ມອບຂອງຂວັນໃຫ້ ກຳລັງທີ່ກ່ຽວຂ້ອງຂອງລາວ ເນື່ອງໃນໂອກາດບຸນປີໃໝ່ລາວ

12:19 | 11/04/2021

ຍສໝ - ຕາງໜ້າຄະນະປະຕິບັດງານກອງບັນຊາການທະຫານ ແລະກອງບັນຊາການ ປກສ ແຂວງຫົວພັນ, ທ່ານພົນຈັດຕະວາ ສຸລິນພອນ ຄຳພະຈັນ ໄດ້ສົ່ງຄໍາຂອບໃຈມາຍັງພະນັກງານ, ນັກຮົບທະຫານຊາຍແດນແຂວງເຊີນລາ ທີ່ໄດ້ຊ່ວຍເຫຼືອ ແລະສະຫງວນອາລົມຈິດພິເສດໃຫ້ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນແຂວງຫົວພັນ, ລາວ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນການນຳລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນການນຳລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay
ການນຳພັກ, ລັດ ຫວຽດນາມ ອວຍພອນການນຳພັກ, ລັດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ ການນຳພັກ, ລັດ ຫວຽດນາມ ອວຍພອນການນຳພັກ, ລັດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ
ມອບຂອງຂວັນໃຫ້ ກຳລັງທີ່ກ່ຽວຂ້ອງຂອງລາວ ເນື່ອງໃນໂອກາດບຸນປີໃໝ່ລາວ
ພິທີມອບຂອງຂວັນໃຫ້ປະຊາຊົນບ້ານໜອງມ້າ, ເມືອງບົວລະພາ, ແຂວງຄຳມ່ວນ, ປະເທດລາວ; ຄ້າຍຕໍາຫຼວດດ່ານຊາຍແດນໜອງມ້າ ແລະກອງຮ້ອຍທະຫານຊາຍແດນ 316 ເນື່ອງໃນໂອກາດບຸນປີໃໝ່ລາວ.ພາບ: ແທັ່ງຟຸ.

ເມື່ອບໍ່ດົນມານີ້, ຢູ່ຫຼັກໝາຍຊາຍແດນເລກທີ 207, ບ້ານຈ່ຽງເຄືອງ, ຕາແສງຈ່ຽງເຄືອງ, ເມືອງຊົງມ໋າ, ແຂວງເຊີນລາ, ສສ ຫວຽດນາມ, ຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນແຂວງເຊີນລາ ນໍາໂດຍທ່ານພັນເອກພິເສດ ກ່າວັນເລິບ ຫົວໜ້າການເມືອງທະຫານຊາຍແດນແຂວງເຊີນລາ ໄດ້ມີການພົບປະ, ແລກປ່ຽນກ່ຽວກັບສະພາບການ ແລະມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງຫົວພັນ, ລາວ.

ທີ່ພິທີ, ທ່ານພັນເອກພິເສດ ກ່າວັນເລິບ ໄດ້ສົ່ງຄໍາອວຍພອນເຖິງພະນັກງານ, ນັກຮົບກອງບັນຊາການທະຫານ ແລະກອງບັນຊາການ ປກສ ແຂວງຫົວພັນ. ນອກຈາກນັ້ນ, ສອງຝ່າຍ ກໍ່ໄດ້ເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງຈະສືບຕໍ່ ເພີ່ມທະວີວຽກງານສົມທົບກັນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື, ສະຖຽນລະພາບ ແລະພັດທະນາ.

ທີ່ພິທີ, ຕາງໜ້າຄະນະປະຕິບັດງານກອງບັນຊາການທະຫານ ແລະກອງບັນຊາການ ປກສ ແຂວງຫົວພັນ ສປປ ລາວ, ທ່ານພົນຈັດຕະວາ ສຸລິນພອນ ຄຳພະຈັນ ໄດ້ສົ່ງຄໍາຂອບໃຈມາຍັງພະນັກງານ, ນັກຮົບທະຫານຊາຍແດນແຂວງເຊີນລາ ທີ່ໄດ້ຊ່ວຍເຫຼືອ ແລະ ສະຫງວນອາລົມຈິດພິເສດໃຫ້ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນແຂວງຫົວພັນ,ລາວ.

ກ່ອນໜ້ານັ້ນ, ທີ່ຫຼັກໝາຍຊາຍແດນເລກທີ 543, ຕາແສງເທື້ອງແຈັກ, ເມືອງໂບແຈັກ, ແຂວງກວ໋າງບິ່ງ, ສສ ຫວຽດນາມ; ຄ້າຍທະຫານຊາຍແດນກ່າຣ່ອງ, ທະຫານຊາຍແດນແຂວງກວ໋າງບິ່ງ ເປັນປະທານ, ສົມທົບກັບຄ້າຍທະຫານຊາຍແດນໂກ່ນຣວ່າງ, ທະຫານຊາຍແດນແຂວງກວ໋າງບິ່ງ ແລະຄະນະກໍາມະການປະຊາຊົນຕາແສງເທື້ອງແຈັກ, ເມືອງໂບແຈັກ, ແຂວງກວ໋າງບິ່ງ ໄດ້ຈັດຕັ້ງການມອບຂອງຂວັນໃຫ້ປະຊາຊົນບ້ານໜອງມ້າ, ເມືອງບົວລະພາ, ແຂວງຄຳມ່ວນ, ປະເທດລາວ; ຄ້າຍຕໍາຫຼວດດ່ານຊາຍແດນໜອງມ້າ ແລະກອງຮ້ອຍທະຫານຊາຍແດນ 316 ເນື່ອງໃນໂອກາດບຸນປີໃໝ່ລາວ. ຂອງຂວັນມີມູນຄ່າທັງໝົດເກືອບ 62 ລ້ານດົ່ງ.

ນີ້ແມ່ນວຽກງານແທດຈິງ, ມີຄວາມໝາຍ, ແນໃສ່ແບ່ງປັນຄວາມເບີກບານມ່ວນຊື່ນກັບປະຊາຊົນ ແລະບັນດາກຳລັງທີ່ກ່ຽວຂ້ອງຊອງລາວ ໃນຊຸມວັນບຸນປີໃໝ່; ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ໃນພາລະກິດປົກປັກຮັກສາອະທິປະໄຕຊາຍແດນຂອງແຕ່ລະປະເທດ.

ເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດ ລາວ-ຫວຽດນາມ ເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດ ລາວ-ຫວຽດນາມ

ຍສໝ - ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພັນເອກພິເສດ ຟ້າມແມ້ງທັງ ໄດ້ອວຍພອນພະນັກງານ, ພາລະກອນຢູ່ສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ທ່ານຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍແມ່ນເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ລາວ.

ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ

ຍສໝ - ທີ່ການພົບປະກັບທ່ານພົນໂທ ຫງວຽນຈີວິ້ງ, ທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳຫວຽດນາມ ໄດ້ຮັບຮູ້ບັນດາຄຳເຫັນຂອງຝ່າຍຫວຽດນາມ ແລະ ຢືນຢັນຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ຫວຽດນາມ ໃນໄລຍະຈະມາເຖິງ.

ກອງທຶນເງິນຕາສາກົນ (IMF):ຫວຽດ​ນາມ ​ຈະ​ບັນ​ລຸ​ການ​ເຕີບ​ໂຕ GDP ໄວ​ກ່​ວາ​ໝູ່​ໃນ​ອາ​ຊຽນ ໃນ​ປີ 2022 ກອງທຶນເງິນຕາສາກົນ (IMF):ຫວຽດ​ນາມ ​ຈະ​ບັນ​ລຸ​ການ​ເຕີບ​ໂຕ GDP ໄວ​ກ່​ວາ​ໝູ່​ໃນ​ອາ​ຊຽນ ໃນ​ປີ 2022

ຍສໝ - ເຕີບໂຕຍອດຜະລິດຕະພັນພາຍໃນ ໄວກວ່າໝູ່ໃນອາຊຽນ ຈະລວມມີ: ຫວຽດນາມ (7,2%), ຟີລິບປິນ (6,5%), ມາເລເຊຍ...

ໄຊພອນ

ເຫດການ
302 Found

Found

The document has moved here.