ແຂວງຈຳປາສັກ ມອບອຸປະກອນຮັບໃຊ້ ນະຄອນປາກເຊ ເພື່ອແກ້ໄຂການລະບາດ ພະຍາດໂຄວິດ-19

17:19 | 25/05/2021

ແຂວງຈຳປາສັກ ມອບອຸປະກອນການແພດ, ເຄື່ອງຮັບໃຊ້ ເພີ້ມເຕີມໃຫ້ຄະນະສະ ເພາະກິດ ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ 9 ເມືອງ, ນະຄອນປາກເຊ ແລະ ສອງກຳລັງ ປກຊ-ປກສ ແຂວງຈຳປາສັກ. ລວມ 12 ພາກສ່ວນ ເພື່ອຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ.

ໂລກລະບາດໂຄວິດ - 19: ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ ໂລກລະບາດໂຄວິດ - 19: ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ
ຫວຽດນາມ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ ຫວຽດນາມ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ

ພິທີມອບ-ຮັບດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 24 ພຶດສະພາ 2021, ທີ່ຫ້ອງວ່າການ ແຂວງຈຳປາສັກ, ໂດຍ ມີ ຄະນະສະເພາະກິດສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຂັ້ນແຂວງ ແລະ ຂັ້ນເມືອງ, ມີກຳລັງ ປກຊ-ປກສ ແຂວງຈຳປາສັກ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ແຂວງຈຳປາສັກ ມອບອຸປະກອນຮັບໃຊ້ ນະຄອນປາກເຊ ເພື່ອແກ້ໄຂການລະບາດ ພະຍາດໂຄວິດ-19

ແຂວງຈຳປາສັກ ມອບອຸປະກອນຮັບໃຊ້ ນະຄອນປາກເຊ ເພື່ອແກ້ໄຂການລະບາດ ພະຍາດໂຄວິດ-19. (ພາບ: KPL)

ອຸປະກອນການແພດ, ເຄື່ອງຮັບໃຊ້ ແມ່ນໄດ້ຮັບຈາກການອຸປະຖຳ ປະກອບສ່ວນຈາກສັງຄົມ, ແຂວງຈຳປາສັກ ໄດ້ແບ່ງປັນໃຫ້ແຕ່ ລະພາກສ່ວນແມ່ນໄດ້ຮັບ: ຜ້າອັດປາກ-ດັງ ພາກສ່ວນລະ 300 ກັບ; ເຈວລ້າງມື ຂວດກາງ 20 ຂວດ, ຂວດນ້ອຍ 100 ຂວດ; ໜີ່ 5 ແກ໊ດ ແລະ ອື່ນໆ. ກ່າວຮັບໂດຍຫົວໜ້າຄະນະ ສະເພາະກິດສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຂອງແຕ່ລະພາກສ່ວນ, ເປັນກຽດກ່າວມອບໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ.

ແຂວງຈໍາປາສັກ ນັບແຕ່ຕົ້ນ ປີ 2021 ຫາ ວັນທີ 24 ພຶດສະພາ 2021 ມີຈໍານວນຜູ້ຕິດເຊື້ອທັງໝົດ 311 ກໍລະນີ, ຍິງ 138 ກໍລະນີ, ຕິດເຊື້ອກັບເຂົ້າມາ ຈາກຕ່າງປະເທດ 194 ກໍລະນີ, ຕິດ ເຊື້ອພາຍໃນ 117 ກໍລະນີ, ສະສົມປິ່ນປົວຫາຍດີ 141 ກໍລະນີ, ຍັງສືບຕໍ່ປິ່ນປົວຈໍານວນ 170 ກໍລະນີ.

ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ

ຍສໝ - ຫຼາຍມື້ຜ່ານມາ, ເພື່ອນມິດໃນທົ່ວໂລກ ເມື່ອສົນໃຈເຖິງການເລືອກຕັ້ງປີນີ້ຢູ່ຫວຽດນາມ ມັກມີຄວາມຮູ້ສຶກວ່າການເລືອກຕັ້ງ ຈະປະສົບຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນກໍ່ເຊື່ອວ່າຈະແມ່ນບາດກ້າວໃໝ່ ຂອງການພັດທະນາທີ່ເຂັ້ມແຂງ ແລະຍືນຍົງຂອງຫວຽດນາມ. ຄວາມເຊື່ອນັ້ນຖືກສ້າງຕັ້ງຂື້ນຈາກການສັງເກດ, ການຄົ້ນຄ້ວາ ແລະອື່ນໆ ເຖິງຄວາມເປັນຈິງທີ່ມີຊີວິດຊີວາຂອງຊີວິດຢູ່ຫວຽດນາມ.

ເຂດອຸດສາຫະກຳ ແລະ ໂຮງງານຕ້ອງປະຕິບັດຕາມຂໍ້ກຳນົດ 5K ຢ່າງເຂັ້ມງວດ ເຂດອຸດສາຫະກຳ ແລະ ໂຮງງານຕ້ອງປະຕິບັດຕາມຂໍ້ກຳນົດ 5K ຢ່າງເຂັ້ມງວດ

ຍສໝ - ບັນດາວິສາຫະກິດຕັ້ງໜ້າເຂົ້າຮ່ວມການກວດວິໄຈປະຈຳໄລຍະ ເພື່ອຮັບປະກັນໃຫ້ການຜະລິດໄດ້ດຳເນີນໄປຢ່າງປອດໄພ. ພ້ອມກັນນັ້ນ, ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ຫ້າມການໄປມາແລກປ່ຽນລະຫວ່າງທ້ອງຖິ່ນ, ກຽມພ້ອມສະຖານທີ່ແຍກຕົວລວມໝູ່.

ລັດຖະບານ ອົດສະຕຣາລີ ຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ ສປປ.ລາວ ຈຳນວນ 1 ລ້ານໂດລາ ລັດຖະບານ ອົດສະຕຣາລີ ຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ ສປປ.ລາວ ຈຳນວນ 1 ລ້ານໂດລາ

ໃນວັນທີ 12 ພຶດສະພາ 2021, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກແຊັງ ...

kpl.gov.la

ເຫດການ
302 Found

Found

The document has moved here.