ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ

17:02 | 18/05/2021

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຕີລາຄາສູງການຮ່ວມມື ແລະ ສະໜັບສະໜູນຍີ່ປຸ່ນ ຢ່າງມີປະສິດທິຜົນ ເພື່ອການພັດທະນາຂອງຫວຽດນາມ...

ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ ຊຸກ​ຍູ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຫຼາຍກວ່າ​ອີກ
ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ

ໃນວັນທີ 17 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide.

ທ່ານນາຍົກລັດຖະມົນຕີ Suga Yoshihide ໄດ້ສະແດງຄວາມຊົມເຊີຍ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ທີ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ຕີລາຄາສູງບັນດາການປະກອບສ່ວນສຳຄັນທີ່ສຸດ ຕໍ່ການພົວພັນລະຫວ່າງສອງປະເທດໂດຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ເປັນປະທານຄະນະຜູ້ແທນລັດຖະສະພາມິດຕະພາບຫວຽດນາມ - ຍີ່ປຸ່ນ; ປາດຖະໜາຢາກເຮັດວຽກກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຍີ່ປຸ່ນ - ຫວຽດນາມ ໃນການສືບຕໍ່ເຕີບໃຫຍ່ເຂັ້ມແຂງໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ. (ພາບ: VGP)

ທ່ານນາຍົກລັດຖະມົນຕີ Suga Yoshihide ໄດ້ຢືນຢັນວ່າ, ຈະສືບຕໍ່ໜູນຊ່ວຍຫວຽດນາມ ພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນໃນຂົງເຂດຄົມມະນາຄົມຂົນສົ່ງ, ພະລັງງານ, ສິ່ງແວດລ້ອມ; ການຫັນເປັນດີຈີຕອນ, ສືບຕໍ່ໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ກໍ່ເນັ້ນໜັກວ່າ, ຍີ່ປຸ່ນ ຈະໜູນຊ່ວຍ, ຮ່ວມມືກັບຫວຽດນາມ ຢ່າງສຸດຂີດ ເພື່ອຮັບປະກັນວັກຊິນກັນໂຄວິດ-19 ທີ່ຈຳເປັນ…

ເພື່ອຊຸກຍູ້ການພົວພັນຂອງສອງປະເທດ ໃຫ້ພັດທະນາຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ສະເໜີໃຫ້ 2 ຝ່າຍຈົ່ງສຸມໃສ່ຊຸກຍູ້ 5 ຂົງເຂດຮ່ວມມືລວມມີ: ສືບຕໍ່ຮ່ວມມື ແລະ ໜູນຊ່ວຍການພັດທະນາພື້ນຖານໂຄງລ່າງ; ໜູນຊ່ວຍຄວາມສາມາດສຳພັດກັບແຫຼ່ງສະໜອງ ແລະ ຮ່ວມມືໃນການຖ່າຍທອດເຕັກໂນໂລຊີກ່ຽວກັບວັກຊິນກັນໂຄວິດ-19 ໂດຍໄວ; ສົ່ງເສີມ, ໜູນຊ່ວຍວິສາຫະກິດຍີ່ປຸ່ນ ເພີ່ມທະວີການລົງທຶນເຂົ້າຫວຽດນາມ; ສືບຕໍ່ໜູນຊ່ວຍຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນສະພາບການໃໝ່…

ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີສອງທ່ານ ຍັງໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງສອງຝ່າຍມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ; ເຫັນດີສືບຕໍ່ເຮັດວຽກຢ່າງໃກ້ຊິດຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະ ຢູ່ສະຫະປະຊາຊາດ ແລະ ອາຊຽນ.

ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ

ຍສໝ - ຜ່ານໂຄງການ “ມອບ-ຮັບກ່ຳປັ່ນຄົ້ນຄວ້າວິທະຍາສາດທະເລ”, ຝ່າຍ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລໂດຍພື້ນຖານ, ປະກອບສ່ວນປະຕິບັດ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045”.

ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2 ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2

ຍ​ສ​ໝ - ISA ໃຫ້​ຮູ້​ວ່າ​ເຫດ​ຜົນ​ທີ່​ເຮັດ​ໃຫ້ ຫວຽດ​ນາມ​ລື່ນ​ກາຍ ສ.ເກົາຫຼີ ​ເພື່ອ​ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່ ຍີ່​ປຸ່ນຫຼາຍ​ອັນ​ດັບ​ທີ 2 ຕົ້ນ​ຕໍ​ແມ່​ນ​ຍ້ອນ​ການ​ເພີ່ມ​ຂຶ້ນ​ຂອ​ງ​ຈຳ​ນວນ​ນັກ​ສຶກ​ສາ, ນັກ​ຄົ້ນ​ຄ​້​ວາ ແລະ ນັກ​ຝຶກ​ງານ​ຊາວ​ຫວຽດ​ນາມ ໄປ​ຍັງ​ບີ່​ປຸ່ນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ວາລະສານຍີ່ປຸ່ນ: ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕ 6% ໃນປີ 2021 ວາລະສານຍີ່ປຸ່ນ: ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕ 6% ໃນປີ 2021

ຍສໝ - ພື້ນຖານເສດຖະກິດຫວຽດນາມ ຍັງຄົງແມ່ນໜຶ່ງໃນບັນດາເສດຖະກິດທີ່ເຄີຍມີ ແລະ ຈະມີລະດັບເຕີບໂຕສູງໃນໂລກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.