VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ

11:23 | 07/04/2021

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປີ 2021, ໃນວັນທີ 6 ເມສາ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ສະຖານທູດລາວປະຈຳຮ່າໂນ້ຍ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jaya Ratnam ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ VUFO ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jaya Ratnam ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ VUFO ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ
ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ

ທ່ານນາງ ຫງວຽນເຟື່ອງຫງ່າ ປະທານ VUFO ແລະ ທ່ານ ເຈີນວັນຕູຍ ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ມອບດອກໄມ້ ແລະ ອວຍພອນໃຫ້ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ພ້ອມດ້ວຍພະນັກງານ, ລັດຖະກອນທັງ ໝົດຂອງສະຖານທູດລາວ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານຕ່າງໆ.

VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ
ປະທານ VUFO ທ່ານນາງ ຫງວຽນເຟື່ອງຫງ່າ ນຳໜ້າສະຫະພັນບັນດາອົງການມິດຕະພາບຫວຽດນາມມອບດອກໄມ້ ໃຫ້ແກ່ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ

ທ່ານນາງ ຫງວຽນເຟື່ອງຫງ່າ ປະທານ VUFO ແລະ ທ່ານເຈີນວັນຕູຍ ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ກໍ່ໄດ້ສະແດງຄວາມປິຕິຍິນດີ ແລະ ຄວາມພາກພູມໃຈຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວນັບມື້ນັບໄດ້ຮັບການເພີ່ມທະວີ, ມີການພັດທະນາ, ມີຄວາມຍືນຍົງ ແລະ ກ້າວໜ້າ, ເລິກເຊິ່ງ...

ໃນໂອກາດນີ້, ທ່ານນາງ ຫງວຽນເຟື່ອງຫງ່າ ແລະ ທ່ານ ເຈີນວັນຕູຍ ກໍ່ໄດ້ຊົມເຊີຍປະເທດລາວ ທີ່ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງສຳເລັດຜົນ. ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ປະຈຸບັນສະພາແຫ່ງຊາດຊຸດທີ 14 ພວມປະຊຸມເພື່ອເລືອກຕັ້ງຜູ້ນຳລັດທີ່ສຳຄັນ.

VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ
ທ່ານ ເຈີນວັນຕູຍ ນຳໜ້າສະມາຄົມມິດຕະພາບຫວຽດນາມ - ລາວ ມອບດອກໄມ້ ໃຫ້ແກ່ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ

ສອງຝ່າຍຫວັງວ່າ, ຄຽງຄູ່ກັບຜົນສຳເລັດຂອງເຫດການໃຫຍ່ຂອງສອງປະເທດ, ສອງຝ່າຍຈະພ້ອມກັນຊຸກຍູ້, ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນຮັກສາມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ຮອບດ້ານ ໃນການຮ່ວມມືລະຫວ່າງຫວຽດນາມ ແລະ ລາວນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນ.

ທ່ານນາງ ຫງວຽນເຟື່ອງຫງ່າ ປະທານ VUFO ແລະ ທ່ານ ເຈີນວັນຕູຍ ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ສະແດງຄວາມຂອບໃຈສະຖານທູດລາວປະຈຳຫວຽດນາມ ໂດຍທົ່ວໄປ ແລະ ທ່ານເອກອັກຄະລັດຖະທູດ ໂດຍສະເພາະ ໃນການໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມໃນກິດຈະກຳການທູດປະຊາຊົນ; ຢືນຢັນວ່າ ຈະສົມທົບກັບສະຖານທູດລາວ ແລະ ບັນດາອົງການຄູ່ຮ່ວມມືລາວ ເພື່ອສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດຫວຽດນາມ - ລາວ.

ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ ລາວ ໄດ້ເນັ້ນໜັກວ່າຄວາມຮັກແພງ, ການສະໜັບສະໜູນ ແລະ ຄວາມເອົາໃຈໃສ່ຂອງ VUFO ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ກ່າຍເປັນການຊຸກຍູ້ທີ່ມີຄຸນຄ່າໃຫ້ສະຖານທູດລາວ. ນີ້ກໍ່ແມ່ນແຮງຈູງໃຈ ເພື່ອໃຫ້ສະຖານທູດປະຕິບັດ ສຳເລັດໜ້າທີ່ຂອງຕົນເປັນຢ່າງດີ, ປະກອບສ່ວນຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ລາວ.

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ...

VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ...

ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19 ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.