ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ເຕືອນພົນລະເມືອງ ບໍ່ໃຫ້ຂ້າມຊາຍແດນຢ່າງຜິດກົດໝາຍ ເພື່ອກັບຄືນປະເທດ

09:13 | 27/04/2021

ຍສໝ - ໂດຍປະເຊີນ​​ໜ້າກັບສະພາບການທີ່ສັບສົນ ຂອງການລະບາດພະຍາດ COVID-19 ຢູ່ກຳປູເຈຍ, ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ຮຽກຮ້ອງໃຫ້ຊຸມຊົນຊາວຫວຽດນາມບໍ່ຕ້ອງກັບຄືນປະເທດ ໂດຍຜ່ານເສັ້ນທາງທີ່ຜິດກົດໝາຍ.

ມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶ​ກ​ສາ ລາວ, ກຳ​ປູ​ເຈຍ​ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶ​ກ​ສາ ລາວ, ກຳ​ປູ​ເຈຍ​ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ
ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ

ລັດຖະບານ ກຳປູເຈຍ ໄດ້ນຳໃຊ້ຫຼາຍມາດຕະການແກ້ໄຂ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19, ຢຸດເຊົາການຕິດເຊື້ອ, ແລະ ພະຍາຍາມເອົາຊະນະສິ່ງທ້າທາຍອັນໃຫຍ່ຫຼວງໃນປະຈຸບັນ, ລວມທັງຊຸກຍູ້ການສັກຢາຕ້ານພະຍາດ COVID-19 ແລະ ການຂະຫຍາຍການທົດສອບວິເຄາະ; ການປິດລ້ອມນະຄອນຫຼວງ Phnom Penh ແລະ ເມືອງ Ta Khmao ແລະ Preah Sihanouk; ກຳນົດ “ເຂດອັນຕະລາຍ" ເປັນສະຖານທີ່ທີ່ຕ້ອງການສ້າງຄວາມເຂັ້ມແຂງ ໃນການແຍກອອກຫ່າງທາງສັງຄົມ. ບັນດາເຂດຕະຫຼາດ ຖືກບັງຄັບໃຫ້ປິດ, ໂຮງງານ ແລະ ສະຖານທີ່ຜະລິດຫລາຍແຫ່ງຕ້ອງຢຸດການເຄື່ອນໄຫວ. ສະພາບການນີ້ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກຳປູເຈຍເວົ້າລວມ ແລະ ປະຊາຄົມຊາວຫວຽດນາມເວົ້ົ້າສະເພາະ ປະສົບກັບຄວາມຫຍຸ້ງຍາກຫຼາຍ.

ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ເຕືອນພົນລະເມືອງ ບໍ່ໃຫ້ຂ້າມຊາຍແດນຢ່າງຜິດກົດໝາຍ ເພື່ອກັບຄືນປະເທດ
ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ເຕືອນພົນລະເມືອງ ບໍ່ໃຫ້ຂ້າມຊາຍແດນຢ່າງຜິດກົດໝາຍ ເພື່ອກັບຄືນປະເທດ. (ພາບ: TTXVN)

ຕາມສຳນັກຂ່າວສານຫວຽດນາມ, ຕໍ່ໜ້າສະພາບການດັ່ງກ່າວ, ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ສົ່ງສານເຖິງຊຸມຊົນຊາວຫວຽດນາມ ແລະ ພົນລະເມືອງຫວຽດນາມທີ່ອາໄສຢູ່ກຳປູເຈຍ, ໃນນັ້ນໄດ້ຮຽກຮ້ອງໃຫ້ປະຊາຊົນມີຄວາມໃຈເຢັນໆ ແລະ ພະຍາຍາມປະຕິບັດຕາມທຸກໆນະໂຍບາຍ, ກົດລະບຽບ ແລະ ມາດຕະການປ້ອງກັນພະຍາດຂອງລັດຖະບານທ້ອງຖິ່ນຢ່າງເຂັ້ມງວດ.

ສານດ້ານການທູດ ຂອງສະຖານທູດຫວຽດນາມ ໄດ້ຢັ້ງຢືນວ່າ ສະຖານທູດຫວຽດນາມມີຄວາມເຫັນອົກເຫັນໃຈຕໍ່ຄວາມຫຍຸ້ງຍາກຂອງປະຊາຄົມໃນປະຈຸບັນ, ພ້ອມດຽວກັນນັ້ນ ກໍ່ໄດ້ຮຽກຮ້ອງປະຊາຊົນ ແລະ ພົນລະເມືອງຫວຽດນາມບໍ່ໄດ້ກັບຄືນຫວຽດນາມ ໂດຍຜ່ານເສັ້ນທາງຂອງການນຳຄົນເຂົ້າເມືອງແບບຜິດກົດໝາຍ.

ປັດຈຸບັນ, ດ່ານຊາຍແດນ ແມ່ນໄດ້ຄວບຄຸມຢ່າງເຂັ້ມງວດ ໂດຍກຳລັງຮັກສາຄວາມສະຫງົບ ແລະ ທະຫານຊາຍແດນຂອງທັງສອງປະເທດ ແລະ ມີການລົງໂທດຢ່າງໜັກຕໍ່ຜູ້ທີ່ຂ້າມຊາຍແດນແບບຜິດກົດໝາຍ, ລວມທັງການປັບໃໝເງິນ ແລະ ຈຳຄຸກ.

ບົນພື້ນຖານນັ້ນ, ທ່ານເອກອັກຄະລັດຖະທູດ ຫວູກ່ວາງມິງ ໃຫ້ຮູ້ວ່າ, ເມື່ອກຳປູເຈຍຍົກອອກບັນດາລະບຽບການກີດຂວາງ ແລະ ຍົກອອກຄຳຫ້າມການເດີນທາງລະຫວ່າງບັນດາແຂວງ, ພົນລະເມືອງຫວຽດນາມ ສາມາດເຂົ້າເມືອງຢ່າງເປັນທາງການໂດຍຜ່ານດ່ານສາກົນກຳປູເຈຍ ແລະ ຫວຽດນາມ, ແຍກອອກຫ່າງຕາມລະບຽບການດ້ວຍລາຄາຖືກທີ່ສຸດ, ບໍ່ໄດ້ຕ້ອງກັງວົນກ່ຽວກັບການປັບໃໝ.

ບັນດາຄະດີຂອງການເຂົ້າເມືອງທີ່ຜິດກົດໝາຍຈະຖືກຈັບ, ປັບໃໝເງິນຢ່າງໜັກ ແລະ ຈະຖືກນຳ ຕົວອອກສານ ເພື່ອພິຈາລະນາຄະດີຕາມກົດໝາຍ, ໂດຍສະເພາະໃນກໍລະນີທີ່ສ້າງການຕິດເຊື້ອຊຸມຊົນໃນປະເທດ.

ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ

ຍສໝ - ໃນວັນທີ 13 ເມສານີ້, ທີ່ສະຖານທູດລາຊະອານາຈັກກຳປູເຈຍປະຈຳຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງປີໃໝ່ Chöl Nam Thmay ປີ 2021 - ປະຕິທິນທາງພຸດທະສາສະໜາ 2564 ສຳລັບພະນັກງານສະຖານທູດ ແລະ ນັກສຶກສາກຳປູເຈຍທີ່ກຳລັງຮຽນຢູ່ຫວຽດນາມ.

ເກີນເທີ: ມອບຂອງຂວັນທີ່ຈຳເປັນໃນການພົບປະມິດຕະພາບບຸນເຕັດ Chol Thnam Tmay ເກີນເທີ: ມອບຂອງຂວັນທີ່ຈຳເປັນໃນການພົບປະມິດຕະພາບບຸນເຕັດ Chol Thnam Tmay

ຍ​ສ​ໝ - ເຂົ້າຮ່ວມ​ການ​ພົບ​ປະມີ: ທ່ານເລຮົ່ງລີ້ - ຮອງປະທານຜູ້​ປະ​ຈຳ​ການສະມາຄົມມິດຕະພາບສູນກາງຫວຽດນາມ - ກຳປູເຈຍ; ທ່ານ ຫງວຽນ​ຮ່​ວາງ​ແຮ່ງ ຮອງຫົວໜ້າພະແນກທ້ອງຖິ່ນ III - ຄະນະກຳມະການຊົນເຜົ່າ; ທ່ານຟ້າມວັນຮຽວ - ຮອງເລຂາຄະນະພັກເມືອງ, ປະທານສະພາປະຊາຊົນເມືອງ ເກີ່ນ​ເທີ ; ບັນດາຫົວໜ້າພະແນກ ແລະ ສາຂາພ້ອມດ້ວຍຜູ້ຕາງໜ້າວັດວາອາຮາມໃນເມືອງ ...

ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19 ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19

ຍສໝ - ຈຳນວນເຄື່ອງຊ່ວຍເຫຼືອບັນເທົາທຸກທັງໝົດ ໂດຍຜ່ານສະຖານທູດ ແລະ ສະມາຄົມຂະແມ - ຫວຽດນາມປະຈຳກຳປູເຈຍ ໃນທຸກລະດັບທີ່ແຈກຢາຍ ແມ່ນເຂົ້າສານ 24 ໂຕນ, ປາກະປ໋ອງ 900 ກະປອງ, ຜ້າບັງປາກທາງການແພດ 109.500 ແຜ່ນ, ຢາເຊື້ອແບັດທີເຣຍຈຳນວນ 200 ຂວດ ແລະ 180 ລິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.