ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ຕີ​ລາ​ຄາ​ສູງ​ມະ​ຫາ​ວິ​ທະ​ຍາ​ໄລ ສ້າງ​ຄູ ຖ໊າຍງວຽນ, ໂຮງ​ຮຽນ​ວັດ​ທະ​ນະ​ທຳ I ໃນ​ການ​ບຳ​ລຸ​ງ​ສ້າງ​ນັກ​ຮ​ຽນ, ນັກ​ສຶກ​ສາ​ປະ​ເທດ

17:32 | 23/04/2021

ຍ​ສ​ໝ - ເຂົ້າ​ຮ່ວມ​ເຫດ​ການ, ມີ​ການ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ. ລາວ​ປະ​ຈຳ ຫວຽດ​ນາມ ແສງ​ເພັດ ຮຸ່ງ​ບຸນຍວງ, ທ່ານ​ພົນ​ຕີ ຫງວຽນ​ຕ໊ຽນ​ລອງ, ອະ​ດີດ​ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ທະ​ຫານ​ເຂດ 3, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ສ​ະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແລະ ພະ​ນັກ​ງານ​ສະ​ຖານ​ທູດ ລາ​ວ ປະ​ຈຳ ຫວຽດ​ນາມ.

ມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ຫວຽດ​ນາມ ເຊື້ອ​ຊາດ ລາວ ແລະ ນັກ​ສຶກ​ສາ​ລາວ ຢູ່​ບ້ານ​ດົນ (ດັກ​ບັກ) ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ຫວຽດ​ນາມ ເຊື້ອ​ຊາດ ລາວ ແລະ ນັກ​ສຶກ​ສາ​ລາວ ຢູ່​ບ້ານ​ດົນ (ດັກ​ບັກ) ໃນ​ໂອ​ກາດ​ບຸນ​ປີ​ໃໝ່
ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​ ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ຕີ​ລາ​ຄາ​ສູງ​ມະ​ຫາ​ວິ​ທະ​ຍາ​ໄລ ສ້າງ​ຄູ ຖ໊າຍງວຽນ, ໂຮງ​ຮຽນ​ວັດ​ທະ​ນະ​ທຳ I ໃນ​ການ​ບຳ​ລຸ​ງ​ສ້າງ​ນັກ​ຮ​ຽນ, ນັກ​ສຶກ​ສາ​ປະ​ເທດ
ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຖ໊າຍງວຽນ

ໃນ​ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ແຂວງ​ຖ໊າຍງວຽນ ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 21 – 22 ເມ​ສາ 2021, ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ລົງ​ຢ້​ຽມ​ຢາມ ມະ​ຫາ​ວິ​ທະ​ນາ​ໄລ​ສ້າງ​ຄູ​ຖ໊າຍງວຽນ, ໂຮງ​ຮຽນ​ວັດ​ທະ​ນະ​ທຳ I ສັງ​ກັດ ກະ​ຊວງ​ຕຳຫຼວດ. ນີ້​ແມ່ນ 2 ໂຮງ​ຮຽນ​ຮັບ​ຜິດ​ຊອບ​ສິດ​ສອນ, ແນະ​ນຳ​ໃຫ້​ແກ່​ນັກ​ສຶກ​ສາ​ລາວຫຼາຍ​ຄົນ ຂອງ​ແຂວງ​ຖ໊າຍງວຽນ.

ເຂົ້າ​ຮ່ວມ​ເຫດ​ການ, ມີ​ທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ. ລາວ​ ປະ​ຈຳ ຫວຽດ​ນາມ ແສງ​ເພັດ ຮຸ່ງ​ບຸນຍວງ, ທ່ານ​ພົນ​ຕີ ຫງວຽນ​ຕ໊ຽນ​ລອງ, ອະ​ດີດ​ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ທະ​ຫານ​ເຂດ 3, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ສ​ະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແລະ ພະ​ນັກ​ງານ​ສະ​ຖານ​ທູດ ລາ​ວ ປະ​ຈຳ ຫວຽດ​ນາມ.

ຕອນ​ເຊົ້າ​ວັນ​ທີ 21 ເມ​ສາ, ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຖ໊າຍງວຽນ. ໂຮງ​ຮຽນ​ມະ​ຫາ​ວິ​ທະ​ນາ​ໄລ ສ້າງ​ຄູ​ຖ໊າຍ​ງວຽນ ໄດ້​ສ້າງ​ຕັ້ງ​ແຕ່​ປີ 1966, ມາ​ຮອດ​ປີ 1994 ໂຮງ​ຮຽນ​ກາຍ​ເປັນ​ໜ່ວຍ​ງານ​ສະ​ມາ​ຊິກ​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ ຖ໊າຍງວຽນ, ໂຮງ​ຮຽນ​ແມ່ນ​ຮາກ​ໂນ​ບຳ​ລຸງ​ສ້າງຖັນ​ແຖວ​ຄູ​ສອນ, ພະ​ນັກ​ງານ​ບໍ​ລິ​ຫານ​ການ​ສຶກ​ສາ, ແມ່ນ​ສູນ​ຄົ້ນ​ຄ​້​ວາ ແລະ ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ການ​ສຶກ​ສາ. ພິ​ເສດ​ແມ່ນ​ໂຮງ​ຮຽນ​ໄດ້​ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ບຳ​ລຸງ​ສ້າງ​ພາ​ສາ ຫວຽດ​ນາມ ໃຫ້​ແກ່​ນັກ​ສຶກ​ສາ​ຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ ລະ​ບົບ ກ່ອນ ແລະ ຫຼັງ​ຊັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ຕີ​ລາ​ຄາ​ສູງ​ມະ​ຫາ​ວິ​ທະ​ຍາ​ໄລ ສ້າງ​ຄູ ຖ໊າຍງວຽນ, ໂຮງ​ຮຽນ​ວັດ​ທະ​ນະ​ທຳ I ໃນ​ການ​ບຳ​ລຸ​ງ​ສ້າງ​ນັກ​ຮ​ຽນ, ນັກ​ສຶກ​ສາ​ປະ​ເທດ
ນັກ​ສຶກ​ສາ​ລາວ​ຢູ່​ໂຮງ​ຮຽນ​ຖ່າຍ​ຮູບ​ນຳ​ທ່ານ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດ

ພາຍຫຼັງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ມາ​ເປັນ​ເວ​ລາ 55 ປີ, ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຖ໊າຍງວຽນ ໄດ້​ບຳ​ລ​ຸງ​ສ້າງ​ນັກ​ສຶກ​ສາ​ສາ​ກົນ 1300 ຄົນ, ປັດ​ຈຸ​ບັນ​ມີ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ ກ່​ວາ 200 ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ, ໃນ​ນັ້ນ​ສ່ວນຫຼາຍ​ແມ່ນ​ນັກ​ສຶກ​ສາ​ລາວ. ໂຮງ​ຮຽນ​ໄດ້​ລົງ​ນາມ​ການ​ຮ່ວມ​ມື​ກັນ​ຮາກ​ຖານ​ສຶກ​ສາ​ຢູ່ ລາວ 9 ແຫ່ງ.

ນັບ​ແຕ່​ປີ 2010 ມາ​ຮອດ​ປັດ​ຈຸ​ບັນ, ໂຮງ​ຮຽນ​ໄດ້​ບຳ​ລ​ງຸ​ສ້າງ​ໃຫ້​ແກ​່​ນັກ​ສຶກ​ສາ​ກ່​ວາ 1000 ຄົນ, ໃນ​ນັ້ນ​ມີ ປະ​ລິ​ນ​ຍາ​ເອກ, ປະ​ລິນ​ຍາ​ໂທ 166 ຄົນ, ແລະ ປະ​ລິນ​ຍາ​ຕີ 330 ຄົນ ຊຶ່ງ​ແມ່ນ​ນັກ​ສຶກ​ສາ​ລາວ ໄດ້​ຮຽນ​ຈົບ​ກັບ​ຄືນ​ມາ​ປະ​ເທດ ກາຍ​ເປັນ​ຄູ​ສອນ, ພະ​ນັກ​ງານ​ຫຼັກ​ແຫຼ່ງ​ຢູ່​ວິ​ທະ​ຍາ​ໄລ ແລະ ວ​ິ​ທະ​ຍາ​ໄລ​ແຫ່ງ​ຊາດ.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ລາວ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ​ລາວ ຂອງ ມະ​ຫາວ​ິ​ທະ​ຍາ​ໄລ​ສ້າງ​ຄູ​ຖ໊າຍງວຽນ, ທ່ານ ເອກ​ອັກ​ຄ​ະ​ລັດ​ຖະທູດ ຢັ້ງ​ຢືນ​ວ່າ ການ​ໜູນ​ຊ່ວຍ​ຂອງ​ໂຮງ​ຮຽນ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ລາວ, ພິ​ເສດ​ແມ່ນ​ໃນ​ການ​ບຳ​ລຸງ​ສ້າງ​ບຸກ​ຄະ​ລາ​ກອນ. ບັນ​ດາ​ນັກ​ສຶກ​ສາ​ລາວ​ເມື່ອ​ກັບ​ຄືນ​ປະ​ເທດ ໄດ້​ນຳ​ໃຊ້​ຄວາມ​ຮູ້​ທີ່​ໄດ້​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ ເພື່ອ​ປະ​ຕິ​ບັດ​ງານ​ໃຫ້​ເປັນ​ຢ່າງ​ດີ​ໃນຫຼາຍ​ຂົງ​ເຂດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມີ​ຄວາມ​ປາດ​ຖະ​ໜາກວ່າ ທາ​ງ​ໂຮງ​ຮຽນ​ຈະ​ໜູນ​ຊ່ວຍ​ບັນ​ດາ​ນັກ​ສຶກ​ສາ​ລາວ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮ່ຳ​ຮຽນ​ໃຫ້​ເປັນ​ຢ່າງ​ດີ.

ມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ຫວຽດ​ນາມ ເຊື້ອ​ຊາດ ລາວ ແລະ ນັກ​ສຶກ​ສາ​ລາວ ຢູ່​ບ້ານ​ດົນ (ດັກ​ບັກ) ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ມອບ​ຂອງ​ຂວັນ​ໃຫ້​ແກ່​ຊາວ​ຫວຽດ​ນາມ ເຊື້ອ​ຊາດ ລາວ ແລະ ນັກ​ສຶກ​ສາ​ລາວ ຢູ່​ບ້ານ​ດົນ (ດັກ​ບັກ) ໃນ​ໂອ​ກາດ​ບຸນ​ປີ​ໃໝ່

ຍ​ສ​ໝ - ຊາວ​ຫວ​ຽດ​ນາມ ເຊື້ອ​ຊາດ​ລາວ ໃນ​ບໍ​ລິ​ເວນ​ເມືອງ ບວນ​ດົນ​ໄດ້​ດຳ​ລົງ​ຊີ​ວິດ​ສຸມ​ໃສ່​ຢູ່​ຕາ​ແສງ ກ​ຣົງ​ນາ. ທຸກ​ປີ​ເມື່ອ​ບຸນ​ປີ​ໃໝ່​ວຽນ​ມາ, ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ເມືອງ​ໄດ້​ຈັດ​ຕັ້ງ​ວັນ​ບຸນ​ຕາມ​ພິ​ທີ​ກຳ​, ປະ​ເພ​ນີ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ແຫ່ງນີ້.

ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​ ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ VUFO ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ບັນ​ດາ​ກາ​ນ​ສະ​ໜັບ​ສະ​ໜູນ​ຣູ​ມາ​ນີສຳ​ລັບ ຫວຽດ​ນາມ ໃນ​ເມື່ອ​ກ່ອນ. ປະ​ເທດ ແລະ ປະ​ຊາ​ຊົນ ຣູ​ມານີຍາມ​ໃດ​ກໍ່​ສ​ະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່ານັບ​ແຕ່​ຊຸມ​ປີ 50 ຂອງ​ສະ​ຕະ​ວັນ​ກ່ອນ, ໃນ​ໄລ​ຍະ​ສົງ​ຄາມ ແລະ ສ້າງ​ສາ ປະ​ເທດ​ຊາດ.

ອີ​ຕາ​ລີ - ສະ​ຖານ​ທີ່​ຮ່ຳ​ຮຽນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ນິ​ຍົມ​ຈາກ​ນັກ​ສຶກ​ສາ​ຫວຽດ​ນາມ ອີ​ຕາ​ລີ - ສະ​ຖານ​ທີ່​ຮ່ຳ​ຮຽນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ນິ​ຍົມ​ຈາກ​ນັກ​ສຶກ​ສາ​ຫວຽດ​ນາມ

ຍ​ສໝ - ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້​ສອງ​ປະ​ເທດ, ໃນ​ນັ້ນ​ມີທ່ານ​ນາງ Maria Cristina Messa ລັດ​ຖະ​ມົນ​ຕີ​ກະ​ຊວງ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ຄົ້ນ​ຄ້​ວາ ອີ​ຕາ​ລີ ພ້ອມ​ກັບ​ຜູ້​ຕາ​ງ​ໜ້າ​ຂອງວິ​ສາ​ຫະ​ກິດອີ​ຕາ​ລີຫຼາຍ​ແຫ່ງ, ບັນ​ດາ​ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ຕາມ​ຮູບ​ການ​ທາງ​ອອນ​ລາຍ ໂດຍ​ກ່ຽວ​ກັບ​ຫົວ​ຂໍ້​ຂອງ​ບັນ​ດາ​ໂອ​ກາດ​ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ອີ​ຕາ​ລີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.