ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ

14:00 | 10/04/2021

ຍສໝ - ທີ່ການພົບປະກັບທ່ານພົນໂທ ຫງວຽນຈີວິ້ງ, ທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳຫວຽດນາມ ໄດ້ຮັບຮູ້ບັນດາຄຳເຫັນຂອງຝ່າຍຫວຽດນາມ ແລະ ຢືນຢັນຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ຫວຽດນາມ ໃນໄລຍະຈະມາເຖິງ.

ອາເມລິກາ ໄດ້ສະໜັບສະໜູນ ຫວຽດນາມ ໃນການປະຕິບັດນະໂຍບາຍປະກັນໄພສຸຂະພາບ ອາເມລິກາ ໄດ້ສະໜັບສະໜູນ ຫວຽດນາມ ໃນການປະຕິບັດນະໂຍບາຍປະກັນໄພສຸຂະພາບ
ນາຍົກລັດຖະມົນຕີ ຫວຽດນາມ: ພາຍຫລັງ 25 ປີແຫ່ງວັນສ້າງຕັ້ງການພົວພັນ, ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ນັບມື້ນັບເຂົ້າສູ່ລວງເລິກ ນາຍົກລັດຖະມົນຕີ ຫວຽດນາມ: ພາຍຫລັງ 25 ປີແຫ່ງວັນສ້າງຕັ້ງການພົວພັນ, ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ນັບມື້ນັບເຂົ້າສູ່ລວງເລິກ

ຕອນເຊົ້າວັນທີ 8 ເມສາ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ, ຫົວໜ້າອົງການປະຈຳຄະນະກຳມະການຊີ້ນຳລະດັບຊາດ ກ່ຽວກັບການຜ່ານຜ່າຜົນສະທ້ອນຈາກລະເບີດຝັງດິນ ແລະ ສານເຄມີທີ່ເປັນພິດຫຼັງສົງຄາມຢູ່ຫວຽດນາມ (ຄະນະກຳມະການຊີ້ນຳ 701) ໂດຍມີການຕ້ອນຮັບທ່ານ Mr. Daniel J. Kritenbrink - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະລັດອາເມລິກາ ປະຈຳ ຫວຽດນາມ.

ທ່ານພົນໂທ ຫງວຽນຈີວິ້ງ ໄດ້ສະແດງຄວາມຊົມເຊີຍທ່ານ Daniel J. Kritenbrink ສຳລັບຄວາມສຳເລັດທີ່ຈົບງາມຂອງຄວາມຮັບຜິດຊອບ ທີ່ລັດຖະບານອາເມລິກາມອບໝາຍໃຫ້. ທ່ານພົນໂທ ຫງວຽນຈີວິ້ງ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ໃນການໃຫ້ການສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການຮ່ວມມືລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະ ແມ່ນໃນການແກ້ໄຂຜົນຮ້າຍຂອງສົງຄາມໂດຍສະເພາະ.

ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ
ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ. (ພາບ: TTXVN)

ທ່ານພົນໂທ ຫງວຽນຈີວິ້ງ ໄດ້ສະແດງຄວາມຫວັງວ່າ ອົງການທີ່ມີໜ້າທີ່ອາເມລິກາຈະສືບຕໍ່ສົມທົບກັບຄະນະຊີ້ນຳ 701 ຢ່າງມີປະສິດທິຜົນ ແລະ ກຳນົດເວລາໂຄງການຮ່ວມມືຢ່າງຕໍ່ເນື່ອງ, ພ້ອມທັງສຸມໃສ່ເພີ່ມທະວີວຽກງານໂຄສະນາເຜີຍແຜ່ ໃຫ້ປະຊາຊົນສອງປະເທດ ແລະ ໂລກກ່ຽວກັບບັນດາຄວາມມານະພະຍາຍາມ ແລະ ໝາກຜົນເຊິ່ງສອງຝ່າຍບັນລຸໄດ້ໃນຊຸມປີມໍ່ໆມານີ້, ໂດຍສະແດງໃຫ້ເຫັນຄວາມໝາຍ ສຳຄັນດ້ານມະນຸດສະທຳ ໃນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດນີ້.

ທ່ານ Daniel J. Kritenbrink ໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນທີ່ສອງຝ່າຍບັນລຸໄດ້ ໃນການແກ້ໄຂຜົນສະທ້ອນຈາກສົງຄາມຢູ່ຫວຽດນາມ, ສອດຄ່ອງກັບຄຳໝັ້ນສັນຍາຂອງການນຳຂັ້ນສູງຂອງສອງປະເທດຫວຽດນາມ ແລະ ອາເມລິກາ ທີ່ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ລະຫວ່າງສອງປະເທດ; ຮັບຮູ້ບັນດາຄຳເຫັນຂອງຝ່າຍຫວຽດນາມ, ເປັນພື້ນຖານໃຫ້ແກ່ການລາຍງານຕໍ່ສະພາອາເມລິກາພາຍຫຼັງກັບຄືນປະເທດ ແລະ ຢືນຢັນຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ຫວຽດນາມໃນໄລຍະຈະມາເຖິງ.

ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ໃນການແກ້ໄຂຜົນຮ້າຍຂອງສົງຄາມໃນໄລຍະທີ່ຜ່ານມາ ໃນບັນດາຂົງເຂດ, ເຊັ່ນ: ການຊອກຫາທະຫານທີ່ຫາຍສາບສູນ, ການສູນເສຍຂໍ້ມູນຂ່າວສານ; ຜ່ານຜ່າຜົນຮ້າຍຂອງການລະເບີດ ແລະ ລະເບີດຝັງດິນ, ໂດຍສະເພາະແມ່ນການຮ່ວມມືໃນການກຳຈັດສານພິດດີໂອຊີນ, ໂດຍຜ່ານໂຄງການກ່ຽວກັບການກຳຈັດສານພິດດີໂອຊີນ ຢູ່ສະໜາມບິນດານັງ ແລະ ໂຄງການກຳຈັດສານພິດດີໂອຊີນໃນບໍລິເວນສະໜາມບິນ ບ່ຽນຫ່ວາ; ຜ່ານນັ້ນຊ່ວຍແກ້ໄຂບາດແຜສົງຄາມ, ສ້າງກຳລັງໜູນໃຫ້ແກ່ຂົງເຂດການຮ່ວມມືອື່ນໆ ລະຫວ່າງສອງປະເທດ, ພ້ອມທັງປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ.

ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ

ຄະນະທຸຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງທີ່ສຸດມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຜົນເສຍຫາຍອັນໃຫຍ່ຫລວງ ທີ່ເກີດຂຶ້ນໃນຊຸມວັນຜ່ານມາ.

ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ

ວັນທີ 09 ຕຸລາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ 2020 ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ວັດທະນາຖາວອນໝັ້ນຄົງຍາວນານ”.

ຫວຽດນາມ ປົກປ້ອງພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ ຫວຽດນາມ ປົກປ້ອງພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ

ຍສໝ - ເມື່ອບໍ່ດົນມານີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມລາຍການສົນທະນາທາງອອນລາຍລະຫວ່າງບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ ກັບສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບສະພາບການໂລກລະບາດໂຄວິດ-19 ແລະ ບັນດາມາດຕະການໜູນຊ່ວຍພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.