ຫຼາຍຈຸດພິເສດໃນພິທີຕ້ອນຮັບບຸນປີໃໝ່ລາວຂອງນັກສຶກສາລາວ

16:41 | 12/04/2021

ຍສໝ - ໃນວັນທີ 11 ເມສາ ນີ້ຢູ່ມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ຄະນະຜູ້ແທນນັກສຶກສາລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງປີໃໝ່ປະຈຳຊາດ Bunpimay 2021 - ປະຕິທິນພຸດທະສາສະໜາ 2564 ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ສຳລັບນັກສຶກສາລາວ ທີ່ປະຈຸບັນກຳລັງຮໍ່າຮຽນສືກສາຢູ່ໂຮງຮຽນ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ
VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ

ໃນຊ່ວງບຸນປີໃໝ່ປະຈຳຊາດຂອງປະເທດລາວ, ປະຊາຊົນລາວ ມັກຈະເຕົ້າໂຮມກັນຢູ່ຫໍເທວະດາອາຮາມຕ່າງໆ ເພື່ອບູຊາພະພຸດທະເຈົ້າ, ອະທິຖານ, ຟັງພະສົງສັ່ງສອນ, ອາບນ້ຳພະພຸດທະເຈົ້າ ແລະ ຫົດນ້ຳພ້ອມກັນ, ປາດຖະໜາສິ່ງທີ່ດີທີ່ສຸດ, ຄວາມສຸກ, ຄວາມເບີກບານມ່ວນຊື່ນ, ຄວາມຈະເລີນຮຸ່ງເຮືອງ, ແລະ ໂຊກດີສຳລັບປີໃໝ່.

ເຂົ້າຮ່ວມພິທີຕ້ອນຮັບປີໃໝ່, ຝ່າຍໂຮງຮຽນມະຫາວິທະຍາໄລກົດໝາຍຮ່າໂນ້ຍ ມີທ່ານ ເລດີງຫງິ້, ຮອງຜູ້ອຳນວຍການໂຮງຮຽນ; ທ່ານນາງ ຫງວຽນທິເວີນແອັງ, ຮອງຫົວໜ້າພະແນກອົບຮົມລະດັບຫຼັງປະລິນຍາຕີ, ແລະ ນັກຮຽນລາວທຸກຄົນ ກຳລັງຮຽນຢູ່ໂຮງຮຽນ.

ຫຼາຍຈຸດພິເສດໃນພິທີຕ້ອນຮັບບຸນປີໃໝ່ລາວຂອງນັກສຶກສາລາວ
ນັກສຶກສາ ແລະ ຄູອາຈານລາວທີ່ມະຫາວິທະຍາໄລກົດໝາຍຮ່າໂນ້ຍ ໃນພິທີອນຮັບບຸນປີໃໝ່.

ໃນບັນຍາກາດເບີກບານມ່ວນຊື່ນ, ທ່ານ ເລດີງຫງິ້, ຮອງຜູ້ອຳນວຍການໂຮງຮຽນ ໄດ້ມອບດອກໄມ້ ເພື່ອສະແດງຄວາມຍິນດີກັບນັກສຶກສາຂອງ ສປປລາວ ທີ່ກຳລັງຮຽນຢູ່ໂຮງຮຽນໃນໂອກາດບຸນປີໃໝ່ ປະຈຳປີ ພສ 2564 (ຕາມປະຕິທິນພຸດທະສາສະໜາ) ແລະ ຂໍອວຍພອນໃຫ້ນັກສຶກສາລາວທຸກຄົນ ຈົ່ງມີແຕ່ຄວາມສຸກ ແລະ ປະສົບຜົນສຳເລັດໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ປະກອບສ່ວນໃນການສ້າງສາ ສປປ.ລາວ, ພ້ອມທັງຮັດແໜ້ນຄວາມສາມັກຄີມິດຕະພາບຫວຽດນາມ - ລາວ.

ກ່າວຄຳເຫັນທີ່ພິທີ, ທ້າວ ສຸກທີດາ ໄຊຍະທໍາມະ - ຫົວໜ້າຄະນະຜູ້ແທນນັກສຶກສາລາວ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ຄະນະອະທິການບໍດີຂອງໂຮງຮຽນ ທີ່ໄດ້ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງນັກສຶກສາລາວຕະຫຼອດມາ. “ເຖິງແມ່ນວ່າຂ້າພະເຈົ້າຢູ່ໄກຈາກພໍ່ແມ່ ແລະ ຍາດພີ່ນ້ອງ, ຂ້າພະເຈົ້າກໍ່ຍັງຮູ້ສຶກມີຄວາມອົບອຸ່ນ ແລະ ໂຮງຮຽນມະຫາວິທະຍາໄລກົດໝາຍຮ່າໂນ້ຍ ແມ່ນເຮືອນຫລັງທີສອງຂອງຂ້າພະເຈົ້າ. ພວກຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ ແລະ ຄວາມຊ່ວຍເຫຼືອຫຼາຍຈາກຄູອາຈານ, ໝູ່ເພື່ອນຫວຽດນາມ" - ທ້າວ ສຸກທີດາ ໄຊຍະທໍາມະ ໄດ້ແບ່ງປັນ.

ຫຼາຍຈຸດພິເສດໃນພິທີຕ້ອນຮັບບຸນປີໃໝ່ລາວຂອງນັກສຶກສາລາວ

ພາຍຫຼັງພິທີ, ທຸກຄົນພ້ອມກັນຟ້ອນລຳວົງ, ມ່ວນຊື່ນກັບບັນດາຈຸດວັດທະນະທຳພື້ນເມືອງຂອງລາວ. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກຮຽນ, ນັກສຶກສາລາວ ເຊື່ອມໂຍງເຂົ້າກັບສະພາບແວດລ້ອມແຫ່ງການຮໍ່າຮຽນ ແລະ ຊີວິດໃໝ່, ພ້ອມທັງແມ່ນໂອກາດເພື່ອໃຫ້ບັນດານັກສຶກສາຫວຽດນາມ ຊອກຮູ້ກ່ຽວກັບວັດທະນະທຳ, ຮີດຄອງປະເພນີຂອງລາວ, ພ້ອມກັນຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ.

ມອບຂອງຂວັນໃຫ້ ກຳລັງທີ່ກ່ຽວຂ້ອງຂອງລາວ ເນື່ອງໃນໂອກາດບຸນປີໃໝ່ລາວ ມອບຂອງຂວັນໃຫ້ ກຳລັງທີ່ກ່ຽວຂ້ອງຂອງລາວ ເນື່ອງໃນໂອກາດບຸນປີໃໝ່ລາວ

ຍສໝ - ຕາງໜ້າຄະນະປະຕິບັດງານກອງບັນຊາການທະຫານ ແລະກອງບັນຊາການ ປກສ ແຂວງຫົວພັນ, ທ່ານພົນຈັດຕະວາ ສຸລິນພອນ ຄຳພະຈັນ ໄດ້ສົ່ງຄໍາຂອບໃຈມາຍັງພະນັກງານ, ນັກຮົບທະຫານຊາຍແດນແຂວງເຊີນລາ ທີ່ໄດ້ຊ່ວຍເຫຼືອ ແລະສະຫງວນອາລົມຈິດພິເສດໃຫ້ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນແຂວງຫົວພັນ, ລາວ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

ຍສໝ - ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍປະເທດລາວ ໃນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງຈົບງາມ.

VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປີ 2021, ໃນວັນທີ 6 ເມສາ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ສະຖານທູດລາວປະຈຳຮ່າໂນ້ຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.