ແຂກທີ່ໃຊ້ໜັງສືຜ່ານແດນ ແລະ ໜັງສືເດີນທາງທ່ອງທ່ຽວຊາຍແດນ ສາມາດຜ່ານດ່ານຢູ່ດ່ານຊາຍແດນ ມ໋ອງກ໋າຍ

00:00 | 09/12/2023

ຍສໝ - ​ແຕ່​ວັນ​ທີ 11 ທັນວາ, ນັກ​ທ່ອງ​ທ່ຽວ​ທີ່​ນຳ​ໃຊ້​ໜັງສືຜ່ານ​ແດນ ​ແລະ ໜັງສືເດີນທາງທ່ອງທ່ຽວຊາຍແດນ​ຈະ​ສາມາດຜ່ານ​ດ່ານ​ຊາຍ​ແດນ​ສາກົນ ມ໋ອງກ໋າຍ (​ເຂດ​ຂົວ​ບັກ​ລວນ 2), ​ເມືອງ​ມ໋ອງກ໋າຍ, ​ແຂວງ ກວາງ​ນິງ.

ຄິດຮອດ ມ໋ອງກ໋າຍ - ນະຄອນຊາຍແດນທີ່ສວຍງາມ ຄິດຮອດ ມ໋ອງກ໋າຍ - ນະຄອນຊາຍແດນທີ່ສວຍງາມ
ທົບທວນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບ ການຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ ທົບທວນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບ ການຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ

ນີ້​ແມ່ນ​ໝາກຜົນ​ຄວາມ​ມານະ​ພະຍາຍາມ​ຂອງ​ນະຄອນ ມ໋ອງກ໋າຍ (​ແຂວງ ກວາງນິງ) ​ໃນ​ການ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ນະຄອນ ດົງຊິງ (ແຂວງ ກວາງສີ, ຈີນ) ​ເພື່ອແລກປ່ຽນ, ​ແກ້​ໄຂ ​ແລະ ສະ​ເໜີ​ບັນດາ​ວິທີການແກ້ໄຂທີ່ໝັ້ນຄົງ​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວ​ເຂົ້າເມືອງ ​ແລະ ອອກເມືອງສຳລັບບັນດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ເຂດ​ຊາຍ​ແດນ​ຂອງ​ສອງ​ຝ່າຍ, ພ້ອມ​ກັນ​ນັ້ນ​ກໍ່​ຊຸກຍູ້​ການ​ເຜີຍແພ່ ​ແລະ ​ເພີ່ມ​ທະວີ​ການ​ບໍລິ​ໂພ​ກປະເພດສິນໃນນ້ຳ​ຂອງ​ຫວຽດນາມ ​ໄປ​ຍັງ​ຕະຫຼາດ​ຈີນ ​ແລະ ​ໃນ​ດ້ານ​ກົງກັນຂ້າມ.

ແຂກທີ່ໃຊ້ໜັງສືຜ່ານແດນ ແລະ ໜັງສືເດີນທາງທ່ອງທ່ຽວຊາຍແດນ ສາມາດຜ່ານດ່ານຢູ່ດ່ານຊາຍແດນ ມ໋ອງກ໋າຍ

ການ​ເຄື່ອນ​ໄຫວ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ຜ່ານ​ຂົວ​ບັກ​ລວນ II. (ພາບ: ສາຂາພາສີຊາຍແດນ ມ໋ອງກ໋າຍ)

ຕາມເນື້ອໃນລະຫວ່າງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ນິງ ​ແລະ ລັດຖະບານ​ປະຊາຊົນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວາງກວາງ​ສີ (ຈີນ) ​ແລະ ຈົດໝາຍ​ທີ່​ກົມການ​ຄ້າ ​ແລະ ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ນະຄອນ ດົງ​ຊີງ (ຈີນ) ​ໄດ້​ແລກປ່ຽນ​ໃນ​ວັນ​ທີ 11 ທັນວາ​​ 2023, ນັກ​ທ່ອງ​ທ່ຽວ​ທີ່​ໃຊ້​ໜັງສືຜ່ານ​ແດນ ​ແລະ ໜັງສືເດີນທາງທ່ອງທ່ຽວຊາຍແດນ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ຜ່ານ​ດ່ານ​ຊາຍ​ແດນ​ສາກົນ ມ໋ອງກ໋າຍ (​ເຂດ ບັກລວນ II).

ເວລາປະຕິບັດການຜ່ານດ່ານແມ່ນແຕ່ 8:00 ໂມງເຊົ້າ ຫາ 15:00 ໂມງແລງ (ເວລາຮ່າໂນ້ຍ), ຫຼື ແຕ່ 9 ໂມງເຊົ້າ ຫາ 16 ໂມງແລງ (ເວລາປັກກິ່ງ). ​ໂດຍ​ສະ​ເພາະ​ແມ່ນ​ສຳລັບດ່ານ​ຊາຍ​ແດນ​ສາກົນ ​ມ໋ອງກ໋າຍ (​ເຂດ​ດ່ານ​ຊາຍ​ແດນ​ບັກ​ລວນ I), ​ເວລາ​ຜ່ານດ່ານ ​ແລະ ປະ​ເພດ​ຄົນທີ່ສາມາດ​ຜ່ານດ່ານໄດ້ນັ້ນ ແມ່ນບໍ່​ມີ​ການ​ປ່ຽນ​ແປງ.

​ເພື່ອ​ຮັບປະກັນບັນດາ​ເງື່ອນ​ໄຂຮັບໃຊ້ການຜ່ານດ່ານ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ຜ່ານຊາຍ​ແດນ​ສາກົນ ​ມ໋ອງກ໋າຍ (​ເຂດ​ຂົວ​ບັກລວນ 2), ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ມ໋ອງກ໋າຍ ກໍ່​ໄດ້​ຊີ້​ນຳ​ບັນດາ​ຂະ​ແໜງ​ການ​ດ່ານ​ຊາຍ​ແດນ ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ການ​ນຳ​ເຂົ້າ - ສົ່ງ​ອອກ​ສາກົນ ເຕີ່ນດ້າຍເຢື່ອງ, ຄະນະຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ສາກົນ ມ໋ອງກ໋າຍ ເປັນເຈົ້າການຈັດວາງກຳລັງ, ພາຫະນະ, ເຄື່ອງປະກອ​ບຢ່າງ​ພຽງພໍ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ພົນລະ​ເມືອງ 2 ປະ​ເທດ​ໃນ​ການປະຕິບັດບັນດາ​ລະບຽບ​ການ​ຄົນ​ເຂົ້າ​-ອອກເມືອງ​ຜ່ານ​ດ່ານ​ຊາຍ​ແດນ​ສາກົນ ​ມ໋ອງກ໋າຍ (​ເຂດ​ຂົວ​ບັກ​ລວນ 2).

ຈັດເຈົ້າ​ໜ້າ​ທີ່​ປະຕິບັດ​ໜ້າທີ່​ຢູ່​ຈຸດ​ແຍກ​ລະຫວ່າງ​ເສັ້ນທາງ​ລົດ​ຂົນ​ສົ່ງ​ສິນຄ້າ ​ແລະ ​ເສັ້ນທາງ​ຈະລາຈອນຂອງລົດໄຟຟ້າທີ່ຄ່ຽນຖ່ານສົ່ງຕໍ່ຄົນໂດຍສານເພື່ອແນະນຳ ​ແລະ ຊີ້​ນຳ​ບັນດາພາຫະນະທີ່ເຄື່ອນຍ້າຍ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ, ພາຫະນະ ​ແລະ ສິນຄ້າ​ຢູ່​ເທິງລົດ, ​ເພື່ອ​ຫຼີກ​ລ້ຽງບໍ່​ໃຫ້​ເກີດ​ຄວາມ​ບໍ່​ສະດວກທີ່ເກີດຂຶ້ນແບບບັງເອີນ.

ຕາມ​ຄະນະ​ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ສາກົນ ​ມ໋ອງກ໋າຍ (​ແຂວງ ກວາງ​ນິງ) ​ແລ້ວ, ​ແຕ່​ວັນ​ທີ 9 ທັນວາ​ນີ້​ເປັນ​ຕົ້ນ​ໄປ, ນອກຈາກ​ສິນຄ້າດັ້ງເດີມແລ້ວ, ກໍ່ຍັງ​ໄດ້​ເພີ່ມ​ຕື່ມຍອດ 6 ປະເພດສິນຄ້າທີ່ອາດຈະເຮັດລະບຽບ​ການນຳ​ເຂົ້າ​ປະເທດ ຈີນ​​ຜ່ານຊາຍ​ແດນແຂວງ ກວາງ​ນິງ (ຫວຽດນາມ) - ດ່ານ​ຊາຍ​ແດນ ດົ່ງ​ຊິງ (ຈີນ) ຢູ່​ເຂດ​ຂົວ ບັກ​ລວນ II.

6 ປະເພດສິນຄ້າປະກອບມີ: ໝາກໄມ້, ອາຫານ, ອາຫານທະເລແຊ່ແຂງ, ສັດນ້ຳທີ່ໃຊ້ເປັນອາຫານ, ແນວພັນປູກຕົ້ໜໄມ້ ແລະ ຢາສະໝູນໄພ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.