ໂລກລະບາດໂຄວິດ - 19: ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ

16:15 | 24/05/2021

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທຸນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໂດຍບໍ່ພຽງແຕ່ໃຫ້ການໜູນຊ່ວຍທາງດ້ານການເງິນ ແລະ ວັດຖຸອຸປະກອນການແພດໃຫ້ແກ່ ລາວ ເທົ່ານັ້ນ, ຫາກຍັງສົ່ງຄະນະນັກຊ່ຽວຊານມາຊ່ວຍ ລາວ ໃນໄລຍະເວລາ ທີ່ລາວ ພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຢ່າງຮ້າຍແຮງ.

ຫວຽດນາມ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ ຫວຽດນາມ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ
ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາດ​ຢ່າງ​ແທ້​ຈິງ ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາດ​ຢ່າງ​ແທ້​ຈິງ
ໂລກລະບາດໂຄວິດ - 19: ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ລາວ ບຸນແຝງ ພຸມມະໄລສິດ ໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາສະມາຊິກໃນຄະນະ ທີ່ໄດ້ມີການປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ລາວ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຊຸມວັນຜ່ານມາ.ພາບ: TTXVN

ໃນຕອນເຊົ້າວັນທີ 23 ພຶດສະພາ 2021, ຢູ່ສຳນັກງານກະຊວງສາທາລະນະສຸກ ລາວ ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີສະຫຼຸບ, ຈາລຶກບຸນຄຸນ ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະນັກຊ່ຽວຊານດ້ານສາທາລະນະສຸກຂອງ ຫວຽດນາມ ພາຍຫຼັງເດີນທາງມາໃຫ້ການຊ່ວຍເຫຼືອ ລາວ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ມາເປັນໄລຍະໜຶ່ງ. ເພື່ອເປັນການສະແດງຄວາມຮັບຮູ້ຕໍ່ການປະກອບສ່ວນຂອງຄະນະນັກຊ່ຽວຊານດ້ານສາທາລະນະສຸກຂອງ ຫວຽດນາມ, ຕາງໜ້າກະຊວງສາທາລະນະສຸກ ລາວ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ລາວ ບຸນແຝງ ພຸມມະໄລສິດ ໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາສະມາຊິກໃນຄະນະ ທີ່ໄດ້ມີການປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ລາວ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຊຸມວັນຜ່ານມາ.

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທຸນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໂດຍບໍ່ພຽງແຕ່ໃຫ້ການໜູນຊ່ວຍທາງດ້ານການເງິນ ແລະ ວັດຖຸອຸປະກອນການແພດໃຫ້ແກ່ ລາວ ເທົ່ານັ້ນ, ຫາກຍັງສົ່ງຄະນະນັກຊ່ຽວຊານມາຊ່ວຍ ລາວ ໃນໄລຍະເວລາ ທີ່ລາວ ພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຢ່າງຮ້າຍແຮງ. ນີ້ແມ່ນການກະທຳທີ່ມີຊີວິດຊີວາຂອງການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດທີ່ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ກ່ອນໜ້ານັ້ນ, ໃນວັນທີ 04 ພຶດສະພາ 2021, ທີ່ສະໜາມບິນສາກົນວັດໄຕ ໄດ້ດຳເນີນພິທີມອບ-ຮັບ ການຊ່ວຍເຫຼືອຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ. ໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດຈໍານວນ 500.000 ໂດລາສະຫະລັດ, ສົ່ງທີມແພດຊ່ຽວຊານຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງມາຊ່ວຍເຫລືອ ສປປ ລາວ ປະກອບມີ: ເຄື່ອງຊ່ວຍຫາຍໃຈຈຳນວນ 200 ເຄື່ອງ, ທາດຂ້າເຊື້ອພະຍາດ ຈຳນວນ 10.000 ກິໂລ, ໜ້າກາກອະນາໄມຈໍານວນ 2 ລ້ານແຜ່ນ ແລະ ອື່ນໆ. ການຊ່ວຍເຫຼືອໃນຄັ້ງນີ້, ໄດ້ປະກອບສ່ວນອັນສໍາຄັນ ສ້າງຂວັນກໍາລັງໃຈອັນໃຫຍ່ຫຼວງ ແລະ ເພີ່ມກໍາລັງແຮງໃຫ້ແກ່ບັນດາແພດໝໍຂອງລາວ ທີ່ມີຈຳນວນຈຳກັດ ກໍາລັງເຮັດວຽກແຂ່ງຂັນກັບເວລາເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອທີ່ມີຈຳນວນເພີ່ມຂຶ້ນ ຫຼາຍໃນທຸກມື້. ພ້ອມນີ້, ກໍ່ຈະເປັນຂວັນກໍາລັງໃຈອັນປະເສີດແກ່ຄົນເຈັບຜູ້ທີ່ກຳລັງ ປິ່ນປົວຢູ່ໃນໂຮງໝໍຕ່າງໆໃນຂອບເຂດທົ່ວປະເທດລາວ.

ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ

ຍສໝ - ຫຼາຍມື້ຜ່ານມາ, ເພື່ອນມິດໃນທົ່ວໂລກ ເມື່ອສົນໃຈເຖິງການເລືອກຕັ້ງປີນີ້ຢູ່ຫວຽດນາມ ມັກມີຄວາມຮູ້ສຶກວ່າການເລືອກຕັ້ງ ຈະປະສົບຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນກໍ່ເຊື່ອວ່າຈະແມ່ນບາດກ້າວໃໝ່ ຂອງການພັດທະນາທີ່ເຂັ້ມແຂງ ແລະຍືນຍົງຂອງຫວຽດນາມ. ຄວາມເຊື່ອນັ້ນຖືກສ້າງຕັ້ງຂື້ນຈາກການສັງເກດ, ການຄົ້ນຄ້ວາ ແລະອື່ນໆ ເຖິງຄວາມເປັນຈິງທີ່ມີຊີວິດຊີວາຂອງຊີວິດຢູ່ຫວຽດນາມ.

ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ

ຍສໝ - ທ່ານ Saadi Salam - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລັດປາແລດສະຕິນ ປະຈຳ ຫວຽດນາມ ໄດ້ເຊື່ອໝັ້ນວ່າ ຫວຽດນາມຈະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເລືອກຕັ້ງສະພາປະຊາຊົນທຸກຂັ້ນໃນໄລຍະ 2021-2026 ຢ່າງສຳເລັດຜົນ. ທ່ານ Saadi Salam ໄດ້ກ່າວວ່າ, ຜູ້ມີສິດເລືອກຕັ້ງເມື່ອໄປປ່ອນບັດ ຈະເລືອກເອົາຜູ້ຮັກຊາດ ແລະ ເປັນຜູ້ທີ່ມີຄວາມຮັບຜິດຊອບຕໍ່ປະຊາຊົນ.

ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ

ຍສໝ - ສິ່ງທີ່ໜ້າສົນໃຈ, ກິດຈະກຳການເມືອງນີ້ບໍ່ພຽງແຕ່ມີຄວາມສຳຄັນ ໃນດ້ານການເມືອງເທົ່ານັ້ນ, ແຕ່ຍັງມີຄວາມກະຕືລືລົ້ນ, ມີຄວາມກົມກຽວ, ມີຄວາມເບີກບານມ່ວນຊື່ນ ໃນຊີວິດຂອງທຸກຊັ້ນຄົນ...ນັ້ນແມ່ນຄວາມຮູ້ສຶກທົ່ວໄປຂອງເພື່ອນມິດທົ່ວໂລກ ເຊິ່ງໄດ້ແບ່ງປັນກັບນັກຂ່າວ ວາລະສານຍຸກສະໄໝ.

ໄຊພອນ

ເຫດການ
302 Found

Found

The document has moved here.