ສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຍົກລະດັບການປະສານງານຍຸດທະສາດ ຫວຽດນາມ - ສິງກະໂປ

15:16 | 27/05/2026

ຍສໝ - ກ່ອນທ່າມກາງການຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ແລະ ຄາດວ່າຈະຂຶ້ນກ່າວປາໄສນຳພາ (ປາໄສຫຼັກ) ຢູ່ທີ່ກອງປະຊຸມໂຕ້ຕອບ Shangri-La ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ນັບຕັ້ງແຕ່ມື້ວັນທີ 29-31/5/2026), ທ່ານ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີວາລະແລກປ່ຽນພົບປະຮ່ວມກັບສື່ມວນຊົນ.

ສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຍົກລະດັບການປະສານງານຍຸດທະສາດ ຫວຽດນາມ - ສິງກະໂປ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກືອງ. (ພາບ: An Dang/TTXVN)

ເມື່ອມຸ່ງມອງຍ້ອນກັບຄືນໄປໃນເສັ້ນທາງແຫ່ງການຂະຫຍາຍຕົວ ຂອງສາຍພົວພັນ ຫວຽດນາມ - ສິງກະໂປ ໃນໄລຍະເວລາຫຼາຍກວ່າເຄິ່ງທົດສະວັດຜ່ານມາ, ຕາມທັດສະນະຂອງທ່ານຮອງລັດຖະມົນຕີແລ້ວ, ໃດແມ່ນບັນດາຂົງເຂດການຮ່ວມມື ທີ່ມີລັກສະນະເປັນສັນຍະລັກ ແລະ ມີລວງເລິກທາງດ້ານຍຸດທະສາດທີ່ສຸດ ລະຫວ່າງສອງປະເທດ?

ຫວຽດນາມ ແລະ ສິງກະໂປ ແມ່ນສອງປະເທດ ທີ່ມີສາຍພົວພັນມິດຕະພາບ ແລະ ການຮ່ວມມື ຢ່າງມີຄວາມຕັ້ງໜ້າ, ມີລັກສະນະພຶດຕິກຳຕົວຈິງ ແລະ ມີປະສິດທິຜົນທີ່ສຸດ ພາຍໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຜ່ານໄລຍະເວລາຫຼາຍກວ່າເຄິ່ງທົດສະວັດແຫ່ງການຂະຫຍາຍຕົວ, ສາຍພົວພັນລະຫວ່າງສອງປະເທດ ໄດ້ຮັບການຮັດແໜ້ນ, ເປີດກວ້າງ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ກາຍເປັນຕົວແບບແຫ່ງການຮ່ວມມືທີ່ປະສົບຜົນສຳເລັດ ພາຍໃນອາຊຽນ.

ການທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນ ຄູ່ຮ່ວມມືຍຸດທະສາດ ໃນປີ 2013 ແລະ ຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນປີ 2025 ນັ້ນ ແມ່ນບາດກ້າວແຫ່ງການຂະຫຍາຍຕົວ ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ, ສະແດງໃຫ້ເຫັນເຖິງລະດັບຄວາມໄວ້ເນື້ອເຊື່ອໃຈທາງການເມືອງໃນລະດັບສູງ, ຄວາມຜູກພັນດ້ານຜົນປະໂຫຍດທີ່ນັບມື້ນັບເລິກເຊິ່ງ ແລະ ວິໄສທັດຍຸດທະສາດລວມຂອງສອງປະເທດ ພາຍໃຕ້ບໍລິບົດຊຸດໃໝ່.

ຈຸດເດັ່ນອັນພົ້ນເດັ່ນທີ່ສຸດ ພາຍໃນສາຍພົວພັນ ຫວຽດນາມ - ສິງກະໂປ ແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ປັດຈຸບັນ Singapore ແມ່ນໜຶ່ງໃນຄູ່ຮ່ວມມືດ້ານເສດຖະກິດອັນສຳຄັນຊັ້ນນຳຂອງຫວຽດນາມ, ພ້ອມທັງແມ່ນນັກລົງທຶນລາຍໃຫຍ່ອັນດັບທີສອງຢູ່ຫວຽດນາມ ໂດຍມີໂຄງການທີ່ຍັງມີຜົນສັກສິດຫຼາຍກວ່າ 4.500 ໂຄງການ, ດ້ວຍຍອດທຶນຈົດທະບຽນເກືອບ 97 ຕື້ USD. ບັນດາໂຄງການຂອງ Singapore ແມ່ນກວມເອົາໃນຫຼາກຫຼາຍຂົງເຂດ ເປັນຕົ້ນແມ່ນ ອຸດສາຫະກຳປຸງແຕ່ງ, ການຜະລິດ, ໂຄງລ່າງພື້ນຖານ, Logistics, ອະສັງຫາລິມະຊັບ, ການເງິນ, ເຕັກໂນໂລຊີສູງ ແລະ ບໍລິການທີ່ທັນສະໄໝ, ໂດຍມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕດ້ານເສດຖະກິດ, ສ້າງວຽກເຮັດງານທຳ ແລະ ຊຸກຍູ້ການຫັນປ່ຽນໂຄງສ້າງເສດຖະກິດຂອງຫວຽດນາມ.

ສັນຍະລັກແຫ່ງຄວາມສຳຄັນອັນພົ້ນເດັ່ນ ພາຍໃນການຮ່ວມມືສອງຝ່າຍ ແມ່ນລະບົບບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP). ນັບຕັ້ງແຕ່ເຂດ VSIP ແຫ່ງທຳອິດ, ມາຮອດປັດຈຸບັນ ເຄືອຂ່າຍ VSIP ໄດ້ຂະຫຍາຍຕົວຢູ່ຕາມຫຼາກຫຼາຍທ້ອງຖິ່ນໃນຂອບເຂດທົ່ວປະເທດ. ບັນດາ VSIP ບໍ່ພຽງແຕ່ແມ່ນຕົວແບບການຮ່ວມມືດ້ານເສດຖະກິດທີ່ມີປະສິດທິຜົນເທົ່ານັ້ນ, ແຕ່ຍັງກາຍເປັນສັນຍະລັກຂອງຄວາມໄວ້ເນື້ອເຊື່ອໃຈ, ວິໄສທັດໄລຍະຍາວ ແລະ ຄວາມຜູກພັນທາງດ້ານຍຸດທະສາດລະຫວ່າງສອງປະເທດ. ໃນໄລຍະໃໝ່, ບັນດາ VSIP ພວມມຸ່ງໄປເຖິງຕົວແບບທີ່ມີຄວາມສີຂຽວກວ່າເກົ່າ, ອັດສະລິຍະກວ່າເກົ່າ, ມີເນື້ອໃນເຕັກໂນໂລຊີໃນລະດັບສູງກວ່າເກົ່າ ແລະ ຕິດພັນກັບການພັດທະນາແບບຍືນຍົງ.

ຈຸດເນັ້ນອັນສຳຄັນຍິ່ງອີກປະການໜຶ່ງ ແມ່ນການຮ່ວມມືພາຍໃນບັນດາຂົງເຂດທີ່ພວມພົ້ນເດັ່ນຂຶ້ນມາ ແລະ ການຮ່ວມມືໃນລວງເລິກ. ສິງກະໂປ ແມ່ນປະເທດຜູ້ນຳໜ້າພາຍໃນອາຊຽນ ກ່ຽວກັບການຫັນປ່ຽນໃໝ່ປະດິດສ້າງ, ການຫັນປ່ຽນດິຈີຕອນ, ເສດຖະກິດດິຈີຕອນ, ການເງິນ, ການບໍລິຫານທີ່ທັນສະໄໝ ແລະ ການພັດທະນາແຫຼ່ງທຶນມະນຸດທີ່ມີຄຸນນະພາບສູງ. ປັດຈຸບັນ ຫວຽດນາມ ແລະ ສິງກະໂປ ພວມຊຸກຍູ້ການຮ່ວມມືຢ່າງກວ້າງຂວາງ ແລະ ເລິກເຊິ່ງ ພາຍໃນບັນດາຂົງເຂດ ເປັນຕົ້ນແມ່ນ ປັນຍາປະດິດ, ຂໍ້ມູນຂະໜາດໃຫຍ່, ເຕັກໂນໂລຊີເຄິ່ງຕົວນຳ, ພະລັງງານສະອາດ, ການຫັນປ່ຽນສີຂຽວ ແລະ ການພັດທະນາສູນກາງທາງດ້ານການເງິນ.

ເປັນພິເສດ, ສອງປະເທດພວມຊຸກຍູ້ບັນດາຂໍ້ລິເລີ່ມການເຊື່ອມຕໍ່ເຕັກໂນໂລຊີ ແລະ ການຫັນປ່ຽນໃໝ່ປະດິດສ້າງ ເພື່ອແນໃສ່ເຊື່ອມຕໍ່ລະບົບນິເວດເຕັກໂນໂລຊີ, ສູນຫັນປ່ຽນໃໝ່ປະດິດສ້າງ, ວິສາຫະກິດເຕັກໂນໂລຊີ ແລະ ແຫຼ່ງທຶນມະນຸດທີ່ມີຄຸນນະພາບສູງ ລະຫວ່າງສອງປະເທດ. ນີ້ແມ່ນທິດທາງການຮ່ວມມືທີ່ມີຄວາມໝາຍຍຸດທະສາດໄລຍະຍາວ, ສອດຄ່ອງກັບຄວາມຕ້ອງການພັດທະນາຂອງຫວຽດນາມ ແລະ ຈຸດແຂງຂອງ ສິງກະໂປ.

ການຮ່ວມມືດ້ານການຝຶກອົບຮົມແຫຼ່ງທຶນມະນຸດ ແລະ ຍົກສູງຂີດຄວາມສາມາດດ້ານການບໍລິຫານ ກໍແມ່ນຂົງເຂດທີ່ມີລວງເລິກທາງດ້ານຍຸດທະສາດ. ສິງກະໂປ ໃນໄລຍະຫຼາຍປີຜ່ານມາ ໄດ້ໃຫ້ການສະໜັບສະໜູນຫວຽດນາມ ໃນການຝຶກອົບຮົມຄະນະພະນັກງານນຳພາ, ຄຸ້ມຄອງ ແລະ ແຫຼ່ງທຶນມະນຸດທີ່ມີຄຸນນະພາບສູງ ໂດຍຜ່ານຫຼາກຫຼາຍແຜນງານການຮ່ວມມືອັນເປັນຮູບປະທຳ. ບັນດາການຮ່ວມມືເຫຼົ່ານີ້ ບໍ່ພຽງແຕ່ນຳເອົາຜົນປະໂຫຍດໂດຍກົງມາໃຫ້ເທົ່ານັ້ນ, ແຕ່ຍັງມີສ່ວນຊ່ວຍເພີ່ມທະວີການເຊື່ອມຕໍ່ທາງດ້ານຍຸດທະສາດ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງສອງປະເທດ.

ສາຍພົວພັນທາງການເມືອງ ແລະ ການຕ່າງປະເທດ ລະຫວ່າງສອງປະເທດ ກໍນັບມື້ນັບມີຄວາມຜູກພັນຢ່າງແໜ້ນແຟ້ນ. ທັງສອງຝ່າຍໄດ້ຮັກສາການແແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງເປັນປະຈຳ ແລະ ປະສານງານກັນຢ່າງແໜ້ນແຟ້ນ ຢູ່ທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນພິເສດແມ່ນພາຍໃນອາຊຽນ. ຫວຽດນາມ ແລະ Singapore ຮ່ວມກັນແບ່ງປັນຜົນປະໂຫຍດ ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຄ້າແບບເປີດກວ້າງ, ເສລີພາບທາງການເດີນເຮືອ ແລະ ບົດບາດສູນກາງຂອງອາຊຽນ ພາຍໃນໂຄງສ້າງຂອງພາກພື້ນ.

ສາມາດເວົ້າໄດ້ວ່າ, ສາຍພົວພັນ ຫວຽດນາມ - ສິງກະໂປ ໃນປັດຈຸບັນ ບໍ່ພຽງແຕ່ຢຸດຢູ່ທີ່ການຮ່ວມມືດ້ານເສດຖະກິດແບບດັ້ງເດີມເທົ່ານັ້ນ, ແຕ່ພວມມີການຂະຫຍາຍຕົວໄປຕາມລວງເລິກທາງດ້ານຍຸດທະສາດ, ມຸ່ງໄປສູ່ບັນດາຂົງເຂດແຫ່ງອະນາຄົດ, ໂດຍມີການປະກອບສ່ວນຢ່າງຕັ້ງໜ້າ ສຳລັບການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ສຳລັບການເຊື່ອມໂຍງພາຍໃນພາກພື້ນອາຊຽນ.

ສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຍົກລະດັບການປະສານງານຍຸດທະສາດ ຫວຽດນາມ - ສິງກະໂປ
ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ Lawrence Wong ປະກາດຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ (ມື້ວັນທີ 12 ມີນາ ປີ 2025). (ພາບ: Thong Nhat/TTXVN)

ຂໍຮຽນຖາມທ່ານຮອງລັດຖະມົນຕີ ຈະສາມາດໃຫ້ຮູ້ກ່ຽວກັບບັນດາຈຸດສຸມການຮ່ວມມື ແລະ ຄວາມຄາດຫວັງອັນພົ້ນເດັ່ນ ຈາກຖ້ຽວຢ້ຽມຢາມລັດຖະກິດ ທີ່ປະເທດ ສິງກະໂປ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຄັ້ງນີ້, ເປັນພິເສດແມ່ນພາຍໃນບັນດາຂົງເຂດເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການເຊື່ອມຕໍ່ເສດຖະກິດຮຸ່ນໃໝ່?

ຖ້ຽວຢ້ຽມຢາມລັດຖະກິດ ທີ່ປະເທດ ສິງກະໂປ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນມີຄວາມໝາຍຄວາມສຳຄັນເປັນພິເສດ ໃນການສືບຕໍ່ຈັດຕັ້ງປະຕິບັດ ແລະ ຫັນເປັນຮູບປະທຳ ຕໍ່ກັບຂອບການຮ່ວມມື ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ.

ຖ້ຽວຢ້ຽມຢາມດຳເນີນໄປທ່າມກາງບໍລິບົດ ທີ່ສາຍພົວພັນສອງຝ່າຍພວມມີການຂະຫຍາຍຕົວຢ່າງຈົບງາມທີ່ສຸດ, ພ້ອມກັນນັ້ນ ສອງປະເທດຕ່າງກໍຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ ໃນການຫັນປ່ຽນໃໝ່ຕົວແບບການເຕີບໂຕ, ຍົກສູງຂີດຄວາມສາມາດໃນການແຂ່ງຂັນ ແລະ ການປັບຕົວໃຫ້ສອດຄ່ອງກັບບັນດາການຫັນປ່ຽນຢ່າງວ່ອງໄວ ຂອງເສດຖະກິດໂລກ.

ກ່ອນອື່ນໝົດ, ຖ້ຽວຢ້ຽມຢາມໄດ້ຮັບການຄາດຫວັງວ່າ ຈະສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຍົກລະດັບການປະສານງານຍຸດທະສາດ ລະຫວ່າງສອງປະເທດ. ພາຍໃຕ້ບໍລິບົດສະພາບການພາກພື້ນ ແລະ ໂລກ ທີ່ມີຜັນແປຫຼາກຫຼາຍປະການ, ການທີ່ ຫວຽດນາມ ແລະ ສິງກະໂປ ຮັກສາການແລກປ່ຽນຂັ້ນສູງເປັນປະຈຳ, ຮ່ວມແບ່ງປັນວິໄສທັດການພັດທະນາ ແລະ ເພີ່ມທະວີການປະສານງານ ຢູ່ທີ່ບັນດາເວທີປາໄສພຫຸພາຄີ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງ.

ກ່ຽວກັບເສດຖະກິດ, ທັງສອງຝ່າຍຄາດຫວັງທີ່ຈະຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ, ການເງິນ ແລະ ການເຊື່ອມຕໍ່ຕ່ອງໂສ້ອຸປະທານໃຫ້ມີຄວາມແຂງແຮງກວ່າເກົ່າ.ສິງກະໂປ ມີຈຸດແຂງທາງດ້ານເຕັກໂນໂລຊີ, ການເງິນ, Logistics, ການບໍລິຫານທີ່ທັນສະໄໝ; ໃນຂນະທີ່ ຫວຽດນາມ ມີຕະຫຼາດທີ່ຂະຫຍາຍຕົວຢ່າງຕັ້ງໜ້າ, ແຫຼ່ງທຶນມະນຸດອັນອຸດົມສົມບູນ ແລະ ອັດຕາການເຕີບໂຕໃນລະດັບສູງ. ການຊຸກຍູ້ສົ່ງເສີມກັນນີ້ ໄດ້ສ້າງຂອບເຂດອັນກວ້າງຂວາງຢ່າງຍິ່ງ ເພື່ອໃຫ້ສອງປະເທດຮ່ວມກັນພັດທະນາໃນໄລຍະໃໝ່.

ຈຸດສຸມອັນສຳຄັນໜຶ່ງຂອງຖ້ຽວຢ້ຽມຢາມ ແມ່ນການຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈີຕອນ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີລັກສະນະພຶດຕິກຳຕົວຈິງກວ່າເກົ່າ. ທັງສອງຝ່າຍໄດ້ຮັບການຄາດຫວັງວ່າ ຈະຂະຫຍາຍການຮ່ວມມືພາຍໃນປັນຍາປະດິດ, ຂໍ້ມູນຂະໜາດໃຫຍ່, ເຕັກໂນໂລຊີເຄິ່ງຕົວນຳ (ເຊມິຄອນດັກເຕີ), ຕົວເມືອງອັດສະລິຍະ, ເສດຖະກິດດິຈີຕອນ, ລັດຖະບານດິຈີຕອນ ແລະ ການຫັນປ່ຽນສີຂຽວ. ເຫຼົ່ານີ້ຕ່າງກໍແມ່ນບັນດາຂົງເຂດທີ່ມີຄວາມໝາຍຍຸດທະສາດ ຕໍ່ກັບການພັດທະນາໃນໄລຍະຍາວຂອງຫວຽດນາມ.

ບັນດາຂໍ້ລິເລີ່ມການເຊື່ອມຕໍ່ເຕັກໂນໂລຊີ ແລະ ການຫັນປ່ຽນໃໝ່ປະດິດສ້າງ ເປັນຕົ້ນແມ່ນ “Tech Connect” ກໍໄດ້ຮັບການຄາດຫວັງວ່າ ຈະສ້າງຮາກຖານຊຸດໃໝ່ ສຳລັບການເຊື່ອມຕໍ່ຮ່ວມມືລະຫວ່າງ 3 “ຝ່າຍ” ຂອງສອງປະເທດ (ພາກລັດ, ນັກວິທະຍາສາດ, ນັກວິສາຫະກິດ), ລວມມີ ບັນດາອົງການຄຸ້ມຄອງ, ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ບັນດາວິສາຫະກິດເຕັກໂນໂລຊີ ແລະ ບັນດາສູນຫັນປ່ຽນໃໝ່ປະດິດສ້າງ. ນີ້ແມ່ນທິດທາງການຮ່ວມມືທີ່ມີຄວາມໝາຍຍຸດທະສາດໄລຍະຍາວ, ປະກອບສ່ວນກໍ່ສ້າງຂອບເຂດການຮ່ວມມືເຕັກໂນໂລຊີທີ່ມີລວງເລິກກວ່າເກົ່າ ພາຍໃນບັນດາຂົງເຂດ ເປັນຕົ້ນແມ່ນ ປັນຍາປະດິດ, ເຄິ່ງຕົວນຳ, ຂໍ້ມູນຂະໜາດໃຫຍ, ເຕັກໂນໂລຊີສີຂຽວ ແລະ ການຝຶກອົບຮົມແຫຼ່ງທຶນມະນຸດທີ່ມີຄຸນນະພາບສູງ, ສອດຄ່ອງກັບແນວໂນ້ມການຂະຫຍາຍຕົວຂອງເສດຖະກິດດິຈີຕອນ ແລະ ການຫັນປ່ຽນສີຂຽວໃນປັດຈຸບັນ.

ຖ້ຽວຢ້ຽມຢາມກໍໄດ້ຮັບການຄາດຫວັງວ່າ ຈະສ້າງກຳລັງດັນໃໝ່ໃຫ້ແກ່ບັນດາ VSIP ຮຸ່ນໃໝ່ ໄປໃນທິດທາງສີຂຽວ, ອັດສະລິຍະ ແລະ ມີຄວາມຍືນຍົງກວ່າເກົ່າ, ສອດຄ່ອງກັບແນວໂນ້ມການຂະຫຍາຍຕົວທົ່ວໂລກ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງສອງປະເທດ.

ພາຍໃຕ້ຂອບການຢ້ຽມຢາມ ສິງກະໂປ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະມີບົດປາໄສນຳພາ (ປາໄສຫຼັກ) ຢູ່ທີ່ກອງປະຊຸມໂຕ້ຕອບ Shangri-La. ຂໍຮຽນຖາມທ່ານຮອງລັດຖະມົນຕີ ຈະສາມາດໃຫ້ຮູ້ກ່ຽວກັບຄວາມໝາຍ ແລະ ສານອັນສຳຄັນຂອງບົດປາໄສນີ້ ຕໍ່ກັບພາກພື້ນ ແລະ ປະຊາຄົມສາກົນ?

ກອງປະຊຸມໂຕ້ຕອບ Shangri-La ແມ່ນເວທີປາໄສດ້ານຄວາມສະຫງົບຊັ້ນນຳ ຂອງພາກພື້ນອາຊີ - ປາຊີຟິກ ທີ່ຈັດຕັ້ງຂຶ້ນເປັນປະຈຳທຸກໆປີຢູ່ ສິງກະໂປ ໂດຍສະຖາບັນຄົ້ນຄວ້າວິທະຍາສາດຍຸດທະສາດສາກົນ (IISS), ເຊິ່ງແມ່ນສະຖານທີ່ເຕົ້າໂຮມບັນດາຜູ້ນຳ, ລັດຖະມົນຕີກະຊວງປ້ອງກັນຊາດ, ນັກວິຊາການ ແລະ ນັກຊ່ຽວຊານດ້ານຍຸດທະສາດຊັ້ນນຳຂອງໂລກຫຼາກຫຼາຍທ່ານ. ນີ້ແມ່ນເວທີປາໄສທີ່ມີຊື່ສຽງ ແລະ ມີອິດທິພົນອັນຍິ່ງໃຫຍ່ ຕໍ່ກັບບັນດາບັນຫາສັນຕິພາບ, ຄວາມສະຫງົບ ແລະ ໂຄງສ້າງຂອງພາກພື້ນ.

ພາຍໃຕ້ບໍລິບົດໂລກໃນປັດຈຸບັນ ທີ່ພວມຜ່ານຜ່າຫຼາກຫຼາຍຄວາມຜັນແປອັນເລິກເຊິ່ງ, ບັນດາບັນຫາ ເປັນຕົ້ນແມ່ນ ການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດມຫາອຳນາດ, ຂໍ້ຂັດແຍ່ງໃນພາກພື້ນ, ການຢຸດສະງັກຂອງຕ່ອງໂສ້ອຸປະທານ, ຄວາມສະຫງົບທາງທະເລ, ການຫັນປ່ຽນດ້ານເຕັກໂນໂລຊີ ແລະ ບັນດາສິ່ງທ້າທາຍດ້ານຄວາມສະຫງົບທີ່ບໍ່ແມ່ນແບບດັ້ງເດີມ ນັ້ນ ພວມໄດ້ຮັບການເອົາໃຈໃສ່ເປັນພິເສດຈາກປະຊາຄົມສາກົນ.

ການທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮັບຄຳເຊີນໃຫ້ຂຶ້ນກ່າວປາໄສນຳພາຢູ່ທີ່ ກອງປະຊຸມໂຕ້ຕອບ Shangri-La – ເຊິ່ງແມ່ນບົດປາໄສອັນສຳຄັນທີ່ສຸດຂອງເວທີປາໄສ – ໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມຮຽກຮ້ອງຕ້ອງການ ແລະ ການຕີລາຄາສູງຂອງປະຊາຄົມສາກົນ ຕໍ່ກັບບົດບາດ, ຖານະຕຳແໜ່ງ ແລະ ຊື່ສຽງນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ກໍຄືບົດບາດ, ຊື່ສຽງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ສິ່ງດັ່ງກ່າວຍັງສະແດງໃຫ້ເຫັນເຖິງຄວາມສົນໃຈຂອງບັນດາປະເທດ ຕໍ່ກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາຂອງຫວຽດນາມ.

ປັດຈຸບັນ ຫວຽດນາມ ໄດ້ຮັບການມຸ່ງມອງວ່າແມ່ນພື້ນຖານເສດຖະກິດທີ່ມີການເຊື່ອມໂຍງຢ່າງເລິກເຊິ່ງ ແຕ່ຍັງຄົງຮັກສາຄວາມເປັນເຈົ້າຕົນເອງທາງດ້ານຍຸດທະສາດຢ່າງໝັ້ນຄົງ; ແມ່ນປະເທດໜຶ່ງທີ່ພວມມີການຂະຫຍαιຕົວຢ່າງຕັ້ງໜ້າ, ມີຄວາມມຸ່ງມາດປາດຖະໜາກ້າວຂຶ້ນຢ່າງແຂງແຮງ; ພ້ອມທັງແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ພາກພື້ນ.

ບົດປາໄສຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຮັບການຄາດຫວັງວ່າ ຈະສົ່ງຕໍ່ທັດສະນະ ແລະ ສານຂອງຫວຽດນາມ ເຖິງບັນດາປະເທດ ກ່ຽວກັບທິດທາງເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍທາງດ້ານຍຸດທະສາດທີ່ພວມຕັ້ງຂຶ້ນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ພາຍໃນໂຄງສ້າງຂອງພາກພື້ນທີ່ພວມໄດ້ຮັບການກໍ່ຮ່າງສ້າງຕົວ.

ສາມາດເວົ້າໄດ້ວ່າ, ການທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຂຶ້ນກ່າວປາໄສນຳພາຢູ່ທີ່ Shangri-La ແມ່ນການຢັ້ງຢືນເຖິງບົດບາດ, ຖານະຕຳແໜ່ງ ແລະ ການປະກອບສ່ວນນັບມື້ນັບມີຄວາມໝາຍຄວາມສຳຄັນຂອງຫວຽດນາມ ຕໍ່ກັບສັນຕິພາບ, ການຮ່ວມມື ແລະ ການພັດທະນາ ຢູ່ພາຍໃນພາກພື້ນ ແລະ ໃນຂອບເຂດທົ່ວໂລກ.

ຂໍຂອບໃຈທ່ານ!

ປັນຍາຊົນຫວຽດນາມ ຢູ່ ສິງກະໂປ ຮ່ວມແຮງຮ່ວມໃຈສ້າງສາການປ່ຽນແປງໃໝ່ ແລະ ນະວັດຕະກຳ ປັນຍາຊົນຫວຽດນາມ ຢູ່ ສິງກະໂປ ຮ່ວມແຮງຮ່ວມໃຈສ້າງສາການປ່ຽນແປງໃໝ່ ແລະ ນະວັດຕະກຳ

ຍສໝ - ແນໃສ່ຫັນຈິດໃຈແຫ່ງການປ່ຽນແປງໃໝ່ ແລະ ນວັດຕະກຳ ແລະ ພັດທະນາວິທະຍາສາດເຕັກໂນໂລຊີແຫ່ງຊາດໃຫ້ປະກົດຜົນເປັນຈິງ, ຄະນະຕິດຕໍ່ພົວພັນປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ຈະຈັດຕັ້ງ ເວທີປາໄສປັນຍາຊົນ ແລະ ການປ່ຽນແປງໃໝ່ ແລະ ນວັດຕະກຳຫວຽດນາມ ຢູ່ ສິງກະໂປ 2026 (Vietnam-Singapore Innovation Forum - VSIF 2026).

ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ: ເອົາການເຊື່ອມໂຍງວິສາຫະກິດ ແລະ ນະວັດຕະກໍາເປັນຫຼັກຂອງການເຄື່ອນໄຫວໃນປີ 2026. ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ: ເອົາການເຊື່ອມໂຍງວິສາຫະກິດ ແລະ ນະວັດຕະກໍາເປັນຫຼັກຂອງການເຄື່ອນໄຫວໃນປີ 2026.

ຍສໝ - ຕອນບ່າຍວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງສະມາຄົມມິດຕະພາບຫວຽດນາມ - ສິງກະໂປ (VSFA) ໄດ້ຈັດຕັ້ງກອງປະຊຸມຄົບຄະນະຂອງຄະນະບໍລິຫານງານເພື່ອສະຫຼຸບການເຄື່ອນໄຫວໃນປີ 2025 ແລະ ວາງທິດທາງ, ໜ້າທີ່ໃນປີ 2026. ບັນດາຜູ້ແທນໄດ້ຢັ້ງຢືນບົດບາດອັນຕັ້ງໜ້າຂອງການພົວພັນແລກປ່ຽນປະຊາຊົນໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສິງກະໂປ; ກຳນົດ​ເອົາ​ປີ 2026 ເປັນ​ປີ​ທີ່​ສຳຄັນ, ຈະ​ສຸມ​ໃສ່​ສ້າງ​ເຄືອ​ຂ່າຍ​ທຸລະ​ກິດ, ນະວັດຕະກຳ, ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ ...

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ