ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ

16:27 | 21/04/2021

ໃນວັນທີ 20 ເມສາ 2021 ກອງປະຊຸມເວທີ ປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ ພາຍໃຕ້ຫົວຂໍ້: “ທ່າມກາງການ ປ່ຽນແປງຂອງໂລກ: ການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການບໍລິຫານໂລກ ແລະ ເພີ່ມທະວີການຮ່ວມມືພາຍໃຕ້ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ”, ເຊິ່ງເປັນປີຄົບຮອບ 20 ປີ ການສ້າງຕັ້ງເວທີດັ່ງກ່າວ. ໂດຍການເຂົ້າຮ່ວມ ຂອງການນຳຂັ້ນສູງ ຈາກ ສປ ຈີນ, ບັນດາປະມຸກລັດ ແລະ ຫົວໜ້າລັດ ຖະບານ ຈາກ 29 ປະເທດ ທົ່ວທະວີບອາຊີ ຜ່ານລະບົບອອນລາຍ. ກອງປະຊຸມໃນຄັ້ງນີ້ ໄດ້ເຊື້ອເຊີນ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ແລະ ກ່າວຄຳປາໄສ ໃນພິທີເປີດກອງປະຊຸມຢ່າງເປັນທາງການ ຜ່ານລະບົບອອນລາຍ.

ປະ​ກາດ Top 500 ວິ​ສາ​ຫະ​ກິດ​ທີ່​ມີ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ ຫວຽດ​ນາມ ໃນ​ປີ 2021 ປະ​ກາດ Top 500 ວິ​ສາ​ຫະ​ກິດ​ທີ່​ມີ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ ຫວຽດ​ນາມ ໃນ​ປີ 2021
ປະ​ທານ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ໜ​້າ​ທີ່, ສິດ​ອຳ​ນາດ​ທີ່​ໄດ້​ຮັບ​ການມອບ​ໝາຍ​ໃນ​ອາ​ຍຸ​ການ 2016 – 2021 ໄດ້​ເປັນ​ຢ່າງ​ດີ ປະ​ທານ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ໜ​້າ​ທີ່, ສິດ​ອຳ​ນາດ​ທີ່​ໄດ້​ຮັບ​ການມອບ​ໝາຍ​ໃນ​ອາ​ຍຸ​ການ 2016 – 2021 ໄດ້​ເປັນ​ຢ່າງ​ດີ
ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ
ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ເພື່ອຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນອັນດີງາມ ພາຍໃນພາກພື້ນອາຊີ ແລະ ແນໃສ່ປຶກສາຫາລື ກ່ຽວກັບແຜນການຮັບມືກັບ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລາມໄປໃນທົ່ວໂລກ, ເຊິ່ງໃນນັ້ນພາກພື້ນອາຊີ-ປາຊີຟິກ ກໍ່ແມ່ນພາກພື້ນໜຶ່ງ ທີ່ມີຄວາມສ່ຽງສູງ. ດັ່ງນັ້ນ, ເພື່ອສະກັດກັ້ນການແຜ່ລະບາດ ແລະ ຟື້ນຟູເສດຖະກິດ ການສືບຕໍ່ຮ່ວມມື ແລະ ການວາງມາດຕະການຕ່າງໆ ຈຶ່ງເປັນສິ່ງຈຳເປັນທີ່ສຸດ ໃນການຄວບຄຸມ ແລະ ແກ້ໄຂບັນຫາຕ່າງໆໃນພາກພື້ນ. ນອກຈາກນີ້, ຍັງໄດ້ປຶກສາຫາລື ກ່ຽວກັບບັນຫາ ຕ່າງໆ ເຊັ່ນ: ການຊ່ວງຊິງຜົນປະໂຫຍດ ຂອງປະເທດມະຫາອຳນາດ, ຜົນກະທົບດ້ານເສດຖະກິດ, ການຖ່າຍໂອນອຳນາດ ແລະ ການຈັດລະບຽບໂລກ.

ກອງປະຊຸມ ເວທີປຶກສາຫາລື ໂບອາວ ເພື່ອອາຊີໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນສຳລັບ ສປປ ລາວ ໃນການປຶກສາຫາລື ກ່ຽວກັບສິ່ງທ້າທາຍຕ່າງໆ ແລະ ແລກປ່ຽນທັດສະນະ ຮ່ວມກັບບັນດາ ປະມຸກລັດ, ນັກຄົ້ນຄວ້າ, ນັກວາງນະໂຍບາຍ ເພື່ອຊອກຫາວິທີທາງອອກ ແລະ ເພີ່ມທະວີຂອບການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການເຊື່ອມໂຍງເສດຖະກິດ, ໂຄງລ່າງພື້ນຖານດ້ານ ICT ແລະ ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນ ຕິດຈອດກັບທະເລ ໃຫ້ເປັນປະເທດທີ່ເຊື່ອມໂຍງ ກັບພາກພື້ນ. ດັ່ງນັ້ນ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຈຶ່ງມີບົດບາດສຳຄັນ ໃນການພັດທະນາ ເສດຖະກິດ ແລະ ຂ້າມຜ່ານຂໍ້ຈຳກັດດ້ານພູມສັນຖານ ຂອງ ສປປ ລາວ. ໃນໂອກາດດັ່ງກ່າວນີ້, ທ່ານ ທອງລຸນ ສີສຸລິດ ປະທານປະ ເທດແຫ່ງ ສປປ ລາວ ຍັງໄດ້ຮຽກຮ້ອງໃຫ້ ບັນດາປະເທດ ເພື່ອນມິດໃນພາກພື້ນ ແລະ ສາກົນ ທີ່ກຳລັງປະເຊີນຊະຕາກຳອັນດຽວກັນ ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາມັກຄີກັນ ເພື່ອຮ່ວມກັນເອົາຊະນະ ສິ່ງທ້າທາຍທັງປວງ, ສ້າງຄວາມເຂັ້ມແຂງໃຫ້ແກ່ ການບໍລິຫານໂລກ ແລະ ສ້າງອະນາຄົດທີ່ສົດໃສ ໃຫ້ແກ່ໂລກຂອງພວກເຮົາ.

ກອງປະຊຸມສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ກອງປະຊຸມສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021

ເມື່ອບໍ່ດົນມານີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ ສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ຂຶ້ນ, ໂດຍການເປັນປະທານກິດຕິມະສັກ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ...

ຂະແໜງການເງິນຈັດກອງປະຊຸມ ສະຫລຸບວຽກງານ ປະຈຳປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ຂະແໜງການເງິນຈັດກອງປະຊຸມ ສະຫລຸບວຽກງານ ປະຈຳປີ 2020 ແລະ ທິດທາງແຜນການປະຈໍາປີ 2021

ຫວ່າງແລ້ວນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມສະຫລຸບວຽກງານການເງິນ ປະຈໍາປີ 2020 ແລະ ທິດທາງແຜນການປະຈຳປີ 2021 ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ມີບັນດາຮອງລັດຖະມົນຕີ, ບັນດາທ່ານຕາງໜ້າ ກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

EARC 2021: ເຊື່ອມ​ໂຍງ​ ແລະ ເຊື່ອມ​ຕໍ່​ດີ​ຕີ​ຕອ​ນ ອາ​ຊີ​ຕາ​ເວັນ​ອອກ​ເພື່ອ​ອະ​ນາ​ຄົດ​ທີ່​ໝັ້ນ​ຄົງ EARC 2021: ເຊື່ອມ​ໂຍງ​ ແລະ ເຊື່ອມ​ຕໍ່​ດີ​ຕີ​ຕອ​ນ ອາ​ຊີ​ຕາ​ເວັນ​ອອກ​ເພື່ອ​ອະ​ນາ​ຄົດ​ທີ່​ໝັ້ນ​ຄົງ

ຍ​ສ​ໝ - ຄາດ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ EABC ຈະ​ຈັ້ງ​ຕັ້ງ ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ກອງ​ປະ​ຊຸມ​ຂອງ​ກຸ່ມ​ເຮັດ​ວຽກວິ​ຊາ​ສະ​ເພາະ ເພື່ອ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ EABC ແລະ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂັ້ນ​ສູງ ອາ​ຊ​ຽນ + 3 (SEOM +3), ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ +3 (AEM+3).

kpl.gov.la

ເຫດການ
302 Found

Found

The document has moved here.