ບົດກ່າວປາໄສຂອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ

12:53 | 03/03/2020

ຕອນເຊົ້າວັນທີ 3 ກຸມພາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະນະຄອນຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ.

ບົດກ່າວປາໄສຂອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ

ໜັງສຶພິມຍຸກສະໄໝ ຂໍແນະນຳບົດກ່າວປາໄສຂອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ.

ຮຽນ ບັນດາແຂກທີ່ມີກຽດ,

ຮຽນ ບັນດາສະຫາຍ ແລະ ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ,

ໃນທ່າມກາງບັນຍາກາດທີ່ທົ່ວປະເທດກໍາລັງມີຄວາມເບີກບານມ່ວນຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງຕໍ່ບັນດາຜົນສໍາເລັດອັນສໍາຄັນຂອງປະເທດໃນປີ 2019 ແລະ ກຳລັງຕ້ອນຮັບປີໃໝ່ປະຈຳຊາດ (ປີຊວດ) 2020, ມື້ນີ້, ທີ່ນະຄອນຫຼວງຮ່າໂນ້ຍ, “ນະຄອນ ແຫ່ງວັດທະນະທຳ ມາເປັນເວລາພັນປີ ແລະ ນະຄອນວິລະຊົນ" ແລະ ເປັນ“ນະຄອນເພື່ອແຫ່ງສັນຕິພາບ”, ພວກເຮົາໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ (03/2/1930-03/2/2020) ຢ່າງສະຫງ່າລາສີ. ຕາງໜ້າຄະນະບໍລິງານງານສູນກາງພັກ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ຕ້ອນຮັບ ແລະ ຝາກຄໍາຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດມາຍັງບັນດາສະຫາຍການນໍາພັກ, ອະດີດການນຳພັກ, ລັດ, ສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດານັກປະຕິວັດອາວຸໂສ , ບັນດາແມວິລະຊົນຂອງ ຫວຽດນາມ, ບັດດາ ແຂກທີ່ມີກຽດ ແລະ ບັນດາສະຫາຍ, ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດ. ຊາວຫວຽດນາມກໍາລັງດຳລົງຊີວິດຢູ່ຕ່າງປະເທດ.

ຮຽນບັນດາສະຫາຍ ແລະ ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ.

ປະຫວັດສາດພັນປີຂອງຫວຽດນາມ ໄດ້ສະແດງ ໃຫ້ເຫັນວ່າຄວາມຮັກຊາດ, ການ ປົກປັກຮັກສາປະເທດຊາດ ແລະ ການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຢ່າງເດັດດ່ຽວເພື່ອປົກປັກຮັກສາ ເອກະລາດ, ອຳນາດອະທິປະໄຕ ແລະ ທ້ອນໂຮມປະເທດຊາດເປັນອັນໜຶ່ງອັນດຽວແມ່ນມູນເຊື້ອທີ່ມີຄຸນຄ່າທີ່ສຸດຂອງປະຊາຊົນຫວຽດນາມ. ໂດຍສືບຕໍ່ມູນເຊື້ອດັ່ງກ່າວ, ນັບ ແຕ່ກາງ ສະຕະວັດທີ XIX, ໃນເມື່ອພວກລ່າເມືອງຂຶ້ນຝຣັ່ງຮຸກຮານປະເທດຫວຽດນາມ, ໂດຍບໍ່ຍອມຮັບຊາຕະກຳທີ່ເປັນຂ້າທາດ. ປະຊາຊົນຫວຽດນາມ ໄດ້ລຸກຮື້ຂຶ້ນຕໍ່ສູ້ຢ່າງຕໍ່ເນື່ອງ ໂດຍຜ່ານບັນດາຂະບວນການຮັກຊາດທີ ເຂັ້ມແຂງ ແລະ ລຽນຕິດ ດ້ວຍຫຼາຍທິດທາງ, ຮູບແບບທີ່ແຕກຕ່າງກັນ. ນັບ ແຕ່ເສັ້ນທາງກູ້ຊາດຂອງບັນດານັກປັນຍາຊົນ ຈົນເຖິງບັນດາຂະບວນການລຸກຂຶ້ນຂອງຊາວນາ ແລະ ເສັ້ນທາງປະຕິວັດຂອງນາຍທຶນ...

ເຖິງແມ່ນວ່າໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ ແລະ ຍອມເສຍສະຫຼະຢ່າງໃຫຍ່ຫຼວງກໍຕາມ, ແຕ່ຍ້ອນມີມີຄວາມຈໍາກັດທາງດ້ານປະຫວັດສາດ ແລະ ຂາດແນວທາງລວມອັນຖືກຕ້ອງ, ບັນດາຂະບວນການດັ່ງກ່າວນັ້ນ ລ້ວນແຕ່ບໍ່ສາມາດຍາດໄດ້ສຳເລັດຜົນ, ປະຫວັດສາດຮຽກຮ້ອງ ໃຫ້ຊອກຫາເສັ້ນທາງໃໝ່. ປີ 1911, ມີຊາວໜຸ່ມຮັກຊາດ ທີ່ມີຊື່ວ່າ ຫງວຽນ ເຕິດ ແທ່ງ (ນັ້ນແມ່ນ ລຸງໂຣ່ ທີ່ແສນເຄົາລົບຮັກຂອງພວກເຮົາ) ໄດ້ອອກໄປຊອກຫາ ເສັ້ນທາງໃໝ່ໃຫ້ ແກ່ພາລະກິດກູ້ຊາດ, ຕໍ່ສູ້ຍາດເອົາເອກະລາດ ແຫ່ງຊາດ. ໂດຍມີຄວາມມຸ້ງມາດປາດຖະໜາ, ຄວາມມຸ້ງຫວັງອັນຍິ່ງໃຫຍ່, ເພິ່ນໄດ້ຖືເອົາລັດທິມາກ-ເລນິນ ແລະ ຊອກເຫັນເສັ້ນທາງກູ້ຊາດອັນຖືກຕ້ອງ ໃນລັດທິດັ່ງກ່າວ, ນັ້ນແມ່ນເສັ້ນທາງປະຕິວັດກຳມະຊີບ..

ພາຍຫຼັງເຄື່ອນໄຫວຢູ່ຕ່າງປະເທດເປັນເວລາຫຼາຍປີ, ເພິ່ນໄດ້ຕັ້ງໃຈຄົ້ນຄວ້າ, ສຶກສາຮໍ່າຮຽນ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະ ເຜີຍແຜ່ລັດທິມາກ-ເລນິນ ມາສູ່ປະເທດຫວຽດນາມເທື່ອລະກ້າວ, ອອກແຮງກະກຽມທຸກເງື່ອນໄຂທີ່ຈຳເປັນແກ່ການສ້າງຕັ້ງພັກປະຕິວັດທີ່ອັນແທ້ຈິງ. ວັນທີ 03/2/1930, ກອງປະຊຸມເຕົ້າໂຮມເອົາບັນດາອົງການຈັດຕັ້ງກອມມູນິດເຂົ້າຮ່ວມກອງປະຊຸມຢູ່ ແຫຼມກຸລຸນທີ່ຮົງກົງ (ປະເທດຈີນ) ໂດຍການເປັນປະທານກອງປະຊຸມຂອງເພິ່ນ (ຜູ້ນໍາ ຫງວຽນ ອາຍກວັກ), ເຊິ່ງໄດ້ຕັດສິນໃຈທ້ອນໂຮມເອົາບັນດາອົງການຈັດຕັ້ງກອມມູນິດ ຢູ່ໃນປະເທດຫວຽດນາມ ເຂົ້າເປັນພັກດຽວກັນ ໂດຍໃສ່ຊື່ພັກກອມມູນິດ ຫວຽດນາມ. ນີ້ຖືວ່າເປັນຂີດໝາຍກ້າວກະໂດດທາງປະຫວັດສາດອັນຍິ່ງໃຫຍ່, ຢຸດຕິວິກິດການທີ່ ແກ່ຍາວມາເປັນເວລາດົນນານດ້ານການຈັດຕັ້ງ ແລະ ແນວທາງປະຕິວັດຂອງຫວຽດນາມ.

ການທີ່ພັກກອມມູນິດ ຫວຽດນາມ ກໍາເນີດຂຶ້ນ ແມ່ນໝາກຜົນຂອງການປະສານສົມທົບລະຫວ່າງລັດທິ ມາກ - ເລນິນ ກັບຂະບວນການກໍາມະກອນ ແລະ ຂະບວນການຮັກຊາດ, ສະແດງໃຫ້ເຫັນຊົນຊັ້ນກໍາມະກອນ ຫວຽດນາມ ໄດ້ເຕີບໃຫຍ່ຂຶ້ນ ແລະ ສາມາດແບກຫາບຊະຕາກຳປະຫວັດສາດໃນການນໍາພາການປະຕິວັດ. ໂຄງການການເມືອງທໍາອິດຂອງພັກ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມສໍາງຕັ້ງພັກໄດ້ກໍານົດເສັ້ນທາງພື້ນຖານຂອງປະຕິວັດຫວຽດນາມ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ແລະ ຈຳເປັນຂອງຊົນຊາດ ແລະ ຄວາມມຸ້ງມາດປາດຖະໜາຂອງປະຊາຊົນ.

ພາຍຫຼັງສ້າງຕັ້ງຂຶ້ນ, ໂດຍມີຄວາມໃກ້ຊິດຕິດແທດແບບກາຍອິນຊີກັບປະຊາຊົນ,ໄດ້ຮັບຄວາມເຊື່ອໝັ້ນ ແລະ ສະໜັບສະໜູນຈາກປະຊາຊົນ, ພາຍໃນໄລຍະເວລາພຽງແຕ່ 15 ປີ ເທົ່ານັ້ນ, ພັກກອມມູນິດຫວຽດນາມ ໄດ້ນໍາພາການຕໍ່ສູ້ປົດປ່ອຍຊາດ, ໂດຍໄດ້ດຳເນີນສາມກະແສຟອງປະຕິວັດ ເຊັ່ນ: ກະແສຟອງປະຕິວັດ 1930– 1931 ເຊິ່ງມີຈຸດສູງສຸດ ແມ່ນຂະບວນການ ໂຊວຽດ- ເງະຜິ້ງ, ກະແສຟອງປະຕິວັດຮຽກຮ້ອງດ້ານສະຫວັດດີການ, ປະຊາທິປະໄຕ (1936- 1939) ແລະ ກະແສຟອງປະຕິວັດປົດປ່ອຍຊົນຊາດ (1939-1945), ຮອດປີ 1945, ໃນເມື່ອສະພາບການທາງດ້ານການປະຕິວັດສຸກຫງອມແລ້ວ, ພັກກອມມູນິດຫວຽດນາມ ໄດ້ນຳພາປະຊາຊົນຫວຽດນາມທົ່ວທັງຊາດ ຍາດເອົາໄຊຊະນະ ໃນການປະຕິວັດເດືອນສິງຫາປີ 1945 “ດັງກ້ອງກັນວານ", ສ້າງຕັ້ງຂຶ້ນປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນວັນທີ 02/9/1945 (ປີນີ້, ພວກເຮົາຈະສະເຫຼີມສະຫຼອງຄົບຮອບ 75 ປີ).

ພາຍຫຼັງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ, ການປະຕິວັດໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍປະການໃນເວລາດຽວກັນ ຕ້ອງປະເຊີນໜ້າກັບ “ໄພອຶດຫີວ, ໄພກືກໜັງສື ແລະ ສັດຕູພາຍນອກ". ໃນສະພາບການທີ່ອັດຕະຄັດຂັດສົນດັ່ງກ່າວນັ້ນ, ພັກໄດ້ນໍາພາປະຊາຊົນຫວຽດນາມຜ່ານຜ່າ ສະພາບການ “ຂັດສົນທີ່ສຸດ", ປົກປັກຮັກສາ ແລະ ສ້າງອຳນາດການປົກຄອງອັນອ່ອນນ້ອຍຢ່າງອົງອາດກ້າຫານ, ພ້ອມກັນນັ້ນຕັ້ງໜ້າກະກຽມທຸກສິ່ງທຸກຢ່າງເພື່ອຈະກ້າວເຂົ້າສູ່ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ.

ບົນພື້ນຖານແນວທາງການຕໍ່ສູ້ “ທົ່ວປວງຊົນ”, “ຮອບດ້ານ”, “ຍາວນານ” “ອີງໃສ່ກຳລັງແຮງຂອງຕົນເອງ ເປັນຕົ້ນຕໍ່", ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຮັກຊາດຂອງທົ່ວປວງຊົນທັງຊາດ, ພັກໄດ້ນຳພາປະຊາຊົນຕີຖອຍທຸກກົນອຸບາຍ, ແຜນການຮຸກຮານຂອງສັດຕູ, ພິເສດ ແມ່ນໄຊຊະນະໃນບັ້ນຮົບຍຸດທະສາດລະດູໃບໄມ້ຫຼົ່ນ-ລະດູບານ ໃໝ່ ປີ 1953-1954, ເຊິ່ງຈຸດສູງສຸດແມ່ນໄຊຊະນະອັນເປັນປະຫວັດສາດ ດ້ານ ບຽນ ຝູ “ທີ່ມີຊື່ສຽງໂດ່ງດັງທົ່ວທັງຫ້າທະວີບ, ສັ່ນສະເທືອນທົ່ວໂລກ", ໄດ້ບັງຄັບພວກລ່າເມືອງຂຶ້ນຝຣັ່ງຕ້ອງຍອມເຊັນສັນຍາເຊີແນວ (ປີ 1954). ຢຸດຕິການສົງຄາມຮຸກຮານຫວຽດນາມ.

ແຕ່ໄລຍະປີ 1954 ເຖິງປີ 1975, ປະເທດຫວຽດນາມ ຖືກແບ່ງອອກເປັນສອງພາກ. ພາຍໃຕ້ການນຳພາຂອງພັກ ພາກເໜືອທັງໄດ້ພະຍາຍາມສ້າງສັງຄົມນິຍົມ,ທັງໄດ້ສຸມທຸກກຳລັງແຮງ ເພື່ອເຮັດສໍາເລັດພັນທະຂອງ ແນວຫຼັງທີ່ຍິ່ງໃຫຍ່ ໃຫ້ແກ່ແນວໜ້າອັນໃຫຍ່ຫລວງ. ປະຊາຊົນພາກໃຕ້ໄດ້ສືບຕໍ່ການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນ ໂຮມປະເທດຊາດເປັນອັນໜຶ່ງອັນດຽວຢ່າງອົງອາດກ້າຫານ. ດ້ວຍຈິດໃຈ "ຍອມເສຍສະຫຼະທຸກສິ່ງທຸກຢ່າງ ແຕ່ບໍ່ຍອມເສຍປະເທດຊາດ, ບໍ່ຍອມເປັນຂ້າທາດ”, “ບໍ່ມີຫຍັງປະເສີດກວ່າເອກະລາດ, ອິດສະຫຼະພາບ"; ບົນພື້ນຖານຂອງ ແນວທາງອັນຖືກຕ້ອງ, ປີຊາສາມາດປະດິດສ້າງດຂອງພັກ, ພ້ອມກັບກຳລັງແຮງລວມຂອງທົ່ວປວງຊົນ, ທົ່ວກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຕີຖອຍທຸກຍຸດທະສາດສົງຄາມຂອງຈັກກະພັດອາເມລິກາ, ປົດປອຍພາກໃຕ້ໄດ້ຢ່າງສົມບູນ ແລະ ເຕົ້າໂຮມປະເທດຊາດເປັນອັນໜຶ່ງອັນດຽວໃນວັນທີ 30/4/1975.

ໄຊຊະນະດັ່ງກ່າວນັ້ນ ໄດ້ບັນທຶກເຂົ້າໃນປະຫວັດສາດຂອງຊາດຫວຽດນາມຕະຫຼອດໄປ ຄື: ເປັນໜ້າປະຫວັດສາດທີ່ສະຫງ່າຜ່າ ເຜີຍທີ່ສຸດ ແລະ ແບບຢ່າງທີ່ສະຫງ່າອົງອາດກ່ຽວກັບໄຊຊະນະຮອບດ້ານຂອງລັດທິວິລະຊົນປະຕິວັດ ແລະ ສະຕິປັນຍາຂອງຄົນ ແລະ ໄດ້ຖືກບັນທຶກໄວ້ໃນປະຫວັດສາດໂລກ ຄື: ເປັນໄຊຊະນະອັນຍິ່ງໃຫຍ່ໜຶ່ງຂອງ ສະຕະວັດທີ XX, ເປັນ ເຫດການທີ່ມີຄວາມໝາຍສໍາຄັນອັນໃຫຍ່ຫລວງຂອງໂລກ ແລະ ມີລັກສະນະຍຸກສະໄໝຢ່າງເລິກເຊິ່ງ” (ປີນີ້ພວກເຮົາຈະສະເຫຼີມສະຫຼອງຄົບຮອບ 45 ປີ).

ໃນເວລາຕ້ອງຮີບຮ້ອນຟື້ນຟູຜົນເສຍອັນໜັກໜ່ວງຈາກສົງຄາມກໍ່ຂຶ້ນ, ປະຊາຊົນຫວຽດນາມສືບຕໍ່ປະເຊີນໜ້າກັບສົງຄາມແບບໃໝ່, ພາຍໃຕ້ການນຳພາຂອງພັກ, ກອງທັບ ແລະ ປະຊາຊົນຫວຽດນາມ ທັງສຸມໃສຟື້ນຟູເສດຖະກິດ- ສັງຄົມ, ທັງຕໍ່ສູ້ປົກປັກຮັກສາຊາຍແດນ, ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕຜືນແຜ່ນດິນອັນສັກສິດຂອງປະເທດຊາດ, ພ້ອມກັນນັ້ນ, ກໍເຮັດຫລ້ອນພັນທະສາກົນຊ່ວຍປະຊາຊົນກຳປູເຈຍຫລຸດພົ້ນອອກຈາກໄພຂ້າລ້າງເຊື້ອຊາດ ແລະ ດຳເນີນພາລະກິດຟື້ນຟູປະເທດຊາດຄືນໃໝ່.

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການອັນໃໝ່ໃນການພັດທະນາປະເທດຊາດ ເພື່ອແກ້ໄຂບັນດາຈຸດຄົງຄ້າງຂອງກົນໄກຫັນເປັນແຜນການລວມສູນອາຍາສິດ, ເກື້ອກູນ ເຮັດໃຫ້ເກີດມີວິກິດການດໍານເສດຖະກິດ-ສັງຄົມໃນຊຸມປີຫຼັງສົງຄາມ, ບົນພື້ນຖານການສະຫຼຸບ ແນວຄິດລິເລີ່ມ, ຫົວຄິດປະດິດສ້າງ, ໃນພຶດຕິກໍາຕົວຈິງຂອງປະຊາຊົນ, ພັກກອມມູນິດຫວຽດນາມ ໄດ້ດຳເນີນການປ່ຽນແປງໃໝ່ແຕ່ລະພາກສ່ວນໃນຂົງເຂດກະສິກຳ, ອຸດສາຫະກໍາ ກ່ອນອື່ນໝົດແມ່ນປ່ຽນແປງໃໝ່ຈິນຕະນາການດ້ານທິດສະດີກ່ຽວກັບລັດທິສັງຄົມນິຍົມ ແລະ ແນວທາງການປ່ຽນແປງໃໝ່ປະເທດຊາດປະກົດຕົວເທື່ອລະກ້າວ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ VI (ເດືອນ 12 ປີ 1986), ບົນພື້ນຖານການວິໄຈສະພາບການຂອງປະເທດຊາດ ແລະ ຜ່ານຂະບວນການຊອກຫາ, ຜົນການທົດລອງຈາກພຶດຕິກຳຕົວຈິງ ດ້ວຍຈິດໃຈ “ເບິ່ງຕາມຄວາມເປັນຈິງ, ຕີລາຄາຖືກຕ້ອງຕາມຄວາມເປັນຈິງ, ເວົ້າແຈ້ງຕາມຄວາມເປັນຈິງ”, ຈຶ່ງໄດ້ວາງອອກແນວທາງການປ່ຽນແປງໃໝ່ຮອບດ້ານໃຫ້ແກ່ປະເທດຊາດ, ເປັນຂີດໝາຍກ້າວກະໂດດທີ່ສຳຄັນບົນເສັ້ນທາງຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ. ແນວທາງການປ່ຽນແປງໃໝ່ທີ່ວາງອອກນັ້ນ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳປະຫວັດສາດ, ສະແດງເຖິງທາດແທ້ອັນໜັກແຫນ້ນ, ມີຫົວຄິດປະດິດສ້າງຂອງພັກກອມມູນິດຫວຽດນາມ ແລະ ເປີດສັງກາດໃໝ່ໃຫ້ແກ່ການພັດທະນາປະເທດຊາດ.

ຫຼັງກອງປະຊຸມໃຫຍ່ຂອງພັກຄັ້ງທີ VI, ພັກ ໄດ້ປັບປຸງບູລະນະ, ຫັນເອົາບັນດາແນວທາງນະໂຍບາຍການປ່ຽນແປງໃໝ່ເປັນລະອຽດເທື່ອລະກ້າວ ເຊິ່ງເນື້ອໃນພື້ນຖານ, ຕົ້ນຕໍ ແມ່ນໄດ້ສະແດງອອກໃນໂຄງການສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ໂຄງການການເມືອງ ປີ 1991 ແລະ ໂຄງການການ ເມືອງສະບັບປັບປຸງເພີ່ມເຕີ່ມ ປີ 2011) ແລະ ບັນດາເອກະສານສຳຄັນຂອງພັກຜ່ານກອງປະຊຸມໃຫຍ່ແຕ່ລະສະໄໝ.

ໃນຊຸມປີ 1990 ຂອງສະຕະວັດທີ XX ຜ່ານຜ່າສິ່ງທ້າທາຍຕ່າງໆຈາກການພັງທະລາຍຂອງຕົວແບບສັງຄົມນິຍົມຢູສະຫະພາບໂຊວຽດ ແລະ ບັນດາປະເທດເອີຣົບຕາເວັນອອກ, ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ໄດ້ຢືດພັນ ສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນ ແລະ ປະດິດສ້າງບົນເສັ້ນທາງກ້າວຂຶ້ນສູ່ສັງຄົມນີຍົມ ໂດຍສອດຄ່ອງກັບເງື່ອນໄຂຕົວຈິງ ແລະ ຈຸດພິເສດຂອງຫວຽດນາມ.

ຄະນະບໍລິງານສູນກາງພັກແຕ່ສະໄໝທີ VI ພາສະໄໝທີ XI ໄດ້ອອກມະຕິຕ່າງໆກ່ຽວກັບບັນດາບັນຫາພື້ນຖານ, ສໍາຄັນຂອງພັກ ແລະ ການພັດທະນາປະເທດຊາດ, ສະພາແຫ່ງຊາດໄດ້ຫັນເອົາບັນດາມະຕິດັ່ງກ່າວມາ ເປັນລະບົບກົດໝາຍ ແລະ ປະມວນກົດໝາຍຕ່າງໆ ສ້າງພື້ນຖານນິຕິກໍານັບມື້ນັບມີຄວາມຄົບຖ້ວນ ແລະ ແທດເໝາະໃຫ້ ແກ່ຂະບວນການປ່ຽນແປງໃໝ່ ສ່ວນລັດຖະບານໄດ້ຫັນມາເປັນບັນດາກົນໄກ, ນະໂຍບາຍ ແລະ ວິທີການແກ້ໄຂອັນລະອຽດເພື່ອຄຸ້ມຄອງ, ບໍລິຫານ, ຈັດການພາລະກິດ ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

ໃນການກໍານົດ, ວາງແນວທາງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມ ເວລາໃດກໍກຳແໜ້ນ ແລະ ໜູນໃຊ້ບັນດາຫຼັກການ ທັດສະນະພື້ນຖານ, ວິທີວິທະຍາສັດ ຈະວິພາກຂອງລັດທິມາກ-ເລນິນ, ແນວຄິດ ໂຮຈິມິນ ຢ່າງປະດິດສ້າງ ແລະ ບັນປາບົດຮຽນຈາກພຶດຕິກໍາຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ແກ້ໄຂບັນດາການພົວພັນພື້ນຖານ ເຊັ່ນ: ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ສ້າງລັດປົກຄອງ ດ້ວຍກົດໝາຍສັງຄົມນິຍົມ “ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ປະສານສົມທົບ ຢ່າງແໜ້ນແຟ້ນ ລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດກັບການປ່ຽນແປງ ໃໝ່ດ້ານການເມືອງ, ລະຫວ່າງການຂະຫຍາຍຕົວເສດຖະກິດກັບຄວາມກ້າວໜ້າ ແລະ ຄວາມສະເໝີພາບໃນສັງຄົມ, ປະສານສົມທົບໃຫ້ມີປະສິດທິຜົນ ໃນການພັດທະນາເສດຖະກິດ-ສັງຄົມກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສ້າງສາກັບການປົກປັກຮັກສາປະເທດຊາດ; ລະຫວ່າງເອກະລາດ, ເປັນເຈົ້າຕົນເອງ ແລະ ເປັນເຈົ້າການໃນການເຊື່ອມໂຍງເຂົ້າສາກົນຢ່າງຕັ້ງໜ້າ, ລະຫວ່າງພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ... ບໍ່ມີລັກສະນະດ້ານດຽວ, ຊ້າຍຈັດຂວາໂພດ, ຈິດວິນຍານເປັນໃຫຍ່, ປ່ຽນຈາກຂົ້ວນີ້ໄປຂົ້ວນັ້ນ.

ໃນຕົວຈິງ, ພາຍຫຼັງການດຳເນີນພາລະກິດແຫ່ງການປ່ຽນແປງໃໝ່ ມາເປັນເວລາ - 35 ປີ, ຈາກປະເທດໜຶ່ງທີ່ທຸກຍາກ, ມີພື້ນຖານດ້ານວັດຖຸ-ເຕັກນິກ, ໂຄງລ່າງພື້ນຖານດ້ານເສດຖະກິດ-ສັງຄົມທີ່ຫຼ້າຫຼັງ, ລະດັບຕໍ່າ, ປັດຈຸບັນ, ຫວຽດນາມ ໄດ້ກ້າວຂຶ້ນ - ເປັນປະເທດກຳລັງພັດທະນາ, ມີລາຍຮັບລະດັບປານກາງ; ວັດທະນະທຳ, ສັງຄົມສືບຕໍ່ ພັດທະນາ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນນັບມື້ນັບດີຂຶ້ນເທື່ອລະກ້າວ; ວຽກງານກໍ່ສ້າງພັກ ແລະ ລະບົບການເມືອງມີບາດກ້າວບຸກທະລຸ, ກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ການເມືອງ, ສັງຄົມມີ ຄວາມສະຖຽນລະພາບ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນເອກະລາດ, ອຳນາດອະທິປະໄຕ ໄດ້ຮັບປົກປັກຮັກສາຢ່າງໜັກແໜ້ນ; ບົດບາດ ແລະ ອິດທິພົນຂອງ ປະເທດນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ. ມາເຖິງປັດຈຸບັນ, ຫວຽດນາມໄດ້ກາຍເປັນປະເທດໜຶ່ງທີ່ມີພົນລະເມືອງເກືອບ ຮອດ 100 ລ້ານຄົນດ້ວຍລະດັບລະຮັບສະເລຍ 2.800 USD/ຄົນ, ໄດ້ເຂົ້າຮ່ວມຫຼາຍອົງການຈັດຕັ້ງສາກົນ ກາຍເປັນພາຄີທີ່ຫ້າວຫັນມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຕ່າງໆໃນເວທີສາກົນ.

ໃນເມື່ອບໍ່ດົນມານີ້, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ລົງຄະແນນສຽງດ້ວຍສຽງເຫັນດີສ່ວນຫລາຍ, ເກືອບໄດ້ຄະແນນສຽງເຫັນດີທັງໝົດ, ເຊິ່ງເປັນຄັ້ງທີສອງ ທີ່ໄດ້ຖືກເລືອກເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ. ດ້ວຍບັນດາຜົນສຳເລັດອັນໃຫຍ່ຫຼວງບັນລຸໄດ້, ຫວຽດນາມມີພື້ນຖານເພື່ອຢືນຢັນ ວ່າ, ຫວຽດນາມ ບໍ່ເຄີຍມີເວລາໃດໃນປະຫວັດສາດທີ່ມີກາລະໂອກາດ, ທ່າແຮງບົ່ມ
ຊ້ອມ, ບົດບາດອິດທິພົນ, ຄວາມເຊື່ອຖືຄືດັ່ງປັດຈຸບັນ.

ຮຽນບັນດາສະຫາຍ ແລະ ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,

ພຶດຕິກຳຕົວຈິງທີ່ອຸດົມສົມບູນ, ມີຊີວິດຊີວາຂອງການປະຕິວັດຫວຽດນາມໃນໄລຍະ 90 ປີຜ່ານມາໄດ້ພິສູດວ່າ ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກແມ່ນປັດໄຈອັນດັບຕົ້ນໃນການຕັດສິນທຸກໄຊຊະນະຂອງການປະຕິວັດ, ສ້າງວິລະກໍາ, ອັນລ້ຳເລີດໃນຜືນ ແຜ່ນດິນຂອງປະເທດຫວຽດນາມ. ອີກດ້ານໜຶ່ງ, ຜ່ານວິວັດຂະບວນແຫ່ງການນຳພາການປະຕິວັດ, ພັກກອມມູນິດຫວຽດນາມໄດ້ຮັບການຊຸບຫຼໍ່ ແລະ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ສົມກັບບົດບາດ ແລະ ພາລະກໍານຳພາການປະຕິວັດ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ້ງຫວັງຢ່າງແຮງກ້າຂອງປະຊາຊົນ.

ພຶດຕິກຳຕົວຈິງນັ້ນຢືນຢັນສັດຈະທຳໜຶ່ງ: ຢູ່ຫວຽດນາມ, ບໍ່ມີກໍາລັງການເມືອງໃດ, ນອກຈາກພັກກອມມູນິດ ຫວຽດນາມ ທີ່ມີຄົບຫຼັກໝັ້ນ, ສະຕິປັນຍາ, ບົດຮຽນ, ອິດທິພົນ ແລະ ຄວາມສາມາດໃນການນໍາພາປະເທດຊາດຂ້າມຜ່ານທຸກຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ນຳເອົາພາລະກິດການປະຕິວັດຂອງຊົນຊາດ ຫວຽດນາມ ທີ່ໄດ້ຮັບໄຊຊະນະນີ້ເຖິງໄຊຊະນະອື່ນ ແລະ ໃນວິວັດຂະບວນການແຫ່ງການດັ່ງກ່າວ, ພັກກອມມູນິດ ຫວຽດນາມ ໄດ້ສະສົມ ແລະ ຖອດຖອນ ບົດຮຽນອັນປະເສີດຫຼາຍບົດຮຽນ, ຫຼໍ່ຫຼອນ ບັນດາມູນເຊື້ອອັນສະຫງ່າລາສີຫຼາຍຂຶ້ນເຊິ່ງປັດຈຸບັນຄົນ ຫວຽດນາມ ມີໜ້າທີ່ຕ້ອງອອກ ເຫື່ອແຮງເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອດັ່ງກ່າວ, ນັ້ນແມ່ນມູນເຊື້ອຈົ່ງ ຮັກພັກດີອັນຫັ້ນເຫຼືອຕໍ່ຜົນປະໂຫຍດຂອງຊົນຊາດ ແລະ ຊົນຊັ້ນຄົນ, ຢຶດໝັ້ນຈຸດໝາຍ, ອຸດົມການເອກະລາດຊົນຊາດທີ່ຕິດແໜ້ນກັບລັດທິສັງຄົມນິຍົນບົນພື້ນຖານລັດທິມາກ-ເລນິນ ແລະ ແນວຄິດໂຮຈີມິນ.

ນັ້ນແມ່ນນູນເຊື້ອຮັກສາແໜ້ນຄວາມເປັນເອກະລາດ, ຄວາມເປັນເຈົ້າການຕໍ່ແນວທາງ; ກໍາແໜ້ນ, ໝູນໃຊ້ ແລະ ພັດທະນາຢ່າງປະດິດສ້າງລັດທິມາກ-ເລນິນ, ທາບທາມບົດຮຽນຂອງສາກົນເພື່ອວາງແນວທາງຢ່າງຖືກຕ້ອງ ແລະ ຈັດຕັ້ງປະຕິບັດຢ່າງ ມີ ປະສິດທິຜົນບັນດາໜ້າທີ່ການປະຕິວັດ. ນັ້ນແມ່ນມູນເຊື້ອສະໜິດແໜ້ນອັນເລືອດເນື້ອລະຫວ່າງພັກກັບປະຊາຊົນ, ຍາມໃດ ກໍຖືເອົາການຮັບໃຊ້ປະຊາຊົນເປັນວິຖີຊີວິດ ແລະ ຈຸດໝາຍເພື່ອສູ້ຊົນ, ນັ້ນແມ່ນມູນເຊື້ອ ສາມັກຄີເປັນເອກະພາບ, ມີການຈັດຕັ້ງ ແລະ ໃຊ້ລະບຽບວິໄນຢ່າງແໜ້ນແຟ້ນ, ເຂັ້ມງວດບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຕຳນິຕິຊົມດ້ວຍຕົນເອງ. ຕຳນິຕິຊົມ ແລະ ຄວາມຮັກແພງລະຫວ່າງສະຫາຍເຊິ່ງກັນ ແລະ ກັນ, ນັ້ນແມ່ນມູນເຊື້ອສາມັກຄີສາກົນ ບໍລິສຸດດູດດື່ມ, ຜຸດຜ່ອງອີງຕາມບັນດາຫຼັກການ ແລະ ຈຸດໝາຍອັນສູງສົ່ງ.

ຫວນຄືນເສັ້ນທາງ 90 ປີແຫ່ງການສ້າງສາ, ສູ້ຮົບ ແລະ ເຕີບໃຫຍ່ຂອງພັກກອມມູນິດ ຫວຽດນາມ ແລະໃນໄລຍະອັນສັກສິດນີ້, ພວກເຮົາສະແດງຄວາມຮູ້ບຸນຄຸນອັນຫຼົ່ນເຫຼືອມາຍັງຜົນງານອັນໃຫຍ່ຫຼວງຂອງປະເທດໂຮຈີມິນ-ຜູ້ນໍາອັດສະລິຍະຂອງພັກກອມມູນິດຫວຽດນາມ ແລະ ຊົນຊາດຫວຽດນາມ, ຜູ້ເປັນຄູອາຈານທີ່ຍິ່ງໃຫຍ່ ຂອງການປະຕິວັດຫວຽດນາມ-ວິລະຊົນປົດປ່ອຍຊົນຊາດ, ນັກວັດທະນະທໍາຜູ້ລືຊື່ໃນໂລກ.

ຜູ້ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ປະຊາຊົນ, ໃຫ້ແກ່ປະເທດຊາດ, ຊັກຈູງ ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມສ້າງຂຶ້ນບັນດາໄຊຊະນະອັນສະຫງ່າງາມ ແລະ ເຮັດໃຫ້ຊົນຊາດຫວຽດນາມ, ປະຊາຊົນຫວຽດນາມ ແລະຜືນແຜ່ນດິນ ແລະ ແມ່ນ້ຳລໍາເຊຂອງປະເທດຫວຽດນາມມີຄວາມສະຫງ່າຜ່າເຜີຍກວ່າ. ປະເທດຫວຽດນາມ ນັບມື້ນັບຂະຫຍາຍຕົວ, ປະຊາຊົນຫວຽດນາມນັບມື້ນັບມີຢູ່ມີກິນ, ມີຄວາມຜາສຸກ, ຍິ່ງເປັນການພິສູດໃຫ້ເຫັນວ່າແນວຄິດ, ພາລະກິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ແມ່ນຊັບສິນອັນລ້ຳຄ່າ, ເປັນແປວໄຟເຍືອງທາງໃຫ້ແກ່ຊົນຊາດ ຫວຽດນາມ ກ້າວຂຶ້ນສູ່ອະນາຄົດຢ່າງໜັກແໜ້ນ. ພວກເຮົາຍາມໃດກໍຈາລືກເຖິງບຸນຄຸນອັນໃຫຍ່ຫຼວງຂອງບັນດາການນໍາລຸ້ນກ່ອນ, ຂອງບັນດານັກຮົບ, ວິລະຊົນນັບລ້ານຄົນ, ບັນດາລູກຫຼານຂອງຊົນຊາດຫວຽດນາມໄດ້ ເສຍສະຫຼະຊີວິດໃຫ້ແກ່ປະເທດຊາດດ້ວຍຄວາມອົງອາດກ້າຫານເພື່ອຄວາມເປັນເອກະລາດ, ອຳນາດອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ, ເພື່ອສັງຄົມນິຍົມ ແລະ ເພື່ອພັນທະສາກົນອັນສູງສົ່ງ.

ພວກເຮົາສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາການນໍາການປະຕິວັດອາວຸໂສ, ບັນດາຄອບຄົວວິລະຊົນ ບັນດາແມ່ຫວຽດນາມວິລະຊົນ, ບັນດາສະຫາຍທະຫານທີ່ບາດເຈັບ, ຕິດພະຍາດຈາກສົງຄາມ, ບັນດາຄອບຄົວທີ່ມີຄຸນງາມຄວາມດີໃຫ້ປະເທດຊາດ, ພ້ອມກັບທົ່ວປວງຊົນ ແລະ ນັກຮົບທົ່ວປະເທດໄດ້ສູ້ຊົນຢ່າງພິລະອາດຫານ, ເສຍສະຫຼະຊີວິດໃຫ້ແກ່ປະເທດຊາດ, ອອກແຮງງານຢ່າງປະດິດສ້າງ, ປະກອບສ່ວນອັນໃຫຍ່ຫຼວງ ແກ່ພາລະກິດການປະຕິວັດອັນສະຫງ່າງາມຂອງຊົນຊາດຫວຽດນາມ. ດ້ວຍຄວາມອ່ອນນ້ອມຖ່ອມຕົວຂອງນັກປະຕິວັດ, ພວກເຮົາຍັງສາມາດເວົ້າໄດ້ວ່າ: "ພັກກອມມູນິດຫວຽດນາມແມ່ນຍິ່ງໃຫຍ່ຢ່າງແທ້ຈິງ ປະຊາຊົນຫວຽດນາມແມ່ນ ວິລະຊົນຢ່າງ ແທ້ຈິງ!"

ພວກເຮົາຍາມໃດກໍຈົດຈໍາ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການ ສະໜັບສະໜູນ ແລະ ການຊ່ວຍເຫຼືອອັນປະເສີດຂອງປະຊາຊົນບັນດາປະເທດສັງຄົມ ນິຍົມອ້າຍນ້ອງ, ບັນດາກໍາລັງກ້າວໜ້າພ້ອມກັບເພື່ອນມິດຫົວ 5 ທະວີບຕໍ່ກັບພາລະກິດ ການຕໍ່ສູ້ປົດປ່ອຍປະເທດຊາດ, ເຕົ້າໂຮມປະເທດຊາດເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມປັດຈຸບັນ.

ຮຽນບັນດາສະຫາຍ ແລະພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,

ປັດຈຸບັນ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບພວມອອກເຫື່ອແຮງສູ້ຊົນ ປະຕິບັດໂຄງການການເມືອງຂອງພັກ, ລັດຖະທຳມະນູນຂອງລັດ, ຍູ້ແຮງພາລະກິດ ແຫ່ງການປ່ຽນແປງໃໝ່, ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ພັດທະນາ ເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ເປີດປະຕູເຊື່ອມໂຍງສາກົນ, ປະຕິບັດສອງໜ້າທີ່ຍຸດທະສາດ ແມ່ນສ້າງສາ ແລະປົກປັກຮັກສາ ແໜ້ນປະເທດຊາດ, ເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລຢ່າງຮອບດ້ານ ແລະພ້ອມພຽງຄົບຊຸດ. ນີ້ແມ່ນພາລະກິດການປະຕິວັດອັນຍິ່ງໃຫຍ່, “ການສູ້ຮົບຄັ້ງໃຫຍ່” ຄືດັ່ງ ລຸງໂຮ່ ໄດ້ເວົ້າ, ແຕ່ກໍມີຄວາມຫຍຸ້ງຍາກ, ສັບສົນຫຼາຍປະການ, ໃນສະພາບການສາກົນ ແລະ ພາຍໃນ, ຄຽງຄູ່ກັບຂໍ້ສະດວກດີ, ກາລະໂອກາດ ແມ່ນມີຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຫຼາຍປະການ, ພວກເຮົາຢືນຢູ່ທ່າມກາງຂອງບັນຫາໃໝ່ຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ, ຫຼາຍວຽກງານມີຄວາມສັບສົນທີ່ຈໍາເປັນຕ້ອງໄດ້ແກ້ໄຂ. ສະພາບການດັ່ງກ່າວຮຽກຮ້ອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ຍິ່ງກວ່າເວລາໃດໝົດ, ຕ້ອງເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ການປະຕິວັດ, ຈິດໃຈສາມັກຄີ, ຄວາມຮັບຜິດຊອບ, ຄວາມພະຍາຍາມສູ້ຊົນຂ້າມຜ່ານທຸກຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອສ້າງສາປະເທດ ຫວຽດນາມ ນັບມື້ນັບສວຍງາມກວ່າເກົ່າ. ການສູ້ຊົມອັນເດັດດ່ຽວໜຽວແໜ້ນ, ຄວາມປະດິດສ້າງຂອງທົ່ວປວງຊົນ ຂອງບັນດາຂະແໜງການ, ບັນດາທ້ອງຖິ່ນ, ບັນດາພາກສ່ວນເສດຖະກິດແມ່ນປັດໄຈສໍາຄັນຍິ່ງຕໍ່ການພັດທະນາຂອງປະເທດຫວຽດນາມ.

ພັກກອມມູນິດ ຫວຽດນາມ ຕ້ອງອອກແຮງເພື່ອຊຸກຍູ້ການກໍ່ສ້າງ, ປັບປຸງປົວແປງ ພັກ, ເຮັດໃຫ້ພັກນັບມື້ນັບໂປ່ງໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເຮັດຫຼ້ອນໜ້າທີ່ ເປັນກອງນໍາໜ້ານໍາພາພາລະກິດການປະຕິວັດໃນໄລຍະໃໝ່. ແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດມາເຖິງປັດຈຸບັນ, ພັກກອມມູນິດ ຫວຽດນາມ ໄດ້ໃຊ້ເວລາ ແລະ ເຫື່ອແຮງອັນບໍ່ໜ້ອຍໃຫ້ແກ່ວຽກງານກໍ່ສ້າງພັກ, ຖືວຽກງານກໍ່ສ້າງພັກແມ່ນໜ້າທີ່ຫຼັກແຫຼ່ງ ໃນຊ່ວງເວລາມໍ່ໆນີ້, ທົ່ວພັກໄດ້ດໍາເນີນປະຕິບັດການກໍ່ສ້າງ, ປັບປຸງພັກຕາມຈິດໃຈມະຕິສູນກາງ 4 ສະໄໝທີ XI, ສະໄໝທີ XII ບັນລຸບັນດາຜົນສຳເລັດ ແລະ ບົດຮຽນໃນເບື້ອງຕົ້ນ ແມ່ນສຳຄັນຫຼາຍ, ປະກອບ ສວນເຂົ້າໃນການສະກັດກັ້ນ, ຍູ້ຖອຍສິ່ງຫຍໍ້ທໍ້ເປັນບາດກ້າວໜຶ່ງ, ຍົກສູງຄວາມສາມາດ ໃນການນໍາພາ ແລະ ກຳລັງສູ້ຮົບຂອງພັກ. ເຖິງຢ່າງໃດກໍຕາມ, ວຽກງານກໍ່ສ້າງພັກຍັງມີອີກຫຼາຍວຽກທີ່ຕ້ອງລົງມືເຮັດ, ເປັນຕົ້ນແມ່ນການຕໍ່ສູ້ຕ້ານກັບການເຊື່ອມຖອຍດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ; ບັນດາປະກົດການ “ຜັນແປດ້ວຍຕົນເອງ", "ຫັນປ່ຽນດ້ວຍຕົນເອງ": ໄພສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ອາດຍາສິດ, ຫ່າງເຫີນຈາກປະຊາຊົນ...

ບັນດາອິດທິກໍາລັງປໍລະປັກຍັງພວມຊອກຫາທຸກວິທີທາງ ເພື່ອທັບມ້າງພາລະກິດການປະຕິວັດຂອງປະຊາຊົນ ຫວຽດນາມ, ພວກເຂົາດຳເນີນການ ໂຄສະນາບິດເບືອນ, ກ່າວປະນາມພັກກອມມູນິດ ຫວຽດນາມ, ລັດຫວຽດນາມ, ໂຈມຕີໂດຍກົງຕໍ່ລະບົບ ແນວຄິດ, ໂຄງການການເມືອງ, ແນວທາງການເມືອງຂອງພັກ, ຍຸແຍ່, ແບ່ງແຍກພາຍໃນພັກ, ແບ່ງແຍກພັກ, ລັດກັບປະຊາຊົນ, ເພື່ອຫວັງໃຫ້ພັກກອມມູນິດ, ລະບອບຂອງ ພວກເຮົານັບແຕ່ກົກ, ແຕ່ພາຍໃນລົ້ມລະລາຍ, ເຊິ່ງເປັນກົນອຸບາຍທີ່ຊົ່ວຮ້າຍ ແລະ ອັນຕະລາຍເປັນຢ່າງຍິ່ງ. ທິດທາງລວມຂອງວຽກງານກໍ່ສ້າງ, ປັບປຸງປົວແປງພັກໃນປັດຈຸບັນແມ່ນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ປົກປັກຮັກສາ ແລະ ເພີ່ມທະວີທາດແທ້ການປະຕິວັດ ແລະ ລັກສະນະນໍາໜ້າຂອງພັກ, ກໍ່ສ້າງພັກໂປ່ງໃສ, ເຂັ້ມແຂງ ແລະ ໜັກແໜ້ນທັງດ້ານການເມືອງ, ແນວຄິດ, ຄຸນສົມບັດ,ການຈັດຕັ້ງ, ພະນັກງານ ຢ່າງແທ້ຈິງ, ປຽນແປງໃໝ່ວິທີການນໍາພາ, ເພີ່ມທະວີສາຍພົວພັນອັນເລືອດເນື້ອລະຫວ່າງພັກກັບປະຊາຊົນ, ຮັບປະກັນໃຫ້ແກ່ພັກມີກໍາລັງພຽງພໍນໍາພາພາລະກິດຂອງປະເທດຢາງບໍ່ຢຸດຢັ້ງ ໃນເງື່ອນໄຂພັກກອມມູນິດ ຫວຽດນາມ ແມ່ນພັກກໍາອໍານາດ, ເຄື່ອນໄຫວໃນ ສະພາບແວດລ້ອມການທີ່ພັດທະນາເສດຖະກິດການຕະຫຼາດ, ເປີດປະຕູເພື່ອເຊື່ອມໂຍງ; ພະນັກງານ, ສະມາຊິກພັກຮັກສາຫຼາຍຕໍາແໜ່ງງານທີ່ສຳຄັນ, ຕ້ອງປະເຊີນໜ້າກັບບັນດາການຈອບອອຍຂອງເງິນຄຳ, ຂອງວັດຖຸຊັບສິນ, ສິດອຳນາດ, ຜົນປະໂຫຍດສ່ວນຕົວ, ພວກເຮົາຍິ່ງຕ້ອງເບິ່ງແຍງດູແລ, ຮັກສາໄດ້ທາດແທ້ການປະຕິວັດ ແລະ ລັກສະນະນຳໜ້າຂອງພັກ.

ຖ້າບໍ່ມີຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ບັນຫາດັ່ງກ່າວ, ຖ້າຫາກວ່າພະນັກງານ, ສະມາຊິກພັກບໍ່ມີຄວາມຫ້າວຫັນ ແລະ ບໍ່ມີມານະຈິດໃນການເຝິກຝົນຫຼໍ່ຫຼອມ ແລະ ສຶກສາ ກໍຈະຖືກເຊື່ອມຄຸນປ່ຽນທາດຢ່າງງ່າຍດາຍ. ບັນຫາການຮັກສາແໜ້ນທາດ ແທ້ຂອງພັກ- ພັກກອມມູນິດໜຶ່ງ, ພັກການປະຕິວັດທີ່ຊອບທຳ, ເຄື່ອນໄຫວເພື່ອພາລະກິດຂອງຊົນຊັ້ນ ກໍາມະກອນ, ຂອງຊົນຊາດ, ເພື່ອຜົນປະໂຫຍດຂອງປະຊາຊົນ ແມ່ນບັນຫາພື້ນຖານ ແລະ ສຳຄັນເປັນຢ່າງຍິ່ງ ປະທານ ໂຮ່ຈີມິນ ເຄີຍໄດ້ຕັກເຕືອນວ່າ: “ຊົນຊາດໜຶ່ງ, ພັກໜຶ່ງ ແລະ ແຕ່ລະຄົນ, ມື້ວານອາດຍິ່ງໃຫຍ່, ມີແຮງດຶງດູດຄວາມສົນໃຈຫຼາຍ, ແຕ່ບໍ່ແນ່ນອນວ່າໃນມື້ນີ້ ແລະ ມື້ອື່ນຍັງໄດ້ຮັບຄວາມຮັກແພງ ແລະ ສັນລະເສີນຂອງບຸກຄົນອີກຖ້າຫາກຈິດໃຈບໍ່ມີຄວາມ ປອດໃສ, ຖ້າຕົກຢູ່ໃນລັດທິບຸກຄົນ" ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI ແລະ ສະໄໝທີ XII ວ່າດ້ວຍການກໍ່ສ້າງພັກໄດ້ຢືນຢັນວ່າຕ້ອງດຳເນີນການກໍ່ສ້າງ, ປັບປຸງປົວແປງພັກຢ່າງຕັ້ງໜ້າ ແລະເດັດດ່ຽວ, ເຂັ້ມແຂງ, ເພື່ອສ້າງຄວາມຫັນປ່ຽນຢ່າງຈະແຈ້ງ ກວ່າໃນບັນດາດ້ານ, ສະກັດກັ້ນ ແລະຮູ້ຖອຍສະພາບການເຊື່ອມຖອຍ, ປັບປຸງຄວາມ ຢຶດໝັ້ນກ່ຽວກັບຈຸດໝາຍ, ອຸດົມການປະຕິວັດ; ເພີ່ມທະວີຄວາມເປັນເອກະພາບດ້ານ ມານະຈິດ ແລະການກະທຳ; ປັບປຸງການຈັດຕັ້ງຢ່າງ ແໜ້ນແຟ້ນ; ເພີ່ມທະວີສາຍພົວພັນສະໜິດແໜ້ນກັບປະຊາຊົນ; ຍົກສູງຄວາມສາມາດໃນການນໍາພາ ແລະກຳລັງສູ້ຮົບຂອງພັກ, ຖືວ່ານີ້ ແມ່ນບັນຫາເປັນຢູ່ເປັນຕາຍຂອງພັກກອມມູນິດຫວຽດນາມ, ຂອງລະບອບ.

ພັກປະຕິວັດຊອບທໍາໜຶ່ງທີ່ມີແນວທາງຖືກຕ້ອງ, ມີການຈັດຕັ້ງຢ່າງແໜ້ນແຟ້ນ, ມີ ຖັນແຖວພະນັກງານ, ສະມາຊິກພັກໂປ່ງໃສ, ເປັນແບບຢ່າງ, ໝົດຈິດໝົດໃຈ. ສະໜິດແໜ້ນອັນເລືອດເນື້ອກັບປະຊາຊົນ, ໄດ້ປະຊາຊົນສະໜັບສະໜູນ, ພັກນັ້ນມີກຳລັງແຮງອັນໃຫຍ່ຫຼວງ, ບໍ່ມີອິດທິກໍາລັງໃຈສາມາດສະກັດກັ້ນບົນເສັ້ນທາງຊັກຈູງຊົນ ຊາດກ້າວຂຶ້ນ.

ຮຽນບັນດາສະຫາຍ ແລະພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,

ປີນີ້, ພວກເຮົາສະເຫຼີມສະຫຼອງວັນສ້າງຕັ້ງພັກໃນທ່າມກາງໄລຍະເວລາທີ່ມີຄວາມ ໝາຍສໍາຄັນພິເສດ: ປີ 2020 ເປັນປີສຸດທ້າຍຂອງສະໄໝກອງປະຊຸມໃຫຍ່ຄັ້ງທີ XII; ເປັນປີດຳເນີນກອງປະຊຸມໃຫຍ່ອົງຄະນະພັກບັນດາຂັ້ນກ້າວຂຶ້ນສູ່ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XIII ຂອງພັກ, ເປັນປີສະເຫຼີມສະຫຼອງຫຼາຍເຫດການການເມືອງ ສໍາຄັນຍິ່ງ: ເປັນປີຫວຽດນາມປະຕິບັດບົດບາດປະທານອາຊຽນ ແລະສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ.

ສະພາບການສາກົນ ແລະພາຍໃນປະເທດສ້າງກາລະໂອກາດ, ຂໍ້ສະດວກຫຼາຍຢ່າງ ແຕ່ກໍມີຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ໜ້ອຍ, ໄດ້ຮຽກຮ້ອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຫວຽດນາມຕ້ອງມານະພະຍາຍາມສູງ, ຕັດສິນໃຈສູງ, ສູ້ຊົນ ເພື່ອສໍາເລັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ; ເພີ່ມທະວີຄວາມໝັ້ນຄົງດ້ານເສດຖະກິດມະຫາ ພາກ, ຍູ້ແຮງປະຕິບັດບັນດາບາດກ້າວກະໂດດຍຸດທະສາດ, ຫັນໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຮັບປະກັນຄວາມສະຫງົບ ແລະປອດໄພດ້ານສັງຄົມ ແລະສະຫວັດດີການສັງຄົມ, ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ, ຮັກສາເອກະລາດ, ອໍານາດອະທິປະໄຕ ແລະສະພາບແວດລ້ອມສັນຕິພາບ, ຄວາມເປັນສະຖຽນລະພາບເພື່ອພັດທະນາປະເທດຊາດ; ຍູ້ແຮງສາຍພົວພັນການ ຕ່າງປະເທດ.

ສຸມໃສ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ອົງຄະນະພັກບັນດາຂັ້ນກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ຕິດພັນກັບການສືບຕໍ່ປະຕິບັດ ມະຕິສູນກາງ 4 ສະໄໝທີ XI, ສະໄໝທີ XII ຕໍ່ການກໍ່ສ້າງພັກ, ມະຕິຄຳສັ່ງ ເລກທີ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບ ແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ ສ້າງຄວາມຫັນປ່ຽນໃນ ວຽກງານກໍ່ສ້າງ, ປັບປຸງພັກໃຫ້ແຂງແຮງກວ່າເກົ່າ.

ດ້ວຍຄວາມປິຕິຊົມຊື່ນ, ຄວາມເອກອ້າງທະນົງໃຈ, ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ, ພັກກອມມູນິດຫວຽດນາມຈະເຮັດສຳເລັດໜ້າທີ່ໜັກໜ່ວງຂອງຕົນ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຮ່ວມແຮງ, ຮ່ວມໃຈ, ສູ້ຊົນສ້າງປະເທດຫວຽດນາມສັນຕິພາບ,ເອກະພາບ, ເອກະລາດ, ປະຊາທິປະໄຕ, ເຂັ້ມແຂງ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.

ຄວາມຈະເລີນຮຸ່ງເຮືອງຍາມໃດກໍ່ຢູ່ນໍາປະເທດຫວຽດນາມສິວິໄລ ແລະ ວິລະຊົນ

ພັກກອມມູນິດ ຫວຽດນາມ ມີກຽດສະຫງ່າໝັ້ນຍືນ

ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໝັ້ນຍືນ

ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ຢູ່ໃນພາລະກິດຂອງພວກເຮົາຕະຫຼອດໄປ.

(ໄຊພອນ)

ເຫດການ
302 Found

Found

The document has moved here.