| ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງບຸນປີໃໝ່ ກຳປູເຈຍ - ລາວ - ໄທ ຢ່າງຄຶກຄື້ນ | |
| ສີສັນສົດໃສຂອງການສະຫຼອງປີໃໝ່ປະຈຳຊາດຂອງ ກຳປູເຈຍ, ລາວ ແລະ ໄທ ຢູ່ນະຄອນ ໂຮ່ຈິມິນ |
![]() |
| ບັນດາຜູ້ແທນໄດ້ສະແດງພິທີອວຍພອນປີໃໝ່ແບບດັ້ງເດີມຂອງປະຊາຊົນ ລາວ ແລະ ກຳປູເຈຍ ພ້ອມກັບນັກສຶກສາ ລາວ ແລະ ກຳປູເຈຍ ທີ່ກຳລັງຮຽນຢູ່ນະຄອນ ໂຮ່ຈິມິນ. |
ຜູ້ຕາງໜ້າຈາກຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ປະຈຳນະຄອນ ໂຮ່ຈິມິນ; ຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ ລາວ ປະຈຳນະຄອນ ໂຮ່ຈິມິນ; ສະຖານກົງສຸນໃຫຍ່ ກຳປູເຈຍ ປະຈຳນະຄອນ ໂຮ່ຈິມິນ; ພ້ອມດ້ວຍນັກສຶກສາ ລາວ ແລະ ກຳປູເຈຍ 300 ຄົນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ຕາງໜ້າການນຳນະຄອນ ໂຮ່ຈິມິນ, ທ່ານ ຫງວຽນແມ້ງເກືອງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ສົ່ງຄຳອວຍພອນອັນດີງາມມາຍັງຄະນະຜູ້ແທນ ແລະ ນັກສຶກສາ ລາວ ແລະ ກຳປູເຈຍ. ທ່ານຢືນຢັນວ່າ ຄະນະພັກ, ລັດຖະບານ ແລະ ປະຊາຊົນນະຄອນ ໂຮ່ຈິມິນ ຍາມໃດກໍ່ຈົດຈຳສາຍພົວພັນທີ່ສະໜິດສະໜົມ ແລະ ຄວາມສາມັກຄີລະຫວ່າງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ. ໃນຕະຫຼອດໄລຍະທີ່ຫຍຸ້ງຍາກ, ນ້ຳໃຈມິດຕະພາບນີ້ໄດ້ກາຍເປັນຊັບສິນທາງຈິດໃຈທີ່ລ້ຳຄ່າ, ເປັນພື້ນຖານ ແລະ ກຳລັງຂັບເຄື່ອນໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງແຕ່ລະປະເທດ.
![]() |
| ທ່ານ ຫງວຽນແມັງເກືອງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງນັກສຶກສາ ລາວ ແລະ ກຳປູເຈຍ ທີ່ກຳລັງຮຽນຢູ່ນະຄອນ ໂຮ່ຈິມິນ. |
ບັນດາຜູ້ນຳຂອງນະຄອນໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ຄວາມຈິງທີ່ວ່ານັກສຶກສາ ລາວ ແລະ ກຳປູເຈຍ ໄດ້ເລືອກນະຄອນ ໂຮ່ຈິມິນ ເປັນສະຖານທີ່ສຶກສາ ແລະ ຄົ້ນຄວ້າຂອງເຂົາເຈົ້າ; ພ້ອມທັງຢືນຢັນວ່າຈະສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ນັກສຶກສາຕ່າງປະເທດໃນການສຶກສາ, ຝຶກອົບຮົມ ແລະ ພັດທະນາຢ່າງຮອບດ້ານໃນສະພາບແວດລ້ອມການສຶກສາ ແລະ ການເຮັດວຽກທີ່ຫົວຄິດປະດິດສ້າງຂອງນະຄອນ.
ຕາມທ່ານ ຫງວຽນແມັງເກືອງ, ໃນໄລຍະໃໝ່ຂອງການພັດທະນານີ້, ນັກສຶກສາ ລາວ ແລະ ກຳປູເຈຍ ຈະສືບຕໍ່ມີບົດບາດສຳຄັນເປັນຂົວເຊື່ອມຕໍ່, ປະກອບສ່ວນເຂົ້າໃນການຊຸກຍູ້ການພົບປະແລກປ່ຽນ ແລະ ການຮ່ວມມືລະຫວ່າງຊາວໜຸ່ມຂອງສາມປະເທດ, ໂດຍຜ່ານນັ້ນ ຈະເພີ່ມທະວີໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ, ລາວ ແລະ ກຳປູເຈຍ ໃຫ້ນັບມື້ນັບໝັ້ນຄົງ ແລະ ມີປະສິດທິຜົນ.
![]() |
| ບັນດາຜູ້ແທນໄດ້ສະແດງພິທີອວຍພອນປີໃໝ່ແບບດັ້ງເດີມຂອງປະຊາຊົນ ລາວ ແລະ ກຳປູເຈຍ ພ້ອມກັບນັກສຶກສາ ລາວ ແລະ ກຳປູເຈຍ ທີ່ກຳລັງຮຽນຢູ່ນະຄອນ ໂຮ່ຈິມິນ. |
ໃນຂອບເຂດຂອງໂຄງການ, ຜູ້ນຳນະຄອນໄດ້ເຂົ້າຮ່ວມພິທີຜູກແຂນ ແລະ ພິທີຫົດນ້ຳຂໍພອນ, ເຊິ່ງເປັນຮີດຄອງປະເພນີປີໃໝ່ຂອງ ລາວ ແລະ ກຳປູເຈຍ; ພ້ອມທັງເຂົ້າຮ່ວມພົບປະການແລກປ່ຽນສີລະປະ ແລະ ຮັບປະທານອາຫານພື້ນເມືອງກັບນັກຮຽນຈາກທັງສອງປະເທດ.
| ຄະນະປະຈຳ ຫວຽດນາມ ປະຈຳ ສປຊ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງ ລາວ ແລະ ກຳປູເຈຍ ຍສໝ - ວັນທີ 10 ເມສານີ້, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຕາມພຸດທະສັກກະຫຼາດ “ບຸນປີໃໝ່” ຂອງ ລາວ ແລະ “Chol Chnam Thmey” ຂອງ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງວຽດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳສະຫະປະຊາຊາດ (ສປຊ) ໄດ້ນຳໜ້າບັນດາຄະນະຜູ້ແທນຫວຽດນາມ ຢູ່ນິວຢອກ (ອາເມລິກາ) ມາອວຍພອນບັນດາຄະນະຜູ້ແທນຖາວອນຂອງ ... |
| ທ່ານ ເຈິ່ນເກິມຕູ ສິ້ນສຸດການຢ້ຽມຢາມທາງການ ລາວ ແລະ ກຳປູເຈຍ ຢ່າງຈົບງາມ ໃນ 2 ມື້ເຮັດວຽກ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີ 20 ລາຍການເຄື່ອນໄຫວຢູ່ ລາວ ແລະ ກຳປູເຈຍ. |


