ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມການນຳ ອາຊຽນ ຢູ່ ຈາກາກຕາ, ອິນໂດເນເຊຍ

10:54 | 26/04/2021

ຍສໝ - ທີ່ກອງປະຊຸມ, ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ນຳ ອາຊຽນ ໄດ້ສຸມໃສ່ປຶກສາຫາລືແລກປ່ຽນ 3 ເນື້ອໃນຕົ້ນຕໍ ແມ່ນຮ່ວມມືກໍ່ສ້າງປະຊາຄົມ ອາຊຽນ, ການພົວພັນຕ່າງປະເທດຂອງ ອາຊຽນ ແລະ ບັນດາບັນຫາພາກພື້ນ, ສາກົນພວມໄດ້ຮັບຄວາມສົນໃຈ.

ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021 ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ອາຊຽນ ແມ່ນກຳລັງຫຼັກແຫຼ່ງ ໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ອາຊຽນ ແມ່ນກຳລັງຫຼັກແຫຼ່ງ ໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ. ພາບ:
ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ຫວຽດນາມ. ພາບ: TTXVN

ໃນຕອນຕ່ຳວັນທີ 24 ເມສາ 2021, ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາ ຮ່າໂນ້ຍ, ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມການນຳ ອາຊຽນ ຢູ່ ຈາກາກຕາ, ອິນໂດເນເຊຍ.

ທີ່ກອງປະຊຸມ, ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ນຳອາຊຽນ ໄດ້ສຸມໃສ່ປຶກສາຫາລືແລກປ່ຽນ ສາມ ເນື້ອໃນຕົ້ນຕໍ ແມ່ນຮ່ວມມືກໍ່ສ້າງປະຊາຄົມ ອາຊຽນ, ການພົວພັນຕ່າງປະເທດຂອງ ອາຊຽນ ແລະ ບັນດາບັນຫາພາກພື້ນ, ສາກົນພວມໄດ້ຮັບຄວາມສົນໃຈ. ໂດຍຮັບຮູ້ເຖິງຄວາມສຳຄັນຂອງການພົວພັນອາຊຽນ ກັບບັນດາຄູ່ຮ່ວມມື, ບັນດາການນຳໄດ້ສະແດງການສະໜັບສະໜູນຢ່າງຕັ້ງໜ້າຕໍ່ຂໍ້ສະເໜີເພີ່ມທະວີການພົວພັນກັບອາຊຽນຂອງບັນດາຄູ່ຮ່ວມມືຈີນ, ອົດສະຕາລີ, ອາເມລິກາ ແລະອັງກິດ.

ກ່ຽວກັບບັນຫາສາກົນ ແລະພາກພື້ນ, ບັນດາການນຳສຸມໃສ່ແລກປ່ຽນກ່ຽວກັບສະຖານະການຂອງມຽນມາ. ການນຳບັນດາປະເທດອາຊຽນລ້ວນແຕ່ສະແດງຄວາມວິຕົກກັງວົນ, ບັນດາການນໍາເຫັນດີເປັນເອກະພາບວ່າອາຊຽນຄວນເສີມຂະຫຍາຍບົດບາດ ແລະໝູນໃຊ້ບັນດາກົນໄກທີ່ມີຢູ່ແລ້ວ ເພື່ອໜູນຊ່ວຍມຽນມາ, ບົນຈິດໃຈສາມັກຄີຂອງອາຊຽນ. ແບ່ງປັນຄໍາເຫັນປະກອບຂອງບັນດາການນຳອາຊຽນກ່ຽວກັບສະພາບການຢູ່ມຽນມາ ແລະບົດບາດຂອງອາຊຽນ, ທ່ານ ຟ້າມມີງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ໃນຖານະຕຳແໜ່ງເປັນກໍາມະການບໍ່ຖາວອນ ແລະປະຈຸບັນພວມແມ່ນປະທານສະພາຄວາມໝັ້ນຄົງໃນເດືອນເມສາ 2021, ຫວຽດນາມ ໄດ້ມານະພະຍາຍາມສ້າງເງື່ອນໄຂສະດວກໃຫ້ແກ່ການຊອກຫາມາດຕະການແກ້ໄຂທີ່ເໝາະສົມກັບສະຖານະການຢູ່ມຽນມາ. ທ່ານ ຟ້າມມີງຈິງ ສະເໜີໃຫ້ບັນດາປະເທດອາຊຽນ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຂອງສະຫະປະຊາຊາດ, ພ້ອມກັບຫວຽດນາມ ຂົນຂວາຍບັນດາຄູ່ຮ່ວມມືສະໜັບສະໜູນ ແລະໜູນຊ່ວຍຄວາມມານະພະຍາຍາມຂອງອາຊຽນ ໃນການສໍາພັດ ແລະຊອກຫາມາດຕະການແກ້ໄຂທີ່ເໝາະສົມໃຫ້ມຽນມາ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ໄດ້ພົບປະກັບກະສັດ ບຣູໄນ, ປະທານ ອາຊຽນ 2021; ປະທານາທິບໍດີ ອິນໂດເນເຊຍ, ນາຍົ ກລັດຖະມົນຕີ ກຳປູເຈຍ, ນາຍົກລັດຖະມົນຕີ ສິງກະໂປ, ນາຍົກລັດຖະມົນຕີ ມາເລເຊຍ ແລະ ເລຂາທິການໃຫຍ່ ອາຊຽນ.

ຫວຽດນາມໄດ້ກາຍເປັນຈຸດນັດພົບທີ່ສະດວກທີ່ສຸດເພື່ອເປີດກ້ວາງການດຳເນີນທຸລະກິດ ຢູ່ ອາຊຽນ ຫວຽດນາມໄດ້ກາຍເປັນຈຸດນັດພົບທີ່ສະດວກທີ່ສຸດເພື່ອເປີດກ້ວາງການດຳເນີນທຸລະກິດ ຢູ່ ອາຊຽນ

ຍສໝ - ເຖິງຢ່າງໃດກໍ່ຕາມການຮ່ວມມືຂ້າມຊາດໃນການຮັບມືກັບໂລກລະບາດ Covid – 19 ຍັງບໍ່ຫຼາຍ, ແຕ່ບັນດາວິສາຫະກິດອົດສະຕາລີຢູ່ອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ເຊື່ອໝັ້ນເຂົ້າການເຊື່ອມໂຍງເສດຖະກິດຢູ່ພາກພື້ນນີ້.

ອິນໂດເນເຊຍ ຕີລາຄາສູງ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ອາຊຽນ ແລະ ກັບບັນດາປະເທດຄູ່ຮ່ວມມື ອິນໂດເນເຊຍ ຕີລາຄາສູງ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ອາຊຽນ ແລະ ກັບບັນດາປະເທດຄູ່ຮ່ວມມື

ຍສໝ - ບັນດາຜູ້ແທນຕີລາຄາສູງ ຫວຽດນາມ ໄດ້ຕັ້ງຫນ້າ ເປັນເຈົ້າການຈັດຕັ້ງກອງປະຊຸມຄັ້ງນີ້ສຳເລັດຜົນ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການສະກັດກັ້ນໂລກລະບາດໂຄວິດ 19 ຂອງພາກພື້ນ ແລະປະຊາຄົມສາກົນ.

ເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ສົ່ງຈົດໝາຍຮຽກຮ້ອງການຫນູນຊ່ວຍນັກສຶກສາສາກົນພວມຮ່ຳຮຽນ ຢູ່ ອົດສະຕາລີ ເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ສົ່ງຈົດໝາຍຮຽກຮ້ອງການຫນູນຊ່ວຍນັກສຶກສາສາກົນພວມຮ່ຳຮຽນ ຢູ່ ອົດສະຕາລີ

ຍສໝ - ເມື່ອບໍ່ດົນມານີ້, ເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ຢູ່ ນະຄອນ Canberra ຂອງ ອົດສະຕາລີ ໄດ້ສົ່ງຈົດໝາຍຮ່ວມ ເຖິງລັດຖະມົນຕີກະຊວງສຶກສາ, ກະຊວງການຕ່າງປະເທດ, ຄະນະກຳມະການ ອົດສະຕາລີ ອາຊຽນ...

ໄຊພອນ

ເຫດການ
302 Found

Found

The document has moved here.