ນະຄອນຫຼວງວຽງຈັນ ໄດ້ກຳນົດເປົ້າໝາຍການພັດທະນາ ຍອດລວມຜະລິດຕະພັນພາຍໃນ ໄດ້ບັນລຸ 8750 ໂດລາສະຫະລັດ

18:25 | 03/01/2021

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ  ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້ສະເໜີວ່າ ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້ານະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ວາງ​ມາດ​ຕະການ​ລວມ​ໂດຍ ​ເນັ້ນ​ໃສ່ສົ່ງເສີມ​ຄວາມ​ຍືນ​ຍົງ ແລະ ຄວາມຫຼາກ​ຫຼາຍ​ຂອງ​ເສດຖະກິດ.

ປະເທດລາວ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ
ປະເທດລາວ: ປະກາດການສ້າງຕັ້ງສະຫະພັນຊາວໜຸ່ມ ຢ່າງເປັນທາງການ

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ສະເໜີ​ຮ່າງທິດທາງ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ IX (2021-2025) ຂອງ​ນະ​ຄອນ​ຫຼວງວຽງ​ຈັນຕໍ່​ກອງ​ປະຊຸມ​ສະໄໝ​ສາ ມັນ​ເທື່ອ​ທີ 10 ຂອງສະພາ​ ປະຊາຊົນນະຄອນຫຼວງໃຫ້​ ຮູ້ວ່າ: ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້ານະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ວາງ​ມາດ​ຕະການ​ລວມ​ໂດຍ ​ເນັ້ນ​ໃສ່ສົ່ງເສີມ​ຄວາມ​ຍືນ​ຍົງ ແລະ ຄວາມຫຼາກ​ຫຼາຍ​ຂອງ​ເສດຖະກິດ, ເຕົ້າໂຮມ​ກຳລັງ​ແຮງ​ຂອງ​ສັງຄົມ ແລະ ນຳ​ໃຊ້​ເສດຖະກິດ​ຫຼາຍ​ພາກສ່ວນ​ເຂົ້າ​ໃນ​ການ​ພັດທະນາ, ຮັບປະກັນ​ການ​ຂະຫຍາຍຕົວ​ຂອງ​ເສດ ຖະກິດ​ໃຫ້​ໝັ້ນ​ທ່ຽງ ແລະ ທັງ​ສູ້​ຊົນ​ໃຫ້​ເສດຖະກິດ​ເຕີບ​ໂຕ​ໃນ​ອັດຕາ​ສະເລ່ຍ​ບໍ່​ໃຫ້​ຫຼຸດ 7- 8% ຕໍ່​ປີ, ໃນ​ໄລຍະ 5 ປີ; ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ຄາດ​ວ່າ​ຈະ​ບັນລຸ 356.600 ຕື້​ກີບ ສະເລ່ຍ​ຕໍ່​ຫົວ​ຄົນ​ບັນລຸ 8.750 ໂດ​ລາ; ຂະແໜງ​ກະສິກຳ​ຂະຫຍາຍຕົວ​ສະເລ່ຍ 4 - 4,5% ຕໍ່​ປີ; ຂະແໜງ​ອຸດສາຫະກຳ​ຂະຫຍາຍຕົວ​ສະເລ່ຍ 11,5 -12% ຕໍ່​ປີ; ຂະແໜງການ​ບໍລິ ການ​ຂະຫຍາຍຕົວ​ສະເລ່ຍ 6,5 - 7%ຕໍ່​ປີ.

ນະຄອນຫຼວງວຽງຈັນ ໄດ້ກຳນົດເປົ້າໝາຍການພັດທະນາ ຍອດລວມຜະລິດຕະພັນພາຍໃນ ໄດ້ບັນລຸ 8750 ໂດລາສະຫະລັດ
ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ. (ພາບ: Laoedaily)

ພ້ອມ​ທັງ​ວາງ​ແຜນ​ສ້າງ ແລະ ເກັບ​ກຳ​ລາຍ​ຮັບ​ງົບປະມານ​ຕາມ​ກົດໝາຍ​ກຳນົດ​ໃຫ້​ຄົບ​ຖ້ວນ, ໃນ 5 ປີ​ຕໍ່ໜ້າ ນວ ຈະ​ຈັດ​ເກັບ​ລາຍ​ຮັບ​ງົບປະມານ​ໃຫ້​ໄດ້ 57.000 ຕື້​ກີບ ຫຼື ປະມານ 16 -17%ຂອງ GDP ເທົ່າ​ກັບ 34,01% ຂອງ​ແຜນ​ລາຍ​ຮັບ​ງົບປະມານ​ທັງ​ໝົດ​ຂອງ​ທົ່ວ​ປະເທດ, ໃນ​ນັ້ນ ຈົດ​ເປັນ​ລາຍ​ຮັບ​ເຂົ້າ​ບັນຊີ​ສູນ​ກາງ 32.124 ຕື້​ກີບ ແລະ ຈົດ​ເປັນ​ລາຍ​ຮັບ​ເຂົ້າ​ບັນຊີ ນວ ໃຫ້​ໄດ້ 25.361 ຕື້​ກີບ, ໃນ​ນັ້ນ ຈາກ​ພາສີ 16.701 ຕື້​ກີບ, ສ່ວຍ​ສາ​ອາກອນ 8.358 ຕື້​ກີບ, ຊັບ​ສິນ​ຂອງ​ລັດ 299 ຕື້​ກີບ ແລະ ວິ​ສາ​ຫະ​ກິດ​ລັດ 3 ຕື້​ກີບ.

ພ້ອມ​ນັ້ນ ກໍ່​ຕ້ອງ​ສ້າງ​ຖານ​ລາຍ​ຮັບ​ໃໝ່ ແລະ ພິຈາລະນາ​ອາກອນ​ຊັບ​ສິນ ອາກອນ​ສິ່ງແວດລ້ອມ ອາກອນ​ຕົວ​ເມືອງ ແລະ ອື່ນໆ ຂະຫຍາຍ​ຖານ​ລາຍ​ຮັບ ແລະ ສົ່ງເສີມ​ໃຫ້ SME ເປັນ​ກຳລັງ​ໜູນ​ເສດຖະກິດ ໂດຍ​ໃຫ້​ບັນ ດາ​ຜູ້​ປະກອບ​ການ ແລະ ຫົວໜ່ວຍ​ທຸລະ​ກິດ​ດັ່ງກ່າວ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ເສດຖະກິດ​ໃນ​ລະບົບ​ຫຼາຍ​ຂຶ້ນ ທັງ​ປັບປຸງ​ຄຸ້ມ​ຄອງ ແລະ ການ​ເກັບ​ອາກອນ​ໃຫ້​ມີ​ປະສິດທິພາບດ້ວຍການ​ນຳ​ໃຊ້​ເຄື່ອງມື​ໄອ​ຊີ​ທີ ໃຫ້​ທົ່ວ​ເຖິງ​ຫົວໜ່ວຍທຸ​ລະ​ກິດຂະໜາດ​ກາງ​ ຫາ ​ຂະ​ໜາດໃຫຍ່, ຊ່ວຍ​ແນະນຳ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ທຸກ​ຂະໜາດ​ໄດ້​ເຂົ້າ​ເຖິງ​ແຫຼ່ງ​ທຶນ, ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຜູ້​ປະກອບ​ການ, ສືບຕໍ່​ປັບປຸງ​ພາກ​ລາຍ​ຈ່າຍ​ງົບປະມານ​ລັດ​ແຕ່​ລະ​ຂັ້ນ​ໃຫ້​ຈະແຈ້ງ, ປັບປຸງ​ການ​ບໍລິການ​ທາງ​ດ້ານ​ການ​ເງິນ, ການ​ເສຍ​ພາສີ​ອາກອນ​ໃຫ້​ມີ​ຄວາມ​ສະດວກ​ວ່ອງໄວ, ປອດ​ໄພ ແລະ ໂປ່​ງ​ໃສ​ດ້ວຍ​ການ​ນຳ​ໃຊ້​ລະ​ບົບ​ທັນ​ສະໄໝ, ລະດົມ​ທຶນ​ເຂົ້າ​ສູ່​ການ​ພັດທະນາ​ດ້ານ​ຕ່າງໆ​ໃນ​ການ​ກໍ່ສ້າງ​ໂຄງ​ລ່າງ​ສາທາລະນະ​ທີ່​ຈຳເປັນ ຊຶ່ງ​ລັດ ແລະ ປະຊາ ຊົນ​ພ້ອມ​ກັນ​ເຮັດ ໂດຍ​ທ້ອງ ຖິ່ນ​ນັ້ນ​ລິ​ເລີ່ມ​ເປັນ​ເຈົ້າ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ​ເຮັດ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ​ດ້ອຍ​ພັດທະນາ, ພັດທະນາ​ອະສັງຫາລິມະ​ຊັບ​ດ້ວຍ​ນະໂຍບາຍ​ໃໝ່​ໝາຍ​ເຖິງ​ລັດ ປະຊາຊົນ, ນັກ​ລົງທຶນ​ຮ່ວມ​ກັນ​ເຮັດ ແລະ ສືບຕໍ່​ປະຕິບັດ​ນະໂຍບາຍ​ຫັນ​ຊັບ​ສິນ​ເປັນ​ທຶນ, ສູ້​ຊົນ​ລະດົມ​ແຫຼ່ງ​ທຶນ​ເພື່ອ​ການ​ພັດທະນາ​ໃນ 5 ປີີ ໃຫ້​ໄດ້​ປະມານ 22 - 23% ຂອງ GDP.

ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ ແລະ ສ້າງ​ສິ່ງ​ຈູງ​ໃຈ​ຫຼາຍ​ຮູບ​ແບບ ຄຽງ​ຄູ່​ກັບ​ການ​ປັບປຸງ ແລະ ບັງຄັບ​ໃຊ້​ລະບຽບ​ມາດ​ຕະການ​ຢ່າງ​ມີ​ປະສິດທິພາບ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ ຊຸກ ຍູ້ ແລະ ສົ່ງເສີມ​ການ​ລົງທຶນ​ໃນ 5 ຂະແໜງ​ທີ່​ເປັນ​ທ່າແຮງ​ຂອງ ນວ ແລະ ທ່າແຮງ​ຕົວ​ຈິງ​ຂອງ​ບັນດາ​ເມືອງ​ຢ່າງ​ມີ​ຈຸດ​ສຸມ ແລະ ມີ​ປະສິດ​ທິ​ຜົນ​ສູງ, ຫັນ​ເປັນ​ອຸດ​ສະຫະ​ກຳ ແລະ ທັນ​ສະໄໝ​ໃນ​ຂະແໜງ​ກະສິກຳ ແລະ ປ່າໄມ້, ຂະແໜງ​ໂທລະ​ຄົມ ແລະ ການ​ສື່ສານ, ຂະແໜງ​ຂົນສົ່ງ ແລະ ບໍລິການ​ທາງຜ່ານເພື່ອ​ຍົກ​ສູງ​ປະສິດທິພາບ ແລະ ປະສິດ​ທິ​ຜົນ​ຂອງ​ການ​ຜະລິດ ແລະ ການ​ບໍລິການ ທັງ​ເປັນ​ການ​ເອື້ອ ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ລົງທຶນ, ການ​ຄ້າ ແລະ ການທ່ອງທ່ຽວ ສ້າງ​ໃຫ້​ໄດ້​ການ​ຮ່ວມ​ສຳພັນ​ທາງ​ທຸລະ​ກິດ ແລະ ຮ່ວມ​ກຸ່ມ​ການ​ຜະລິດ​ລະຫວ່າງ​ຂະແໜງການ ແລະ ເມືອງ​ດ້ວຍ​ກັນ

ປະເທດລາວ: ປະກາດການສ້າງຕັ້ງສະຫະພັນຊາວໜຸ່ມ ຢ່າງເປັນທາງການ

ຍສໝ - ໃນວັນທີ 25 ສິງຫາ 2020 ຢູ່ຫໍວັດທະນະທໍາ ແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນພິທີປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວຢ່າງເປັນທາງການ.

ຮູບພາບວຽງຈັນໃນຊຸມປີ 1935-1959

ຍສໝ - ຮູບພາບວຽງຈັນໃນຊຸມປີ 1935-1959

ລາຍການສິລະປະ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ" ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

ຍສໝ - ວັນທີ 9 ມັງກອນ 2020, ທີ່ສູນວັດທະນະທໍາຫວຽດນາມ ປະຈໍາລາວ ໄດ້ຈັດຂຶ້ນລາຍການສິລະປະ "ເອກະລັກ ຫວຽດນາມ-ລາວ ອ້າຍນ້ອງ" ເພື່ອແລກປ່ຽນວັດທະນະທໍາເນື່ອງໃນໂອກາດສະຫຼອງປີໃໝ່ຫວຽດນາມ.

Laoedaily

ເຫດການ
302 Found

Found

The document has moved here.