ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ)

17:05 | 18/05/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຂອງ​ຂວັນ, ໂດຍ​ຕາງ​ໜ້າ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ກ໋​ວາງ​ບິ່ງ, ທ່ານ ຫວູດ໊າຍ​ທັ໊ງ, ເລ​ຂາ​ອົງ​ຄະ​ນະ​ພັກ​ໄດ້​ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ ຫວຽດ​ນາມ ແລະ ລາ​ວ ເຖິງວ່າ ມີ​ຜົນ​ງານຫຼາ​ຍ່​ຢ່າງ​ໃນ​ວຽກ​ງານ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາມ ແຕ່​ໄລ​ຍະ​ຜ່ານ​ມາ​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ທີ່​ມາ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ກອງ​ພົນ 11, ທະ​ຫານ​ເຂດ 4 ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ລາວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກອງ​ພົນ 11, ທະ​ຫານ​ເຂດ 4 ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ລາວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ອິນ​ເດຍ ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ອິນ​ເດຍ ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ​ໂຄວິດ - 19
ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ)
ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ)

ຫວ່າງ​ແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ຈ​າ​ລໍ - ນາ​ເບົ່າ, ແຂວງ​ກ໋​ວາງ​ບິ່ງ, ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ຮອງວັດ​ຖຸ​ອຸ​ປະ​ກອ​ນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ທັງ​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ, ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ.

ເຂົ້າ​ຮ່ວມ​ພິ​ທີ, ຝ່າຍ​ແຂວງ​ກ໋​ວາງ​ບິ່ງ ມີ​ທ່ານ ຫວູດ໊າຍ​ທັ້ງ, ກຳ​ມະ​ການ​ກົມ​ການ​ເມືອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ເວ​ລາ​ຄະ​ນະ​ພ​ັກ​ແຂວງ, ທ່ານ ກາວ​ວັນ​ດິ້ງ, ກຳ​ມະ​ການ​ຄະ​ນະ​ປະ​ຈຳ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ຄະ​ນະ​ພັກ​ແຂວງ, ຜູ້​ຕາງ​ໜ​້າ​ຫ້ອງ​ການ​ອົງ​ຄະ​ນະ​ພັກ​ແຂວງ ແລະ ບັນ​ດາ​ພະ​ແນກ, ຂະ​ແໜງການ. ຝ່າຍແຂວງ​ສະ​ຫວັນ​ນາ​ເຂດ ມີ​ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ, ກຳ​ມະ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເລ​ຂາ​ທິ​ການ, ເຈົ້າ​ແຂວງ ແລະ ບັນ​ດາ​ສະ​ມາ​ຊິກ, ແຂວງ​ຈຳ​ປາ​ສັກ, ທ່ານ ວິ​ໄລວົງ ບຸດ​ດາ​ຄຳ, ກຳ​ມະ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເລ​ຂາ​ທິ​ການ, ເຈົ້າ​ແຂວງ ພ້ອມ​ກັບ​ຜູ້​ຕາງ​ໜ້າບ​າງ​ພະ​ແນກ, ຂະ​ແໜງ​ການ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຂອງ​ຂວັນ, ໂດຍ​ຕາງ​ໜ້າ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ກ໋​ວາງ​ບິ່ງ, ທ່ານ ຫວູດ໊າຍ​ທັ໊ງ, ເລ​ຂາ​ອົງ​ຄະ​ນະ​ພັກ​ໄດ້​ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ ຫວຽດ​ນາມ ແລະ ລາ​ວ ເຖິງວ່າ ມີ​ຜົນ​ງານຫຼາ​ຍ່​ຢ່າງ​ໃນ​ວຽກ​ງານ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາມ ແຕ່​ໄລ​ຍະ​ຜ່ານ​ມາ​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ທີ່​ມາ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ກ໋​ວາງ​ບິ່ງ ແບ່ງ​ເບົ່າ​ກັບ​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ ເມື່ອກວ​ພົບ​ຜູ້​ຕິດ​ເຊື້​ອ​ພະ​ຍາດ​ໂຄວິດ - 19 ໃນ​ຊຸມ​ຊົນ ແລະ ຕ້ອງ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເຂ​ັ້ມ​ງວດ. ຢ​ູ່​ຂັ້ນ​ສູນ​ກາງ, ສອງ​ປະ​ເທດ ໄດ້​ມີ​ການ​ຮ່ວມ​ມື, ໜູນ​ຊ່ວຍ, ຮ່ວມ​ເດີນ​ທາງ​ນຳ​ກັນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ໂດຍ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ທີ່​ສະ​ໜິດ​ຕິດ​ພັນ​ອັນ​ລ້ຳ​ຄ່າ, ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່​າງ​ແຂວງ​ກ໋​ວາງ​ບິ່ງ - ສະ​ຫວັນ​ນະເຂດ - ຈຳ​ປາ​ສັກ, ແຂວງ​ກ໋​ວາງ​ບິ່ງ​ໄດ້​ມອບ​ໃຫ້​ສອງ​ແຂວງ​ດັ່ງ​ກ່າວ ບັນ​ດາ​ເຄື່ອງ​ຈັກ, ອຸ​ປະ​ກອນ​ການ​ແພດ (ລວມ​ມີ ເຄື່ອງ​ຈັກ​ຊ່ວຍ​ຫາຍ​ໃຈ, ເຄື່ອງ​ຝ​ຸ່ນ​ທາດ​ເຄ​ມີ, ເຄື່ອງ​ສ້າງ​ອົກ​ຊີ…) ດ້ວຍ​ມູນ​ຄ່າ​ກ່​ວາ 2,2 ຕື້​ດົ່ງ ເພື່ອ​ຊ່ວຍ​ໃຫ້​ສອງ​ແຂວງ ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເປັນ​ຢ່າງ​ດີ. ນີ້​ແມ່ນ​ນຳ​ໃຈ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ກຳ​ລັງ​ປະ​ກອບ​ອາ​ວຸດ, ປະ​ຊາ​ຊົນ​ກ໋​ວາງ​ບິ່ງ ໄດ້​ສົ່ງ​ໄປ​ຍັງ​ບັນ​ດາ​ແຂວງ​ເພື່ອນ​ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ກອງ​ພົນ 11, ທະ​ຫານ​ເຂດ 4 ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ລາວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກອງ​ພົນ 11, ທະ​ຫານ​ເຂດ 4 ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ລາວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫົວ​ໜ້າ​ກຳ​ມະ​ທິ​ການວັດ​ທະ​ນະ​ທຳ - ສັງ​ຄົມ ໄດ້​ສະ​ແດງ​ຄວາມ​ຮັບ​ຮູ້​ຕໍ່​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ, ທັນ​ການ ຂອງກອງ​ພົນ 11 ທີ່​ສະ​ຫງວນ​ໃຫ້​ແກ່​ສະ​ພາ​ແຫ່ງ​ຊາດ​ລາວ, ທ່ານນ​າງ​ກໍ່​ຖື​ວ່າ, ຈຳ​ນວນ​ຜູ້​ອັດ​ປາກ​ດັງ​ນີ້ ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ຕໍ່​ສະ​ພາ​ແຫ່ງ​ຊາດ​ລາວ ໃນ​ການ​ຕໍ່​ສູ້​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ລາວ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ອິນ​ເດຍ ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ອິນ​ເດຍ ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຕໍ່​ໜ້າ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພ​ວມ​ແຜ່​ລາມ​ໃນ​ວົງ​ກ້​ວາງ ແລະ ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ອິນ​ເດຍ, ວັນ​ທີ 6 ພຶດ​ສະ​ພາ​ທີ່​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ​ໄດ້​ປຸກ​ລະ​ດົມ​ຄຳ​ຮຽກ​ຮ້ອງ​ອຸ​ປະ​ຖຳ, ໜູນ​ຊ່ວຍ​ປະ​ຊາ​ຊົນ ໃນ​ທົ່ວ​ປະ​ເທດ.

ຫ໋າຍ​ເຢືອງມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ໃຫ້​ແກ່​ປະ​ຊາ​ຊົນ​ລາວ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຫ໋າຍ​ເຢືອງມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ໃຫ້​ແກ່​ປະ​ຊາ​ຊົນ​ລາວ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຈຳ​ນວນ​ເງິນດ​ັ່ງ​ກ່າວ​ໄດ້​ຫັດ​ຈາກກອງ​ທຶນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຂວງ​ຫ໋າຍ​ເຢືອງ, ສູນ​ກາງ​ສະ​ມາ​ຄິມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ຈະ​ຮັບ ແລະ ພ້ອມ​ກັບ​ແຫຼ່ງ​ງົບ​ປະ​ມານ​ໜູນ​ຊ່ວຍ​ຂອງ​ສະ​ມາ​ຄົມ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ຊື້​ອຸ​ປະ​ກອນ​ການ​ແພດ​ທີ່​ຈຳ​ເປັນ​ເຊິ່ງ​ລະ​ບົບ​ການ​ແພດ​ລາວ​ພວມ​ຂາ​ດ​ເຂີນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.