ຫວຽດນາມ ໃຫ້ຄວາມສຳຄັນໃນການຮັກສາ ແລະ ພັດທະນາການພົວພັນກັບ ປະເທດຈີນ

09:06 | 20/04/2021

ຍສໝ - ຫວ່າແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມນການໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ຫວາງອີ.

ອາຊຽນ ສືບຕໍ່ຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງຈີນ ອາຊຽນ ສືບຕໍ່ຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງຈີນ
ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19 ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19

ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ບູຍແທັງເຊີນ ໄດ້ແຈ້ງກ່ຽວກັບນະໂຍບາຍການຕ່າງປະເທດຂອງຫວຽດນາມ ທີ່ກຳນົດໂດຍກອງປະຊຸມໃຫຍ່ຄັ້ງທີ XIII, ເຊິ່ງໃນນັ້ນ ຫວຽດນາມສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ, ການຫັນເປັນຫຼາຍຝ່າຍ, ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ ແລະ ຮອບດ້ານ.

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ຢືນຢັນວ່າ: ການປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ຍາມໃດກໍ່ໄດ້ຫວຽດນາມຖືແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດ.

ຫວຽດນາມ ໃຫ້ຄວາມສຳຄັນໃນການຮັກສາ ແລະ ພັດທະນາການພົວພັນກັບ ປະເທດຈີນ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ. (ພາບ: TTXVN)

ສ່ວນລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ຫວາງອີ ໄດ້ຢືນຢັນວ່າ ພັກ ແລະ ລັດຖະບານຈີນ ໄດ້ເອົາໃຈໃສ່ທີ່ສຸດ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບຫວຽດນາມ; ຊົມເຊີຍຫວຽດນາມ ໃນການສຳເລັດການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XIII ແລະ ກອງປະຊຸມສະໄໝ ສາມັນເທື່ອທີ 11 ຂອງສະພາແຫ່ງຊາດຊຸດທີ XIV.

ຢູ່ທີ່ນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການພົວພັນແລກປ່ຽນຂັ້ນສູງ ແລະ ທຸກຂັ້ນ; ຊຸກຍູ້ການແລກປ່ຽນ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງປະເທດ; ນຳການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນເຕີບໂຕຕາມທິດແທດຈິງ, ໂປ່ງໃສ; ຮັກສາການແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ

ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ທະເລ, ສອງຝ່າຍໄດ້ຫັນດີນຳກັນ ຄວນສືບຕໍ່ເສີມຂະຫຍາຍບົດບາດຂອງບັນດາກົນໄກເຈລະຈາໃນປະຈຸບັນ. ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ ສອງ ຝ່າຍຄວນແລກປ່ຽນ, ແກ້ໄຂຄວາມບໍ່ລົງລອຍກັນບົນຈິດໃຈເຄົາລົບສິດ ແລະ ຜົນປະໂຫຍດອັນສອບທຳຂອງກັນ, ຂໍ້ຕົກລົງ, ຄວາມຮັບຮູ້ລວມລະຫວ່າງ ສອງຝ່າຍ ແລະ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັບອາຊຽນ ບັນລຸໄດ້ຄວາມຄືບໜ້າກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

ຫວຽດນາມ ສະເໜີໃຫ້ຈີນ ສືບຕໍ່ສະໜັບສະໜູນບັນດາໂຄງການໃນຂອບເຂດຂໍ້ລິເລີ່ມຮ່ວມສຳພັນອາຊຽນ ຫວຽດນາມ ສະເໜີໃຫ້ຈີນ ສືບຕໍ່ສະໜັບສະໜູນບັນດາໂຄງການໃນຂອບເຂດຂໍ້ລິເລີ່ມຮ່ວມສຳພັນອາຊຽນ

ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳອາຊຽນ ໄດ້ຊົມເຊີຍການຕັ້ງໜ້າເຂົ້າຮ່ວມຂອງຈີນ ເຂົ້າໃນບັນດາໂຄງການໃນຂອບເຂດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI).

ສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

ວັນທີ 26 ມີນາ, ຢູ່ ປັກກິງ, ຈີນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18/1/1950 – 18/1/2021) ຢ່າງສົມກຽດ.

ການເຄື່ອນໄຫວຂອງບັນດາກ່ຳປັ່ນ ຈີນ ໃນຂອບເຂດນ່ານທະເລຂອງ ເກາະ ຊີງຕົນດົງ ຢູ່ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ການເຄື່ອນໄຫວຂອງບັນດາກ່ຳປັ່ນ ຈີນ ໃນຂອບເຂດນ່ານທະເລຂອງ ເກາະ ຊີງຕົນດົງ ຢູ່ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ

ຍສໝ - ຫວຽດນາມ ຮຽກຮ້ອງໃຫ້ ຈີນ ຈົ່ງຢຸດຕິບັນດາການກະທຳລ່ວງລ້ຳອະທິປະໄຕ, ເຄົາລົບອະທິປະໄຕຂອງ ຫວຽດນາມ ແລະ ຄວນມີເຈດຕະນາປະຕິບັດສົນທິສັນຍາ UNCLOS; ປະຕິບັດ ຖະແຫຼງການ DOC ຢ່າງເຂັ້ມງວດ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.