ການນຳພັກ, ລັດ ຫວຽດນາມ ອວຍພອນການນຳພັກ, ລັດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ

17:38 | 12/04/2019

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ຢ່າງຕັ້ງໜ້າ ແລະ ແໜ້ນແຟ້ນ ໃນການຊຸກຍູ້ປະຕິບັດບັນດາຂໍ້ຕົກລົງ.

ການນຳພັກ, ລັດ ຫວຽດນາມ ອວຍພອນການນຳພັກ, ລັດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ

ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນ ບ໊າ ຮຸ່ງ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢ່າທໍ່ຕູ. ພາບ: vovworld.vn


ເນື່ອງໃນໂອກາດບຸນປີໃໝ່ ລາວ ຈະດຳເນີນຢ່າງເປັນທາງການໃນລະຫວ່າງແຕ່ວັນທີ 14 – 16 ເມສາ ຈະມາເຖິງ. ໂດຍໄດ້ຮັບການມອບສິດຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນ ຝູ ຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນ ຖີ້ ກິມ ເງິນ, ວັນທີ 11 ເມສາ, ທ່ານ ຫງວຽນ ບ໊າ ຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ສົ່ງກະເຊົ່າດອກໄມ້ ແລະ ຄຳອວຍພອນປີໃຫມ່ມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ; ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ປານີ ຢ່າທໍ່ຕູ.

ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢ່າທໍ່ຕູ ກໍ່ໄດ້ສົ່ງຄຳຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນ ລາວ ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ, ສຸດອົກສຸດໃຈ ແລະ ພິເສດແມ່ນການຊ່ວຍກໍ່ສ້າງສຳນັກງານສະພາແຫ່ງຊາດຫລັງໃໝ່ໃຫ້ແກ່ລາວ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນ ບ໊າ ຮຸ່ງ ໄດ້ຢືນຢັນວ່າ: ດ້ວຍບົດບາດເປັນຂົວຕໍ່ໃຫ້ແກ່ການພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ, ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ລາວ ຢ່າງຕັ້ງໜ້າ ແລະ ແໜ້ນແຟ້ນ ໃນການຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ, ສອງລັດຢ່າງມີປະສິດທິຜົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.