ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ

17:01 | 22/05/2021

ຍສໝ - ຫຼາຍມື້ຜ່ານມາ, ເພື່ອນມິດໃນທົ່ວໂລກ ເມື່ອສົນໃຈເຖິງການເລືອກຕັ້ງປີນີ້ຢູ່ຫວຽດນາມ ມັກມີຄວາມຮູ້ສຶກວ່າການເລືອກຕັ້ງ ຈະປະສົບຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນກໍ່ເຊື່ອວ່າຈະແມ່ນບາດກ້າວໃໝ່ ຂອງການພັດທະນາທີ່ເຂັ້ມແຂງ ແລະຍືນຍົງຂອງຫວຽດນາມ. ຄວາມເຊື່ອນັ້ນຖືກສ້າງຕັ້ງຂື້ນຈາກການສັງເກດ, ການຄົ້ນຄ້ວາ ແລະອື່ນໆ ເຖິງຄວາມເປັນຈິງທີ່ມີຊີວິດຊີວາຂອງຊີວິດຢູ່ຫວຽດນາມ.

ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ
ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ
ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ
ເພື່ອນມິດໃນທົ່ວໂລກ ເມື່ອສົນໃຈເຖິງການເລືອກຕັ້ງປີນີ້ຢູ່ຫວຽດນາມ ມັກມີຄວາມຮູ້ສຶກວ່າການເລືອກຕັ້ງ ຈະປະສົບຜົນສຳເລັດຢ່າງຈົບງາມ.

ບັນດານັກຄົ້ນຄ້ວາເຊື່ອວ່າໃນອາຍຸປະຈຳການຜ່ານມາ, ລະບົບການເມືອງທີ່ໄດ້ຮັບການເລືອກຕັ້ງໄດ້ນຳພາປະເທດຫວຽດນາມ ໃຫ້ບັນລຸໝາກຜົນທີ່ໜ້າປະທັບໃຈຫລາຍຢ່າງ, ການຄວບຄຸມການລະບາດຂອງ ພະຍາດ ໂຄວິດ-19 ໄດ້ກາຍເປັນແບບຢ່າງຂອງສາກົນ. ການແກ້ໄຂບັນຫາຕ້ານການລະບາດ ແລະການພັດທະນາເສດຖະກິດ ແລະຄວາມໝັ້ນຄົງຂອງສັງຄົມແມ່ນຜົນສຳ ເລັດພິເສດຂອງຫວຽດນາມ. ທີ່ຕັ້ງ, ບົດບາດ ແລະປະສິດທິຜົນຂອງຫວຽດນາມໃນການເຄື່ອນໄຫວສາກົນ ແລະພາກພື້ນນັບມື້ນັບ ສຳຄັນ ແລະມີປະສິດທິຜົນກວ່າອີກ.

ພວກເຂົາໃຫ້ຮູ້ວ່າ, ການປະຕິບັດງານຂອງຜູ້ນຳໃນອາຍຸປະຈຳການຜ່ານມາ ໄດ້ຢືນຢັນວ່າການເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງແມ່ນຖືກຕ້ອງ. ໃນການເລືອກຕັ້ງຄັ້ງນີ້, ປະຊາຊົນໄດ້ມີສ່ວນຮ່ວມໃນການສະແດງອອກສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມສະດວກ, ວິທະຍາສາດ ແລະທັນສະໄໝທີ່ສຸດ. ຂໍ້ມູນກ່ຽວກັບຜູ້ສະໝັກ, ວິທີຊອກຮູ້ຂໍ້ມູນຜູ້ມີສິດເລືອກຕັ້ງ... ຖືກເຜີຍແຜ່ ແລະຖ່າຍທອດຜ່ານທຸກວິທີ ແລະທຸກຮູບແບບ. ການກະກຽມການເລືອກຕັ້ງຍັງມີຄວາມປອດໄພທີ່ສຸດຕໍ່ການລະບາດຂອງພະຍາດ ໂຄວິດ-19.

ສິດຂອງຜູ້ມີສິດເລືອກຕັ້ງຢູ່ຫວຽດນາມ ໃນການຊອກຮູ້, ຕັ້ງຄໍາຖາມ, ຄວາມຄາດຫວັງ ແລະເລືອກເອົາຜູ້ສະໝັກ ຖືກຮັບຮູ້ ແລະເຫັນອົກເຫັນໃຈຈາກເພື່ອນມິດໃນທົ່ວໂລກ. ຄວາມເຫັນອົກເຫັນໃຈນັ້ນໄດ້ເພີ່ມທະວີຂຶ້ນເມື່ອພວກເຂົາເຫັນຄວາມເປັນເອກະລັກສະເພາະໃນຊີວິດການເມືອງຂອງຫວຽດນາມ.

ເພື່ອນມິດສາກົນມີຄວາມປາດຖະໜາວ່າຫວຽດນາມ ຈະສືບຕໍ່ມີມາດຕະການແກ້ໄຂເພື່ອຄວບຄຸມພະຍາດໂຄວິດ-19 ໃນສະພາບການໃໝ່. ຫວຽດນາມຈະເປີດປະຕູສູ່ການເຊື່ອມໂຍງ, ມິດຕະພາບ ແລະ ສ້າງຄວາມສະດວກໃຫ້ແກ່ການລົງທຶນຕ່າງປະເທດ, ການທ່ອງທ່ຽວ ແລະການຮ່ວມມືສາກົນ. ຫວຽດນາມ ຈະຈັດຕັ້ງປະຕິບັດໄດ້ດີກວ່າເກົ່າໃນການປະກອບສ່ວນຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ.

ຄວາມປາດຖະໜາໃນການສ້າງສາ ແລະ ພັດທະນາ ປະເທດຊາດ ທີ່ຈະເລີນຮຸ່ງເຮືອງ ແລະ ຄວາມສຸກຂອງພວກເຮົາຄືໃນປະຈຸບັນ, ໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ, ບໍ່ພຽງແຕ່ແມ່ນຄວາມເຊື່ອໝັ້ນເທົ່ານັ້ນແຕ່ຍັງເປັນການເຫັນດີ ແລະການຮ່ວມມືຢ່າງຈິງໃຈ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ

ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະສະພາປະຊາຊົນທຸກຂັ້ນໄດ້ມີມາດຕະການຮັບມືຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງພະຍາດ. ບັນດາການພົບປະແລກປ່ຽນກັບຜູ້ມີສິດເລືອກຕັ້ງໄດ້ດໍາເນີນບົນພື້ນຖານຮັບປະກັນຄວາມປອດໄພສຸຂະພາບໃຫ້ແກ່ຜູ້ສະໝັກເລືອກຕັ້ງ ແລະຜູ້ມີສິດເລືອກຕັ້ງໝົດທຸກຄົນ, ຮັບປະກັນໃຫ້ການເລືອກຕັ້ງສາມາດໄດ້ຈັດຕັ້ງຖືກຕາມແຜນການທີ່ໄດ້ວາງອອກ.

ປະທານປະເທດແລະບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຂົນຂວາຍການເລືອກຕັ້ງຢູ່ນະຄອນໂຮ່ຈີມິນ ປະທານປະເທດແລະບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຂົນຂວາຍການເລືອກຕັ້ງຢູ່ນະຄອນໂຮ່ຈີມິນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບັນດາມາດຕະການແກ້ໄຂເພື່ອຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ປະຊາຊົນຢູ່ເຂດຊົນນະບົດ; ການພັດທະນາການສຶກສາ, ສາທາລະນະສຸກ, ວັດທະນະທຳ ສັງຄົມ.

ມອບສິ່ງທີ່ຈຳເປັນ ແລະ ງົບປະມານການໃຊ້ຈ່າຍ ເພື່ອຊ່ວຍເຫຼືອຊາວຫວຽດນາມ ຢູ່ກຳປູເຈຍ ໃນການຕໍ່ສູ້ COVID-19 ມອບສິ່ງທີ່ຈຳເປັນ ແລະ ງົບປະມານການໃຊ້ຈ່າຍ ເພື່ອຊ່ວຍເຫຼືອຊາວຫວຽດນາມ ຢູ່ກຳປູເຈຍ ໃນການຕໍ່ສູ້ COVID-19

ຍສໝ - ໃນວັນທີ 20 ພຶດສະພາ, ສະຫະພັນບັນດາອົງການມິດຕະພາບແຂວງດົ່ງທາບ (ສະຫະພັນດົງທາບ) ສົມທົບກັບຄະນະກຳມະການແນວໂຮມປະເທດຊາດ, ພະແນກການຕ່າງປະເທດແຂວງດົງທາບ ໄດ້ມອບເຂົ້າສານ 7 ໂຕນ, ໝີ່ 700 ກ່ອງ ແລະ ງົບປະມານເພື່ອຊ່ວຍເຫຼືອຢູ່ຕ່າງປະເທດ ຊາວຫວຽດນາມ ຢູ່ກຳປູເຈຍ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19 ມີມູນຄ່າ 200 ລ້ານດົ່ງ.

ໄຊພອນ

ເຫດການ
302 Found

Found

The document has moved here.