| ກະຊວງການເງິນ ຫວຽດນາມ - ລາວ ເຊັນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030 | |
| ພຸດທະສາສະໜາ ປະກອບສ່ວນເພີ່ມທະວີສາຍພົວພັນອັນພິເສດ ຫວຽດນາມ - ລາວ |
![]() |
| ສະຫາຍ ຟ້າມຢາຕຸກ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີປະຈຳການ ລັດຖະບານ ຕ້ອນຮັບ ສະຫາຍ ຄຳພັນ ພົມມະທັດ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ. (ພາບ: baochinhphu.vn) |
ຕອນບ່າຍວັນທີ 15 ມິຖຸນາ, ພາຍໃດວາລະຕ້ອນຮັບ ທ່ານກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ພ້ອມດ້ວຍຄະນະຜູ້ແທນ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ປະເທດ ຫວຽດນາມ ກໍຄືເຂົ້າຮ່ວມກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ຄັ້ງທີ 7, ທ່ານກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ໃຫ້ຮູ້ວ່າ, ປະເທດ ຫວຽດນາມ ພວມກະກຽມບັນດາເງື່ອນໄຂທີ່ດີທີ່ສຸດ ເພື່ອຈັດຕັ້ງກອງປະຊຸມຄັ້ງນີ້. ຜົນສຳເລັດຂອງການຢ້ຽມຢາມ ຈະປະກອບສ່ວນພູນຄູນສ້າງ ແລະ ເຮັດໃຫ້ສາຍພົວພັນອັນພິເສດ ຫວຽດນາມ - ລາວ ມີຄວາມເລິກເຊິ່ງຍິ່ງຂຶ້ນ.
ທ່ານຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ໄດ້ສະແດງຄວາມຍິນດີຊົມເຊີຍ ສະຫາຍ ຄຳພັນ ພົມມະທັດ ທີ່ໄດ້ຮັບການມອບໝາຍຈາກ ພັກ, ສະພາແຫ່ງຊາດລາວ ໃຫ້ດຳລົງຕຳແໜ່ງເປັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ, ເຊິ່ງແມ່ນຂົງເຂດທີ່ມີຄວາມສຳຄັນເປັນຢ່າງຍິ່ງ, ໂດຍສະເພາະແມ່ນພາຍໃດສະພາບການທີ່ ປະເທດ ລາວ ພວມສຸມໃສ່ຢ່າງແຂງແຮງເຂົ້າໃສ່ວຽກງານການປັບປຸງໂຄງສ້າງກົນໄກກົມກອງລັດຖະບານ, ລະບົບອຳນາດການປົກຄອງທ້ອງຖິ່ນ, ການກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ການຮັດແໜ້ນຮາກຖານລັດແຫ່ງກົດໝາຍຢ່າງໜັກແໜ້ນພາຍໃດປັດຈຸບັນ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ກັບຜົນສຳເລັດແຫ່ງການຢ້ຽມຢາມສັນຖະວະໄມຕີ ປະເທດ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ASEAN ຄັ້ງທີ 3 ຂອງ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ນັບຕັ້ງແຕ່ວັນທີ 7-9 ມິຖຸນາ ຜ່ານມາ; ພ້ອມທັງຕີລາຄາສູງຕໍ່ຜົນສຳເລັດການຮ່ວມມື ລະຫວ່າງ ສອງກະຊວງຍຸຕິທຳ ຫວຽດນາມ - ລາວ ພາຍໃດໄລຍະເວລາຫຼາຍກວ່າ 40 ປີຜ່ານມາ ເຊິ່ງນັບມື້ນັບກ້າວເຂົ້າສູ່ທາງເລິກ ແລະ ແທ້ຈິງ, ໄດ້ປະສານງານກັນຜັນຂະຫຍາຍບົດບັນທຶກຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມກັນຢ່າງມີປະສິດທິຜົນ, ເພີ່ມທະວີການປະສານງານພາຍໃດບັນດາຂົງເຂດກົດໝາຍ ແລະ ຍຸຕິທຳ; ປະກອບສ່ວນຕົວຈິງເຂົ້າໃສ່ວຽກງານການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ລະຫວ່າງ ສອງພັກ, ສອງລັດ.
ພາຍໃດສະພາບການທີ່ສອງປະເທດພວມຕັ້ງໜ້າປະສານງານກັນຜັນຂະຫຍາຍເນື້ອໃນອັນໃໝ່ ວ່າດ້ວຍ “ການຜູກພັນຍຸດທະສາດ” ຫວຽດນາມ - ລາວ, ເພື່ອເຮັດໃຫ້ການຮ່ວມມືລະຫວ່າງສອງຂະແໜງການຍຸຕິທຳພາຍໃດໄລຍະແຫ່ງການພັດທະນາໃໝ່ມີຄວາມເລິກເຊິ່ງກວ່າເກົ່າ, ທ່ານຮອງນາຍົກລັດຖະມົນຕີ ຟ້າມຢາຕຸກ ໄດ້ສະເໜີໃຫ້ສອງກະຊວງຍຸຕິທຳ ເພີ່ມທະວີການປະສານງານຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ລະຫວ່າງ ສອງພັກ ຢ່າງມີປະສິດທິຜົນ; ຮ່ວມກັນແລກປ່ຽນຢ່າງຈິງໃຈ, ແບ່ງປັນບົດຮຽນປະສົບການ, ເປັນເສນາທິການໃຫ້ແກ່ສອງພັກ, ສອງລັດຖະບານ ພາຍໃດການປັບປຸງບູລະນະສະຖາບັນ ແລະ ກົດໝາຍຂອງແຕ່ລະປະເທດ; ເປັນເຈົ້າການປະສານງານກັນກວດກາຄືນ, ແກ້ໄຂບັນດາ “ຈຸດຄອດ” ກ່ຽວກັບກົນໄກ, ນະໂຍບາຍໃຫ້ທັນການ ເພື່ອສ້າງແລວທາງກົດໝາຍທີ່ໂລ່ງໂຖງ ເຮັດໃຫ້ບັນດາໂຄງການຮ່ວມມືຈຸດສຸມໄດ້ຮັບການຜັນຂະຫຍາຍຢ່າງວ່ອງໄວ ແລະ ມີປະສິດທິຜົນ.
ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ສອງກະຊວງສືບຕໍ່ຮ່ວມເດີນທາງພາຍໃດການກໍ່ສ້າງ ແລະ ປັບປຸງບູລະນະສະຖາບັນລັດແຫ່ງກົດໝາຍສັງຄົມນິຍົມ ພາຍໃດໄລຍະໃໝ່ຂອງແຕ່ລະປະເທດ; ຮ່ວມມືກັນຢ່າງແໜ້ນແຟ້ນພາຍໃດຂົງເຂດການຫັນປ່ຽນເປັນດິຈິຕອນຢ່າງຮອບດ້ານ ແລະ ການອົບຮົມບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີວິໄສທັດແຫ່ງອະນາຄົດ, ແບ່ງປັນ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນຢ່າງແທ້ຈິງ ພາຍໃດວຽກງານການຫັນເປັນດິຈິຕອນຂອງຂະແໜງຍຸຕິທຳ, ສຸມໃສ່ອົບຮົມບຳລຸງສ້າງຖິ້ມງານຊ່ຽວຊານກົດໝາຍສາກົນ. ຄຽງຄູ່ກັນນັ້ນ, ແມ່ນຮັກສາ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ ກົນໄກກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ, ການຮ່ວມມືຍຸຕິທຳແນວຊາຍແດນ ຕິດພັນກັບການພັດທະນາເສດຖະກິດເຂດຊາຍແດນຢ່າງໝັ້ນຄົງ, ຍືນຍົງ.
ໂດຍໄດ້ສະແດງຄວາມເປັນກຽດ ແລະ ປືຕິຍິນດີ ທີ່ໄດ້ຮັບການສະຫລະເວລາຕ້ອນຮັບຈາກ ທ່ານຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ໄດ້ແບ່ງປັນວ່າ, ນີ້ແມ່ນຄັ້ງທຳອິດ ທີ່ເພິ່ນໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ປະເທດ ຫວຽດນາມ ບົນຖານະຕຳແໜ່ງໃໝ່. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຄຳພັນ ພົມມະທັດ ໄດ້ແຈ້ງໃຫ້ຮູ້ກ່ຽວກັບບາງຈຸດສະພາບການ ພາຍໃດການຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງກັບຂົງເຂດກົດໝາຍ, ຍຸຕິທຳ ຢູ່ ປະເທດ ລາວ ພາຍໃດໄລຍະຜ່ານມາ; ແຈ້ງຂໍ້ມູນກ່ຽວກັບສະພາບການຮ່ວມມື ລະຫວ່າງ ກະຊວງຍຸຕິທຳລາວ ແລະ ຫວຽດນາມ, ເປັນພິເສດແມ່ນການທີ່ສອງກະຊວງໄດ້ປະສານງານກັນຈັດຕັ້ງກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ຄັ້ງທີ 7 ໃນຄັ້ງນີ້. ນີ້ແມ່ນໂອກາດ ເພື່ອໃຫ້ຂະແໜງຍຸຕິທຳຂອງສອງປະເທດ ໄດ້ຮ່ວມກັນແລກປ່ຽນ, ແບ່ງປັນບົດຮຽນປະສົບການດ້ານກົດໝາຍ, ຍຸຕິທຳ, ສ້າງເງື່ອນໄຂສະດວກຍິ່ງໆຂຶ້ນ ໃຫ້ແກ່ບັນດາທ້ອງຖິ່ນ, ປະຊາຊົນ ແລະ ວິສາຫະກິດ ພາຍໃດການເພີ່ມທະວີການຮ່ວມມື, ການໄປມາຫາສູ່ ກໍຄືການຮ່ວມມືພັດທະນາເຂດຊາຍແດນຂອງສອງປະເທດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ ໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກໃຫ້ ບັນດາທ່ານການນຳຂັ້ນສູງຂອງຫວຽດນາມ, ໂດຍສະເພາະແມ່ນ ທ່ານຮອງນາຍົກລັດຖະມົນຕີປະຈຳການ ລັດຖະບານ ຟ້າມຢາຕຸກ ສືບຕໍ່ເອົາໃຈໃສ່ສະໜັບສະໜູນ, ຊີ້ນຳ ເພື່ອໃຫ້ສາຍພົວພັນການຮ່ວມມື ລະຫວ່າງ ສອງກະຊວງຍຸຕິທຳ ບັນລຸໄດ້ຜົນສຳເລັດອັນສູງສຸດ, ເປັນພິເສດແມ່ນພາຍໃດການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ຜົນສຳເລັດຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ລາວ ພາຍໃດຂົງເຂດກົດໝາຍ ແລະ ຍຸຕິທຳ; ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ປະສານງານກັນຢ່າງແໜ້ນແຟ້ນຮ່ວມກັບ ກະຊວງຍຸຕິທຳ ຫວຽດນາມ ພາຍໃດການແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ຜັນຂະຫຍາຍບັນດາແຜນງານ, ໂຄງການຮ່ວມມືລະຫວ່າງສອງກະຊວງຢ່າງມີປະສິດທິຜົນ, ພາຍໃດນັ້ນມີທັງວຽກງານການຜັດປ່ຽນກັນເປັນເຈົ້າພາບຈັດຕັ້ງກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ.
| ຫວຽດນາມ - ລາວ ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຍຸດທະສາດ ຍສໝ - ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈີນຮົ່ງມິງ (Tran Hong Minh) ໄດ້ມີວາລະການເຈລະຈາຂັ້ນສູງສອງຝ່າຍ ຮ່ວມກັບ ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ເຫຼັກໄຫຼ ສີວິໄລ ເພື່ອແນໃສ່ແລກປ່ຽນບັນດາເນື້ອໃນການຮ່ວມມື ພາຍໃນຂົງເຂດການກໍ່ສ້າງ ແລະ ຄົມມະນາຄົມຂົນສົ່ງ ລະຫວ່າງສອງປະເທດ. |
| ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ຕາແສງ ບໍອີ (Bo Y), ແຂວງ ກວາງຫງາຍ (Quang Ngai)), ຄະນະຊາວໜຸ່ມກອງທັບ ໄດ້ປະສານງານຮ່ວມກັບ ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ ຈັດຕັ້ງແຜນງານພົບປະແລກປ່ຽນນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ... |
