ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ

15:01 | 19/04/2021

ຍສໝ - ທ່ານ Rennie Cordon Davis ເກີດໃນວັນທີ 23 ພຶດສະພາ 1940 ທີ່ເມືອງ Lansing, Michigan, ສະຫະລັດອາເມລິກາ. ທ່ານ Rennie Davis ເຄີຍມາຢ້ຽມຢາມພາກເໜືອຂອງປະເທດຫວຽດນາມໃນຊຸມປີສົງຄາມ.

VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ
ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມຫວຽດນາມ - ອາເມລິກາ ໄດ້ຈັດພິທີອາໄລຫາເຖິງທ່ານ Rennie Davis - ໜຶ່ງໃນບັນດາຜູ້ນຳຂອງຂະບວນການສັນຕິພາບອາເມລິກາໃນຊຸມປີ 1960 - 1970 ໃນການຢຸດຕິສົງຄາມຢູ່ຫວຽດນາມ, ຜູ້ທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າ ໃນການພົວພັນສັນຕິພາບ, ຄວາມສາມັກຄີລະຫວ່າງປະຊາຊົນຫວຽດນາມ ແລະ ອາເມລິກາ.

ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ
ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມຫວຽດນາມ - ອາເມລິກາ ໄດ້ຈັດພິທີອາໄລຫາເຖິງທ່ານ Rennie Davis.

ເຂົ້າຮ່ວມພິທີມີ ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານ ບູຍວັນຫງີ - ຫົວໜ້າຄະນະທະວີບອາເມລິກາ, ເລຂາທິການໃຫຍ່ຂອງສະມາຄົມຫວຽດນາມ - ອາເມລິກາ; ທ່ານ ຫງວຽນວັນຫູ່ຍ - ຮອງປະທານຄະນະກຳມະການສັນຕິພາບຫວຽດນາມ, ສະມາຊິກປະຈຳສະມາຄົມຫວຽດນາມ - ອາເມລິກາ, ມີເພື່ອນມິດສາກົນ ແລະ ສະມາຊິກຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ເພື່ອຈາລຶກບຸນຄຸນການປະກອບສ່ວນອັນລ້ຳຄ່າຂອງທ່ານ Rennie Davis ໃນການຕໍ່ສູ້ເພື່ອສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະ ຄວາມກ້າວໜ້າທາງສັງຄົມ, ການພົວພັນລະຫວ່າງປະຊາຊົນຫວຽດນາມ - ອາເມລິກາ, ຄະນະປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕັດສິນໃຈມອບລາງວັນຫຼຽນກາລະນຶກ "ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ" ໃຫ້ແກ່ທ່ານ Rennie Davis. ນີ້ແມ່ນລາງວັນສູງສຸດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ແບ່ງປັນໃນພິທີ, ທ່ານຫງວຽນວັນຫູ່ຍ - ຮອງປະທານຄະນະກຳມະການສັນຕິພາບຫວຽດນາມ ແບ່ງປັນວ່າ: "ທ່ານ Rennie Davis ຍາມໃດກໍ່ປາດຖະໜາຢາກໃຫ້ສັງຄົມມີຄວາມຍຸຕິທຳ, ດີກວ່າ ແລະ ມີກົດໝາຍສັນຕິພາບຫຼາຍກ່ວາເກົ່າ. ພວກເຮົາປະຕິຍານຈະສືບຕໍ່ປະຕິບັດບັນດາຄວາມປາດຖະ ໜາຂອງທ່ານ Rennie Davis."

ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ
ທ່ານຫງວຽນວັນຫູ່ຍ - ຮອງປະທານຄະນະກຳມະການສັນຕິພາບຫວຽດນາມ.

ທ່ານ Rennie Cordon Davis ເກີດໃນວັນທີ 23 ພຶດສະພາ 1940 ທີ່ເມືອງ Lansing, Michigan, ສະຫະລັດອາເມລິກາ. ທ່ານ Rennie Davis ເຄີຍມາຢ້ຽມຢາມພາກເໜືອຂອງປະເທດຫວຽດນາມໃນຊຸມປີສົງຄາມ. ໃນເດືອນມັງກອນປີ 2013, ເນື່ອງໃນໂອກາດວັນເຊັນສັນຍາປາຣີຄົບຮອບ 40 ປີ, ທ່ານ Rennie Davis ພ້ອມດ້ວຍພັນລະຍາ - ທ່ານນາງ Kirsten L. Liegmann ໄດ້ເຂົ້າຮ່ວມຄະນະຜູ້ແທນ 16 ຄົນ, ໃນນັ້ນມີນັກເຄື່ອນໄຫວສັນຕິພາບອາເມລິກາ 9 ຄົນທີ່ເຄີຍມາຫວຽດນາມໃນສະໄໝສົງຄາມ, ພ້ອມດ້ວຍຍາດຕິພີ່ນ້ອງຂອງພວກເຂົາ ມີການມາຢ້ຽມຢາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວລະລຶກ, ສົມທົບການຢ້ຽມຢາມເພື່ອຊອກຮູ້ກ່ຽວກັບຫວຽດນາມ, ຜົນສະທ້ອນຈາກສົງຄາມ ໂດຍການຍິນດີຕ້ອນຮັບຂອງສະຫະພັນມິດຕະພາບ, ສະມາຄົມອາເມລິກາ - ຫວຽດນາມອາເມລິກາ.

ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Daniel J. Kritenbrink - ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນຄວາມອວຍພອນ ກໍ່ຄືສະແດງຄວາມຫວັງກ່ຽວກັບສະຫະພັນມິດຕະພາບ ໃນອະນາຄົດອັນໃກ້ນີ້.

ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ

ຍສໝ - ຕອນເຊົ້າວັນທີ 12 ພະຈິກ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ.

ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ກັບຄືນຫາເຄົ້າກຳເນີດ ແລະມອບເຮືອນເອື້ອອາທອນໃຫ້ແກ່ປະຊາຊົນຕາແສງ ດ່ຽມໝາກ ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ກັບຄືນຫາເຄົ້າກຳເນີດ ແລະມອບເຮືອນເອື້ອອາທອນໃຫ້ແກ່ປະຊາຊົນຕາແສງ ດ່ຽມໝາກ

ຍາໝ - ກ່າວຄຳເຫັນທີ່ເຂດຮ່ອງຮອຍປະຫວັດສາດ ເປັນສະຖານທີ່ທີ່ອົງການທຳອິດຂອງສະຫະພັນໄດ້ຮັບການສ້າງຕັ້ງທີ່ ບ້ານ ລ່ອງຄວາ, ຕາແສງ ດ່ຽມໝາກ, ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນ ໄດ້ເນັ້ນໜັກເຖິງຄວາມສຳຄັນດ້ານປະຫວັດສາດ ແລະ ອະດີດຕະການແຫ່ງຄວາມສະຫງ່າອົງອາດ ຂອງຄະນະກຳມະການປົກປ້ອງສັນຕິພາບ ໂລກຂອງຫວຽດນາມໃນເມື່ອກ່ອນກໍ່ຄືສະຫະພັນບັນດາອົງການມິດຕະພາບ ຄືໃນປະຈຸບັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.