ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ

10:52 | 01/05/2021

ຍ​ສ​ໝ - ທີ່​ພິ​ທີ, ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຫວູກວາງ​ມິງ​ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ຢ່າງ​ສຸດ​ໃຈ​ໄປ​ຍັງ​ ​ສະ​ພາ​ບໍ​ລິ​ຫານ​ງານ​ພຸດ​ທະ​ສາ​ສະ​ໜາ ຫວ​ຽດ​ນາມ ແລະ ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ພ້ອມ​ທັງ​ມອບ​ເງິນ​ເປັນ​ຈຳ​ນວນ 250 ລ້ານ​ດົ່ງ ຂອງ​ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ​ໃຫ້​ແກ່ ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ.

ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ
ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ
ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ
ທ່ານ ຫວູກວາງ​ມິງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູເຈ​ຍ ມອບຂອງ​ຂວັນ​ໃຫ້​ແກ່​ທ່ານ ທ່ານ ພະ​ມະ​ຫາ​ອາ​ຈານ Tep Von

ຫວ່າງ​ແລ້ວນີ້​, ທ່ານ ຫວູກວາງ​ມິງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູເຈ​ຍ ​ໄດ້​ເປັນ​ຕາງ​ໜ້າ​ໃຫ້​ແກ່​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແລະ ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ​ມິນ ມອ​ບ​ຂອງ​ຂວັນ​ໃຫ້​ແກ່​ພະ​ສົງ ພຸດ​ທະ​ສາ​ສະ​ໜາກຳ​ປູ​ເຈຍ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ທີ່​ພິ​ທີ, ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຫວູກວາງ​ມິງ​ ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ຢ່າງ​ສຸດ​ໃຈ​ໄປ​ຍັງ​ ​ສະ​ພາ​ບໍ​ລິ​ຫານ​ງານ​ພຸດ​ທະ​ສາ​ສະ​ໜາ ຫວ​ຽດ​ນາມ ແລະ ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ພ້ອມ​ທັງ​ມອບ​ເງິນ​ເປັນ​ຈຳ​ນວນ 250 ລ້ານ​ດົ່ງ ຂອງ​ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ​ໃຫ້​ແກ່ ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ພະ​ມະ​ຫາ​ອາ​ຈານ Tep Vong ໄດ້​ສົ່ງ​ຈົດ​ໝາຍ​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ໄປ​ຍັງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໄດ້​ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ຢຶ້​ຢາມ​ຖາມ​ຂ່າວ ແລະ ສະ​ໜັບ​ສະ​ໜູນ ໄປ​ຍັງ​ພະ​ສົງ​ສຳ​ມະ​ເນນ​ພຸດ​ທະ​ສາ​ສະ​ໜາ ກຳ​ປູ​ເຈຍ, ພິ​ເສດ​ແມ່ນ​ເມື່ອ​ໄດ້​ມອບ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຄື​ໃນ​ປັດ​ຈຸ​ບັນ.

ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ

ທ່ານ ຫວູກວາງ​ມິງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູເຈ​ຍ ມອບຂອງ​ຂວັນ​ໃຫ້​ແກ່​ສະ​ມາ​ຄົມ​ມິດ​ຕະ​ພາບ ຂະ​ແມ ຫວຽດ​ນາມ (ພາບ: vov)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູກວາງ​ມິງ ກໍ່​ໄດ້​ມອບ​ເງິນ​ເປັນ​ຈຳ​ນວນ 250 ລ້ານ​ດົ່ງ ໃຫ້​ແກ່​ທ່ານ Sim Chy ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຂະ​ແມ ຫວຽດ​ນາມ ຢູ່​ກຳ​ປູ​ເຈຍ ເພື່ອ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນຊາວ ຫວຽດ​ນາມ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ກຳ​ປູ​ເຈຍ.

ທ່ານ Sim Chy ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຂະ​ແມ ຫວຽດ​ນາມ ໃຫ້​ຮູ້​ວ່າ ນີ້​ແມ່ນ​ຈຳ​ນວນເງິນ​ສົດໜູນ​ຊ່ວຍ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ເວ​ລາ​ໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂຶ້ນ​ມາ​ຮອດ​ປັດ​ຈຸ​ບັນ ເຊິ່ງ​ສະ​ມາ​ຄົມ​ໄດ້​ຮັບ. ສະ​ມາ​ຄົມ ຈະ​ນຳ​ໃຊ້​ຈຳ​ນວນ​ເງິນ​ລ້ຳ​ຄ່ານີ້ ເພື່ອ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ນະ​ຄອນຫຼວງ Phnom Penh, ແຂວງ Kandal, ກໍ່​ຄື​ບັນ​ດາ​ແຂວງ​ຂອງ​ກຳ​ປູ​ເຈຍ​ທີ່​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ສະ​ມາ​ຄົມ ຂະ​ແມ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ແຈກ​ຢາຍ​ຂອງ​ຂວັນ​ໜູນ​ຊ່ວ​ຍ​ໃຫ້​ແກ່​ຄອບ​ຄົວ ຫວຽດ​ນາມ ເກືອບ 4000 ຄອບ​ຄົວ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ທົ່ວ​ປະ​ເທດ ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ປັດ​ຈຸ​ບັນ, ສະ​ມາ​ຄົມ​ຂະ​ແມ - ຫວຽດ​ນາມ ພວມ​ສ້າງ​ແຜນ​ການ​ໜູນ​ຊ່ວຍ​ໃຫ້​ແກ່ 4000 ຄອບ​ຄົວ​ທີ່​ພວມ​ຂໍ​ການ​ໜູນ​ຊ່ວຍ​ດ່ວນ​ຍ້ອນ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ພິ​ເສດ.

ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ

ຍ​ສ​ໝ - ທີ່​ວັນ​ບຸນ, ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ​ໄດ້​ພ້ອມ​ກັນ​ພົວ​ພັນແລກ​ປ່ຽນ, ເຂົ້າ​ຮ່ວມ​ພິ​ທີ​ບາ​ສີ​ສູ່​ຂວັນ ແລະ ຫົດ​ນ້ຳ ແມ່ນ​ບັນ​ດາ​ພິ​ທີ​ອວຍ​ພອນ​ປີ​ໃໝ່​ພາ​ວະ​ນາ​ຄວາມ​ໂສກ​ດີ ແລະ ຍາມ​ໃດ​ກໍ່​ໄດ້​ນຳ​ໃຊ້​ເພື່ອ​ຮັບ​ແຂກ​ດ້ວຍ​ຄ​ວາມ​ໝາຍອວຍ​ພອນ​ຄວາມ​ຜາ​ສຸກ, ຜົນ​ສຳ​ເລັດ ແລະ ຄວາມ​ໂສກ​ດີ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ຂອງ ລາວ ແລະ ກຳ​ປູ​ເຈຍ.

ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ

ຍສໝ - ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ.

ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ

ຍ​ສ​ໝ - ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ ຫງວຽນ​ເຕິດ​ແທັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ພ້ອມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖາ​ນ​ທູດ ແລະ ບັນ​ດາ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ, ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕ​າ​ລີ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ, ພູມ​ປັນ​ຍາ ແລະ ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ...

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.