU ກໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ປະຕິ​ຮູບ​ຂະ​ແໜງ​ພະລັງງານ, ​ໃນ​ນັ້ນ​ມີ​ເງື່ອນ​ໄຂ​ກ່ຽວ​ກັບ​ພະລັງງານ​ທົດ​ແທນ, ປະສິດທິ​ຜົນ​ພະລັງງານ, ສາຍ​ສົ່ງ/ຕາ​ຂ່າຍ​ໄຟຟ້າ. ນີ້ແມ່ນໄດ້ປະຕິບັດໂດຍຜ່ານໂຄງການສະຫນັບສະຫນູນງົບປະມານ 142 ລ້ານເອີໂຣ ສໍາລັບການຫັນປ່ຽນພະລັງງານແບບຍືນຍົງ. ແຜນການລະດົມຊັບພະຍາກອນ JETP ໃນກອງປະຊຸມ COP-28 ຢູ່ Dubai. ຜູ້ຕາງໜ້າ EU ເນັ້ນໜັກວ່າ: “ຫວຽດນາມ ພວມຖືບົດບາດສຳຄັນການປະຕິບັດ JETP ດ້ວຍການໜູນຊ່ວຍຂອງ EU, ປະເທດສະມາຊິກ ແລະ ບັນດາຄູ່ຮ່ວມມືພັດທະນາທີ່ຍັງເຫຼືອ”.

ກ່ອນ​ໜ້າ​ນັ້ນ, ຜູ້ຕາງໜ້າ EU ໃຫ້ຮູ້ວ່າ: ປີ 2023 ​ແມ່ນ​ປີ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ ​ແລະ EU, ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ບັນດາ​ປະ​ເທດ​ມີ​ການ​ເຕີບ​ໂຕ​ຕ່ຳ, ​ໃນ​ນັ້ນ​ມີ ຫວຽດນາມ. ລັດ​ຖະ​ບານ​ຫວຽດ​ນາມ ກໍ່​ພວມປະ​ຕິ​ຮູບ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ຫັນ​ເປັນ​ສີ​ຂຽວ ຢ່າງຕັ້ງໜ້າ. EU ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ດ້ວຍ​ບັນດາ​ນະ​ໂຍບາຍ​ປະຕິ​ຮູບ​ກ່ຽວ​ກັບ​ພະລັງງານ​ທົດ​ແທນ, ໜູນ​ຊ່ວຍ​ເພີ່ມ​ທະວີ​ບັນດາ​ນະ​ໂຍບາຍ​ການ​ເງິນ​ງົບປະມານ, ບັນດາ​ໂຄງການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການ​ເງິນ​ພາກ​ລັດ, ຄຸ້ມ​ຄອງ​ການ​ເງິນ​ຈາກ​ງົບປະມານຮັບປະກັນຄວາມຍືນຍົງ.

ທ່ານ Arne Fraemk, ຫົວໜ້າກຸ່ມອົງປະກອບ ກັບກະຊວງ​ການ​ເງິນ ໂຄງການ “ການ​ປະຕິ​ຮູບ​ເສດຖະກິດ​ມະຫາ​ພາກ/​ການເຕີບ​ໂຕ​ສີຂຽວ”, ອົງການ​ຮ່ວມ​ມື​ສາກົນ ​ເຢຍລະ​ມັນ (GIZ) ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: “ຫວຽດ​ນາມ ພວມ​ຢູ່​ໃນ​ເສັ້ນ​ທາງ​ກ້າວ​ໄປ​ສູ່​ການ​ຫັນ​ເປັນ​ການ​ເຕີບ​ໂຕສີ​ຂຽວ, ໃຫ້ຄຳໝັ້ນສັນຍາ ຈະປະຕິບັດການປ່ອຍສິ່ງເສດເຫຼືອອອກເປັນ 0 ໃນ​ປີ 2050. ສະ​ນັ້ນ, ຫວຽດນາມ ຕ້ອງ​ລະດົມ​ແຫຼ່ງກຳລັງ, ຮັບປະກັນ​ການ​ເງິນ​ສາທາລະນະ​ໃຫ້​ໝັ້ນຄົງ ​ແລະ ພັດທະນາ. BMZ ໃຫ້ຄຳໝັ້ນສັນຍາເຖິງ​ການ​ແລກປ່ຽນ​ບົດຮຽນ​ສາກົນ​ກັບ​ກະຊວງ​ການ​ເງິນ ຫວຽດນາມ; ສົມທົບ​ກັບ​ບັນດາ​ຫົວໜ່ວຍ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ, ຄຸ້ມ​ຄອງ​ພາສີ​ອາກອນ, ຍຸດ​ທະ​ສາດ​ປະຕິ​ຮູບ​ຂະ​ແໜງ​ການ​ເງິນ​ຮອດ​ປີ 2030”.

ນະໂຍບາຍປີການເງິນສະໜັບສະໜູນການຟື້ນຕົວຂອງເສດຖະກິດ

ການ​ຕີ​ລາຄາກ່ຽວກັບ​ຜົນກະທົບ ​ແລະ ບົດບາດ​ຂອງ​ນະ​ໂຍບາຍປີ​ການ​ເງິນ​ໃນ​ການ​ໜູນ​ຊ່ວຍ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ​ໃນ​ໄລຍະ​ຜ່ານມາ, ທ່ານ ເຈືອງບ໋າຕ໋ວນ - ຮອງ​ຫົວໜ້າກົມກົມຄຸ້ມຄອງ, ຕິດຕາມກວດການະໂຍບາຍອາກອນ, ຄ່າ ແລະ ຄ່າທຳນຽມ (ກະຊວງການເງິນ) ​ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 2020 ​ເປັນ​ຕົ້ນ​ມາ, ​ເມື່ອ COVID - 19 ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງຕໍ່​ເສດຖະກິດ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ, ຕໍ່ສະພາບ​ດັ່ງກ່າວ, ກະຊວງ​ການ​ເງິນ​ໄດ້​ແນະນຳ​ໃຫ້​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ປະກາດ​ໃຊ້​ຫຼາຍ​ມາດ​ຕະການ​ແກ້​ໄຂ​ບັນຫາ​ພາສີ​ອາກອນ, ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຟື້ນ​ຟູ ​ແລະ ສົ່ງ​ເສີມ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ.

ໃນປີ 2023, ຕໍ່ບັນດາການຜັນແປທີ່ສັບສົນ ແລະ ຄາດເດົາໄດ້ຍາກຂອງສະພາບເສດຖະກິດໂລກທີ່ມີຜົນກະທົບຢ່າງເລິກເຊິ່ງຕໍ່ການຜະລິດ ແລະ ດຳເນີນທຸລະກິດຂອງປະຊາຊົນ ແລະ ປະຊາຄົມວິສາຫະກິດ, ໃນ​ສະພາບ​ການ​ນັ້ນ, ກະຊວງ​ການ​ເງິນ​ສືບ​ຕໍ່​ຄົ້ນຄວ້າ ​ແລະ ປະກາດ​ໃຊ້​ຕາມຂອບເຂດສິດ​ອຳນາດ, ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ ​ແລະ ສະ​ເໜີ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ມີ​ມາດ​ຕະການ​ແກ້​ໄຂ​ໃນ​ການ​ໜູນ​ຊ່ວຍ​ພາສີ, ຄ່າ​ທຳນຽມ ​ແລະ ຄ່າ​ບໍລິການ​ໃຫ້​ປະຊາຊົນ.

ຂອບ​ເຂດ​ການ​ແກ້​ໄຂ​ທີ່​ໄດ້​ຮັບ​ການ​ປະຕິບັດ​ໃນ​ປີ 2023 ​ແມ່ນ​ປະມານ 196.000 ຕື້​ດົ່ງ, ການ​ຕໍ່​ກຳນົດພາສີ​ແມ່ນ 121.000 ຕື້​ດົ່ງ, ​ແກ້​ໄຂ​ການ​ຍົກ​ເວັ້ນ ​ແລະ ຫຼຸດຜ່ອນ​ພາສີ, ຄ່າທຳນຽມ ​ແລະ ຄ່າ​ບໍລິການ​ຈຳນວນ​ໜຶ່ງ​ແມ່ນ​ປະມານ 13.000 ຕື້​ດົ່ງ (ລວມທັງ​ການ​ຫຼຸດ​ພາສີ​ມູນ​ຄ່າ​ເພີ່ມ 2%) (VAT), ສືບຕໍ່ຫຼຸດຜ່ອນພາສີອາກອນປົກປັກຮັກສາສິ່ງແວດລ້ອມ (BVMT) ສໍາລັບນໍ້າມັນແອັດຊັງ ເພື່ອໜູນຊ່ວຍປະຊາຊົນ ແລະ ວິສາຫະກິດໃນສະພາບການທີ່ລາຄານໍ້າມັນແອັດຊັງຂອງໂລກສືບຕໍ່ເພີ່ມຂຶ້ນ.

ທ່ານ​ ເຈືອງບ໋າຕ໋ວນ ​ເນັ້ນ​ໜັກ​ວ່າ: “ບັນດາ​ມາດ​ຕະການ​ແກ້​ໄຂ​ໂດຍ​ກະຊວງ​ການ​ເງິນ​ປະກາດໃຊ້ ແມ່ນໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ບັນດາ​ວິ​ສາ​ຫະກິດ, ປະຊາຊົນ ​ແລະ ຫາງ​ສຽງ​ປະຊາຊົນ. ຕາມ​ທ່ານ ເຈືອງບ໋າຕ໋ວນ ແລ້ວ, ເພື່ອ​ມີ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ຫວຽດນາມ ຕ້ອງ​ກຳນົດ​ທິດ ​ແລະ ຕີ​ລາຄາ​ບັນດາ​ການ​ພັດທະນາ​ຢ່າງ​ທັນ​ການ ​ເພື່ອ​ໃຫ້​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ຊີ້​ນຳ​ຢ່າງ​ຕັ້ງໜ້າ; ຕ້ອງປະສານງານຢ່າງແໜ້ນແຟ້ນລະຫວ່າງນະໂຍບາຍປີການເງິນ ແລະ ນະໂຍບາຍທີ່ກ່ຽວຂ້ອງ.

ນອກຈາກນັ້ນ, ​ກໍ່ຕີ​ລາຄາ​ຢ່າງ​ລະມັດລະວັງ​ຕໍ່​ຜົນ​ກະທົບ​ຂອງ​ບັນດາ​ນະ​ໂຍບາຍ​ຕົ້ນຕໍ, ເພື່ອຄັດເລືອກໂດຍແນໃສ່ເປົ້າ​ໝາຍ​ໜູນ​ຊ່ວຍ​ປະຊາຊົນ ​ແລະ ວິ​ສາ​ຫະກິດ ປະກອບສ່ວນ​ໜູນ​ຊ່ວຍ​ເສດຖະກິດ​ມະຫາ​ພາກ​ໃນ​ສະພາບ​ທີ່​ລາຄາ​ເພີ່ມ​ຂຶ້ນສູງ, ຮັບປະກັນ​ບົດບາດ​ນະ​ໂຍບາຍປິ​ການ​ເງິນ ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ​ແຫ່ງ​ຊາດ.

ມິງດຶກ

ເຫດການ