![]() | ສື່ມວນຊົນ ອູຣູກວາຍ: ຫວຽດນາມ ມີພື້ນຖານວັດທະນະທຳທີ່ຫຼາກຫຼາຍ ແລະ ອຸດົມສົມບູນ |
![]() | ສື່ມວນຊົນ 4 ແຂວງພາກໃຕ້ ຢ້ຽມຢາມ-ແລກປ່ຽນບົດຮຽນ ຢູ່ສະຖານີວິທະຍຸ-ໂທລະພາບບິ່ງດິ້ງ |
![]() |
ທ່ານ ເລຂາທິການໃຫຍ່ ໂຕເລີມ ແລະ ທ່ານປະທານາທິບໍດີ ສາທາລະນະລັດ ອິນໂດເນເຊຍ, ປະທານພັກຂະບວນການໃຫຍ່ຫຼວງ ອິນໂດເນເຊຍ (Gerindra) Prabowo Subianto ກວດກາແຖວກຽດຕິຍົດ. (ຮູບ: ທົງເຍີດ/ສຳນັກຂ່າວສານ ຫວຽດນາມ) |
ວັນທີ 10 ມີນາ, ໜັງສືພິມ ອິນໂດເນເຊຍ ໄດ້ສົ່ງຂ່າວພ້ອມກັນໃນພາບດຽວກ່ຽວກັບການຢ້ຽມຢາມຂັ້ນລັດຂອງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລີມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຕາມຄຳເຊີນຂອງທ່ານ ປະທານາທິບໍດີ ສາທາລະນະລັດ ອິນໂດເນເຊຍ, ປະທານພັກການເຄື່ອນໄຫວໃຫຍ່ຫຼວງ ອິນໂດເນເຊຍ (Gerindra) Prabowo Subianto.
ສຳນັກຂ່າວສານແຫ່ງຊາດ Antara, ໜັງສືພິມ Kompas ແລະ ໜັງສືພິມຫຼາຍສະບັບສົ່ງຂ່າວກ່ຽວກັບພິທີຕ້ອນຮັບຢ່າງສົມກຽດຂອງທ່ານເລຂາທິການໃຫຍ່ ໂຕ່ເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ທຳນຽບປະທານາທິບໍດີ - ພະລາຊະວັງ Merdeka, ນະຄອນຫຼວງ Jakarta, ວັນທີ 10 ມີນາ. ລາຍລະອຽດກ່ຽວກັບພິທີຕ້ອນຮັບຂັ້ນລັດທີ່ມີພິທີກໍາສູງສຸດ, ໄດ້ພັນລະນາຢ່າງລະອຽດພ້ອມກັບມີຮູບປະກອບຈໍານວນຫຼາຍ.
ບັນດາໜັງສືພິມ ອິນໂດເນເຊຍ ກໍ່ຍັງສົ່ງຂ່າວກ່ຽວກັບບັນດາການເຄື່ອນໄຫວທີ່ຜ່ານມາ. ໜັງສືພິມ Tempo ລົງພິມບົດຄວາມ ໃນນນັ້ນແຈ້ງວ່າ ໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ດຳເນີນໃນວັນທີ 10 ມີນາ ຢູ່ສຳນັກງານເລຂາທິການ ອາຊຽນ, ທ່ານ ເລຂາທິການໃຫຍ່ ອາຊຽນ Kao Kim Hourn ໄດ້ເນັ້ນໜັກເຖິງບົດບາດຂອງທ່ານ ເລຂາທິການໃຫຍ່ ໂຕ່ເລີມ ສຳລັບຫວຽດນາມ ແລະ ອາຊຽນ ໃນຈຸດເວລາເກີດຄວາມຜັນແປຫຼາຍຢ່າງ.
ໃນຂະນະນັ້ນ, ໜັງສືພິມ Liputan6 ໄດ້ຄັດສະເໜີຄຳປາໄສຂອງທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ແຈ້ງວ່າ: “ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ ໂຕເລີມ, ຫວຽດນາມ ພວມກ້າວເຂົ້າສູ່ສັງກາດແຫ່ງການພັດທະນາປະເທດຊາດໃໝ່.”
ໜັງສືພິມ Liputan6 ກໍ່ໄດ້ຄັດສະເໜີບົດປາໄສຂອງທ່ານເລຂາທິການໃຫຍ່ ໂຕ່ເລີມ ທີ່ສຳນັກງານຄະນະເລຂາທິການອາຊຽນ, ໃນນັ້ນ ທີ່ໄດ້ຍົກເຖິງບາງການກຳນົດທິດໃຫຍ່ ເພື່ອເສີມຂະຫຍາຍຄຸນຄ່າຍຸດທະສາດຂອງ ອາຊຽນ, ຍົກສູງອິດທິພົນ ແລະ ບົດບາດຂອງ ອາຊຽນ ໃນໄລຍະຈະມາເຖິງ. ລະອຽດແມ່ນຮັບປະກັນຄວາມເປັນເຈົ້າຕົນເອງດ້ານຍຸດທະສາດ ແລະ ຄ່ອງຕົວ ເພື່ອເພີ່ມທະວີຄວາມສາມາດໃນການປັບຕົວ ແລະ ຮັບມືຕໍ່ໜ້າບັນດາສິ່ງທ້າທາຍ ແລະ ການຜັນແປຢ່າງວ່ອງໄວໃນສະພາບການຂອງການແກ່ງແຍ່ງຍຸດທະສາດ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງກ່ຽວກັບເສດຖະກິດຫຼາຍຂຶ້ນ; ເສີມຂະຫຍາຍສີສັນ ແລະ ຄຸນຄ່າຂອງອາຊຽນ ອີກດ້ວຍ; ສ້າງບັນດາບັນທັດຖານປະພຶດ ເພື່ອນໍາທາງສາຍພົວພັນລະຫວ່າງບັນດາປະເທດໃນພາກພື້ນ ບົນພື້ນຖານຫຼັກການສົມດຸນ, ກວມເອົາ ແລະ ການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ; ສຸມໃສ່ພ້ອມກັບແກ້ໄຂບັນດາບັນຫາເພື່ອຊ່ວຍໃຫ້ ມຽນມາມີ ສະຖຽນລະພາບ ແລະ ພັດທະນາ, ຊ່ວຍໃຫ້ Timor Leste ກາຍເປັນສະມາຊິກຂອງອາຊຽນ ຢ່າງສົມບູນໂດຍໄວ.
ນອກຈາກນັ້ນ, ບັນດາໜັງສືພິມ ແລະ ສໍານັກຂ່າວສານ ອິນໂດເນເຊຍ ຍັງສົ່ງຂ່າວວ່າ ທ່ານເລຂາທິການໃຫຍ່ ໂຕ່ເລີມ ແລະ ພັນລະຍາ ໂງ່ເຟືອງລີ ໄດ້ເຂົ້າຮ່ວມງານຄອນເສີດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 9 ມີນາ ຢູ່ໂຮງລະຄອນ Ciputra.
![]() | ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ ຍສໝ - ບັນດາໜັງສືພິມໃຫຍ່ຂອງ ອາກຊັງຕິນ ໄດ້ລົງພິມບົດຄວາມກ່ຽວກັບການໄຊຊະນະດ້ຽນບຽນຝູ, ຢືນຢັນວ່າການໄຊຊະນະນີ້ບໍ່ພຽງແຕ່ໄດ້ສົ່ງຜົນສະທ້ອນເຖິງປະຫວັດສາດຂອງຫວຽດນາມເທົ່ານັ້ນ, ຫາກຍັງປ່ຽນແປງສະພາບການໂລກອີກດ້ວຍ. |
![]() | ຫວຽດນາມ - ອິນເດຍ ເພີ່ມທະວີການຮ່ວມມືໃນຂົງເຂດສື່ມວນຊົນ ຍສໝ - ວັນທີ 18-30 ມີນາ, ສະຖາບັນພັດທະນາຊັບພະຍາກອນມະນຸດ Dr Marri Channa Reddy (ລັດ Telangana, ປະເທດອິນເດຍ) ຜັນຂະຫຍາຍໂຄງການບຳລຸງສ້າງສະເພາະໃຫ້ນັກຂ່າວ, ນັກບັນນາທິການຂອງບັນດາອົງການສື່ມວນຊົນ ຫວຽດນາມ. |