ລັດຖະບານ ອົດສະຕຣາລີ ຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ ສປປ.ລາວ ຈຳນວນ 1 ລ້ານໂດລາ

16:52 | 13/05/2021

ໃນວັນທີ 12 ພຶດສະພາ 2021, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກແຊັງ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີ ຢ່າງເປັນທາງການ ກໍຄື ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ.

ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ
ບັນດາກະຊວງ, ອົງການຈັດຕັ້ງ, ທ້ອງຖິ່ນ ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໃນຂອບເຂດພາລະບົດບາດ, ໜ້າທີ່, ສິດທີ່ໄດ້ຮັບມອບໝາຍ ບັນດາກະຊວງ, ອົງການຈັດຕັ້ງ, ທ້ອງຖິ່ນ ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໃນຂອບເຂດພາລະບົດບາດ, ໜ້າທີ່, ສິດທີ່ໄດ້ຮັບມອບໝາຍ

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 69 ປີ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ເປັນຕົ້ນ ການຊ່ວຍເຫຼືອເພື່ອການພັດທະນາ (ODA), ການພັດທະນາຊັບພະຍາກອນມະນຸດ, ກະສິກຳ, UXO, ການຄ້າ-ການລົງທຶນ ແລະ ອື່ນໆ. ພິເສດ, ໃນປີ 2022 ສປປ ລາວ ແລະ ອົດສະຕຣາລີ ຈະຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ແລະ ຫວັງວ່າ ສອງຝ່າຍ ຈະຮ່ວມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຢ່າງມີບັນຍາກາດ ແລະ ມີຄວາມໝາຍ. ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງຕໍ່ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະ ການຊ່ວຍເຫຼືອເພີ່ມຕື່ມຢາວັກແຊັງໃນຄັ້ງນີ້ ຈະປະກອບສ່ວນອັນສໍາຄັນໃຫ້ແກ່ຄວາມພະຍາຍາມຂອງ ລັດຖະບານລາວ ໃນການຈັດຕັ້ງປະຕິບັດການສັກຢາວັກແຊັງແກ່ປະຊາຊົນລາວໃຫ້ຫຼາຍຂື້ນໃນຂອບເຂດທົ່ວປະເທດ ກໍຄື ສືບຕໍ່ຊ່ວຍເຫຼືອໃນການຟື້ນຟູຜົນກະທົບທາງດ້ານເສດຖະກິດ-ສັງຄົມຈາກ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ. ພ້ອມກັນນີ້, ກໍໄດ້ສະແດງຄວາມຊົມເຊີຍ ລັດຖະບານ ອົດສະຕຣາລີ ຕໍ່ໝາກຜົນສໍາເລັດທີ່ຍາດມາໄດ້ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໃນໄລຍະຜ່ານມາ.

ລັດຖະບານ ອົດສະຕຣາລີ ຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ ສປປ.ລາວ ຈຳນວນ 1 ລ້ານໂດລາ
ລັດຖະບານ ອົດສະຕຣາລີ ຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ ສປປ.ລາວ ຈຳນວນ 1 ລ້ານໂດລາ. (ພາບ: KPL)

ທ່ານ ໂພລ ແຄລີ ໄດ້ກ່າວວ່າ ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ໃຫ້ຊ່ວຍເຫຼືອຢາວັກແຊັງໃຫ້ແກ່ ປະຊາຊົນລາວ, ຊຶ່ງເປັນບຸລິມະສິດທີ່ສໍາຄັນ ແລະ ຮີບດ່ວນຂອງ ລັດຖະບານ ອົດສະຕຣາລີ. ການຊ່ວຍເຫຼືອຄັ້ງນີ້ ຈະສະໜອງຢາວັກແຊັງ ຈໍານວນ 1 ລ້ານ ໂດສ, ການຝຶກອົບຮົມໃຫ້ແກ່ແພດໝໍ ໃນວຽກງານການບໍລິຫານການສັກວັກແຊັງທີ່ປອດໄພ ແລະ ການຊ່ວຍເຫຼືອດ້ານວິຊາການຈາກ ສະຖາບັນການຄຸ້ມຄອງດ້ານສຸຂະພາບທີ່ມີຊື່ສຽງຂອງ ອົດສະຕຣາລີ. ການປະກອບສ່ວນໃນຄັ້ງນີ້ຈະຊ່ວຍໃຫ້ ລັດຖະບານລາວ ສາມາດເພີ່ມອັດຕາສ່ວນຂອງພົນລະເມືອງລາວ ທີ່ຈະໄດ້ຮັບການສັກວັກແຊັງປ້ອງກັນຫຼາຍຂື້ນກວ່າເກົ່າ ພ້ອມທັງຈະໃຫ້ການສະໜັບສະໜູນຄວາມປອດໄພດ້ານສຸຂະພາບໃຫ້ແກ່ ສປປ ລາວ ໃນໄລຍະຍາວ.

ການຊ່ວຍເຫຼືອຢາວັກແຊັງຂອງ ອົດສະຕຣາລີ ໃນຄັ້ງນີ້ ແມ່ນການຊ່ວຍເຫຼືອເພີ່ມຈາກເບື້ອງຕົ້ນ ຈໍານວນ 4,8 ລ້ານໂດລາອົດສະຕຣາລີ ເພື່ອນໍາໃຊ້ເຂົ້າໃນວຽກງານແກ້ໄຂຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງຈັດຕັ້ງປະຕິບັດຢູ່ປັດຈຸບັນ. ນອກຈາກນີ້, ລັດຖະບານ ອົດສະຕຣາລີ ຍັງໄດ້ປະກອບສ່ວນທຶນຈຳນວນຫຼາຍເຂົ້າໃນ ໂຄງການ ໂຄແວັກສ (COVAX), ເຊິ່ງຈະຊ່ວຍເພີ່ມຈໍານວນການສັກຢາວັກແຊັງໃຫ້ແກ່ປະຊາຊົນລາວໃຫ້ກວມກວ່າ 20 ສ່ວນຮ້ອຍ ໂດຍບໍ່ເສຍຄ່າໃຊ້ຈ່າຍ.

ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ

ຍສໝ - ກະຊວງສາທາລະນະສຸກສ້າງບັນດາມາດຖານ, ເງື່ອນໄຂສຳລັບບັນດາທ້ອງຖິ່ນຄືແນວໃດແມ່ນມີໂລກລະບາດແລະບັນດາມາດຕະການຢ່າງລະອຽດຕິດຄັດໄປນຳ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານທີ່ກ່ຽວຂ້ອງເປັນເຈົ້າການໃນການສ້າງແຜນເພື່ອແນໃສ່ຜັນຂະຫຍາຍວຽກງານເລືອກຕັ້ງໃນເງື່ອນໄຂທີ່ເກີດໂລກລະບາດໂຄວິດ - 19 ນີ້.

ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້ ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້

ທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລາຍງານ ໃນວັນທີ 10 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ, ກ່ຽວກັບການຈັດຕັ້ງປະຕິບັດ ການອໍານວຍຄວາມສະດວກ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ນີ້ວ່າ: ການຈັດຕັ້ງປະຕິບັດ ວຽກງານສົ່ງເສີມການລົງທຶນ ແມ່ນຍັງດໍາເນີນໄປຕາມກົນໄກປົກກະຕິ, ...

ບັນດາທ້ອງຖິ່ນປະຕິບັດບັນດາມາດຕະການປ້ອງກັນ, ຕ້້ານໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ ບັນດາທ້ອງຖິ່ນປະຕິບັດບັນດາມາດຕະການປ້ອງກັນ, ຕ້້ານໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ

ເມືອງ ອຽນລາກ ເປັນເວລາ 15 ວັນ, ນັບແຕ່ເວລາ 0 ໂມງຂອງວັນທີ 09 ພຶດສະພາ ຫາເວລາ 0 ໂມງຂອງວັນທີ 24 ພຶດສະພາ. ຮຽກຮ້ອງໃຫ້ປະຊາຊົນທຸກຄົນຕ້ອງຢູ່ໃນເຮືອນ, ພຽງແຕ່ອອກນອກຖ້າມີຄວາມຈຳເປັນຢ່າງແທ້ຈິງ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.