ໂທ​ລະ​ເລກອວຍ​ພອນບຸນປີໃໝ່ປະຈຳຊາດ ຫວຽດນາມ

17:10 | 12/02/2021

ວັນ​ທີ 9 ກຸມພາ 2021 ນີ້, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ສົ່ງ​ ໂທລະ​ເລກອວຍພອນ​ເຖິງ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ.

ໂທ ລະ ເລກອວຍ ພອນບ ນປ ໃໝ ປະຈຳຊາດ ຫວຽດນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ
ໂທ ລະ ເລກອວຍ ພອນບ ນປ ໃໝ ປະຈຳຊາດ ຫວຽດນາມ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Ted Yoho ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ
ໂທ ລະ ເລກອວຍ ພອນບ ນປ ໃໝ ປະຈຳຊາດ ຫວຽດນາມ
ພາບປະກອບ

​ເນື້ອ​ໃນ​ໂທລະ​ເລກ ​ໄດ້​ລະບຸ​ວ່າ: ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ (ປີສະຫລູ) 2021, ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ, ມິດຈິດມິດໃຈອັນດູດດື່ມ, ຄວາມສາມັກຄີຮັກແພງ ຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມມາຍັງ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທຸກຖ້ວນໜ້າ.

ພວກຂ້າພະເຈົ້າ ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາໄຊຊະນະອັນສະຫງ່າງາມ, ຜົນສໍາເລັດທີ່ໃຫຍ່ຫລວງສໍາຄັນ, ຮອບດ້ານ, ມີຄວາມໝາຍປະຫວັດສາດຂອງປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ຍາດມາໄດ້ທັງໃນໄລຍະຕໍ່ສູ້ກູ້ຊາດ ເພື່ອປົດປ່ອຍປະເທດຊາດໃນເມື່ອກ່ອນກໍ່ຄືພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ.

ເນື່ອງໃນໂອກາດອັນເບີກບານມ່ວນຊື່ນຕ້ອນຮັບປີໃໝ່ປະເພນີ ຫວຽດນາມ ປີສະຫລູ 2021, ພວກຂ້າພະເຈົ້າ ຂໍອວຍພອນໃຫ້ ສະຫາຍ ຫງວຽນຟູຈ້ອງ ພ້ອມດ້ວຍຄອບຄົວ ແລະ ບັນດາສະຫາຍການນໍາຂັ້ນສູງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ອັນມີກຽດສະຫງ່າຂອງຕົນຕະຫລອດປີໃໝ່ນີ້.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫລອດໄປ.

​ໃນ​ວັນ​ດຽວ​ກັນ, ສະຫາຍ​ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົຍຕີ ​ແຫ່ງ ສປປ ລາວ ກໍ​ໄດ້​ສົ່ງ​ໄທ​ລະ​ເລກ​ອວຍພອນ​ເຖິງ ສະຫາຍ ຫງວຽນ ຊວນ ຟຸກ ນາຍົກລັດຖະມົຍຕີ ​ແຫ່ງ ສສ ຫວຽ​ດນາມ ​ເຊິ່ງມີ​ເນື້ອ​ໃນ​ວ່າ: ເນື່ອງໃນໂອກາດວັນຂຶ້ນປີໃໝ່ປະຈໍາຊາດຫວຽດນາມ ປີສະຫລູ (ເຕັດເຕິນສິ້ວ) ທີ່ຈະມາເຖິງນີ້ ໃນນາມພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ, ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ປະຊາຊົນຫວຽດນາມອ້າຍນ້ອງ ພວມເບີກບານ ມ່ວນຊື່ນຕ້ອນຮັບປີໃໝ່ປະຈໍາຊາດຂອງຕົນ ໃນທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດອັນສະຫງ່າງາມຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ​ເຊິ່ງເປັນຂີດໝາຍໃໝ່ ທີ່ສໍາຄັນເປັນຢ່າງຍິ່ງແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາ ປະເທດຫວຽດນາມ; ຖານະບົດບາດ, ຊື່ສຽງ ແລະ ອິດທິພົນ ຂອງ ສສ ຫວຽດນາມ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ ໃນເວທີ ພາກພື້ນ ແລະ ສາກົນ.

ຄຽງຄູ່ກັນນັ້ນ, ຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່​ເຫັນ​ວ່າ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ສະ​ໜິດແໜ້ນ ລະ​ຫວ່າງ ສອງ​ປະ​ເທດ ລາວ-ຫວຽດ​ນາມ ພວກ​ເຮົານັ​ບມື້​ຍິ່ງ​ສືບ​ຕໍ່ໄດ້​ຮັບ​ການເພີ່ມ​ພູ​ນ​ຄູນ​ສ້າງ​ຢ່າງ​ກວ້າງ​ຂວາງ ແລະ ເລິກ​ເຊິ່ງ, ທັງມີບ​າດ​ກ້າວ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ ແລະ ມີ​ຜົນ​ສຳ​ເລັດ​ເປັນ​ຮູບ​ປະ​ທຳໃນ​ທຸກ​ຂົງ​ເຂດ​ວຽກ​ງານ, ເຊິ່ງ​ໄດ້ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວຈິງ​ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດນາມ, ເຊິ່ງ​ເປັນ​ການ​ຢັ້ງ​ຢືນເຖິງສາຍພົວພັນມິດຕະພາບອັນ​ຍິ່ງ​ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ທີ່ມີໜຶ່ງດຽວໃນໂລກ ແລະ ກາຍເປັນມູນມໍລະດົກອັນລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ທັງເປັນໜຶ່ງໃນປັດໄຈຕັດສິນໄຊຊະນະ ຂອງພາລະກິດປະຕິວັດ ຂອງແຕ່ລະປະເທດ.

ໃນໂອກາດອັນສະຫງ່າລາສີແຫ່ງວັນຂຶ້ນປີໃໝ່ ອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ການ ນໍາພັກ-ລັດ ແລະ ປະຊາ ຊົນລາວບັນດາເຜົ່າ, ຂ້າພະເຈົ້າ ຂໍອວຍພອນຢ່າງຈິງໃຈມາ​ຍັງການນໍາພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນໃນການສືບຕໍ່ນໍາພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງໜັກແໜ້ນ ເພື່ອຫັນປະເທດຊາດເປັນປະເທດອຸດສາຫະກໍາຕາມທິດທັນສະໄໝ, ບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ ແລະ ສີວິໄລຮຸ່ງເຮືອງ.

ໂທ ລະ ເລກອວຍ ພອນບ ນປ ໃໝ ປະຈຳຊາດ ຫວຽດນາມ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Ted Yoho ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ

ຍ​ສ​ໝ - ​ທ່ານ ເອກ​ອັກ​ຄະລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຮ່າ​ກິມງອກ ໄດ້​ຢັ້ງ​ຢື​ນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ຂອງ​ເພື່ອ​ນ​ມິດ, ຄູ່​ຮ່ວມ​ມືສະ​ໜິດ​ສະ​ໜົມ​ຂອງ​ຫວຽດ​ນາມ​ຄື​ທ່ານ ສະ​ມາ​ຊິກ​ສະ​ພາ​ຕ່ຳ Yoho.

ໂທ ລະ ເລກອວຍ ພອນບ ນປ ໃໝ ປະຈຳຊາດ ຫວຽດນາມ ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ

ຍ​ສ​ໝ - ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນ ລັດເຊຍ ເປັນສຳຄັນ.

ໂທ ລະ ເລກອວຍ ພອນບ ນປ ໃໝ ປະຈຳຊາດ ຫວຽດນາມ ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ

ຍ​ສ​ໝ - ວັນ​ທີ 31 ສິງ​ຫາ, ສະ​ຖານ​ທູດ ເຢຍ​ລະ​ມັນ​ປ​ະ​ຈຳ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ ທ່ານ Frank-Walter Steinmeier ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ ເຢຍ​ລະ​ມັນ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ຫວຽດ​ນາມ ໄປ​ຍັງ​ທ່ານ ຫງວຽນ​ຝູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ທຸດ​ທ້ວນ​ໜ້າ.

kpl.gov.la

ເຫດການ
302 Found

Found

The document has moved here.