ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

15:55 | 07/04/2021

ຍສໝ - ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍປະເທດລາວ ໃນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງຈົບງາມ.

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ
ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ໃນບັນຍາກາດປີໃໝ່, ຕາງໜ້າການນຳກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ມອບດອກໄມ້ ແລະ ອວຍພອນປີໃໝ່ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ, ພ້ອມດ້ວຍບັນດາພະນັກງານ, ລັດຖະກອນຂອງສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງປີໃໝ່ປະຈຳຊາດ ສປປ.ລາວຢູ່ຫວຽດນາມ.

ໃນການພົບປະ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ແລະ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມປິຕິຍິນດີ ແລະ ຄວາມພາກພູມໃຈຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ແລະ ລັດ, ແລະ ປະຊາຊົນສອງປະເທດຫວຽດນາມ ແລະ ລາວຢ່າງບໍ່ຢຸດຢັ້ງ, ເຂັ້ມແຂງ, ພັດທະນາ, ແລະ ກາຍເປັນສິ່ງທີ່ຍືນຍົງ ແລະ ເລິກເຊິ່ງ...

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ
ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ປະຈຳຊາດ ສປປ.ລາວ. (ພາບ: baoquocte)

ໂດຍສະເພາະ, ໃນໄລຍະທີ່ຜ່ານມາການແຜ່ລະບາດຂອງພະຍາດ COVID-19 ທີ່ສັບສົນ, ແຕ່ສອງປະເທດຫວຽດນາມ ແລະ ລາວຍັງເອົາໃຈໃສ່, ແລກປ່ຽນ, ແບ່ງປັນ ແລະ ຮ່ວມມືເຊິ່ງກັນ ແລະ ກັນເປັນປະຈຳໃນຫຼາຍຂົງເຂດ ໂດຍຜ່ານການຮັກສາການຢ້ຽມຢາມ ແລະ ສືບທອດການໂຄສະນາດ້ວຍລະດັບສູງ ແລະ ຍົກສູງປະສິດທິຜົນຂອງກົນໄກຮ່ວມມືສອງຝ່າຍ.

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍປະເທດລາວ ໃນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງຈົບງາມ. ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ໃນປະຈຸບັນ, ສະພາແຫ່ງຊາດຊຸດທີ 14 ພວມປະຊຸມເພື່ອເລືອກຕັ້ງຜູ້ນຳລັດທີ່ສຳຄັນ.

ສອງຝ່າຍຫວັງວ່າ, ຄຽງຄູ່ກັບຜົນສຳເລັດຂອງເຫດການໃຫຍ່ຂອງສອງປະເທດ, ສອງຝ່າຍຈະພ້ອມກັນຊຸກຍູ້, ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນຮັກສາມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ຮອບດ້ານ ໃນການຮ່ວມມືລະຫວ່າງຫວຽດນາມ ແລະ ລາວນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ຢືນຢັນວ່າ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບສະຖານທູດລາວ ໃນການກະກຽມໃຫ້ແກ່ການຢ້ຽມຢາມຂັ້ນສູງ ກໍ່ຄື ບັນດາໂຄງການຮ່ວມມືລະຫວ່າງສອງຝ່າຍໃນອະນາຄົດ.

ໂທ​ລະ​ເລກອວຍ​ພອນບຸນປີໃໝ່ປະຈຳຊາດ ຫວຽດນາມ ໂທ​ລະ​ເລກອວຍ​ພອນບຸນປີໃໝ່ປະຈຳຊາດ ຫວຽດນາມ

ວັນ​ທີ 9 ກຸມພາ 2021 ນີ້, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ສົ່ງ​ ໂທລະ​ເລກອວຍພອນ​ເຖິງ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ...

ການນໍາແຂວງອຽນບາຍ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ນັກສຶກສາລາວ ຢູ່ວິທະຍາໄລການແພດອຽນບາຍ ການນໍາແຂວງອຽນບາຍ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ນັກສຶກສາລາວ ຢູ່ວິທະຍາໄລການແພດອຽນບາຍ

ຍສໝ - ທ່ານ ຫງວຽນຈຽນຖັງ ຮອງປະທານຄະນະກໍາມະການປະຊາຊົນແຂວງອຽນບາຍ ໄດ້ອວຍພອນໃຫ້ພະນັກງານ, ອາຈານ ແລະນັກສຶກສາຕ້ອນຮັບປີໃໝ່ຢ່າງມີຄວາມມ່ວນຊື່ນ, ປອດໄພ, ມີຄວາມຜາສຸກ ແລະຮັບປະກັນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ເປັນຢ່າງດີ.

ຫວຽດນາມ ຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອອວຍພອນປີໃໝ່ປະຈຳຊາດ ລາວ ແລະ ກຳປູເຈຍ ຫວຽດນາມ ຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອອວຍພອນປີໃໝ່ປະຈຳຊາດ ລາວ ແລະ ກຳປູເຈຍ

ຍສໝ - ເມື່ອບໍ່ດົນມານີ້, ຜູ້ຕາງໜ້າໂຮງຮຽນທະຫານຊາຍແດນ ຊັ້ນກາງ ເລກ 2 ແຂວງ ບ່າເຫຼ້ຍຫວູງເຕົ່າ ໄດ້ມອບຂອງຂວັນ ແລະ ອວຍພອນປີໃໝ່ Chol Chnam Thmay ແກ່ບັນດານັກຮຽນ ກຳປູເຈຍທີ່ພວມຮໍ່າຮຽນ ຢູ່ ໂຮງຮຽນ. ກ່ອນໜ້ານັ້ນ, ຄ້າຍທະຫານຊາຍແດນແຂວງຊອກຈັງ, ທະຫານຊາຍແດນແຂວງກວາງຈິ ໄດ້ມາອວຍພອນ ແລະ ມອບຂອງຂວັນ ...

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ເຂົ້າຢ້ຽມຂໍ່ານັບ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ເຂົ້າຢ້ຽມຂໍ່ານັບ

ຍສໝ - ເມື່ອບໍ່ດົນມານີ້, ທີ່ສໍານັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມຂໍ່ານັບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.