ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ | |
ໜັງສືພິມກູບາ ໄດ້ຕີລາຄາສູງບັນດາຜົນງານເສດຖະກິດ - ສັງຄົມຂອງຫວຽດນາມ |
![]() |
ພາບປະກອບ |
ກອງທຶນເງິນຕາສາກົນ (IMF) ຄາດວ່າ ໃນປີ 2022, ກຸ່ມປະເທດບັນລຸການ ເຕີບໂຕຍອດຜະລິດຕະພັນພາຍໃນໄວກວ່າໝູ່ໃນອາຊຽນ ຈະລວມມີ: ຫວຽດນາມ (7,2%), ຟີລິບປິນ (6,5%), ມາເລເຊຍ ແລະ ກຳປູເຈຍ ພ້ອມກັນຢືນອັນດັບທີ 3 ດ້ວຍລະດັບການເຕີບໂຕຄາດວ່າບັນລຸ 6%.
ກົມໃຫຍ່ສະຖິຕິຫາກໍ່ປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ I/2021. ຕາມນັ້ນແລ້ວ, ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 4,48% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ບັນດານັກຊ່ຽວຊານເສດຖະກິດຕີລາຄາສູງບັນດາຄວາມມານະພະຍາຍາມໃນການບໍລິຫານຂອງລັດຖະບານ, ແຕ່ເພື່ອຮັບປະກັນໄດ້ເປົ້າໝາຍການເຕີບໂຕ 6,5%ໃນປີນີ້ແມ່ນ ຕ້ອງສືບຕໍ່ມານະພະຍາຍາມຫຼາຍກ່ວາອີກ.
ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນອະນຸມັດຍຸດທະສາດສັງລວມກ່ຽວກັບການພັດທະນາຂົງເຂດການບໍລິການຂອງຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ເປົ້າໝາຍຂອງຍຸດທະສາດແມ່ນລະດັບເຕີບໂຕໃນຂົງເຂດການບໍລິການໄລຍະ 2021 – 2030 ບັນລຸປະມານ 7-8%, ສູງກວ່າລະດັບເຕີບໂຕລວມຂອງພື້ນຖານເສດຖະກິດ. ຮອດປີ 2030, ອັດຕາສ່ວນໃນຂົງເຂດການບໍລິການກວມເອົາ 50% GDP.
ເຖິງວ່າຖືກຜົນສະທ້ອນຍ້ອນພະຍາດໂຄວິດ-19 ກໍ່ຕາມ, ແຕ່ລະດັບເຕີບໂຕ GDP ໃນໄຕມາດທີ I ປີ 2021 ຂອງຫວຽດນາມ ເພີ່ມຂຶ້ນ 4,48% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການປັບຕົວທີ່ເໝາະສົມ, ຄວາມຕ້ານທານ ແລະທ່າອ່ຽງຟື້ນຟູຂອງພື້ນຖານເສດຖະກິດທີ່ກໍາລັງເພີ່ມຂຶ້ນ.
ຍອດເງິນທຶນໃນໄຕມາດທີ I ບັນລຸກວ່າ 10 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສິ່ງທີ່ເປັນໜ້າເອົາໃຈໃສ່, ຈໍານວນເງິນທຶນຈົດທະບຽນໃໝ່ ແລະຈໍານວນເງິນທຶນດັດປັບເພີ່ມຂຶ້ນຢ່າງແຮງ.
ການສົ່ງອອກ-ນໍາເຂົ້າສິນຄ້າ ໃນໄຕມາດທີ I ສືບຕໍ່ບັນລຸໝາກຜົນທີ່ໜ້າປະທັບໃຈ. ຍອດວົງເງິນການສົ່ງອອກ, ນໍາເຂົ້າສິນຄ້າຄາດຄະເນວ່າບັນລຸຫຼາຍກວ່າ 152 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນ. ວຽກງານຮັບປະກັນຊີວິດສັງຄົມ ໄດ້ຮັບຄວາມເອົາໃຈໃສ່, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຮັບປະກັນ. ຫວຽດນາມ ກໍ່ເພີ່ມຂຶ້ນ 4 ຂັ້ນໃນຕາຕະລາງຈັດອັນດັບບັນດາປະເທດມີຄວາມຜາສຸກທີ່ສຸດໃນໂລກຂອງ ສປຊ.
ຕໍ່ໜ້າສັນຍານທີ່ຕັ້ງໜ້າດັ່ງກ່າວ, ຫວຽດນາມ ຍັງຄົງຢຶດໝັ້ນຕໍ່ບັນດານະໂຍບາຍເສດຖະກິດມະຫາພາກ, ຮັບປະກັນການຟື້ນຟູເສດຖະກິດແບບຍືນຍົງ ແລະຮອບດ້ານ.
![]() | ບັນດາວິສາຫະກິດເຄື່ອນໄຫວຢູ່ ຫວຽດນາມ ຕ້ອງປະຕິບັດຕາມກົດໝາຍ ຫວຽດນາມ ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດວ່າ ທຸກຮູບແບບການໂຄສະນາເຜີຍແຜ່ ບັນດາເນື້ອໃນທີ່ຜິດກັບຄວາມຈິງປະຫວັດສາດ ແລະ ກົດໝາຍສາກົນ ລ້ວນແຕ່ບໍ່ມີຄຸນຄ່າ, ບໍ່ສາດມາດປ່ຽນແປງໄດ້ຄວາມຈິງແມ່ນ ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຕໍ່ສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືຄວາມຈິງກ່ຽວກັບບັນຫາຢູ່ທະເລຕາເວັນອອກ. |
![]() | ທ່ານເອກອັກຄະລັດຖະທູດລັດເຊຍ ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ ຍສໝ - ທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov ໃຫ້ຮູ້ວ່າ, ເວລາເຮັດວຽກທີ່ຜ່ານມາ ເຮັດໃຫ້ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດທີ່ສວຍງາມຂອງຫວຽດນາມ ດ້ວຍປະຫວັດສາດທີ່ຍາວນານ ແລະ ມີຄວາມຫຼາກຫຼາຍໃນທຸກດ້ານ. |
![]() | ຢັ້ງຢືນຄືນໃໝ່ກ່ຽວກັບການຮັກສາສັນຕິພາບ, ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ ວັນທີ 7 ເມສາ, ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເຊິ່ງໄດ້ຈັດຂຶ້ນຜ່ານລະບົບທາງໄກ. |
ໄຊພອນ