ມອບສິ່ງທີ່ຈຳເປັນ ແລະ ງົບປະມານການໃຊ້ຈ່າຍ ເພື່ອຊ່ວຍເຫຼືອຊາວຫວຽດນາມ ຢູ່ກຳປູເຈຍ ໃນການຕໍ່ສູ້ COVID-19

08:49 | 22/05/2021

ຍສໝ - ໃນວັນທີ 20 ພຶດສະພາ, ສະຫະພັນບັນດາອົງການມິດຕະພາບແຂວງດົ່ງທາບ (ສະຫະພັນດົງທາບ) ສົມທົບກັບຄະນະກຳມະການແນວໂຮມປະເທດຊາດ, ພະແນກການຕ່າງປະເທດແຂວງດົງທາບ ໄດ້ມອບເຂົ້າສານ 7 ໂຕນ, ໝີ່ 700 ກ່ອງ ແລະ ງົບປະມານເພື່ອຊ່ວຍເຫຼືອຢູ່ຕ່າງປະເທດ ຊາວຫວຽດນາມ ຢູ່ກຳປູເຈຍ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19 ມີມູນຄ່າ 200 ລ້ານດົ່ງ.

ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ
ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ເຕືອນພົນລະເມືອງ ບໍ່ໃຫ້ຂ້າມຊາຍແດນຢ່າງຜິດກົດໝາຍ ເພື່ອກັບຄືນປະເທດ ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ເຕືອນພົນລະເມືອງ ບໍ່ໃຫ້ຂ້າມຊາຍແດນຢ່າງຜິດກົດໝາຍ ເພື່ອກັບຄືນປະເທດ

ທ່ານເລຊວນຫາຍ - ປະທານສະຫະພັນດົງທາບ ແລະ ບັນດາສະມາຊິກໃນຄະນະ ໄດ້ມາຢ້ຽມຢາມຖາມຂ່າວ ແລະ ແບ່ງປັນຄວາມຫຍຸ້ງຍາກຂອງຊາວຫວຽດນາມຢູ່ຕ່າງປະເທດ ໃນເວລາເກີດການລະບາດຂອງພະຍາດ COVID-19. ຄະນະຜູ້ແທນ ຍັງໄດ້ຮຽກຮ້ອງໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ຈົ່ງມີຄວາມທຸ່ນທ່ຽງ, ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຕາມລະບຽບຂອງລັດຖະບານປະເທດແຫ່ງທ້ອງຖິ່ນ, ບໍ່ໃຫ້ເຂົ້າເມືອງປະເທດຫວຽດນາມແບບຜິດກົດໝາຍ. ເມື່ອມີຄວາມຈຳເປັນ, ປະຊາຊົນຕິດຕໍ່ສະຖານທູດ, ກົງສຸນໃຫຍ່ຫວຽດນາມປະຈຳກຳປູເຈຍ ແລະ ສະມາຄົມຂະແມ - ຫວຽດນາມ ເພື່ອຂໍການສະໜັບສະໜູນ.

ຄະນະຜູ້ແທນໄດ້ມອບເຂົ້າສານຈຳນວນ 2500 ກິໂລ ໃຫ້ແກ່ສະມາຄົມກຳປູເຈຍ - ຫວຽດນາມ; ໝີ່ 350 ກ່ອງ ແລະ 50 ລ້ານດົ່ງ ເພື່ອຊ່ວຍເຫຼືອຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຫຼຸດຜ່ອນຄວາມຫຍຸ້ງຍາກ ແລະ ຜ່ານຜ່າໂລກລະບາດພະຍາດ COVID-19.

ມອບສິ່ງທີ່ຈຳເປັນ ແລະ ງົບປະມານການໃຊ້ຈ່າຍ ເພື່ອຊ່ວຍເຫຼືອຊາວຫວຽດນາມ ຢູ່ກຳປູເຈຍ ໃນການຕໍ່ສູ້ COVID-19
ມອບສິ່ງຂອງທີ່ຈຳເປັນ ແລະ ງົບປະມານການໃຊ້ຈ່າຍ ເພື່ອຊ່ວຍເຫຼືອຊາວຫວຽດນາມ ຢູ່ກຳປູເຈຍ ໃນການຕໍ່ສູ້ COVID-19

ໃນວັນດຽວກັນ, ຄະນະຜູ້ແທນ ຍັງໄດ້ມອບເຂົ້າສານຈຳນວນ 3,5 ໂຕນ ໃຫ້ກອງບັນຊາການທະຫານຊາຍແດນແຂວງດົ່ງທາບ; ໝີ່ 350 ກ່ອງ ເພື່ອສະໜັບສະໜູນຊາວຫວຽດນາມຢູ່ຕ່າງປະເທດໃນແຂວງ Prây veng. ມູນຄ່າທັງໝົດໃນການສະໜັບສະໜູນ ໃນໂອກາດນີ້ແມ່ນ 200 ລ້ານດົງຈາກກອງທຶນປ້ອງກັນ ແລະ ຕ້ານ COVID-19 ເຊິ່ງລະດົມໂດຍຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມແຂວງດົ່ງທາບ.

ທ່ານ ເຈົາວັນຈີ, ປະທານສະມາຄົມຂະແມ - ຫວຽດນາມ ໄດ້ແຈ້ງໃຫ້ຄະນະຊາບກ່ຽວກັບສະພາບການລະບາດ ແລະ ຊີວິດຂອງຊາວຫວຽດນາມຢູ່ຕ່າງປະເທດ. ພ້ອມດຽວກັນນີ້, ທ່ານ ເຈົາວັນຈີ ໄດ້ສະແດງຄວາມຂອບໃຈຜູ້ນຳແຂວງດົງທາບ ທີ່ໃຫ້ຄວາມເອົາໃຈໃສ່ ແລະ ໃຫ້ການສະໜັບສະໜູນຢ່າງທັນການ.

ສະມາຄົມ ກ່າວວ່າ ຈະຈັດສົ່ງຂອງຂັວນເຫລົ່ານີ້ ໃຫ້ປະຊາຊົນທີ່ຕ້ອງການຢ່າງຮີບດ່ວນ, ປຸກລະດົມໃຫ້ພວກເຂົາປະຕິບັດຕາມມາດຕະການປ້ອງກັນການລະບາດຂອງກຳປູເຈຍ.

ຕາງໜ້າຊາວຫວຽດນາມຢູ່ຕ່າງປະເທດ, ສະມາຄົມຂະແມ - ຫວຽດນາມ ໄດ້ສະແດງຄວາມຂໍຂອບໃຈແຂວງດົງທາບ ທີ່ສະໜັບສະໜູນຊຸມຊົນຊາວຫວຽດນາມຢູ່ກຳປູເຈຍ, ໂດຍສະເພາະແມ່ນໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດປະຈຸບັນ.

ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ

ຍ​ສ​ໝ - ທີ່​ວັນ​ບຸນ, ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ​ໄດ້​ພ້ອມ​ກັນ​ພົວ​ພັນແລກ​ປ່ຽນ, ເຂົ້າ​ຮ່ວມ​ພິ​ທີ​ບາ​ສີ​ສູ່​ຂວັນ ແລະ ຫົດ​ນ້ຳ ແມ່ນ​ບັນ​ດາ​ພິ​ທີ​ອວຍ​ພອນ​ປີ​ໃໝ່​ພາ​ວະ​ນາ​ຄວາມ​ໂສກ​ດີ ແລະ ຍາມ​ໃດ​ກໍ່​ໄດ້​ນຳ​ໃຊ້​ເພື່ອ​ຮັບ​ແຂກ​ດ້ວຍ​ຄ​ວາມ​ໝາຍອວຍ​ພອນ​ຄວາມ​ຜາ​ສຸກ, ຜົນ​ສຳ​ເລັດ ແລະ ຄວາມ​ໂສກ​ດີ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ຂອງ ລາວ ແລະ ກຳ​ປູ​ເຈຍ.

ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ

ຍສໝ - ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ.

ມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶ​ກ​ສາ ລາວ, ກຳ​ປູ​ເຈຍ​ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶ​ກ​ສາ ລາວ, ກຳ​ປູ​ເຈຍ​ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດນີ້, ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ແຂວງ​ກຽນ​ຢາງ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ແຂວງ ໄດ້​ມອບ​ຂອງ​ຂວັນ 69 ພູດ ແລະ ທຶນ​ການ​ສຶກ​ສາ 12 ທູນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.