ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ 8 ວຽກງານໃນການພັດທະນາຊົນນະບົດ ປີ 2019

ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ 8 ວຽກງານໃນການພັດທະນາຊົນນະບົດ ປີ 2019

ຍສໝ - ຮັບຮອງເອົາການກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດໄລຍະ 2016-2020 ໃຫ້ໄປລວງດຽວກັນໂດຍສຸມໃສ່ 12 ຈຸດສຸມຂອງສູນກາງ 53 ຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງທ້ອງຖິ່ນໃຫ້ມີພື້ນຖານໂຄງລ່າງທີ່ໜັກແໜ້ນ.

ກອງປະຊຸມກວດກາຂະແໜງກະສິກຳ ແລະ ປ່າໄມ້ ທົ່ວປະເທດ

ກອງປະຊຸມກວດກາຂະແໜງກະສິກຳ ແລະ ປ່າໄມ້ ທົ່ວປະເທດ

ກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2018 ຂອງຂະແໜງກະສິກຳ ແລະປ່າໄມ້ທົ່ວປະເທດໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 21 ມີນານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວັນໄຊ ຊົ່ງຊາຢູ ຮອງປະທານກວດກາສູນກາງພັກ ຊຶ່ງມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ, ຫົວໜ້າພະແນກ-ຮອງພະແນກກະສິກຳ ແລະ ປ່າໄມ້ແຂວງ-ນະຄອນຫຼວງເຂົ້າຮ່ວມ.

ຂະແໜງກະສິກຳ ແລະ ປ່າໄມ້ ວາງຄາດໝາຍຜະລິດສະບຽງອາຫານ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ

ຂະແໜງກະສິກຳ ແລະ ປ່າໄມ້ ວາງຄາດໝາຍຜະລິດສະບຽງອາຫານ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ

ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວໄດ້ ກໍຄື ການຈັດຕັ້ງປະຕິບັດ ຄາດໝາຍສູ້ຊົນ ດັ່ງກ່າວໄດ້ ມັນຮຽກຮ້ອງໃຫ້ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຊາວກະສິກອນທົ່ວປະເທດ ຕ້ອງດຳເນີນມາດຕະ ການທີ່ຕັ້ງໜ້າ ຢ່າງມີປະສິດຕິພາບ, ເອົາໃຈໃສ່ຜັນຂະຫຍາຍ ຈັດຕັ້ງປະຕິບັດ ຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ຄວາມຮັບຜິດຊອບ ຂອງຄະນະພັກ ໃນການຊີ້ນຳ-ນຳພາ ການປ້ອງກັນ ແລະ ຮັບມືກັບໄພພິບັດທຳມະຊາດ ແລະ ຄຳສັ່ງຂອງນາຍົກ ລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ ເສດຖະກິດ.

ກອງປະຊຸມລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອາຊຽນ

ກອງປະຊຸມລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອາຊຽນ

ວັນທີ 05 ສິງຫາ, ຢູ່ນະຄອນ ເຫວ້, ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອາຊຽນ (Special SOM – AMAF). ເຂົ້າຮ່ວມກອງປະຊຸມມີຜູ້ແທນ 130 ທ່ານ ທີ່ມາຈາກ 10 ປະເທດ ອາຊຽນ, ຮອງເລຂານຸການໃຫຍ່ອາຊຽນ ພ້ອມດ້ວຍການນໍາບັນດາອົງການທີ່ກ່ຽວຂ້ອງ ຂອງບັນດາປະເທດ ອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນ.

ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3

ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3

ຍສໝ - ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3 ຄັ້ງທີ 18 ພ້ອມກັບບັນດາຄູ່ຮ່ວມມືຍຸດທະສາດຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ດຳເນີນໃນຕອນເຊົ້າວັນທີ 07 ສິງຫາ 2019 ຢູ່ ນະຄອນເຫ້ວ ສສ ຫວຽດນາມ.

ສປປ ລາວ: ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະ ປ່າໄມ້ໃນຂອບເຂດທົ່ວປະເທດລາວແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4

ສປປ ລາວ: ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະ ປ່າໄມ້ໃນຂອບເຂດທົ່ວປະເທດລາວແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4

ປັດຈຸບັນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະປ່າໄມ້ ໃນຂອບເຂດທົ່ວປະເທດລາວ ແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4,2 ຕື້ໂດລາ

ກະຊວງກະສິກຳ ແລະ ປ່າໄມ້ແຈ້ງໃຫ້ບັນດາແຂວງພາກເໜືອເຝົ້າລະວັງການລະບາດຂອງພະຍາດຫູກ່ຳໝູ

ກະຊວງກະສິກຳ ແລະ ປ່າໄມ້ແຈ້ງໃຫ້ບັນດາແຂວງພາກເໜືອເຝົ້າລະວັງການລະບາດຂອງພະຍາດຫູກ່ຳໝູ

ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການກ່ຽວກັບມາດຕະການກັນ ແລະ ສະກັດກັ້ນພະຍາດຫູກຳ່ໝູ ເລກທີ 0324/ກປລ, ລົງວັນທີ 08 ກຸມພາ 2019 ເພື່ອບໍ່ໃຫ້ພະຍາດດັ່ງກ່າວ ແຜ່ລະບາດອອກເປັນວົງກ້ວາງໄປສູ່ເຂດ ຫຼື ແຂວງອື່ນ ຈຶ່ງມີຄວາມຈຳເປັນຕ້ອງມີມາດຕະການກັນ, ຄວບຄຸມ ແລະ ກຳຈັດພະຍາດໂດຍໄວ ແລະ ເຂັ້ມງວດ. ພະຍາດນີ້ໄດ້ເກີດລະບາດຂຶ້ນຢູ່ນະຄອນຫຼວງວຽງຈັນເປັນຄັ້ງທຳອິດໃນເດືອນ ມິຸຖນາ 2010, ເຮັດໃຫ້ໝູເຈັບ ແລະ ຕາຍຫຼາຍພັນໂຕ ໄດ້ສ້າງຜົນກະທົບທາງລົບຕໍ່ການລ້ຽງໝູຂອງປະຊາຊົນຢ່າງຮ້າຍແຮງ.

ການສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ ໃນ 10 ເດືອນຕົ້ນປີ 2023 ບັນລຸ 43 ຕື້ USD.

ການສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ ໃນ 10 ເດືອນຕົ້ນປີ 2023 ບັນລຸ 43 ຕື້ USD.

ຍສໝ - ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະ 10 ເດືອນຂອງປີນີ້, ຍອດວົງເງິນ ການສົ່ງອອກ ຜະລິດຕະພັນ ກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ບັນລຸ 43,1 ຕື້ໂດລາ ສະຫະລັດ.

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືດ້ານການປົກປັກຮັກສາປ່າໄມ້ ແລະ ສັດປ່າທີ່ຫາຍາກ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືດ້ານການປົກປັກຮັກສາປ່າໄມ້ ແລະ ສັດປ່າທີ່ຫາຍາກ

ຍສໝ - ບັນດາອົງການທີ່ມາຈາກແຂວງສາລະວັນ, ພາກໃຕ້ຂອງລາວ ແລະ ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ ຫາກໍ່ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໄລຍະ 2023-2028 ເພື່ອປົກປັກຮັກສາປ່າໄມ້, ຜະລິດຕະພັນປ່າໄມ້ ແລະ ສັດປ່າ ຢູ່ເຂດຊາຍແດນຂອງສອງແຂວງ.

ພັນທະໃນການປົກປັກຮັກສາປ່າໄມ້

ພັນທະໃນການປົກປັກຮັກສາປ່າໄມ້

ອີງຕາມປະມວນກົດໝາຍອາຍາມາດຕາ 326 ໄດ້ກຳນົດ ໄວ້ວ່າ: ບຸກຄົນໃດຫາກໄດ້ຕັດໄມ້, ຖາງປ່າໂດຍບໍ່ຖືກຕ້ອງຕາມລະບຽບ ກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້ ຫລື ທຳລາຍປ່າໄມ້ດ້ວຍວິທີການອື່ນ ຫລື ຂຸດຄົ້ນເຄື່ອງປ່າຂອງດົງໂດຍບໍ່ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການຊຶ່ງສ້າງຜົນເສຍຫາຍທີ່ມີມູນຄ່າ 5.000.000 ກີບ ຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມ ເດືອນຫາໜຶ່ງປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

ກອນຕູມ-ອັດຕະປື ເພີ່ມທະວີວຽກງານປົກປັກຮັກສາປ່າໄມ້

ກອນຕູມ-ອັດຕະປື ເພີ່ມທະວີວຽກງານປົກປັກຮັກສາປ່າໄມ້

ຍສໝ - ເພື່ອຍົກສູງປະສິດທິຜົນໃນວຽກງານປະສານງານຄຸ້ມຄອງ ແລະປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ, ຫົວໜ້າພະແນກກະສິກຳ ແລະພັດທະນາຊົນນະບົດແຂວງກອນຕູມ ສະເໜີໃຫ້ອໍານາດການປົກຄອງສອງຝ່າຍເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການປົກປັກຮັກສາປ່າໄມ້ໃຫ້ປະຊາຊົນຢູ່ເຂດຊາຍແດນ.

ນະໂຍບາຍຂອງລັດ ກ່ຽວກັບສິນຄ້າປະເພດໄມ້ກໍາລັງເກີດດອກອອກຜົນເທື່ອລະກ້າວ

ນະໂຍບາຍຂອງລັດ ກ່ຽວກັບສິນຄ້າປະເພດໄມ້ກໍາລັງເກີດດອກອອກຜົນເທື່ອລະກ້າວ

ພາຍຫລັງ ລັດຖະບານ ໄດ້ອອກຄຳສັ່ງ 15/ນຍ ເມື່ອ 2-3 ປີມານີ້, ການຈັດຕັ້ງ ປະຕິບັດ ກໍປະສົບ ຜົນສຳເລັດດີ ສົມຄວນ ໂດຍເຫັນໄດ້ ຈາກປ່າໄມ້ ຖືກທຳລາຍ ຫລຸດລົງ, ການສົ່ງອອກ ໄມ້ທ່ອນ ໄປຕະຫລາດ ຕ່າງປະເທດ ຖືກຢຸດ ແລະ ທີ່ສຳຄັນພື້ນ ທີ່ສີຂຽວ ໃນຂອບເຂດ ທົ່ວເທດ ເພີ່ມຂຶ້ນ, ຂະນະທີ່ມີ ໂຮງງານ ໄມ້ຈຳນວນໜຶ່ງ ກໍຖືກຢຸດ.

ລາວ: ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ

ລາວ: ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 7 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ດຳ­ເນີນ​ຮອດ​ວັນ​ທີ 13 ມິ­ຖຸ­ນາ 2019 ຢູ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ບັນ­ດາ​ລັດຖະ­ມົນ­ຕີ​ກະ­ຊວງ​ກ່ຽວ­ຂ້ອງ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ປະ­ຈຳ​ເຂດ​ເລືອກ​ຕັ້ງ​ຕ່າງໆ​ເຂົ້າ​ຮ່ວມ.

ເນື້ອທີ່ປ່າຫລາຍກວ່າ 42 ພັນເຮັກຕາຢູ່ ແຂວງອຸດົມໄຊເສຍຫາຍຈາກໄຟໄໝ້

ເນື້ອທີ່ປ່າຫລາຍກວ່າ 42 ພັນເຮັກຕາຢູ່ ແຂວງອຸດົມໄຊເສຍຫາຍຈາກໄຟໄໝ້

ນັບແຕ່ຕົ້ນເດືອນເມສາ ນີ້ ໄດ້ເກີດສະພາບໄຟ​ໄໝ້ປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າປະເພດອື່ນໆ ເປັນບໍລິເວນກວ້າງຢູ່ຫລາຍເມືອງໃນທົ່ວແຂວງ​ເຮັດ​ໃຫ້​ເນື້ອ​ທີ່​ປ່າ​ໄມ້​ເສຍ​ຫາຍ​ຫລາຍ​ກວ່າ 42 ພັນເຮັກຕາ, ​ໃນ​ນັ້ນ ເມືອງໄຊ ເສຍຫາຍກວ່າ 18 ພັນເຮັກຕາ, ເມືອງຫລາ 2.525 ເຮັກຕາ, ນາໝໍ້ 7.670 ເຮັກຕາ, ເມືອງງາ 9.707 ເຮັກຕາ, ເມືອງແບ່ງ 1.700 ກວ່າເຮັກຕາ, ເມືອງຮຸນ 224 ເຮັກຕາ ແລະ ເມືອງປາກແບ່ງ 2.998 ເຮັກຕາ.

ປ່າ​ສະ​ຫງວນ​ແຫ່ງ​ຊາດ ນຸ໊ຍ​ຈົ໊ວ​ ໄດ້ຮັບການຮັ​ບ​ຮອງ​ເອົາຈາກ UNESCO ເປັນເຂດສະຫງວນຊີວະນາໆພັນໂລກ

ປ່າ​ສະ​ຫງວນ​ແຫ່ງ​ຊາດ ນຸ໊ຍ​ຈົ໊ວ​ ໄດ້ຮັບການຮັ​ບ​ຮອງ​ເອົາຈາກ UNESCO ເປັນເຂດສະຫງວນຊີວະນາໆພັນໂລກ

ຍ​ສ​ໝ - ວັນ​ທີ 14 ເມ​ສາ, ຢູ່​ປ່າ​ສະ​ຫງວນ​ແຫ່ງ​ຊາດ ນ໊ຍ​ຈົ໊ວ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ນິງ​ທ້ວນ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ໃບ​ຢັ້ງ​ຢືນ​ເຂດ​ສະ​ຫງວນ​ຊີວະ​ນາໆ​ພັນ​ໂລກ ນຸ໊ຍຈົ໊ວ…

ເຫດການ