ເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດ ລາວ-ຫວຽດນາມ

14:40 | 10/04/2021

ຍສໝ - ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພັນເອກພິເສດ ຟ້າມແມ້ງທັງ ໄດ້ອວຍພອນພະນັກງານ, ພາລະກອນຢູ່ສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ທ່ານຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍແມ່ນເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ລາວ.

ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ
ກອງທຶນເງິນຕາສາກົນ (IMF):ຫວຽດ​ນາມ ​ຈະ​ບັນ​ລຸ​ການ​ເຕີບ​ໂຕ GDP ໄວ​ກ່​ວາ​ໝູ່​ໃນ​ອາ​ຊຽນ ໃນ​ປີ 2022 ກອງທຶນເງິນຕາສາກົນ (IMF):ຫວຽດ​ນາມ ​ຈະ​ບັນ​ລຸ​ການ​ເຕີບ​ໂຕ GDP ໄວ​ກ່​ວາ​ໝູ່​ໃນ​ອາ​ຊຽນ ໃນ​ປີ 2022
ກະຊວງປ້ອງກັນປະເທດຫວຽດນາມ ອວຍພອນບຸນປີໃໝ່ລາວ
ກະຊວງປ້ອງກັນປະເທດຫວຽດນາມ ອວຍພອນພະນັກງານ, ພາລະກອນຢູ່ສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ພາບ: ຮວ່າງຫວູ

ຫວ່າງແລ້ວນີ້, ໂດຍໄດ້ຮັບການມອບສິດຈາກການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພັນເອກພິເສດ ຟ້າມແມ້ງທັງ, ຮອງຫົວໜ້າກົມພົວພັນຕ່າງປະເທດ ໄດ້ໄປອວຍພອນບຸນປີໃໝ່ສະຖານທູດແຫ່ງ ສປປ ລາວ ປະຈໍາ ຫວຽດນາມ.

ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພັນເອກພິເສດ ຟ້າມແມ້ງທັງ ໄດ້ອວຍພອນພະນັກງານ, ພາລະກອນຢູ່ສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ທີ່ການຕ້ອນຮັບ, ທ່ານ ຟ້າມແມ້ງທັງ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍແມ່ນເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ລາວ. ພ້ອມທັງ ກໍ່ສະແດງຄວາມປາດຖະໜາຢາກໃຫ້ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ສືບຕໍ່ສະໜັບສະໜູນ, ມີການປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ກໍ່ຄືການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ.

ສ່ວນ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມາຮ່ວມເບີກບານມ່ວນຊື່ນ, ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ພ້ອມທັງ ກໍ່ຢັ້ງຢືນວ່າ ໃນຖານະຕໍາແໜ່ງປະຕິບັດງານຂອງຕົນ ທ່ານຈະມານະພະຍາຍາມເຮັດຈົນສຸດຄວາມສາມາດເພື່ອແນໃສ່ປະກອບສ່ວນຊຸກຍູ້ການພົວພັນລາວ-ຫວຽດນາມ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ກ່ອນໜ້ານັ້ນ, ອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ (5/4/1961-5/4/2021). ກ່າວຄໍາເຫັນທີ່ພິທີ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ, ການນໍາກະຊວງຕໍາຫຼວດ ແລະກໍາລັງຕໍາຫຼວດປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະສຸດຄວາມສາມາດຂອງຕົນໃຫ້ກໍາລັງປ້ອງກັນຄວາມສະຫງົບລາວ ໃນຕະຫຼອດໄລຍະຕໍ່ສູ້ປົດປ່ວຍຊາດໃນເມື່ອກ່ອນ, ພິເສດແມ່ນການຊ່ວຍເຫຼືອຈັດສົ່ງນັກຊ່ຽວຊານ ມາໜູນຊ່ວຍກ່ຽວກັບວຽກງານປ້້ອງກັນຄວາມສະຫງົບນັບແຕ່ປີ 1961 ມາຮອດປະຈຸບັນ ແລະທັງເລື່ອງສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບລາວ ໃນວັນທີ 5 ເມສາ 1961, ກໍ່ຄືການຊ່ວຍເຫຼືອຮອບດ້ານໃນຕະຫຼວດໄລຍະປະຕິບັດໜ້າທີ່ຍຸດທະສາດແມ່ນ: ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ໜັງສືພິມກູບາ ໄດ້ຕີລາຄາສູງບັນດາຜົນງານເສດຖະກິດ - ສັງຄົມຂອງຫວຽດນາມ ໜັງສືພິມກູບາ ໄດ້ຕີລາຄາສູງບັນດາຜົນງານເສດຖະກິດ - ສັງຄົມຂອງຫວຽດນາມ

ຍສໝ - ບົດຂຽນຊີ້ແຈ້ງວ່າ ເຖິງວ່າຈະມີຜົນກະທົບຈາກການແຜ່ລະບາດພະຍາດ COVID-19, ແຕ່ປີ 2020, "ຫວຽດນາມແມ່ນພື້ນຖານເສດຖະກິດທີ່ມີລະດັບເຕີບໂຕສູງທີ່ສຸດໃນອາຊີ, ດ້ວຍລະດັບ GDP ເຕີບໂຕ 2,9% ແລະ ນອນໃນບັນດາ 10 ພື້ນຖານເສດຖະກິດເຕີບໂຕສູງສຸດຂອງໂລກ.”

ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຫວຽດ​ນາມ ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຫວຽດ​ນາມ

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດວ່າ ທຸກຮູບແບບການໂຄສະນາເຜີຍແຜ່ ບັນດາເນື້ອໃນທີ່ຜິດກັບຄວາມຈິງປະຫວັດສາດ ແລະ ກົດໝາຍສາກົນ ລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ສາດມາດປ່ຽນແປງໄດ້ຄວາມຈິງແມ່ນ ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຕໍ່ສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືຄວາມຈິງກ່ຽວກັບບັນຫາຢູ່ທະເລຕາເວັນອອກ.

ທ່ານເອກອັກຄະລັດຖະທູດລັດເຊຍ ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ ທ່ານເອກອັກຄະລັດຖະທູດລັດເຊຍ ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ

ຍສໝ - ທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov ໃຫ້ຮູ້ວ່າ, ເວລາເຮັດວຽກທີ່ຜ່ານມາ ເຮັດໃຫ້ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດທີ່ສວຍງາມຂອງຫວຽດນາມ ດ້ວຍປະຫວັດສາດທີ່ຍາວນານ ແລະ ມີຄວາມຫຼາກຫຼາຍໃນທຸກດ້ານ.

ໄຊພອນ

ເຫດການ
302 Found

Found

The document has moved here.