Fitch Ratings ຄາດຄະເນວ່າ ການເຕີບໂຕທາງເສດຖະກິດໄລຍະກາງຂອງຫວຽດນາມ ມີບັນດາສັນຍານທີ່ສະດວກ

00:00 | 03/01/2024

ຍສໝ - ອົງ​ການ​ຈັດ​ອັນ​ດັບຄວາມເຊື່ອຖື Fitch Ratings (ອາ​ເມ​ລິ​ກາ) ຄາດ​ຄະ​ເນ​ວ່າ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໄລ​ຍະ​ກາງ​ຂອງ​ຫວຽດ​ນາມ ຈະ​ມີ​ສັນ​ຍານ​​ສະ​ດວກ​ຫຼາຍ​ຢ່າງ, ​ໃນ​ລະ​ດັບປະມານ 7%.

ກະຊວງການເງິນ: Fitch Ratings ຍົກສູງຈັດອັນດັບຄວາມເຊື່ອຖືຂອງຫວຽດນາມ ກະຊວງການເງິນ: Fitch Ratings ຍົກສູງຈັດອັນດັບຄວາມເຊື່ອຖືຂອງຫວຽດນາມ
VinaCapital ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະຟື້ນຟູໃນລະດັບ 6,5% ໃນປີ 2023 VinaCapital ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະຟື້ນຟູໃນລະດັບ 6,5% ໃນປີ 2023

ຫວຽດນາມ ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງດ້ານຄ່າໃຊ້ຈ່າຍ ​ແລະ ກຳລັງ​ແຮງ​ງານ​ທີ່​ມີ​ຄຸນ​ນະພາ​ບ ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ປະ​ເທດ ​ແລະ ​ໄດ້​ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ເສລີ (FTA) ​ໃນ​ພາກ​ພື້ນ ​ແລະ ທົ່ວໂລກ. ສິ່ງ​ດັ່ງກ່າວ​ເປັນ​ສັນຍານ​ໃນ​ທາງ​ບວກ​ວ່າ ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ສືບ​ຕໍ່​ມີ​ຄວາມ​ເຂັ້ມ​ແຂງ, ​ໂດຍ​ສະ​ເພາະ​ແມ່ນ​ໃນສະຖານະການຫັນເປັນຫຼາຍຮູບຫຼາຍແບບດ້ານກຸ່ມສະໜອງ​ທົ່ວ​ໂລກ.

Fitch Ratings ຄາດຄະເນວ່າ ການເຕີບໂຕທາງເສດຖະກິດໄລຍະກາງຂອງຫວຽດນາມ ມີບັນດາສັນຍານທີ່ສະດວກ
ພາບປະກອບ: TTXVN

ຢູ່ຫວຽດນາມ, ທຶນ FDI ປະຕິບັດໃນປີ 2022 ແມ່ນ 22,4 ຕື້ USD (ປະມານ 6% GDP), ເພີ່ມຂຶ້ນຈາກ 19,7 ຕື້ USD ໃນປີ 2021 ແລະ ບັນລຸໄດ້ທຶນ FDI ໃນ 11 ເດືອນຕົ້ນປີ 2023 ແມ່ນ 20,2 ຕື້ USD. ການ​ຍົກ​ລະດັບ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ” ​ໃນ​ເດືອນ ກັນຍາ 2023 ສາມາດ​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ໃຫ້​ແກ່​ການ​ລົງທຶນ FDI ​ແລະ ການ​ຄ້າຂອງ​ອາ​ເມ​ລິ​ກາ ​ເຂົ້າ​ມາຫວຽດນາມ.

ຕາມ Fitch ແລ້ວ, ແຫຼ່ງການເງິນຈາກພາຍນອກທີ່ຖອກເທເຂົ້າຫວຽດນາມ ກໍ່ໄດ້ຮັບການປັບປຸງ, ເມື່ອເງິນຕາຕ່າງປະເທດທີ່ແຮໄວ້ຂອງຫວຽດນາມ ມາຮອດທ້າຍເດືອນກັນຍາ 2023 ບັນລຸ 89 ຕື້ USD, ພາຍຫຼັງໄດ້ຫຼຸດລົງຢ່າງແຮງໃນປີ 2022.

Fitch ກໍ່​ໄດ້​ຍົກອັນດັບຄວາມເຊື່ອຖື​ຜູ້​ອອກ​ໜີ້​ໄລຍະ​ຍາວ (IDR) ຂອງ​ຫວຽດນາມ ຂຶ້ນ​ເປັນລະດັບ “BB+”. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ແງ່​ຫວັງ​ການ​ເຕີບ​ໂຕ​ໃນ​ໄລຍະ​ກາງ​ທີ່​ເໝາະ​ສົມ ຍ້ອນແຫຼ່ງ​ທຶນ​ຈາກ​ຕ່າງປະ​ເທດ​ຢ່າງ​ເຂັ້ມແຂງ, ​ເຊິ່ງ Fitch ​ເຊື່ອ​ໝັ້ນ​ວ່າ ຈະ​ຊ່ວຍ​ປັບປຸງ​ໂຄງ​ປະກອບ​ສິນ​ເຊື່ອ​ຂອງ​ຫວຽດນາມ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.