| ເຫວ້: ຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນປີໃໝ່ລາວ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນໃນເຂດຊາຍແດນລາວ | |
| ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ |
ໃນການລາຍງານຕໍ່ຄະນະປະຕິບັດງານ, ທ່ານ ດິງຊວນຮວ່າງ (Đinh Xuân Hoàng) ຕົວແທນຂອງກຸ່ມບໍລິສັດ ຫວຽດເຟືອງ (Việt Phương) — ຜູ້ຮັບຜິດຊອບການຈັດຕັ້ງປະຕິບັດ ໂຄງການເຂດອຸດສາຫະກຳຂຸດຄົ້ນບໍ່ແຮ່ບົກຊິດ ແລະ ປຸງແຕ່ງອາລູມິນາດາກຈຶງ ໃຫ້ຮູ້ວ່າ ໂຄງການນີ້ຖືກຈັດຕັ້ງປະຕິບັດດ້ວຍເປົ້າໝາຍຂຸດຄົ້ນແຫຼ່ງຊັບພະຍາກອນແຮ່ທາດຂອງລາວຢ່າງມີປະສິດທິຜົນ, ສ້າງເປັນຕ່ອງໂສ້ມູນຄ່ານັບຕັ້ງແຕ່ການຂຸດຄົ້ນ, ການຄັດເລືອກແຮ່ ຈົນຮອດການປຸງແຕ່ງໃນຂັ້ນເລິກ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນເຂດໂຄງການ.
![]() |
| ຄະນະປະຕິບັດງານ ຖ່າຍຮູບຮ່ວມກັບຄະນະຜູ້ນຳກຸ່ມບໍລິສັດ ຫວຽດເຟືອງ (Việt Phương) ຢູ່ທີ່ສະໜາມບິນກໍ່ສ້າງ (ສະໜາມງານຕົວຈິງ). |
ກ່າວຄຳເຫັນໃນກອງປະຊຸມ, ສະຫາຍ ສູນທອນ ໄຊຍະຈັກ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ຄວາມພະຍາຍາມຂອງກຸ່ມບໍລິສັດ ຫວຽດເຟືອງ ໃນຂະບວນການຈັດຕັ້ງປະຕິບັດໂຄງການ; ທັງຕີລາຄາວ່ານີ້ແມ່ນໂຄງການທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ, ປະກອບສ່ວນສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະ ເພີ່ມແຫຼ່ງລາຍຮັບເຂົ້າງົບປະມານ.
ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ສະເໜີໃຫ້ທາງຜູ້ລົງທຶນສືບຕໍ່ເລັ່ງລັດຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາໜ້າວຽກຕາມແຜນການ; ຮັບປະກັນຄຸນນະພາບຂອງສິ່ງກໍ່ສ້າງ, ຄວາມປອດໄພໃນການອອກແຮງງານ, ປະຕິບັດຢ່າງເຂັ້ມງວດຕາມບັນດາກົດລະບຽບຂອງລາວ ກ່ຽວກັບການລົງທຶນ, ການຂຸດຄົ້ນແຮ່ທາດ, ການນຳໃຊ້ທີ່ດິນ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ນອກຈາກນັ້ນ, ຈຳເປັນຕ້ອງເພີ່ມທະວີການປະສານສົມທົບຮ່ວມກັບອຳນາດການປົກຄອງທ້ອງຖິ່ນ ໃນຂະບວນການຈັດຕັ້ງປະຕິບັດໂຄງການ; ເອົາໃຈໃສ່ວຽກງານສະຫວັດດິການສັງຄົມ, ການຝຶກອົບຮົມສ້າງຊັບພະຍາກອນມະນຸດຂອງທ້ອງຖິ່ນ, ສ້າງວຽກເຮັດງານທຳທີ່ຍືນຍົງໃຫ້ແກ່ປະຊາຊົນ; ຮັບປະກັນຄວາມກົມກືນດ້ານຜົນປະໂຫຍດລະຫວ່າງ ວິສາຫະກິດ, ລັດ ແລະ ຊຸມຊົນປະຊາຊົນໃນເຂດໂຄງການ.
ທ່ານຮອງປະທານສະພາແຫ່ງຊາດລາວ ເນັ້ນໜັກວ່າ, ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ຈຳເປັນຕ້ອງເສີມຂະຫຍາຍປະສິດທິຜົນທາງດ້ານເສດຖະກິດ ຕິດພັນກັບການພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຜູກພັນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ.
| ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ ຍສໝ - ຕອນເຊົ້າວັນທີ 8 ເມສາ, ທີ່ຮ່າໂນ້ຍ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ບຸນປີໃໝ່ປະຈຳຊາດລາວ ໂດຍການຕ້ອນຮັບການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ອົງການຕ່າງໆໃນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. |
| ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ. |
